ຄົນລາວ: ບໍ່ເຊື່ອວ່າ ມີແຕ່ 5 ຄົນ ສໍ້ໂກງ ຢູ່ໄຟຟ້າລາວ

ຕັດສິນ 18 ຄົນ ກ່ຽວຂ້ອງຄະດີສໍ້ລາດບັງຫລວງໃນລາວ.

ຊາວລາວບາງສ່ວນ ຢາກໃຫ້ພາກລັດສືບສວນ ລົງໂທດ ການສໍ້ລາດບັງຫຼວງອີກຢ່າງຕໍ່ເນື່ອງ ໂດຍສະເພາະ ຜູ້ທີ່ກ່ຽວຂ້ອງໃນການສໍ້ລາດບັງຫຼວງ ລັດວິສາຫະກິດໄຟຟ້າລາວ ທີ່ເຊື່ອວ່າ ບໍ່ເເມ່ນມີ ແຕ່ 5 ຄົນ ທີ່ຖຶກດໍາເນີນຄະດີ ເພາະລັດ ວິສາຫະກິດໄຟຟ້າລາວ ຍັງຕິດໜີ້ສິນປະມານ 4 ພັນ ຕື້ໂດລາສະຫະລັດ.

ຊາວລາວ ບໍ່ເຊື່ອວ່າ ມີພຽງ 5 ຄົນ ສໍ້ໂກງ ຢູ່ໄຟຟ້າລາວ ຜູ້ທີ່ຖືກສານຕັດສິນ ຄະດີສໍ້ລາດບັງຫລວງ

ໃນວັນທີ 1 ກໍລະກົດ 2026 ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີສໍ້ລາດບັງຫຼວງ 4 ຄະດີ ໂດຍມີຈຳເລີຍລວມ 18 ຄົນ ໃນນີ້ມີຄົນໄທ 1ຄົນ ທັງອະດີດພະນັກງານລັດລະດັບສູງ ແລະ ນັກທຸລະກິດ.

ຊາວລາວບາງສ່ວນ ຢາກໃຫ້ພາກລັດສືບສວນ ລົງໂທດ ການສໍ້ລາດບັງຫຼວງເພີ່ມເຕິ່ມຢ່າງຕໍ່ເນື່ອງ ເເລະບໍ່ຄວນເລືອກປະຕິບັດ ໂດຍສະເພາະຜູ້ທີ່ກ່ຽວຂ້ອງກັບ ລັດວິສາຫະກິດໄຟຟ້າລາວ (EDL).

ຊາວລາວ ທ່ານ ນຶ່ງ ກ່າວວ່າ:

ຄະດີໂຄງການລັດວິສາຫະກິດໄຟຟ້າລາວ ມີຈຳເລີຍ 5 ຄົນ ຄື ທ້າວ ອາພິຊາດ ວັນນະກຸນ (ນັກທຸລະກິດໄທ) ແລະ ອະດີດຜູ້ບໍລິຫານລະດັບສູງ ອີກ 4 ຄົນ ໂດຍມີ ທ້າວ ທອງເພັດ, ທ້າວ ພອນວິໄຊ, ທ້າວ ສາຍສະໜິດ, ທ້າວ ຄຳບົນ ທັງໝົດຖືກຕັດອິດສະຫລະພາບ ຈໍາຄຸກຕະຫລອດຊີວິດ ໃນຂໍ້ຫາສໍ້ໂກງຊັບຂອງລັດ, ສວຍໃຊ້ຖານະຕຳແໜ່ງ, ໃຫ້ ແລະ ຮັບສິນບົນ.

ສ່ວນວ່າ ນັກທຸລະກິດໄທ ຕ້ອງໃຊ້ແທນຄ່າເສຍຫາຍລວມກວ່າ 24 ລ້ານໂດລາສະຫະລັດ.

ນອກຈາກນັ້ນ ຍັງມີການຕັດສິນໃນອີກ 3 ຄະດີ ຄື ຄະດີສໍ້ລາດບັງຫຼວງຢູ່ກະຊວງການຕ່າງປະເທດ1 ຄົນ, ຄະດີຮັບ-ໃຫ້ສິນບົນ 8 ຄົນ ແລະ ຄະດີສໍ້ໂກງຊັບທະນາຄານສົ່ງເສີມກະສິກຳ 4 ຄົນ ໂດຍມີທັງຜູ້ຖືກຕັດສິນຈຳຄຸກຕະຫຼອດຊີວິດ ແລະ ຈຳຄຸກແຕ່ 2 ຫາ 12 ປີ ພ້ອມມາດຕະການຢຶດຊັບ ແລະ ປັບໃໝຕາມກົດໝາຍ.

ອົງການຄວາມໂປ່ງໃສ ສາກົນ ໄດ້ຮາຍງານ ກ່ຽວກັບການສໍ້ລາດບັງຫຼວງໃນປີ 2025 ວ່າ ປະເທດລາວຖືກຈັດອັນດັບ ຍູ່ທີ 109 ຈາກທັງຫມດ 182 ປະເທດ.