ເຂດພິເສດ ສາມຫຼ່ຽມຄຳ ເປີດຮັບສມັກຄົນງານ ຫຼາຍຕຳແໜ່ງ ຍົກເວັ້ນຕອບແຊັດ

ສຸພັດຕາ
2023.05.31
ເຂດພິເສດ ສາມຫຼ່ຽມຄຳ ເປີດຮັບສມັກຄົນງານ ຫຼາຍຕຳແໜ່ງ ຍົກເວັ້ນຕອບແຊັດ ພິທີເປີດຮັບສມັກຄົນງານ ຄັ້ງທີ່ 1 ປະຈຳປີ 2023 ທີ່ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ. ວັນທີ 27 ພຶສພາ 2023.
ຂໍຂອບໃຈຮູບພາບ ຈາກເພຈ GTSEZ Lao

ວັນທີ 27-28 ພຶສພາ 2023 ທີ່ຜ່ານມາ ທາງການເຂດເສຖກິຈ ພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ໄດ້ເປີດຕລາດແຮງງານ ຄັ້ງທໍາອິດ ຊຶ່ງຕ້ອງການຄົນງານ ທັງໝົດ ປະມານ 1,000 ຄົນ ເພື່ອເຮັດວຽກ ກັບ ກຸ່ມບໍຣິສັດດອກງິ້ວຄໍາ ແລະບໍຣິສັດອື່ນໆ ແລະປະກົດວ່າ ມີຄົນລາວ ແລະ ຄົນພະມ້າ ທີ່ອາສັຍຢູ່ໃນ ແລະນອກເຂດເສຖກິຈ ພິເສດ ສາມຫຼ່ຽມຄໍາ ທັງຜູ້ວ່າງງານ ແລະຜູ້ຢາກປ່ຽນວຽກ ຮວມທັງໝົດຫຼາຍຮ້ອຍຄົນ ເດີນທາງໄປສມັກວຽກ, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ຫ້ອງການຄຸ້ມຄອງ ແລະກວດກາ ຕິດຕາມແຮງງານ ຢູ່ເຂດເສຖກິຈ ພິເສດ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 31 ພຶສພາ ນີ້ວ່າ:

“ສມັກວຽກຄັ້ງນີ້ ມັນກໍຈະເປັນການສມັກວຽກ ຄັ້ງແລກ ຂອງສາມຫຼ່ຽມຄໍາ ທີ່ເປີດບູ໊ດ ໃຫ້ແຕ່ລະບໍຣິສັດ ຫຼືວ່າ ແຕ່ລະຫ້າງຮ້ານຫັ້ນນ່າ ທີ່ແບບວ່າ ຕ້ອງການພະນັກງານ ຄົນມາຫຼາຍ ຫຼາຍຢູ່ ສ່ວນຫຼາຍກໍເປັນພະມ້າ ຄົນລາວ ແຕ່ໃນການສມັກວຽກກໍ ຖືວ່າ ເຂົາເຈົ້າຈະສມັກ ຫຼືວ່າ ເຊັນສັນຍາຕົກລົງກັນເລີຍ ຢູ່ໃນຂໍ້ຕົກລົງ ໂອເຄ ພໍໃຈ ເງື່ອນໄຂໂຕທີ່ວ່າເຮົາຈະມາເຮັດວຽກນໍາກັນ ມັນເປັນຈັ່ງຊີ້ ເງິນເດືອນສໍ່ານີ້ ແລ້ວນະໂຍບາຍຫຍັງແດ່ ກໍຄື ຕົກລົງກັນເລີຍ ແລ້ວກໍເຮັດວຽກເລີຍ.”

ດ້ານຊາວລາວ ທີ່ວ່າງງານ ແລ້ວໄປສມັກວຽກ ຢູ່ເຂດເສຖກິຈ ພິເສດ ສາມຫຼ່ຽມຄໍາ ຜູ້ທີ່ 1 ກ່າວວ່າ ມື້ທີ່ໄປເຂົ້າແຖວສມັກວຽກນັ້ນ ມີຫຼາຍຕໍາແໜ່ງງານ ທີ່ເປີດຮັບສມັກ ສະເພາະໂຕເອງ ເລືອກສມັກງານ ຂອງໂຮງຮຽນປະຖົມດອກງິ້ວຄໍາ ຊຶ່ງເປັນຕໍາແໜ່ງ ພະນັກງານທໍາຄວາມສະອາດ ແລະໄດ້ສໍາພາດ ໃນມື້ສມັກງານເລີຍ.

ສ່ວນວ່າ ຕໍາແໜ່ງພະນັກງານ ຕອບແຊັດ ບໍ່ເຫັນເປີດຮັບສມັກ, ຫາກມີເປີດຮັບສມັກແທ້ ໜ້າຈະເອົາແຕ່ຄົນທີ່ໄດ້ພາສາຈີນ, ພາສາອັງກິດ ແລະພາສາວຽດນາມ ເນື່ອງຈາກພາສາລາວ ແລະພາສາໄທຍ ບໍ່ເປັນທີ່ຕ້ອງການແລ້ວ ຍ້ອນຄົນໄທຍ ແລະ ຄົນລາວ ຮູ້ເທົ່າທັນການຕົ້ມຕຸ໋ນແລ້ວ.

ດັ່ງຊາວລາວ ທີ່ວ່າງງານ ແລ້ວໄປສມັກວຽກ ຢູ່ເຂດເສຖກິຈ ພິເສດ ສາມຫຼ່ຽມຄໍາ ຜູ້ທີ່ 1 ກ່າວໃນມື້ດຽວກັນນີ້ວ່າ:

“ຈະເປັນພະນັກງານຂອງໂຮງຮຽນ ແບບພະນັກງານທໍາຄວາມສະອາດ ເພາະວ່າ ໂຮງຮຽນຍັງບໍ່ເປີດເທື່ອ ເດືອນ 9 ພຸ້ນຈັ່ງເປີດ, ມັນຄົນວ່າງງານຫຼາຍຫັ້ນນ່າ ເຂົາເລີຍຊິງກັນໄປສມັກ, ໂອ້ ຕອບແຊັດນີ້ ເຮົາບໍ່ແນະນໍາ ເພາະວ່າ ມັນດຽວນີ້ ຄັນວ່າຊິຕອບແທ້ໆນີ້ ມັນຕ້ອງພາສາຈີນ, ກັບພາສາອັງກິດ, ພາສາວຽດ ມີຫຍັງບໍ, ລາວ-ໄທຍ ເຂົາເຣີ່ມຈັບທຣິກ, ຈັບອັນນັ້ນໄດ້ແລ້ວ ເຂົາຮູ້ວ່າເຟສປອມ ແບບຊວນລົງທຶນ ແມ່ນຫຍັງຊີ້ນ່າ.”

ຂະນະທີ່ ຊາວລາວທີ່ວ່າງງານ ແລ້ວໄປສມັກວຽກ ຢູ່ເຂດເສຖກິຈ ພິເສດ ສາມຫຼ່ຽມຄໍາ ຜູ້ທີ່ 2 ກ່າວວ່າ ມື້ທີ່ໂຕເອງໄປສມັກວຽກນັ້ນ ຈະພົບເຫັນຊາວພະມ້າ ຈໍານວນຫຼາຍກວ່າຄົນລາວ ເຂົ້າມາສມັກວຽກ ເນື່ອງຈາກຊາວພະມ້າ ອາສັຍຢູ່ໃນເຂດເສຖກິຈ ພິເສດ ສາມຫຼ່ຽມຄໍາ ມີຈໍານວນຫຼາຍ ແລະສ່ວນໃຫຍ່ວ່າງວຽກ ຈຶ່ງພາກັນມາຫາເງິນຫາຄໍາ ພາຍຫຼັງຊາວພະມ້າເດີນທາງ ເຂົ້າປະເທດລາວ ຍ້ອນໜີເສິກສົງຄາມ ການຕໍ່ສູ້ຂອງທະຫານ ແລະຣັຖບານພະມ້າ ມາຫາວຽກເຮັດຢູ່ລາວ.

ສ່ວນໃຫຍ່ ຊາວພະມ້າ ກໍຈະສມັກວຽກ ຕໍາແໜ່ງທີ່ບໍ່ໄດ້ໃຊ້ ທັກສະຄວາມສາມາດ ຫຼາຍ ເປັນຕົ້ນ ຄົນສົ່ງອາຫານ, ແມ່ບ້ານ, ຜູ້ຊ່ອຍແມ່ຄົວ, ພະນັກງານລ້າງຖ້ວຍ, ພະນັກງານເສີບອາຫານ.

ດັ່ັງຊາວລາວ ທີ່ວ່າງວຽກ ແລ້ວໄປສມັກວຽກ ຢູ່ເຂດເສຖກິຈ ພິເສດ ສາມຫຼ່ຽມຄໍາ ຜູ້ທີ່ 2 ກ່າວໃນມື້ດຽວກັນນີ້ວ່າ:

“ພະມ້າສ່ວນຫຼາຍມັນເຮັດ ຄ່າແຮງງານມັນຖືກ ຄົນພະມ້າຫຼາຍກວ່າ ພະມ້າ ມັນຈະຖືກກວ່າຄົນລາວ ເພາະວ່າຄົນວ່າງ ຢູ່ໃນຫັ້ນມີຫຼາຍ ຄົນພະມ້ານ່າ ມັນເຟີ້ແລ້ວ ມາເພີ່ມກໍມີ ເພາະວ່າ ປະເທດເຂົາເຈົ້າ ມີບັນຫາ ເຣື່ອງທະຫານແມ່ນຫຍັງ ມັນຫາກິນຍາກ.”

ເຖິງຈະມີຄົນສົນໃຈ ເຂົ້າເຮັດວຽກຢູ່ເຂດເສຖກິຈ ພິເສດ ສາມຫຼ່ຽມຄໍາ ໃນຂະນະດຽວກັນ ກໍມີຄົນລາວອອກມາແຈ້ງເຕືອນ ໃຫ້ຜູ້ວ່າງວຽກ ຫຼືຢາກເຂົ້າເຮັດວຽກໃນເຂດດັ່ງກ່າວ ລະວັງໂຕເອງ ຈະຕົກເປັນເຫຍື່ອການຄ້າມະນຸດ ຫຼື ຖືກຕົວະຕົ້ມ ແລະເປັນທາດຂອງຄົນຈີນ.

ຂະນະທີ່ ຊາວລາວຄົນນຶ່ງ ທີ່ວ່າງວຽກ ແຕ່ບໍ່ໄດ້ໄປສມັກວຽກ ຢູ່ເຂດເສຖກິຈ ພິເສດ ສາມຫຼ່ຽມຄໍາ ກໍກ່າວວ່າ ໂຕເອງເຫັນຂ່າວ ທີ່ເຂດເສຖກິຈ ພິເສດ ສາມຫຼ່ຽມຄໍາ ຮັບສມັກວຽກຫຼາຍຕໍາແໜ່ງແລ້ວ ແຕ່ບໍ່ໄດ້ສົນໃຈ ຍ້ອນໄດ້ຍິນຂ່າວ ຫຼາຍຊ່ອງທາງວ່າ ເປັນເຂດເຖື່ອນ ຈຶ່ງລໍຖ້າວຽກພາຍໃນ ນະຄອນຫຼວງວຽງຈັນ ມີຕໍາແໜ່ງວ່າງ ຕຣົງກັບຄວາມສາມາດ ຂອງໂຕເອງຈະດີກວ່າ.

ດັ່ງຍານາງ ກ່າວໃນມື້ດຽວກັນນີ້ວ່າ:

“ໂອ້ ໄດ້ຍິນຂ່າວ ບໍ່ຢາກດີປານໃດ ກໍເຫັນເຂົາເຈົ້າ ຢູ່ຫັ້ນບໍ່ຄ່ອຍດີປານໃດ ກໍເລີຍວ່າ ໜ້າຈະບໍ່ຢາກໄປຫັ້ນນ່າ ເຫັນເຂົາເຈົ້າວ່າ ຢູ່ແຖວຫັ້ນເຖື່ອນບໍ ອິຫຍັງຈັ່ງຊີ້ນ່າ.”

ການປະກາດຮັບສມັກ ຄົນງານ ຢູ່ເຂດເສຖກິຈ ພິເສດ ສາມຫຼ່ຽມຄໍາ ເທື່ອນີ້ ຖືວ່າ ປະຕິບັດຕາມກົດໝາຍ ຄື ຈະບໍ່ໄດ້ມີການຕົວະຕົ້ມ ຫຼື ຈະເຮັດໃຫ້ຄົນງານຖືກຄ້າມະນຸດ ຈະບອກຣາຍລະອຽດ ເງິນເດືອນ ເງື່ອນໄຂ ນະໂຍບາຍໃຫ້ກັບຜູ້ສມັກວຽກ ຢ່າງຈະແຈ້ງ ນອກຈາກນີ້ ວຽກຜິດກົດໝາຍ ເປັນຕົ້ນ ວຽກຕອບແຊັດ ຈະບໍ່ມີໃນການຮັບສມັກໃນຄັ້ງນີ້.

ດັ່ງເຈົ້າໜ້າທີ່ ຫ້ອງການຄຸ້ມຄອງ ແລະກວດກາຕິດຕາມແຮງງານ ຢູ່ເຂດເສຖກິຈ ພິເສດ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ຜູ້ດຽວກັນກັບຂ້າງເທິງ ກ່າວວ່າ:

“ການທີ່ເປີດຮັບສມັກວຽກຄັ້ງນີ້ ມັນເປັນການທີ່ວ່າ ຄື ຂໍ້ຕົກລົງ ຄື ແບບເປັນຄັ້ງແລກ ທີ່ໃຫ້ບໍຣິສັດ ຫ້າງຮ້ານ ທີ່ໄປເປີດຮັບສມັກແຮງງານ ແບບຖືກຕ້ອງຕາມກົດໝາຍ ລະກະຮັບຮອງມາເລີຍ ຄື ແບບເຮົາໄປຈົດຣາຍລະອຽດຢູ່ຫັ້ນເລີຍຫັ້ນນ່າ ກໍຄືຊິບໍ່ມີບັນຫາຫຍັງ ຈະມີຮ້ານອາຫານ ຮ້ານບັນເທີງ ຊ່າງໄຟຟ້າບໍ ເປັນອັນນ່າສ້ອມແປງ ເປັນຫຼາຍໆຂແນງ ແຕ່ວ່າ ວຽກທີ່ຜິດກົດໝາຍ ຫຼື ວຽກທີ່ຕອບແຊັດນີ້ ບໍ່ມີ.”

ທ່ານກ່າວຕື່ມວ່າ ພາຍຫຼັງທີ່ເປີດຮັບສມັກ ຄົນງານສໍາເຣັດ ກໍຍັງມີບາງຂແນງ ທີ່ບໍ່ມີໃຜເໝາະສົມໃນການເຮັດວຽກ ເປັນຕົ້ນ ຕໍາແໜ່ງເຈົ້າໜ້າທີ່ກົດໝາຍ ສ່ວນຕໍາແໜ່ງທັມມະດາ ໃນຂແນງການໂຮງແຮມ, ຮ້ານອາຫານ, ສນາມກ໊ອປ ປະຊາຊົນລາວ ຫຼືປະຊາຊົນຕ່າງປະເທດ ກໍໄດ້ສມັກຫຼາຍແລ້ວ.

ປັດຈຸບັນ ຢູ່ພາຍໃນເຂດເສຖກິຈ ພິເສດ ສາມຫຼ່ຽມຄໍາ ມີຄົນງານປະມານ 50 ພັນກວ່າຄົນ ແລະມີທ່າອຽງເພີ່ມຂຶ້ນທຸກໆມື້. ຄົນງານທີ່ເຂົ້າມາເຮັດວຽກຢູ່ໃນເຂດ ເພີ່ມຂຶ້ນປະມານ 1,000 ຄົນ/ເດືອນ, ອີງຕາມຂໍ້ມູນ ຂອງທ່ານ ຄໍາສະແຫວງ ວິໄລພົງ, ຮອງຫົວໜ້າ ຄະນະຄຸ້ມຄອງ ເຂດເສຖກິຈ ພິເສດ ສາມຫຼ່ຽມຄໍາ ກ່າວໃນພິທີຮັບສມັກແຮງງານ ຂອງເຂດເສຖກິຈ ພິເສດ ສາມຫຼ່ຽມຄໍາ ຄັ້ງທໍາອິດ ໃນມື້ວັນທີ 27 ພຶສພາ ທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.