ຄົນງານລາວ ປະທະ ນາຍຈ້າງ ຊາວຈີນ

0:00 / 0:00

ເກີດ​ເຫດ​ການ​ຄົນ​ງານ​ລາວ ​ຈຳ​ນວນ​ນຶ່ງ​ທີ່​ເຮັດ​ວຽກ​ຢູ່​ໂຄງ​ການ ກໍ່​ສ້າງ​ສະ​ຖາ​ນີ​ຣົດ​ໄຟ ​ລາວ-ຈີນ ​ເຂດ​ວຽງ​ຈັນ​ໃຕ້-ທ່າ​ນາ​ແລ້ງ ບ້ານ​ດົງ​ໂພນ​ແຮ່ ເມືອງ​ຫາດ​ຊາຍ​ຟອງ ນະ​ຄອນ​ຫຼວງວ​ຽງຈັນ​ ໄດ້​ປະ​ທະ​ກັບ​ກຸ່ມ​ນາຍ​ຈ້າງ​ຊາວ​ຈີນ ​ແລະ​ຖືກ​ຊາວ​ຈີນ​ທຳ​ຮ້າຍ​ຮ່າງ​ກາຍ ​ແຕ່​ມີ​ກຸ່ມ​ຄົນ​ງານ​ລາວ​ມາ​ຫ້າມ​ເອົາ​ໄວ້. ສາ​ເຫດ​ຍ້ອນ​ຄົນ​ງານ​ລາວ ​ພາ​ກັນ​ຢຸດ​ວຽກ ​ແລ້ວ​ໄປ​ຂໍ​ທວງ​ເອົາ​ເງິນ​ ນຳ​ນາຍ​ຈ້າງ​ຈົນ​ເກີດ​ເຫດ​ການ​ດັ່ງ​ກ່າວ ​ເມື່ອ​ວັນ​ທີ 22 ພຶ​ສ​ຈິ​ກາ ທີ່​ຜ່ານ​ມາ. ດັ່ງ​ຄົນ​ງານ​ລາວ ​ທີ່​ເຫັນ​ເຫດ​ການ​ກ່າວ​ຕໍ່ ​ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ​ໃນ​ວັນ​ທີ 26 ພຶ​ສ​ຈິ​ກາ ​ນີ້​ວ່າ:

" ກໍ ເຫັນ ຫຼາຍ ຄົນ ຢູ່ ບ່ອນ ເຮັດ ວຽກ ມື້ ນັ້ນ ເຮົາ ກາ ເຫັນ ເຂົາ ຕີ ກັນ ເຮັດ ນຳ ຄົນ ຈີນ ແລ້ວ ຄົນ ຈີນ ເຂົາ ນ່າ ເຂົາ ຕີ ກັນ ເຮົາ ກາ ເບີ່ງ ສື່ໆ ."

ຍາ​ນາງ​ກ່າວ​ຕື່ມ​ວ່າ​ ກ່ອນ​ໜ້າ​ນີ້​ກໍ​ເຄີຍ​ເກີ​ດ​ເຫດ​ການ​ ຕີ​ກັນ​ຫຼາ​ຍ​ເທື່ອ ​ທັງ​ລະ​ຫວ່າງ​ນາຍ​ຈ້າງ​ຊາວ​ຈີນ​ກັບ​ຄົນ​ງານ​ລາວ​ ຫຼື​ລະ​ຫວ່າງ​ຄົນ​ຈີນ​ດ້ວຍ​ກັນ​ເອງ ​ຊຶ່ງ​ສ​າ​ເຫດ​ຫຼັກໆ ກໍ​ເກີດ​ຈາກ​ເຣື່ອງ​ຄ່​າ​ຈ້າງ ​ແຕ່​ຕົນ​ບໍ່​ໄດ້​ຮູ້​ຢ່າງ​ຄັກ​ແນ່​ວ່າ​ ເປັນ​ຫຍັງ​ຈຶ່ງ​ເກີດ​ເຫດ​ການບໍ່​ຈ່າຍ​ຄ່າ​ຈ້າງ ​ຫຼື​ໃຫ້​ຄ່າຈ້າງ​ຊັກ​ຊ້າ​ ແລະ​ບໍ່​ເຫັນ​ພ​າກ​ສ່ວນ​ໃດ​ລົງ​ພື້ນ​ທີ່ ​ມາ​ແກ້​ໄຂ​ບັນ​ຫາ​ແຕ່​ຢ່າງ​ໃດ.

ໃນ​ຂ​ນະ​ທີ່​ຫົວ​ໜ້າ ​ຄົນ​ງານ​ລາວ​ອີກ​ທ່ານ​ນຶ່ງ ​ທີ່​ເຮັດ​ວຽກ​ໃນ​ໂຄງ​ການ ກໍ່​ສ້າງ​ສະ​ຖາ​ນີ​ຣົດ​ໄຟ​ ລາ​ວ-ຈີນ ຢູ່​ເຂດ​ບ້າ​ນ​ດົງ​ໂພນ​ແຮ່ ​ກ່າວ​ວ່າ​ ສຳ​ລັບ​ເຫດ​ການ​ທີ່​ຄົນ​ງານ​ລາວ ບໍ່​ໄດ້​ຄ່າ​ຈ້າງ​ນັ້ນ​ ຍ້ອນ​ຖືກ​ຫົວ​ໜ້​າ​ຄົນ​ງານ​ຊາວ​ລາວ​ຈຳ​ນວນ​ນຶ່ງ ​ທີ່​ເປັນ​ຫົວ​ໜ້າ​ຄຸມ​ວຽກ​ບໍ່​ຈ່າຍ​ຄ່າ​ຈ້າງ ​ໃຫ້​ແກ່​ຄົນ​ງານ​ທີ່​ເປັນ​ລູກ​ນ້ອງ​ ທັນ​ທີ​ພາຍ​ຫຼັງ​ຈາກ​ທີ່​ໄປ​ເບີກ​ເງິນ​ ຈາກ​ນາຍ​ຈ້າງ​ຊາວ​ຈີນ​ມາ​ແລ້ວ ​ແຕ່​ຄົນ​ງານ​ລາວ​ພັດ​ບໍ່​ຮູ້ ​ສາ​ເຫດ​ແທ້ຈິງ​ຈຶ່ງ​ໄປ​ທວງ​ຖາມ​ເງິນ ​ຈາກ​ນາຍ​ຈ້າງ​ຊາວ​ຈີນ, ດັ່ງ​ທ່ານ​ໄດ້​ກ່າວ​ວ່າ:

" ເຂົາ ຈ່າຍ ເງິນ ໝົດ ແລ້ວ ບໍ່ ແມ່ນບໍ່ ຈ່າຍ ຄົນ ທີ່ ວ່າ ເຂົາ ວ່າ ເອີ ແມ່ນ ຈີນ ບໍ່ ຈ່າຍ ຈັ່ງ ຊັ້ນ ຈັ່ງ ຊິ ນ່າ ຍ້ອນ ວ່າ ມີ ຫົວ ໜ້າ ຮັບ ເໝົາ ກັນ ຫຼາຍ ຄົນ ແຄ່ ນັ້ນ ຈົບ ຮັບ ຄົນ ດຽວ ເລີຍ ນຳ ຫົວ ໜ້າ ເຖົ້າ ແກ່ ຈີນ ຮັບ ລະ ຂ້ອຍ ເຮັດ ແລ້ວ ຂ້ອຍ ກາ ມາ ຈ່າຍ ລູກ ນ້ອງ ຂ້ອຍ ."

ທ່ານ​ກ່າວ​ອີກວ່າ ​ສະ​ເພາະ​ເຂດ​ທີ່​ລາວ​ເຮັດ​ວຽກ ​ມີ​ຫົວ​ໜ້າ​ທີ່​ເປັນ​ຄົນ​ລາວ ​ຈຳ​ນວນ​ຫຼາຍ​ຄົນ​ເປັນ ​ລັກ​ສະ​ນະ​ໃນ​ຮູບ​ແບບ​ຜູ້​ຮັບ​ເໝົ​າ ​ລາຍ​ຫຍ່ອຍ​ຊຶ່ງ​ມີ​ຄົນ​ງານ​ ຂອງ​ໃຜ​ມັ​ນ​ໂດຍ​ຫຼັງ​ຈາກ​ແລ້ວໜ້​າວຽກ ​ຕາມ​ກຳ​ນົດ​ ແລະ​ຜ່ານ​ການກວດ​ໜ້າວຽກ​ ວ່າ​ໄດ້​ມາ​ຕ​ຖານ​ແລ້ວ ​ນາຍ​ຈ້າງ​ຊາວ​ຈີນ​ກໍ​ເອົາ​ເງິນ ​ກ້ອນ​ໃຫຍ່​ໃຫ້​ເພື່ອ​ໃຫ້​ຫົວ​ໜ້າ​ຄົນ​ງານ ​ເອົາ​ໄປ​ຈ່າຍ​ໃຫ້​ແກ່​ຄົນ​ງານ​ລາວ ​ໃນ​ສັງ​ກັດ ແຕ່​ກໍ​ມີ​ຫົວ​ໜ້າ​ງານ ​ຈຳ​ນວນ​ນຶ່ງ​ທີ່​ເບີກ​ເງິນ​ມາ​ແລ້ວ ​ໄດ້​ນຳ​ເງິນ​ໜີ​ໄປ ​ຫຼື​ເອົາ​ເງິນ​ໄປ​ໃຊ້​ເອງ​ກ່ອນ​ ຍ້ອນ​ຄວາມ​ໂລບ.

ທາງ​ດ້ານ​ຫົວ​ໜ້າ ​ຄົນ​ງານ​ລາວ​ອີກ​ນາງ​ນຶ່ງ ​ທີ່​ເຄີຍ​ເຮັດ​ວຽກ​ຢູ່​ເຂດ​ດັ່ງ​ກ່າວ​ ກໍ​ຢືນ​ຢັນ​ວ່າ​ສາ​ເຫດ ​ທີ່​ເຮັດ​ໃຫ້​ເກີດ​ເຫດ​ການ​ດັ່ງ​ກ່າວ ​ກໍ​ຍ້ອນ​ຫົວ​ໜ້າ​ຄົນ​ງານ​ຊາວ​ລາວ​ ໂກງ​ຄ່າ​ຈ້າງ​ຄົນ​ງານລາວ​ນຳ​ກັນ​ເອງ​ ຊຶ່ງ​ທາງ​ນາຍ​ຈ້າງ​ຊາວ​ຈີນ ​ກໍ​ໄດ້​ຊີ້​ແຈງວ່າ​ໄດ້​ໃຫ້​ເງິນ ​ແກ່​ຫົວ​ໜ້າ​ຄົນ​ງານ​ຊາວລາວ​ໄປ​ແລ້ວ​ ແຕ່ບໍ່​ໄດ້​ນຳ​ໄປ​ເບີກ​ຈ່າຍ​ໃຫ້​ຄົນ​ງານ ​ດັ່ງ​ຍາ​ນາງ​ໄດ້​ກ່າວ​ວ່າ:

" ເຮົາ ກາ ມາ ເບີກ ເງິນ ຮັບ ເງິນ ນຳ ເຖົ້າ ແກ່ ຈີນ ບາດ ນີ້ ລະ ຮັບ ເງິນ ໄດ້ ແລ້ວ ແລ້ວ ກາ ມື້ ອື່ນ ຊິ ເອົາ ມາ ໃຫ້ ເດີ້ ເວົ້າ ນຳ ກັມ ມະ ກອນ ເຂົາ ກາ ລໍ ຖ້າ ຢູ່ ລໍ ຖ້າ ຢູ່ ກາບໍ່ ເຫັນ ເອົາ ມາ ກາ ໄປເວົ້າ ນຳ ເຖົ້າ ແກ່ ຈີນ ເນາະ ເປັນ ຫຍັງ ບໍ່ ເອົາ ເງິນ ໃຫ້ ຂ້ອຍ ວ່າ ຊັ້ນ ຈີນ ວ່າ ຂ້ອຍ ໃຫ້ ຫົວ ໜ້າ ເຈົ້າ ແລ້ວ ເອົາ ບັນ ຊີ ມາ ໃຫ້ ເບິ່ງ ກັມ ມະ ກອນ ວ່າ ເວົ້າ ສູ່ ຟັງ ຫັ້ນ ເນາະ ."

ຄົນ​ງານ​ອີກ​ນາງ​ນຶ່ງ ​ທີ່​ເຄີຍ​ເຮັດ​ວຽກ​ສ້າງ​ສະ​ຖາ​ນີ​ຣົດ​ໄຟ​ ລາວ-ຈີນ​ຢູ່​ເຂດ​ດັ່ງ​ກ່າວ ​ກໍ​ວ່າ​ສາ​ເຫດ​ທີ່​ຄົ​ນ​ງານ​ລາວ ບໍ່​ໄດ້​ເງິນ​ຄ່າ​ຈ້າງ​ບາງ​ເທື່​ອ​ອາດ​ເກີດ​ຈາກ ​ຫົວ​ໜ້າ​ຜູ້​ຮັບ​ເໝົາ​ຮັບ​ເງິນ ​ຄ່າ​ຈ້າງ​ຕໍ່​ກັນ​ຫຼາຍ​ຄົນ​ຫຼາຍ​ມື ​ຈຶ່ງ​ເຮັດ​ໃຫ້​ເງິນບໍ່​ຮອດ​ຄົນ​ງານ, ດັ່ງ​ຍາ​ນາງ​ກ່າວ​ວ່າ:

" ບໍ່ ແມ່ນ ແທ້ ຫົວ ໜ້າ ຮັບ ເໝົາ ມັນ ຮັບ ຕໍ່ ພ່ວງ ຫຼາຍ ຄົນ ຫຼາຍ ມື ແລ້ວ ເງິນ ບໍ່ ເຖີງ ກັມ ມະ ກອນ ເຮົາ ເຊົາ ເຮັດ ແລ້ວ ເດ ."

ກ່ຽວ​ກັບ​ເຣື່ອງ​ນີ້ ​ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ​ໄດ້​ຕິດ​ຕໍ່ ​ຫາ​ຫ້ອງ​ການ​ແຮງ​ງານ ​ແລະ​ສວັສ​ດີ​ການ​ສັງ​ຄົມ ​ເມືອງ​ຫາດ​ຊາຍ​ຟອງ ​ແລະ​ຫ້ອງ​ການ ປກ​ສ ເມືອງ​ຫາດ​ຊາຍ​ຟອງ​ ເພື່ອ​ຖາມ​ລາຍ​ຣະ​ອຽດ ​ເພີ່ມ​ຕື່ມ ​ແຕ່​ເຈົ້າ​ໜ້າ​ທີ່ ​ທີ່​ກ່ຽວ​ຂ້ອງ ບໍ່​ສະ​ດວກ​ໃຫັ​ສັມ​ພາດ. ໃນ​ຂ​ນະ​ທີ່​ທາງ​ເຈົ້າ​ໜ້າ​ທີ່ ​ບໍ​ຣິ​ສັດ ທາງ​ຣົດ​ໄຟ​ ລາວ-ຈີນ ຈຳ​ກັດ ກໍ​ຊີ້​ແຈງວ່າ ​ທາງ​ບໍ​ຣິ​ສັດ ​ບໍ່​ໄດ້​ມີ​ສ່ວນ​ໃນ​ການ​ຮັບ​ຜິດ​ຊອບ ​ຕໍ່​ເຫດ​ການ​ນີ້.

ເຖິງ​ຢ່າງ​ໃດ​ກໍ​ຕາມ​ ເຈົ້າ​ໜ້າ​ທີ່​ກະ​ຊວງ​ແຮງ​ງານ ​ແລະ​ສວັສ​ດີ​ການ​ສັງ​ຄົມ​ ຜູ້​ຂໍ​ສງວນ​ຊື່​ແລະ​ສຽງ​ທ່ານ​ນຶ່ງ​ກ່າວ​ວ່າ​ ກ່ຽວ​ກັບ​ຂໍ້​ຂັດ​ແຍ່ງ​ທີ່​ເກີດ​ຂື້ນ ​ຫຼ້າ​ສຸດ​ນີ້​ ທາງ​ກະ​ຊວງ ບໍ່​ທັນ​ໄດ້​ຂໍ້​ມູນ​ເທື່ອ ແຕ່​ຫາກ​ກຸ່ມ​ຄົນ​ງານ ​ຜູ້​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ ​ໄດ້​ຮ້ອງ​ຮຽນ​ມາ​ຍັງ ​ກະ​ຊວງ​ກໍ​ຈະ​ມີ​ການກວດ​ກາ​ຄືນ ແລະ ສົ່ງ​ເຈົ້າ​ໜ້າ​ທີ່​ໄປ​ກວດ​ສອບ.

ກ່ອນ​ໜ້າ​ນີ້​ ໃນ​ທ້າຍເດືອນ​ກັນ​ຍາ ​ທີ່​ຜ່ານ​ມາ​ຄົນ​ງານ​ລາວ​ປະ​ມານ 20 ປາຍ​ຄົນ ​ຮວມ​ທັງ​ຫົວ​ໜ້າ​ຄົນ​ງານ​ລາວ ​ທີ່​ເຮັດ​ວຽກ​ກໍ່​ສ້າງ​ ທາງ​ຣົດ​ໄຟ​ ລາວ-ຈີນ ​ຢູ່​ເຂດ​ບ້ານ​ດົງ​ໂພນ​ແຮ່ ກໍ​ໄດ້​ໄປ​ໂຮມ​ໂຕ ຮຽກ​ຮ້ອງ​ຄ່າ​ຈ້າງ ​ຈາກ​ນາຍ​ຈ້າງ​ຊາວ​ຈີນ ​ຈົນ​ເຖິງ​ຂັ້ນ​ຜິດ​ຖຽງ​ກັນ ​ແລະ​ຕໍ່​ມາ​ນາຍ​ຈ້າງ​ຊາວ​ຈີນ ​ກໍຍອມ​ຈ່າຍ​ເງິນ​ ໃຫ້​ພາຍ​ຫຼັງ​ທີ່​ຄົນ​ງານ​ດັ່ງ​ກ່າວ ​ໄດ້​ປະ​ທ້ວງ​ໂດຍ​ການ​ປິດ​ລະ​ບົບ​ໄຟ​ຟ້າ​ ໃນ​ພື້ນ​ທີ່ກໍ່​ສ້າງ.

ມາ​ຮອດ​ປັ​ຈ​ຈຸ​ບັນ ​ໂຄງ​ການກໍ່​ສ້າງ​ ທາງ​ຣົດ ​ແລະ​ສ​ະ​ຖາ​ນີ​ຣົດ​ໄຟ​ ລາວ-ຈີນ ​ຫຼາຍ​ແຫ່ງ​ໃກ້​ຈະ​ສຳ​ເຣັດ 100% ແລ້ວ ​ແລະ​ຈະ​ມີ​ພິ​ທີ​ການ​ເປີດ​ໃຊ້​ ໂຄງ​ການ​ດັ່ງ​ກ່າວ ​ໃນ​ວັນ​ທີ 2 ທັນ​ວາ 2021 ນີ້, ກ່ອນ​ທີ່​ຈະ​ເປີດ​ໃຊ້​ຣົດ​ໄຟ​ ລາວ-ຈີນ​ ແບບ​ເປັນ​ທາງ​ການ ​ໃນ​ວັນ​ທີ 3 ທັນ​ວາ 2021 ນີ້.