ແຕ່ງດອງແອບແຜງການຄ້າມະນຸດ

ປັດຈຸບັນ ຍັງມີຂະບວນການຄ້າມະນຸດ ທີ່ແອບແຝງມາກັບການແຕ່ງດອງກັບຊາວຕ່າງປະເທດ ໂດຍຈະມີນາຍໜ້າຊັກຊວນເເມ່ຍິງລາວ ດ້ວຍຄໍາສັນຍາວ່າຈະມີຊີວິດທີ່ດີ, ໄດ້ເງິນຄ່າດອງສູງ ແຕ່ເບື້ອງຫຼັງ ກັບເປັນການຄ້າມະນຸດເພື່ອສະແຫວງຫາຜົນປະໂຫຍດຈາກເຫຍື່ອ.

ແຕ່ງດອງ ແອບແຜງການຄ້າມະນຸດ ໃນຕົ້ນປີ 2026 ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຈັບຜູ້ຕ້ອງສົງໄສ 3 ຄົນ ພາຍຫລັງໄດ້ຮັບແຈ້ງຂ່າວ ກ່ຽວກັບຂະບວນການຫຼອກຍິງສາວລາວໄປແຕ່ງດອງກັບຊາວຕ່າງປະເທດ.

ໃນຕົ້ນປີ 2026 ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຈັບຜູ້ຕ້ອງສົງໄສ 3 ຄົນ ພາຍຫລັງໄດ້ຮັບແຈ້ງຂ່າວ ກ່ຽວກັບຂະບວນການຫຼອກຍິງສາວລາວໄປແຕ່ງດອງກັບຊາວຕ່າງປະເທດແບບຜິດກົດໝາຍ.

ກ່ອນໜ້ານີ້ ໄລຍະເດືອນມິຖຸນາ 2025 ເຈົ້າໜ້າທີ່ລາວ ກໍຊ່ວຍເຫຼືອຍິງສາວລາວ ອາຍຸ 21 ປີ ທີ່ຖືກຫຼອກລວງ ໃຫ້ແຕ່ງງານກັບຊາວຕ່າງປະເທດ ນາຍໜ້າໄດ້ຈ່າຍຄ່າດອງ 150 ລ້ານກີບ ແລະ ເມື່ອຜູ້ເສຍຫາຍປ່ຽນໃຈ ເເຕ່ກໍຖືກຂົ່ມຂູ່ໃຫ້ຄືນເງິນ 190 ລ້ານກີບ ພ້ອມຄຳ 2 ບາດ. ເຊິ່ງເຈົ້າໜ້າທີ່ໄດ້ກັກຕົວຜູ້ຕ້ອງສົງໄສໄດ້ 8 ຄົນ ໃນນັ້ນເປັນຄົນຕ່າງປະເທດ 6 ຄົນ.

ທີ່ຜ່ານມາວິທຍຸເອເຊຍເສຮີ ໄດ້ເຄີຍລາຍງານວ່າ ມີແມ່ຍິງລາວຫຼາຍຄົນຖືກຕົວະໃຫ້ໄປແຕ່ງດອງກັບຄົນຈີນ ມີຜູ້ເສຍຫາຍຫຼາຍຄົນເຊື່ອວ່າ ຈະໄດ້ຊີວິດໃໝ່ແຕ່ເມື່ອໄປຮອດປາຍທາງ ກັບຖືກຂາຍຕໍ່, ຖືກກັກຂັງ ແລະ ຖືກຂູດຮີດ ໂດຍບໍ່ໄດ້ຮັບສິດ ຫຼື ຄ່າຕອບແທນຕາມສັນຍາໃນການເເຕ່ງດອງ.

ສຳລັບ ຄອບຄົວຂອງແມ່ຍິງລາວບາງລາຍ ໄດ້ຮັບເງິນພຽງປະມານ 30,000 ຢວນ ຫຼື ປະມານ 4,150 ໂດລາສະຫະລັດ ຂະນະທີ່ນາຍໜ້າກັບໄດ້ຮັບຜົນປະໂຫຍດສູງເຖິງ 200,000 ຢວນ ຫຼື ປະມານ 27,500 ໂດລາສະຫະລັດ.

ໃນໄລຍະປີ 2021-2025 ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ລະບຸວ່າມີຄະດີການເເຕ່ງດອງກັບຊາວຕ່າງຊາດເດ່ນທີ່ສຸດ. ເເລະພົບຄະດີຄ້າມະນຸດ 170 ກວ່າເລື່ອງສາມາດຊ່ວຍເຫຼືອຜູ້ເສຍຫາຍໄດ້ 370 ກວ່າຄົນ ໃນນີ້ເປັນເດັກນ້ອຍອາຍຸຕ່ຳກວ່າ 18 ປີ ຈຳນວນ 250 ກວ່າຄົນ. ບັນຫານີ້ຖືວ່າຍັງນ່າເປັນຫ່ວງຫຼາຍ.