ໂຄງການກໍ່ສ້າງທາງດ່ວນ ລາວຈີນ ຕອນເໜືອ

0:00 / 0:00

ໂຄງການກໍ່ສ້າງທາງດ່ວນ ລາວ-ຈີນ ຕອນເໜືອ ໄລຍະ 2 ຈາກ ເມືອງວັງວຽງ ແຂວງວຽງຈັນ ຫາ ແຂວງຫຼວງພຣະບາງ, ໄລຍະ ທີ 3 ຈາກແຂວງຫຼວງພຣະບາງ ຫາ ແຂວງອຸດົມໄຊ ແລະ ໄລຍະ ທີ 4 ຈາກ ແຂວງອຸດົມໄຊ ຫາ ເຂດບໍ່ເຕັນ ຊາຍແດນລາວ-ຈີນ ແຂວງຫຼວງນໍ້າທາ ໄດ້ສຳເຣັດການສຳຣວດ ແລະ ອອກແບບແລ້ວ ຮວມເຖິງໄດ້ສຳເຣັດ ການປະເມີນ ຜົລກະທົບໃນເບື້ອງຕົ້ນ ເຊິ່ງ ຄາດວ່າຈະໃຊ້ເວລາ 10 ປີຈຶ່ງຈະສຳເຣັດ ອີງຕາມການຣາຍງານຂອງ ທ່ານ ທ່າວຈຸນ ຮອງຜູ້ອຳນວຍການ ບໍຣິສັດຮ່ວມທຶນພັທນາ ທາງດ່ວນລາວ-ຈີນ ຕໍ່ ວິທຍຸສາກົລ ແຫ່ງ ປະເທດຈີນ (CRI) ວັນທີ 22 ມິຖຸນາ ທີ່ ຜ່ານມານີ້.

ກ່ຽວກັບເຣື່ອງນີ້ເຈົ້າໜ້າທີ່ຜແນກໂຍທາທິການ ແລະຂົນສົ່ງ ແຂວງຫຼວງພຣະບາງ ທ່ານນຶ່ງກ່າວວ່າສຳລັບການກໍ່ສ້າງເສັ້ນທາງດ່ວນ ດັ່ງກ່າວ ໃນແຂວງຫຼວງພຣະບາງ ຈະຜ່ານທັງໝົດ 1 ນະຄອນ ແລະ ອີກ 2 ເມືອງ ຄື; ນະຄອນຫຼວງພຣະບາງ, ເມືອງນານ ແລະ ເມືອງປາກອູ ເຊິ່ງຈະຖືກຜົລກະທົບ ຕໍ່ທີ່ດິນ ຂອງປະຊາຊົນ ເປັນບາງສ່ວນ ແຕ່ຍັງບໍ່ສາມາດຣະບຸ ຈຳນວນຄອບຄົວ ທີ່ຄັກແນ່ໄດ້ ເທື່ອ. ດັ່ງທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 25 ມິຖຸນາ ວ່າ.

"ມັນມີ 2 ເມືອງ ກັບ 1 ນະຄອນ ເມືອງນານ, ນະຄອນຫຼວງພຣະບາງ ກັບເມືອງປາກອູ ກາມິດິນເປົ່າຫວ່າງ ຈຳນວນນຶ່ງເນາະ ດິນຕິດພູດອຍ ທີ່ວ່າບໍ່ມີເຈົ້າຂອງຫັ້ນນ່າ ຜ່ານດິນ ປະຊາຊົນກາຖືວ່າ ເຣື່ອງການຊດເຊີຍ ກາບໍ່ມີບັນຫາ."

ທ່ານໄດ້ກ່າວຕື່ມວ່າ ສະເພາະການກໍ່ສ້າງທາງດ່ວນ ຢູ່ເຂດແຂວງຫຼວງພຣະບາງ ຄິດວ່າພາກສ່ວນທີ່ກ່ຽວຂ້ອງ ອາດຈະບໍ່ທັນໄດ້ ລົງມືກໍ່ສ້າງໃນປີນີ້. ເນື່ອງຈາກຍັງຢູ່ໃນຣະຫວ່າງ ການປະຕິບັດມາຕການ ເຝົ້າຣະວັງການແຜ່ຣະບາດຂອງ ໂຄວິດ-19 ເຊິ່ງຄາດ ວ່າອາດຈະເຣີ່ມກໍ່ສ້າງໃນປີໜ້າ ພ້ອມທັງມີການໄກ່ເກັ່ຽ ດ້ານຊົດເຊີຍທີ່ດິນ ກັບປະຊາຊົນ, ອາດຈະມີ ການເຈາະອຸໂມງ ຫຼາຍແຫ່ງ ເນື່ອງຈາກເສັ້ນທາງຈາກ ຫຼວງພຣະບາງໄປຫາ ແຂວງອຸດົມໄຊ ນັ້ນຕ້ອງຜ່ານພູຫຼາຍໜ່ວຍ.

ໃນຂນະດຽວກັນ ວິທຍຸເອເຊັຽເສຣີ ກໍໄດ້ພຍາຍາມຕິດຕໍ່ ຫາຜແນກໂຍທາທິການແລະຂົນສົ່ງ ແຂວງອຸດົມໄຊ ເພື່ອຖາມຄວາມຄືບໜ້າ ກ່ຽວກັບການກະຕຽມ ກໍ່ສ້າງທາງດ່ວນລາວ-ຈີນ ໃນເຂດແຂວງອຸດົມໄຊ ແຕ່ເຈົ້າໜ້າທີ່ຜູ້ຮັບຜິດຊອບ ວຽກງານດັ່ງກ່າວຍັງບໍ່ສະດວກ ທີ່ຈະໃຫ້ຂໍ້ມູນ ເທື່ອ.

ແຕ່ນັກທຸຣະກິດ ຢູ່ແຂວງອຸດົມໄຊ ທ່ານນຶ່ງກ່າວວ່າ ຕາມທີ່ຕົນຮູ້ໃນເບື້ອງຕົ້ນໂຄງການກໍ່ສ້າງ ທາງດ່ວນລາວ-ຈີນ ໃນແຂວງອຸດົມໄຊ ຈະສ້າງຂນານກັບເສັ້ນທາງຣົດໄຟລາວ-ຈີນ. ດັ່ງນັ້ນໂຄງການດັ່ງກ່າວ ຈະຕ້ອງຖືກດິນປະຊາຊົນ ຈຳນວນນຶ່ງຢ່າງແນ່ນອນ ແຕ່ຄິດວ່າ ຈະບໍ່ຫຼາຍ ຄືກັບໂຄງການ ສ້າງທາງຣົດໄຟ ລາວ-ຈີນ.

"ຫຼວງພຣະບາງ-ອຸດົມໄຊ ເຂົາເຊັນກັນແລ້ວເດ້ ມັນໄປຄູ່ຂນານກັບເສັ້ນທາງຣົດໄຟ ອາດຈະເປັນຂົວໃຫຍ່-ຂົວນ້ອຍ ຖືກແຕ່ວ່າບໍ່ຖືກ ຫຼາຍປານໃດແຫຼະດຽວນີ້ ຈະບໍ່ຖືກຫຼາຍປານໃດ ຖືກບ້ານປະຊາຊົນຫັ້ນນ່າ."

ຂນະທີ່ຊາວບ້ານ ຢູ່ແຂວງຫຼວງນໍ້າທາ ທ່ານນຶ່ງກ່າວວ່າ ຕົນເອງຍັງບໍ່ທັນຮູ້ຄັກແນ່ວ່າ ໂຄງການກໍ່ສ້າງທາງດ່ວນລາວ-ຈີນ ໃນໄລຍະ ຜ່ານມາແຂວງຫຼວງນໍ້າທາ ຈະຖືກດິນຂອງຕົນ ຄືກັບໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ກ່ອນໜ້ານີ້ ຫຼືບໍ່ຮູ້ພຽງແຕ່ວ່າມີການ ສຳຣວດ ແລະ ອອກແບບສຳເຣັດແລ້ວ.

"ໄດ້ຍິນຂ່າວຢູ່ສຳຣວດແລ້ວ ວ່າຊັ້ນດຽວນີ້ກຳລັງສິສ້າງ ທາງກາສີວັງວຽງ ມາຫາ ຫຼວງພຣະບາງ ກໍຈັ່ງວ່າເຂົາເອົາໄປທາງໃດ, ອ້າຍ ກະຍັງບໍ່ຮູ້ ຊິບໍ່ຖືກແລ້ວຕິ ດິນເຮົາຄັນເພິ່ນເຮັດ ກະດີແລ້ວ."

ແຕ່ເຖິງຢ່າງໃດກໍຕາມ ຊາວບ້ານຢູ່ແຂວງຫຼວງພຣະບາງ ທ່ານນຶ່ງກ່າວວ່າ ຄັນໂຄງການດັ່ງກ່າວ ກໍ່ສ້າງສຳເຣັດກໍຈະເປັນຜົລດີຕໍ່ ການເດີນທາງຈາກ ແຂວງຫຼວງພຣະບາງ ໄປແຂວງອື່ນໆ ເນື່ອງຈາກຈະໃຊ້ເວລາເດີນທາງ ນ້ອຍລົງ ແລະ ການເດີນທາງຕາມ ເສັ້ນທາງດ່ວນ ກໍຈະປອດພັຍກວ່າເສັ້ນທາງ ປົກກະຕິທີ່ມີໂຄ້ງຫຼາຍຈຸດ:

"ໂອ; ດີຫຼາຍຄັນແລ້ວກາຖືວ່າທາງ ກໍຈະສະດວກຂຶ້ນຫຼາຍ ເວລາກໍປະຢັດເວລາກາຈະຫຼຸດເນາະ ທາງໄປອຸດົມໄຊ ນີ້ກະຖືວ່າໄປ ສະບາຍຢູ່ແຕ່ວ່າທາງ ກາຖືວ່າທາງດີແລ້ວ ແຕ່ວ່າມັນ ຢາກມີແຕ່ໂຄ້ງທາງໂຄ້ງ."

ທາງດ້ານນັກທຸຣະກິຈ ຊື້ຂາຍທີ່ດິນ ຢູ່ແຂວງຫຼວງພຣະບາງ ທ່ານນຶ່ງກໍເຊື່ອວ່າ ໂຄງການສ້າງທາງດ່ວນ ລາວ-ຈີນ ທາງຕອນເໜືອ ນີ້ຈະເຮັດໃຫ້ທີ່ດິນໃກ້ກັບ ແລວທາງດ່ວນມີຣາຄາ ສູງຂຶ້ນຫຼາຍ ໃນອະນາຄົດຈົນອາດຈະສົ່ງຜົລກະທົບ ຕໍ່ຄົນລາວທົ່ວໄປ ເຊິ່ງອາດ ຈະບໍ່ມີທຶນພຽງພໍ ທີ່ຈະຊື້ທີ່ດິນຢູ່ເຂດດັ່ງກ່າວໄດ້ ບໍ່ຄືກັນກັບນັກລົງທຶນຈີນ.

"ຜົລເສັຽກາບ້ານເຮົານີ້ແຫຼະ ປະຊາຊົນນີ້ແຫຼະ ສ່ວນຫຼາຍ ຈີນນ່າເຂົ້າມາຊື້ດຽວນີ້, ດຽວນີ້ດິນຢູ່ພີ້ຣາຄາສູງຫຼາຍ ມີໂຄງການເຂົ້າມາ ຫຼາຍຫັ້ນນ່າທັງຣົດໄຟ ທາງດ່ວນ ຕາແມັດ 2,000 ບາດປາຍ ຫາ 3,000 ບາດ ໂຕທີ່ທຳເລ ບໍ່ດີກາ 1,000 ບາດປາຍ."

ສ່ວນນັກທຸຣະກິຈ ຊື້-ຂາຍທີ່ດິນ ຢູ່ເມືອງວັງວຽງແຂວງວຽງຈັນ ທ່ານນຶ່ງ ກ່ອນໜ້ານີ້ຕົນເອງກໍໄດ້ຍິນຂ່າວວ່າ ທາງພາກສ່ວນທີ່ ກ່ຽວຂ້ອງ ບໍ່ອະນຸຍາດໃຫ້ນັກທຶນ ມີການຊື້ຂາຍທີ່ດິນ ຂອງຊາວບ້ານ ທີ່ຢູ່ຕາມແລວ ໂຄງການກໍ່ສ້າງທາງດ່ວນ ລາວ-ຈີນ ໃນ ໄລຍະທີ 2 ນີ້ ແຕ່ຕົນເອງກໍຍັງເຫັນມີ ນັກລົງທຶນໄປຂໍຊື້ທີ່ດິນ ຈາກຊາວບ້ານຢູ່ ກ່ອນທີ່ຣາຄາຈະເພີ່ມສູງຫຼາຍ ໃນອະນາຄົດ.

"ຂະເຈົ້າຈະບໍ່ໃຫ້ນັກລົງທືນນ່າ ໄປຊື້ດິນຣັຖນ່າ ອັນໃດນີ້ນ່າກາຊິເຮັດໄປຕາມແລວ ແຕ່ຈັ່ງວ່າກາບໍ່ຮູ້ຄືຊິໄດ້ຢູ່ຕິ ຂະເຈົ້າກາຊື້ຂາຍຢູ່."

ໂຄງການກໍ່ສ້າງທາງດ່ວນ ລາວ-ຈີນ ຕັ້ງແຕ່ນະຄອນຫຼວງວຽງຈັນ ຜ່ານ ແຂວງວຽງຈັນ, ແຂວງຫຼວງພຣະບາງ, ແຂວງອຸດົມໄຊ ໄປສຸດຢູ່ເຂດບໍ່ເຕັນ ແຂວງຫຼວງນໍ້າທາ ມີຄວາມຍາວ ທັງໝົດ 440 ກິໂລແມັດ ຈະໃຊ້ງົບປະມານ ກໍ່ສ້າງຈຳນວນ 6 ຕື້ ໂດລາ ສະຫະຣັຖ. ໂດຍບໍຣິສັດຮ່ວມທຶນພັທນາ ທາງດ່ວນລາວ-ຈີນ ເປັນຜູ້ລົງທຶນ.

ປັຈຈຸບັນທາງດ່ວນດັ່ງກ່າວ ໄດ້ຖືກສ້າງສຳເຣັດ ແລະ ເປີດໃຊ້ແລ້ວໃນໄລຍະ ທີ 1 ຈາກ ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນ ໄລຍະທາງ 111 ກິໂລແມັດ, ອີງຕາມການຣາຍງານ ຂອງ ໜັງສືພີມວຽງຈັນທາມສ໌ ວັນທີ 24 ມິຖຸນາ 2021.