ອະຫິວາໝູອາຟຣິກາລະບາດໜັກໃນລາວ ເບື້ອງຕົ້ນພົບ 7 ແຂວງ ມີໝູຕາຍ ເເລະຖືກທຳລາຍຫຼາຍກວ່າ 11,000 ໂຕ.
ສະຖານະການພະຍາດອະຫິວາໝູອາຟຣິກາ ໃນລາວ ຫຼາຍເເຂວງເຝົ້າລະວັງຍ່າງເຂ້ມງວດຫຼັງພົບການລະບາດໃນຫຼາຍພື້ນທີ່.
ຂໍ້ມູນຂອງທາງການໄດ້ ລາຍງານເບື້ອງຕົ້ນວ່າ ພົບການລະບາດແລ້ວ 5 ແຂວງ 13 ເມືອງ 81 ບ້ານ ແລະມີໝູຕາຍ ແລະຖືກທຳລາຍລວມກວ່າ 11,000 ໂຕ.
ໃນນີ້ ມີ ເເຂວງໄຊຍະບູລີ, ຫັວພັນ ,ຜົ້ງສາລີ , ໄຊສົມບູນ ເເລະ ນະຄອນຫລວງວຽງຈັນ ແລະ ຍັງພົບອີກວ່າ ມີການລະບາດເພິ່ມ 2 ເເຂວງຄືຫລວງພະບາງ, ອຸດົມໄຊ ລວມເບື້ອງຕ້ນ 7 ເເຂວງ.
ທາງການລາວໄດ້ເລັ່ງຈຳກັດການເຄື່ອນຍ້າຍໝູ ທັງພາຍໃນແຂວງ, ຕ່າງແຂວງ ແລະຂ້າມປະເທດ ພ້ອມສົ່ງຕົວຢ່າງໄປກວດວິໄຈ ແລະກຳຊັບໂຮງຂ້າສັດບໍ່ໃຫ້ນຳໝູທີ່ຕາຍ ຫຼືມີອາການສົງໄສມາຄົວ.
ນອກຈາກນີ້ ພື້ນທີ່ໃກ້ຄຽງຍັງເລັ່ງປ້ອງກັນ ຈາກສະຖານະການລະບາດ ບໍ່ວ່າຈະເປັນນະຄອນຫຼວງວຽງຈັນ ເເຂວງຈຳປາສັກລວມເຖິງ ເມືອງລະຄອນເພັງ ແຂວງສາລະວັນ ທີ່ໄດ້ອອກແຈ້ງການເຝົ້າລະວັງ ແລະຄວບຄຸມພະຍາດ ໂດຍຫ້າມນຳເຂົ້າຊີ້ນໝູ ແລະໝູເປັນໂຕຈາກພື້ນທີ່ສ່ຽງ ພ້ອມຫ້າມນຳໝູເຂົ້າມາລ້ຽງ ຫຼືນຳມາຂາຍໃນພື້ນທີ່.
ມາດຕະການນີ້ຍັງຄອບຄຸມເຖິງການກວດກາການຊື້-ຂາຍໝູ ແລະການຂ້າສັດ ພ້ອມຈັດຕັ້ງຄະນະຮັບຜິດຊອບສະເພາະ ເພື່ອປະສານງານຄວບຄຸມການລະບາດ.
ຂະນະດຽວກັນໄດ້ສົ່ງຜົນຕໍ່ຜູ້ປະກອບການ ແລະພໍ່ຄ້າຊາວຂາຍເເລ້ວ ເຊິ່ງມີລາຍງານວ່າ ຕະຫຼາດຫຼາຍແຫ່ງໃນນະຄອນຫຼວງວຽງຈັນ ຊີ້ນໝູເລີ່ມຫາຊື້ຍາກ ແລະບາງແຫ່ງບໍ່ມີຊີ້ນໝູຂາຍ.
ບັນຫານີ້ພາກສ່ວນກະສິກຳໄດ້ເນັ້ນ ໃຫ້ຜູ້ລ້ຽງໝູເພີ່ມມາດຕະການຊີວະພາບ ເຊັ່ນ ຈຳກັດຄົນເຂົ້າ-ອອກຟາມ, ສີດຢາຂ້າເຊື້ອ, ບໍ່ນຳໝູຈາກພື້ນທີ່ສ່ຽງເຂົ້າມາລ້ຽງ ແລະຫາກພົບວ່າມີໝູປ່ວຍ ຫຼືຕາຍຜິດປົກກະຕິ ໃຫ້ຮີບແຈ້ງເຈົ້າໜ້າທີ່.
