ການສົ່ງແຮ່ທາດ ປະເພດແຮ່ດິບ ທີ່ບໍ່ຜ່ານການປຸງແຕ່ງ ຈາກລາວໄປຈີນ ມີການແຈ້ງລາຍຮັບ ແລະປະລິມານແຮ່ທາດ ບໍ່ກົງກັບຄວາມເປັນຈິງ ເຮັດໃຫ້ປະເທດລາວ ເກັບລາຍຮັບເຂົ້າງົບປະມານບໍ່ໄດ້ຕາມແຜນ ແລະເສຍຜົນປະໂຫຍດຢ່າງມະຫາສານໃນແຕ່ລະປີ.
ຕາມລາຍງານຂອງລັດຖະບານລາວ ປີ 2025 ຜ່ານມາ ມູນຄ່າການສົ່ງອອກແຮ່ທາດໄປຈີນ ມີມູນຄ່າປະມານ 1.1 ຫາ 1.3 ຕື້ໂດລາສະຫະລັດ ແຕ່ລັດຖະບານ ບໍ່ໄດ້ເປິດເຜຍຈຳນວນແຮ່ທາດ ທີ່ສົ່ງອອກໄປຈີນແທ້ໆ ວ່າມີເທົ່າໃດແທ້ ແຕ່ຄາດໝາຍ ລາຍຮັບແທ້ຈິງ ອາດສູງເຖິງ 3 ຕື້ໂດລາ.
ທ່ານ ວິໄລວົງ ບຸດດາຄຳ ຮອງປະທານຄະນະປະຈໍາ ສະພາແຫ່ງຊາດ ກ່າວຢູ່ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ 10 ໃນວັນທີ 6 ກໍລະກົດ 2026 ນີ້ວ່າ ລັດຖະບານລາວ ຕ້ອງເຂັ້ມງວດໃນການກວດກາ ແລະບໍ່ຄວນອະນຸຍາດໃຫ້ບໍລິສັດ ທີ່ບໍ່ໄດ້ຄຸນນະພາບ ແລະມາດຕະຖານ ເຂົ້າມາລົງທຶນດ້ານແຮ່ທາດໃນລາວ.
ທ່ານ ວິໄລວົງ ບຸດດາຄຳ ຮອງປະທານຄະນະປະຈໍາ ສະພາແຫ່ງຊາດໄດ້ກ່າວວ່າ: ການຂຸດຄົ້ນ ແລະປຸງແຕ່ງແຮ່ທາດ ການອະນຸມັດໂຄງການ ຊອກຄົ້ນ ສຳຫຼວດແຮ່ທາດ ຜ່ານມາ ແມ່ນມີຈຳນວນຫຼາຍໂຄງການ ທີ່ອະນຸມັດຢູ່ຂັ້ນສູນກາງ ແລະທ້ອງຖິ່ນ ແຕ່ການເກັບລາຍຮັບງົບປະມານ ຍັງປະຕິບັດໄດ້ບໍ່ສົມຄູ່ ການສົ່ງອອກສ່ວນໃຫຍ່ ເປັນວັດຖຸດິບ ຫຼື ແຮ່ທາດເຂັ້ມຂຸ້ນ ເຮັດໃຫ້ມີຊ່ອງວ່າງ ການແຈ້ງປະເພດແຮ່ ແລະປະລິມານແຮ່ ບໍ່ກົງກັບໂຕຈິງ.
ແຮ່ດິບ ປະເພດ ຄຳ ທອງແດງ ແລະເງິນ ຖືເປັນແຮ່ທາດ ທີ່ມີການຂຸດຄົ້ນ ແລະສົ່ງອອກໄປຈີນ ຫຼາຍທີ່ສຸດໃນລາວ ແຕ່ຜ່ານມາ ບໍ່ມີການກວດກາລະອຽດວ່າ ໄດ້ລັກລອບສົ່ງໄປຈີນຫຼາຍ-ນ້ອຍເທົ່າໃດແລ້ວ ແລະມີເຈົ້າໜ້າທີ່ພາກສ່ວນໃດແດ່ ກ່ຽວຂ້ອງກັບຂະບວນການນີ້.
ສູນຂ່າວພະລັງງານ ແລະ ບໍ່ແຮ່ ຍອມຮັບວ່າ ລັດຖະບານລາວ ໄດ້ອະນຸມັດໂຄງການລົງທຶນດ້ານແຮ່ທາດທັງໝົດ ເກືອບ 1,000 ໂຄງການ ແຕ່ໂຄງການທີ່ໄດ້ຮັບການຢັ້ງຢືນ ດ້ານຄຸນນະພາບ ແລະ ມາດຕະຖານ ມີພຽງ 93 ໂຄງການເທົ່ານັ້ນ.
