ແຂວງຫົວພັນ ຂາດເຂີນ ນໍ້າມັນເຊື້ອໄຟ
2024.04.30
ຫລາຍເມືອງ ຂອງແຂວງຫົວພັນ ກຳລັງປະສົບບັນຫາ ໃນການຫາຊື້ນໍ້າມັນເຊື້ອໄຟ ທຸກປະເພດ ຍ້ອນຂາດເຂີນນໍ້າມັນ ເປັນມື້ສອງມື້, ຂາດເປັນໄລຍະໆ, ອີງຕາມຄໍາເວົ້າຂອງປະຊາຊົນ ຢູ່ເມືອງຊໍາໃຕ້ຜູ້ນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 30 ເມສານີ້ວ່າ:
“ເອີ ແມ່ນແຫລະ ຂາດ ມັນຈະຂາດເບິດຫັ້ນນ່າ ແອັດຊັງມັນກໍຂາດ ສ່ວນຫລາຍແອັດຊັງຫລາຍກວ່າໝູ່ ກາຊັວນນີ້ກໍ ມັນກໍຂາດຄືກັນ ເອີ ແມ່ນແຫລະ ຂະເຈົ້າເອົາມາເປັນຊ້ວງ ເອົາມາຮອດນີ້ກໍເບິດໆ ເອົາມາອີກກໍມື້ອື່ນ 1 ພຶດສະພາ 2024 ກໍອາດຈະຂາດຄືກັນນີ້ນ່າ ລິດນຶ່ງແອັດຊັງທໍາມະດາ 25 ພັນປາຍ ມາທຸກມື້ຫັ້ນນ່າສ່ວນຫລາຍມັນກໍມາທຸກມື້ມາຮອດກໍເບິດໆ ສ່ວນຫລາຍມັນສິເປັນແບບນັ້ນຊີ້ນ່າ ໂອ້ ມັນກໍຫລາຍເດືອນແລ້ວ ສ່ວນຫລາຍມັນກໍເປັນແບບນີ້ຕະຫລອດຫັ້ນນ່າ ຊ້ວງຍຸກນີ້ຫັ້ນນ່າ ກໍມາຢູ່ມາຮອດກໍຄົນໃຊ້ຫລາຍ ມັນກໍເບິດ ຂາດມື້ 2 ມື້ ມັນມາອີກຫັ້ນນ່າ.”
ທ່ານກ່າວຕື່ມວ່າ ທົ່ວແຂວງຫົວພັນ ເປັນຕົ້້ນເມືອງຊໍາໃຕ້ ບໍ່ມີນໍ້າມັນພຽງພໍ, ບາງມື້ບໍ່ມີນໍ້າມັນຂາຍ, ມື້ມີຂາຍ ກໍຂາຍໃຫ້ແບບຈໍາກັດ, ບັນຫານີ້ ເກີດຂຶ້ນມາໄດ້ຫລາຍເດືອນແລ້ວ ເຮັດໃຫ້ປະຊາຊົນ ໄດ້ຮັບຄວາມຫຍຸ້ງຍາກ.
ປະຊາຊົນ ທີ່ຮັບຈ້າງຂົນສົ່ງ ແລະການກະສິກໍາ ປະສົບຄວາມຫຍຸ້ງຍາກຫລາຍ ຍ້ອນບໍ່ມີນໍ້າມັນໃຊ້ພຽງພໍ, ແລະລາຄານໍ້າມັນ ກໍຂຶ້ນນໍາເລື້ອຍໆ ດັ່ງຜູ້ຮັບຈ້າງຂົນເຄື່ອງຂອງ ພາຍໃນແຂວງຫົວພັນ ເວົ້າໃນມື້ດຽວກັນນີ້ວ່າ:
“ເອີ! ຍາມນີ້ບໍ່ໄດ້ໄປແລ້ວເດີ້ ແມ່ນ ນໍ້າມັນ ນໍ້າມັນຂາດຫລາຍ ກໍຕະຫລອດເລີຍ ກໍຂາດໄດ໋ ໂອ໋ ເປັນຊ້ວງນ່າ ເດືອນນຶ່ງກໍບໍ່ມາ ບາງເທື່ອນີ້ ໂຕນີ້ຂະເຈົ້າກໍຍັງຢາກຊື້ຢູ່ແຫລະ ໄດ້ຢູ່ ລາຄາກໍຍັງປົກກະຕິຫັ້ນແຫລະ ປຕ່ວ່າມັນໆຫາກວ່າຂ້ອນຂ້າງບໍ່ມີຈັ່ງຊີ້ນ່າ ບໍ່ມີນໍາມັນ ອັນໄດກໍຄືກັນ.”
ກະຊວງອຸດສາຫະກໍາ ແລະການຄ້າ ໄດ້ອອກແຈ້ງການ ປັບຂຶ້ນ-ປັບລົງລາຄານໍ້າມັນເຊື້ອໄຟທຸກປະເພດ ໃນເດືອນເມສານີ້ 4 ຄັ້ງ ຄືໃນມື້ວັນທີ 4, ວັນທີ 11, ວັນທີ 18 ແລະວັນທີ 25 ເມສາ. ປັດຈຸບັນ ຢູ່ແຂວງຫົວພັນ ລາຄານໍ້າມັນແອັດຊັງພິເສດ 34,040 ກີບຕໍ່ລິດ, ແອັດຊັງທໍາມະດາ 26,140 ກີບຕໍ່ລິດ, ນໍ້າມັນກາຊວນ 21,600 ກີບຕໍ່ລິດ.
ທີ່ຜ່ານມາ ປະຊາຊົນຢູ່ແຂວງຫົວພັນ ແລະແຂວງອື່ນໆ ເຄີຍປະເຊີນກັບການຂາດແຄນນໍ້າມັນ ຢ່າງຮຸນແຮງມາແລ້ວຄັ້ງນຶ່ງ ໃນໄລຍະໂຄວິດ-19 ລະບາດແຮງ ຍ້ອນຣັຖບານ ບໍ່ມີເງິນຕາຕ່າງປະເທດພຽງພໍ ທີ່ຈະຊື້ນໍ້າມັນເຂົ້າມາ ດັ່ງປະຊາຊົນຢູ່ເມືອງຊໍາໃຕ້ຜູ້ນຶ່ງເວົ້າວ່າ:
“ນໍ້າມັນຍັງມີຢູ່ກໍ໋ ຂາດນໍ້າມັນ ກໍທົ່ວເລີຍແຕ່ວ່າຊ້ວງນີ້ມື້ນີ້ 29 ເມສາ 2024 ກໍມີແລ້ວ ແມ່ນ ຕອນນີ້ມີປົກກະຕິແລ້ວ ນໍ້າມັນເປັນຊ້ວງໆ ແຕ່ຕອນນັ້ນພຸ້ນນ່າ ຕອນໂຄວິດ-19 ພຸ້ນນ່າທີ່ຍັງຂາດຫລາຍໆ ໂດຍ ມີນໍ້າມັນປົກກະຕິກໍບາງຊ້ວງກໍຂາດ ແລ້ວເຂົາກໍ ຂາດກໍບໍ່ດົນ ມື້ນຶ່ງ 2 ມື້ກໍມີແລ້ວກໍເດືອນນຶ່ງ 2 ເດືອນກໍເປັນຊີ້ນ່າ ກໍບໍ່ຮູ້.”
ເຈົ້າຂອງປໍ້ານໍ້າມັນ ຢູ່ແຂວງຫົວພັນນາງນຶ່ງ ເວົ້າວ່າ ໃນຊ່ວງນີ້ ມັນຂາດນໍ້າມັນ ມີບໍ່ພໍຂາຍ ແລະລາຄານໍ້າມັນ ແຕ່ລະປະເພດ 7 ວັນ ມັນຈະຂຶ້ນ ຈະລົງບໍ່ຄືກັນ ບາງເທື່ອກໍຂຶ້ນ-ລົງພ້ອມກັນ.
“ອໍ້... ນໍ້າມັນຊ້ວງນີ້ມັນຂາດ ແອັດຊັງກໍຂາດ ກາຊ້ວນກໍຂາດ ບໍ່ພໍຂາຍ ບໍ່ ມັນກໍ ມັນກໍບໍ່ສູ້ປົກກະຕິຫັ້ນນ່າ ບໍ່ສະດວກເນາະ ບາງເທື່ອນໍ້າມັນມັນກໍບໍ່ພໍຂາຍ ແມ່ນແຫລະ ທົ່ວແຂວງຫົວພັນນີ້ແຫລະ ຈະເຂົ້າມາທາງໄທ ມາທາງ...ແມ່ນແຫລະແລ້ວກໍມາທາງຫວຽດນາມແດ່ ມາທາງທັງ 2 ທາງ ບໍລິສັດເພິ່ນວ່າແລກເງິນຕາບໍ່ໄດ້ ທາງລັດຖະບານກໍອາດຈະບໍ່ຮູ້ເລື້ອງນີ້ ແຕ່ເພິ່ນວ່າ ຖ້າມີນໍ້າມັນສ່ວນໃດມາ ເຂົ້າມາໄດ້ຫັ້ນນ່າ ຊ້ວງທີ່ບໍ່ມີຫັ້ນນ່າ ກໍເອົາເຂົ້າມາໄດ້ ແຕ່ວ່າຕ້ອງເປັນນໍ້າມັນທີ່ສະອາດ ໄດ້ມາດຕະຖານຫັ້ນນ່າ ລາຄາກໍຍັງຄືເກົ່າ ແຕ່ວ່າ 7 ວັນມັນຈະມີການ ເຄື່ອນໄຫວ ບໍ່ຂຶ້ນກໍລົງ ບາງເທື່ອກໍແອັດຊັງຂຶ້ນ ກາຊວນລົງບາງເທື່ອກໍລົງທັງ 2 ບາງເທື່ອກໍຂຶ້ນທັງ 2.”
ສາເຫດທີ່ເຮັດໃຫ້ມີການຂາດແຄນນໍ້າມັນ ຢູ່ຫລາຍເມືອງ ຂອງແຂວງຫົວພັນທີ່ວ່ານີ້ ແມ່ນເປັນຍ້ອນການຂົນສົ່ງຫຍຸ້ງຍາກ ແລະເງິນຕາຕ່າງປະເທດ ທີ່ຈະຊື້ ນໍ້າມັນເຂົ້າມາ ບໍ່ພຽງພໍ ຊຶ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະສຽງທ່ານນຶ່ງເວົ້າວ່າ:
“ນໍ້າມັນຍັງຂາດ ບໍ່ພຽງພໍເປັນບາງຄັ້ງຄາວ ທັງນໍ້າມັນກາຊວນ ແລະນໍ້າມັນແອັດຊັງ, ຍ້ອນລົດຂົນນໍ້າມັນ ມາຮອດຍາກ ແລະບັນຫາການແລກ ປ່ຽນເງິນຕາ ກໍລໍາບາກ.”
ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ ລາຍງານໃນມື້ວັນທີ 23 ມັງກອນທີ່ຜ່ານມາວ່າ ໃນປີ 2023 ປະເທດລາວ ນໍານໍ້າມັນເຂົ້າມາທັງໝົດ 1,654 ລ້ານລິດ. ໃນຈໍານວນນີ້ ເປັນນໍ້າມັນກາຊວນ 1,259 ລ້ານລິດ, ນໍ້າມັນແອັດຊັງ 365 ລ້ານລິດ ແລະນໍ້າມັນປະເພດອື່ນໆ. ສະເລັ່ຍການໃຊ້ນໍ້າມັນ ແມ່ນ 135 ຫາ 140 ລ້ານລິດຕໍ່ເດືອນ. ໃນນັ້ນ ນໍ້າມັນແອັດຊັງ 30 ລ້ານລິດຕໍ່ເດືອນ ແລະນໍ້າມັນກາຊວນ 105 ລ້ານລິດຕໍ່ເດືອນ.
ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ ເວົ້າວ່າ ແຫ່ງທີ່ມາຂອງນໍ້າມັນເຊື້ອໄຟ ສ່ວນຫລາຍແມ່ນຈາກປະເທດໄທ ແລະວຽດນາມ ແລະວ່າ ທີ່ຜ່ານມາ ໂຮງກັ່ນນໍ້າມັນສໍາຄັນ ຢູ່ປະເທດເພື່ອນບ້ານ ທີ່ສະໜອງນໍ້າມັນໃຫ້ລາວ ໄດ້ປິດການຜະລິດຈໍານວນນຶ່ງ ແບບກະທັນຫັນ ເຮັດໃຫ້ລາວ ນໍານໍ້າມັນເຂົ້າມາຫລຸດລົງ ແລະລາຄານໍ້າມັນໄດ້ເພີ່ມສູງຂຶ້ນ.