ຄົນງານລາວ ຍັງເປັນທີ່ຕ້ອງການ ໃນໄທຍຫຼາຍຂຶ້ນ ທີ່ເຂົ້າສູ່ສັງຄົມຜູ້ສູງອາຍຸ

ຈຳປາທອງ
2023.12.18
ຄົນງານລາວ ຍັງເປັນທີ່ຕ້ອງການ ໃນໄທຍຫຼາຍຂຶ້ນ ທີ່ເຂົ້າສູ່ສັງຄົມຜູ້ສູງອາຍຸ ກອງປະຊຸມ ພາຍໃຕ້ຫົວຂໍ້ “ຊີວິດ, ຄວາມຫວັງ, ຄວາມຝັນ ອະນາຄົດໄທຍ, ອະນາຄົດຄົນງານ ຂ້າມຊາຕ ໃນສັງຄົມຜູ້ສູງອາຍຸ”. ຢູ່ຫໍສິລປະວັທນະທັມ ທີ່ບາງກອກ. ວັນທີ 17 ທັນວາ 2023.
RFA

ໃນໂອກາດວັນແຮງງານ ຂ້າມຊາຕສາກົລ ຂອງອົງການລະຫວ່າງປະເທດ ເພື່ອການໂຍກຍ້າຍຖິ່ນຖານ ວັນທີ 18 ທັນວາ ຊຶ່ງໃນປີ 2023 ນີ້ ໜ່ວຍງານ ແລະອົງ ການ ທີ່ເຮັດວຽກ ກ່ຽວກັບຄົນງານຂ້າມຊາຕ ໃນປະເທດໄທຍ ໄດ້ຮ່ວມກັນ ຈັດກອງປະຊຸມພາຍໃຕ້ຫົວຂໍ້ “ຊີວິດ, ຄວາມຝັນ, ຄວາມຫວັງ: ອະນາຄົດໄທຍ, ອະນາຄົດຄົນງານ ຂ້າມຊາຕ ໃນສັງຄົມຜູ້ສູງອາຍຸ ຢູ່ຫໍສິລປະວັທນະທັມ ທີ່ບາງກອກ. ໃນນັ້ນ ສະແດງໃຫ້ເຫັນ ເຖິງຄວາມຈໍາເປັນ ໃນການນໍາຄົນງານຈາກປະເທດເພື່ອນບ້ານ ຄື ກໍາພູຊາ, ລາວ, ພະມ້າ ແລະວຽດນາມ ເຂົ້າມາ ພາຍຫລັງ ທີ່ໄທຍ ໄດ້ກ້າວເຂົ້າສູ່ສັງຄົມຜູ້ສູງອາຍຸ ຮວມທັງນະໂຍບາຍຮອງຮັບ ກ່ຽວກັບການຈ້າງງານ, ສິດ ແລະສວັດດິການ ທີ່ພວກຂະເຈົ້າ ຄວນຈະໄດ້ຮັບ.

ສາສດາຈານກຽດຕິຄຸນ ດຣ. ອະພິຊາຕ ຈໍາຣັດຣິດທິຣົງ ທີ່ປຶກສາສະຖາບັນວິໄຈປະຊາກອນ ແລະສັງຄົມ ມະຫາວິທຍາໄລມະຫິດົລ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ທັນວານີ້ວ່າ ໄທຍໄດ້ກ້າວເຂົ້າສູ່ສັງຄົມຜູ້ສູງອາຍຸແລ້ວ ຊຶ່ງເຮັດໃຫ້ ກໍາລັງແຮງງານ ພາຍໃນປະເທດຫລຸດລົງຫລາຍ, ຈໍາເປັນຕ້ອງໄດ້ນໍາຄົນງານຈາກປະເທດເພື່ອນບ້ານ ເຂົ້າມາ. ແລະຄົນງານລາວ ກໍເປັນກຸ່ມຄົນງານ ທີ່ນ່າສົນໃຈ ຍ້ອນມີພາສາ ແລະວັທນະທັມ ທີ່ຄ້າຍຄືກັນ  

(ພາສາໄທຍ) ຖ້າຄົນລາວ ກັບໄທຍນີ້ ດີທີ່ສຸດ ເພາະວ່າເຂົ້າກັນໄດ້ທຸກຢ່າງຢູ່ແລ້ວ ຕາມຊາຍແດນນີ້ ກໍເປັນຍາດຕິພີ່ນ້ອງກັນ ເພາະ ສະນັ້ນ ຈຶ່ງສາມາດເຂົ້າມາໄດ້ ແຕ່ທີ່ວ່າເປັນຕາຫ່ວງ ກໍຄືລາວ ມີປະຊາກອນໜ້ອຍ ກໍເກງໃຈຂະເຈົ້າ ມາໄດ້ກໍດີທີ່ສຸດ ຫລືວ່າ ຖ້າໄປໆມາໆ ຂ້າພະເຈົ້າຄິດວ່າ ຈະເປັນຂໍ້ຕົກລົງກັນ 2 ຝ່າຍ Bilateral Agreement ໃນອະນາຄົດ ຖ້າຫາກສາມາດເກີດຂຶ້ນໄດ້ ເປັນພົລເມືອງ 2 ສັນຊາຕ Dual Citizenship ກໍຍິ່ງດີ.”

ແລະວ່າ ອີງຕາມຣາຍງານ ຂອງອົງການສະຫະປະຊາຊາຕ, ໄທຍຈະສູນເສັຽ ຈໍານວນປະຊາກອນ ຄືຈະຫລຸດລົງເຫລືອ 34.1% ຍ້ອນອັດຕຣາການເກີດ ຈະຫລຸດລົງ ພາຍໃນສັຕວັດທີ 21 ນີ້ ຫລືຈະມີປະຊາກອນຫລຸດລົງ 1 ສ່ວນ 3 ຂອງຈໍານວນ ປະຊາກອນທັງປະເທດ ພາຍໃນ 70-80 ປີ ທີ່ຈະມາເຖິງນີ້ ຊຶ່ງຖືໄດ້ວ່າ ປະເທດໄທຍ ຈະມີປະຊາກອນຫລຸດລົງ ເປັນອັນດັບ 2 ຂອງໂລກ ຮອງຈາກປະເທດຍີ່ປຸ່ນ.

ດຣ. ອະພິຊາຕ ກ່າວຕໍ່ໄປວ່າ ຖ້າຫາກຍັງບໍ່ທັນດໍາເນີນການ ນໍາປະຊາກອນຈາກຕ່າງປະເທດ ເຂົ້າມາ ໃນປີ 2083 ຫລືປະມານ 60 ປີຂ້າງໜ້າ ໄທຍກໍຈະເຫລືອປະຊາກອນ ແຕ່ພຽງ 33.76%, ສ່ວນໃນປີ 2093 ຫລື ປະມານ 70 ປີຂ້າງໜ້າ ປະຊາກອນ ຈະຫລຸດລົງອີກ ເຫລືອແຕ່ພຽງ 26.34%. ຖ້າຫາກປະໄທຍ ນໍາປະຊາກອນເຂົ້າມາ 2 ແສນຄົນຕໍ່ປີ ກໍຈະຊ່ວຍເພີ່ມຈໍານວນ ປະຊາກອນ ວັຍອອກແຮງງານ ໃນປະເທດ ໄດ້ປະມານ 11%.

(ພາສາໄທຍ)... 2 ແສນຄົນນີ້ ເຮົາຈະເຮັດແນວໃດ ມັນຕ້ອງມີສ່ວນຮ່ວມ ຂອງຜູ້ທີ່ຊ່ວຍຄິດ ຊ່ວຍຕັດສິນໃຈວ່າ ເຮົາຊິເອົາຜູ້ໃດເຂົ້າມາແດ່ ຖ້າຫາກວ່າ 2 ແສນຄົນນີ້ ທຸກໆຍ່ອມຫຍ້າພາຍໃນປະເທດ ໄດ້ມີສ່ວນໃນການທີ່ຈະເລືອກໃຫ້ຜູ້ໃດມາຢູ່ນໍາພວກຂະເຈົ້າ ພາຍໃນບ້ານຂອງພວກຂະເຈົ້າເອງ ໃນຕາແສງຂອງພວກຂະເຈົ້າເອງ ກໍຊິເປັນສິ່ງທີ່ດີ.

ແລະທ່ານ ເດຊາ ພິກພັທນາຣັກ ຮອງຫົວໜ້າ ຫ້ອງການກະຊວງແຮງງານ ຂອງໄທ ກໍກ່າວຕໍ່ກອງປະຊຸມນັ້ນວ່າ ໃນໄລຍະທີ່ຜ່ານມາ ຜູ້ປະກອບການໄທຍ ໃນຂແນງການຕ່າງໆ ມີຄວາມຕ້ອງການຄົນງານຕ່າງດ້າວ ແບບຖືກກົດໝາຍ  400,000 ຄົນ ຜ່ານລະບົບ MOU ເພື່ອແກ້ໄຂການຂາດເຂີນ ຄົນງານ ໃນປະ ເທດ ຊຶ່ງທາງການໄທຍ ແລະພາກສ່ວນທີ່ກ່ຽວຂ້ອງ ຈໍາເປັນຕ້ອງເລັ່ງແກ້ໄຂ  

(ພາສາໄທຍ) ໃນປະເທດໄທຍ ເຮົາມີໜ້າທີ່ ທີ່ຈະຕ້ອງຊອກຫາແຮງງານ ໃຫ້ສະຖານປະກອບການຢ່າງພຽງພໍ ເພາະເປັນປັດຈັຍການຜລິດ.  ຖ້າບໍ່ມີແຮງງານ ເຂົ້າມານີ້ ເຮົາຈະເຮັດແນວໃດ ເຮົາຕ້ອງຊອກແຮງງານເຂົ້າມາ ຍ້ອນຄົນຂອງເຮົາ ບໍ່ພຽງພໍແນ່ນອນ ປະເທດເຮົາ ເປັນປະເທດທີ່ຄ້າຍໆກັນ ໃນອາຊຽນ ຄືກັບປະເທດເຮົາ ເຮົາເປັນຜູ້ທີ່ຮັບເຂົ້າ ແລະສົ່ງອອກ.

ແລະຍານາງ ພັທຣະດາ ຣິດແຕງ ເຈົ້າໜ້າທີ່ອາວຸໂສ ໂຄງການ ເພື່ອສິດທິ ຄົນຍ້າຍຖິ່ນ, ການທຸຣະກິຈ ແລະສິດທິມະນຸສ (Migrant, Business and Human Rights ) ອົງການລະຫວ່າງປະເທດ ເພື່ອການໂຍກຍ້າຍຖິ່ນຖານ ກ່າວຕໍ່ກອງປະຊຸມ ກ່ຽວກັບເຣື່ອງນີ້ວ່າ ທາງການໄທຍ ແລະປະເທດຕົ້ນທາງ ຈະຕ້ອງຈັດຝຶກອົບຮົມ ໃຫ້ແກ່ຄົນງານກ່ຽວກັບໜ້າທີ່ວຽກ ທີ່ຕ້ອງຮັບຜິດຊອບ ແລະສິດທິ ທີ່ພວກເຂົາເຈົ້າ ຄວນຈະໄດ້ຮັບ.

(ພາສາໄທຍ) ຄື ປະເທດໄທຍ ມີກົມພັທນາສີມືແຮງງານຢູ່ແລ້ວ ແລະກໍມີ MOU ກັບປະເທດເພື່ອນບ້ານຢູ່ແລ້ວ ທີ່ເຮັດວຽກຮ່ວມກັນລະຫວ່າງຣັຖ ພວກເຮົາອາດເພີ່ມ ສະກີມ (Scheme). ໂຕນີ້ເຂົ້າໄປ ເຣື່ອງຂອງການຈັດສັນແຮງງານ ມັນຕ້ອງເປັນໄປ ຕັ້ງແຕ່ປະເທດຕົ້ນທາງ ຄືອົບຮົມຕັ້ງແຕ່ປະເທດຕົ້ນທາງ ຫລືຢ່າງໜ້ອຍ ມີການປະຖົມນິເທດ ກ່ອນທີ່ຈະເຂົ້າມາເປັນ Scheme ທີ່ອາດມີຄວາມສະເພາະເຈາະຈີ້ມ ທີ່ບໍ່ແມ່ນແຮງງານທົ່ວໄປ ທີ່ຕອນນີ້ ນໍາເຂົ້າຢູ່.

ແລະທ່ານ ສົມຊາຍ ຫອມລະອໍ ປະທານກັມມະການມູລນິທິ ເພື່ອສິດທິມະນຸສ ແລະການພັທນາ ກ່າວຕໍ່ກອງປະຊຸມນັ້ນວ່າ ວິທີການນຶ່ງ ທີ່ຈະຊ່ວຍເຮັດໃຫ້ຄົນງານ ຈາກປະເທດເພື່ອນບ້ານ ເຂົ້າເຖິງສິດ ແລະສວັດດິການ ຜ່ານກົດໝາຍຄຸ້ມຄອງແຮງງານ ແລະກົດໝາຍປະກັນສັງຄົມ ຄືການສົ່ງເສີມ ແລະອໍານວຍຄວາມສະດວກ ໃຫ້ເຂົາເຈົ້າ ເດີນທາງເຂົ້າມາເຮັດວຽກແບບຖືກກົດໝາຍ.

(ພາສາໄທຍ) ຂ້າພະເຈົ້າຄິດວ່າ ບັນຫາທີ່ແຮງງານຂ້າມຊາຕ ຕ້ອງຕົກຢູ່ໃນພາວະ ຖືກເອົາລັດເອົາປຽບຫລາຍ ກໍຄືການ ທີ່ເຂົາຕ້ອງຕົກຢູ່ໃນ ສະຖານະທີ່ຜິດກົດໝາຍ ບໍ່ວ່າຈະເຂົ້າເມືອງຜິດກົດໝາຍ ຫລືເຮັດວຽກແບບຜິດກົດໝາຍ ຕໍ່ວີຊາກໍດີ ຂະບວນການໃນການຕໍ່ໃບອະນຸຍາດເຮັດວຽກ Work Permit ກໍດີ ມີຄວາມຫຍຸ້ງຍາກຊັບຊ້ອນ ແຮງງານຈໍານວນຫລາຍ ຕ້ອງຕົກຢູ່ໃນສະຖານະ ທີ່ຜິດກົດໝາຍ ເນື່ອງຈາກວ່າ ບໍ່ໄດ້ຮັບຄວາມສະດວກ. ຊ້າ ແລະຂໍ້ສໍາຄັນ ກໍຄືເສັຽຄ່າໃຊ້ຈ່າຍຫລາຍ ເມື່ອແຮງງານມີສະຖາ ນະຖືກກົດໝາຍແລ້ວ ກໍຈະໄດ້ຮັບການຄຸ້ມຄອງ ທາງກົດໝາຍດີຂຶ້ນ.

ອີງຕາມຣາຍງານ ຂອງສໍານັກບໍຣິຫານແຮງງານ ຕ່າງດ້າວ ກະຊວງແຮງງານຂອງໄທຍ ເດືອນພຶສຈິກາ 2023, ມີຄົນງານຕ່າງດ້າວ ມາເຮັດວຽກຢູ່ໄທຍ 2,605,231 ຄົນ. ເປັນຄົນງານຈາກກັມພູຊາ, ລາວ, ພະມ້າ ແລະວຽດນາມ 2,342,478 ຄົນ ຊຶ່ງໃນນັ້ນ ເປັນຄົນງານລາວ 230,817 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.