ເງິນກີບເຟີ້ ສົ່ງຜົລໃຫ້ ເຄື່ອງອຸປໂພກ-ບໍຣິໂພກ ແພງຢ່າງຕໍ່ເນື່ອງ

ໄຊຍາ
2022.05.31
ເງິນກີບເຟີ້ ສົ່ງຜົລໃຫ້ ເຄື່ອງອຸປໂພກ-ບໍຣິໂພກ ແພງຢ່າງຕໍ່ເນື່ອງ ຮ້ານຂາຍເຄື່ອງແຫ່ງນຶ່ງໃນ ຄະນອນຫຼວງວຽງຈັນ, ເດືອນ ພຶສພາ ປີ 2022.
ນັກຂ່າວ ພົລເມືອງ

ປັດຈຸບັນສິນຄ້າປະເພດເຄື່ອງ ອຸປໂພກ-ບໍຣິໂພກໃນລາວ ມີສະພາບແພງຂຶ້ນຕື່ມໄປອີກ 1 ເທົ່າເຊັ່ນເຂົ້າສານ, ຊີ້ນໝູ, ໄຂ່ໄກ່, ໝີ່ໄວໄວ ແລະ ອື່ນໆ ທີ່ປະຊາຊົນລາວ ຈຳນວນຫຼາຍຈຳເປັນຕ້ອງໃຊ້ ໃນຊີວິດປະຈຳວັນ ຊຶ່ງມີລາຄາປັບແພງຂຶ້ນທັງໝົດ.

ດັ່ງປະຊາຊົນທ່ານນຶ່ງ ໃນເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 30 ພຶສພານີ້ວ່າ ບັນຫາລາຄາສິນຄ້າທີ່ແພງຂຶ້ນນີ້ ມີສະພາບແພງຂຶ້ນທຸກຢ່າງຕໍ່ເນື່ອງ ໂດຍບໍ່ມີແນວໂນ້ມຈະຫຼຸດລົງເຊັ່ນ ໄຂ່ໄກ່ ປັດຈຸບັນນີ້ລາຄາ 46,000 ກີບຕໍ່ແຕະ ຈາກແຕ່ກ່ອນ 35,000 ກີບຕໍ່ແຕະ ບວກກັບຄ່າຄອງຊີບສູງໄປອີກ ເຮັດໃຫ້ສົ່ງຜົລກະທົບຕໍ່ ການດຳເນີນຊີວິດປະຈຳວັນ ຊຶ່ງຫຼາຍຄົນກໍຢາກໃຫ້ທາງການ ແກ້ໄຂບັນຫາດັ່ງກ່າວ.

ເປັນແຕະຫັ້ນນ່າ ແຕ່ກີ້ເຄີຍຊື້ 35 ພັນກີບດຽວນີ້ຫັ້ນຊື້ 46 ພັນແລ້ວນັບແຕ່ເກືອຂຶ້ນທຸກຢ່າງເລີຍນ່າ ເຄື່ອງຂຶ້ນ ເຮົາຕ້ອງໄດ້ຊື້ຂຶ້ນກັບເພິ່ນ ຄ່າຄອງຊີບອີ່ຫຍັງກໍຂຶ້ນສູງແດ່ ກະຈຳເປັນຕ້ອງໄດ້ຊື້ຫັ້ນແຫຼະ ຖ້າເປັນໄປໄດ້ກໍຢາກໃຫ້ປັບລົງ.

ອີງຕາມກະຊວງອຸດສາຫະກັມ ແລະການຄ້າຫວ່າງບໍ່ດົນມານີ້ ໄດ້ມີການຄວບຄຸມລາຄາສິນຄ້າ ໂດຍສະເພາະໃນນະຄອນຫຼວງ ຊຶ່ງແຕ່ລະເມືອງລາຄາກໍແຕກຕ່າງກັນ ເຊັ່ນຢູ່ເມືອງໄຊເສດຖາ ເຂົ້າສານໜຽວປະເພດ 1 ໃຫ້ຂາຍໃນລາຄາ 8,333 ກີບຕໍ່ກິໂລ, ເຂົ້າສານຈ້າວປະເພດ 1 ລາຄາ 10,000 ກີບຕໍ່ກິໂລ, ຊີ້ນງົວລາຄາ 90,000 ກີບຕໍ່ກິໂລ, ຊີ້ນໝູ 52,000 ກີບຕໍ່ກິໂລ, ໄຂ່ໄກ່ເບີສູນ ລາຄາ 1,300 ກີບຕໍ່ໜ່ວຍ ແລະ ແກັສຫຸງຕົ້ມ 250,000 ຕໍ່ຖັງ ແລະອື່ນໆ .

ປະຊາຊົນໃນເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ທ່ານນຶ່ງກໍກ່າວວ່າ ບໍ່ແມ່ນແຕ່ສິນຄ້າດັ່ງກ່າວມີລາຄາແພງຂຶ້ນ ນໍ້າປາ, ແປ້ງນົວ ອື່ນໆ ກໍແພງຂຶ້ນເຊັ່ນກັນ ຊຶ່ງກໍສົ່ງຜົລກະທົບຕໍ່ຊີວິດ ປະຈຳວັນທີ່ຕ້ອງຫາເງິນ ມາຈັບຈ່າຍໃຊ້ສອຍ ໃນເສຖກິຈທີ່ເກີດສະພາວະເງິນເຟີ້.

ດຽວນີ້ແພງຫຼາຍ ແນວຢູ່ແນວກິນໝົດ ທົບເຄິ່ງ ທົບເຄິ່ງແລ້ວ ໄຂ່ແຕ່ກີ້ແຕະນຶ່ງ 20 ປາຍພັນກີບ ດຽວນີ້ 40 ປາຍ, ມ່າມ້າ, ໄວໄວ ອັນໃດແພງຂຶ້ນໝົດນ່າ ສິລອດບໍ່ນີ້ສິໄດ້ກີນເຂົ້າໂຮຍ ເກືອແລ້ວເງິນລາວນີ້ເຟີ້ຫຼາຍແລ້ວ ນີ້ນ່າເງິນຈາກຕ່າງປະເທດ ສິມີລາຄາແຕ່ວ່າມາລາວນີ້ຄ່າ ຄອງຊີບຊື້ສິ່ງຂອງຕ່າງໆ ມັນກາຂຶ້ນຂຶ້ນຈາກເກົ່າຫຼາຍ ເປັນເຄິ່ງເປັນເຄິ່ງພຸ້ນນ່າ.

ປະຊາຊົນ ຢູ່ແຂວງຈຳປາສັກອີກທ່ານນຶ່ງ ໄດ້ກ່າວວ່າ ໃນແຂວງຈຳປາສັກສິນຄ້າ ແຕ່ລະປະເພດກໍມີສະພາບແພງຂຶ້ນ ບໍ່ແຕກຕ່າງກັບແຂວງອື່ນເຊັ່ນໄຂ່ໄກ່ ແຕ່ກ່ອນຕົນເອງເຄີຍຊື້ປະມານ 30,000 ກີບຕໍ່ແຕະ ແຕ່ປັດຈຸບັນ 55,000 ພັນກີບຕໍ່ແຕະ, ຊີ້ນໝູປັດຈຸບັນນີ້ 55,000 ກີບຕໍ່ກິໂລ ຈາກແຕ່ກ່ອນ 30,000-40,000 ກີບຕໍ່ກິໂລ ຊຶ່ງແຕ່ລະພື້ນທີ່ລາຄາກໍຈະແຕກຕ່າງກັນໄປ ເປັນບັນຫາທີ່ຣັຖບານຄວນຈະຕ້ອງແກ້ໄຂ.

ແມ່ນກໍມີຄືກັນ ຂາຍນ້ອຍຂາຍຍ່ອຍຂາຍຫຍັງ ເຂົາກໍຂາຍແພງຊີ້ນໝູໂລ 55 ແຕ່ກ່ອນມີແຕ່ 35 ຣັຖຄຸ້ມຄອງບໍ່ໄດ້ທັມມະດາ ມັນຕ້ອງຂຶ້ນກັບຣັຖມົນຕຣີເພິ່ນພຸ້ນແຫຼະ ກັບແຕ່ລະກະຊວງຕ້ອງຮ່ວມກັນ.

ປະຊາຊົນໃນແຂວງສວັນນະເຂດ ກໍກ່າວວ່າໃນແຂວງສວັນນະເຂດ ສິນຄ້າກໍແພງຂຶ້ນໝົດຄືກັນ ບໍ່ແມ່ນແຕ່ອາຫານການກິນ ຍັງມີປຸ໋ຍແພງຫຼາຍ ແຕ່ກ່ອນປຸ໋ຍເປົານຶ່ງລາຄາປະມານ 300,000 ກີບ, ປັດຈຸບັນນີ້ເປົານຶ່ງລາຄາຂຶ້ນໄປເຖີງ 600,000 ກີບ ຊຶ່ງເຮັດຫຍັງບໍ່ໄດ້ ກໍຈຳເປັນຕ້ອງໄດ້ຊື້ແຕ່ກໍຕ້ອງຫຼຸດປະຣິມານລົງ.

ແມ່ນໆ ແພງຄືກັນເຂົ້າສານພວກປຸ໋ຍແບບນີ້ ນໍ້າມັນແບບນີ້ໜັກ ຊາວນານໍ້າມັນກັບປຸ໋ຍນີ້ແຫຼະ ສອບນຶ່ງປະມານ 5-6 ແສນນີ້ແຫຼະ ແຕ່ກ່ອນ 3 ແສນປາຍສິໄດ້ຫຼຸດລົງເຄິ່ງນຶ່ງແຫຼະ.

ພ້ອມດຽວກັນນີ້ເຈົ້າໜ້າທີ່ອຸດສາຫະກັມ ແລະການຄ້າ ໃນນະຄອນຫຼວງວຽງຈັນທ່ານນຶ່ງ ຜູ້ຂໍສງວນຊື່ແລະສຽງ ກໍໄດ້ກ່າວເຣື່ອງນີ້ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ສາເຫດເກີດມາຈາກສະພາວະເງິນເຟີ້ ແລະເງິນກີບອ່ອນຄ່າຢ່າງຕໍ່ເນື່ອງ ແລະລາຄານໍ້າມັນກໍມີລາຄາແພງ ເປັນທັມມະດາ ສິນຄ້າຈະແພງຂຶ້ນຕາມຍ້ອນທຸກຢ່າງ ສ່ວນໃຫຍ່ປະເທດລາວນຳເຂົ້າ ຈາກຕ່າງປະເທດ ແລະກ່ຽວກັບບັນຫານີ້ ທາງກະຊວງອຸດສາຫະກັມ ແລະການຄ້າກໍມີການປຶກສາຫາລື ປະຊຸມກັນຢູ່ເພື່ອຈະຫາທາງແກ້ໄຂ.

ນອກຈາກນີ້ທາງສະມາຄົມນໍ້າດື່ມ ໃນນະຄອນຫຼວງວຽງຈັນ ກໍໄດ້ແຈ້ງການເມື່ອວັນທີ 23 ພຶສພາ 2022 ທີ່ຜ່ານມາ ໃຫ້ບັນດາຫົວໜ່ວຽທຸຣະກິຈນໍ້າດື່ມ ປັບຂຶ້ນລາຄານໍ້າດື່ມຕຸກລະ 20 ລິດຂຶ້ນຈາກ 5,000 ກີບຕໍ່ຕຸກເປັນ 6,000 ກີບຕໍ່ຕຸກ ໂດຍເຣີ່ມແຕ່ວັນທີ 01 ມິຖຸນາ 2022 ເປັນຕົ້ນໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.