ປັດຈຸບັນ ຈີນຄອບຄອງ ຜູ້ຂາດປະເທດລາວຫຼາຍດ້ານ ເຊັ່ນ ບໍ່ແຮ່, ພະລັງງານ, ທ່ອງທ່ຽວ, ກະສິໍກໍາ ໂດຍເອົາດິນສໍາປະທານ, ດ້ານການຄ້າ, ການຂົນສົ່ງ.
ມູນຄ່າການຄ້າລາວ-ຈີນ ເພີ່ມຂຶ້ນຈາກ 4 ຕື້ໂດລາສະຫະລັດ ໃນປີ 2021 ເປັນເກືອບ 9 ຕື້ໂດລາສະຫະລັດ ໃນປີ 2025 ແຕ່ຂະນະດຽວກັນ ຜູ້ປະກອບການລາຍຍ່ອຍບາງສ່ວນ ກໍກຳລັງປະເຊີນຄວາມຫຍຸ້ງຍາກໃນການແຂ່ງຂັນ.
ສຳລັບການເຂ້າມາລົງທືນໃນຂະແໜ່ງການບໍ່ແຮ່ ແລະ ກະສິໍກໍາ ເຊິ່ງທີ່ດິນ ແລະ ປ່າໄມ້ ຖືກສຳປະທານໄລຍະຍາວ ສົ່ງຜົນກະທົບຕໍ່ຊາວບ້ານ ຊາວບ້ານບາງພື້ນທີ່ ຕ້ອງສູນເສຍທີ່ດິນເຮັດກິນ ຫຼື ເຂົ້າເຖິງຊັບພະຍາກອນໄດ້ຍາກຂຶ້ນ ເເລະໄດ້ຮັບຜົນກະທບທາງສິ່ງເເວດລ້ອມ.
ນອກຈາກນັ້ນ ຍັງມີເຂົ້າມາລົງທືນດ້ານພະລັງງານໄຟຟ້າເຂົ້າມາຜູກຂາດໂຄງການສາຍສົ່ງຂອງລັດວິສາຫະກິດໄຟຟ້າລາວ.
ທຸລະກິດຮ້ານຂາຍຍ່ອຍ ຮ້ານອາຫານ, ໂຮງເເຮມ ບ້ານພັກ ລວມໄປເຖິງເຂດເສດຖະກິດພິເສດເເລະທຸຮະກິດອີກຫຼາຍປະເພດ ເຂົ້າມາຍາດແຍ່ງຕະຫຼາດພາຍໃນປະເທດລາວ.
ຜູ້ປະກອບການທຸລະກິດທ້ອງຖິ່ນທີ່ມີຕົ້ນທຶນໜ້ອຍ ປະເຊີນຄວາມຫຍຸ້ງຍາກຫຼາຍຂຶ້ນ ແທບບໍ່ມີບ່ອນຢືນ ບໍ່ສາມາດແຂ່ງຂັນ ໃນຕະຫຼາດໄດ້.
