ບໍຣິສັດຂຸດຄົ້ນເຫຼັກ ຄ້າງ ຄ່າແຮງ

ຈໍາປາທອງ
2019.02.07
ພື້ນທີ່ທົ່ງນາ ຢູ່ເຂດບ້ານນາຄີ ເມືອງຫີນບູນ ແຂວງຄໍາມ່ວນ
ຮູບພາບຈາກ: ນັກຂ່າວພົລເມືອງ

ມາເຖິງປັດຈຸບັນ, ເຈົ້າຂອງບໍຣິສັດໂຮງງານແກ້ວວິເສດ ຊຶ່ງເປັນບໍຣິສັດຂຸດຄົ້ນບໍ່ເຫລັກ ຢູ່ເມືອງຫິນບູນ ແຂວງຄໍາມ່ວນ, ທີ່ໄດ້ປິດກິຈການ ເມື່ອປີກາຍນັ້ນ, ຍັງບໍ່ທັນຈ່າຍເງິນຄ່າແຮງງານ ໃຫ້ຄົນງານຈໍານວນ 6 ຄົນ, ເປັນເງິນທັງໝົດ 20 ລ້ານກີບ ທີ່ທາງບໍຣິສັດຕິດໜີ້ຍ້ອນບໍ່ມີ ເງິນ, ເຮັດໃຫ້ພວກຄົນງານພາກັນຮ້ອງຮຽນໄປຍັງ ພາກສ່ວນທີ່ກ່ຽວຂ້ອງ ຂອງທາງການ ເມືອງຫິນບູນ ໃຫ້ຊ່ອຍແກ້ໄຂ, ດັ່ງ ຄົນງານ ທີ່ ໂຮງງານຕິດໜີ້ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 6 ກຸມພາ ນີ້ວ່າ:

"ໂຮງງານແກ້ວວິເສດ ເຈົ້າຂອງໂຮງງານເຂົາບໍ່ມີເງິນ, ເຂົາບໍ່ມີເງິນໃຫ້, ບໍ່ມີເງິນຈ່າຍໃຫ້ກັມມະກອນຜູ້ມາເຝົ້າໂຮງງານ, ຜູ້ລະ ສາມລ້ານ ສີ່ລ້ານ, ມັນກໍເກືອບສິບປາຍລ້ານ ຊາວປາຍລ້ານ ແລ້ວເດ້."

ທ່ານເວົ້າວ່າ, ບໍຣິສັດດັ່ງກ່າວຂຸດຄົ້ນບໍ່ເຫຼັກ ຢູ່ໃນເຂດເມືອງຫິນບູນມາໄດ້ເກືອບ 10 ປີແລ້ວ, ແຕ່ຫລັງຈາກປະສົບກັບບັນຫາການເງິນ, ທາງ ບໍຣິສັດກໍເລີ້ມປົດຄົນງານອອກ ແລະໃນທີ່ສຸດ ກໍປິດໂຮງງານແບບຖາວອນ ເມື່ອປີກາຍ, ແລະກໍໄດ້ຈ່າຍເງິນເດືອນ ໃຫ້ຄົນງານພາກສ່ວນ ຕ່າງໆ, ຍັງເຫລືອແຕ່ຄົນເຝົ້າຍາມ 6 ຄົນ, ຄືທີ່ວ່ານັ້ນ ທີ່ທາງບໍຣິສັດຍັງຕິດໜີ້ຈົນມາເຖິງປັດຈຸບັນ, ໂດຍໃຫ້ເຫດຜົລວ່າ ບໍ່ມີເງິນໃຫ້.

ເພື່ອແກ້ໄຂບັນຫາດັ່ງກ່າວ, ຄົນງານທັງ 6 ຄົນ ທີ່ວ່ານັ້ນໄດ້ຮ້ອງຮຽນໄປຍັງຫ້ອງການອຸດສາຫະກັມການຄ້າ, ແລະ ຫ້ອງການແຮງງານ ແລະ ສະຫວັດດິການສັງຄົມ ເມືອງຫີນບູນ, ຊຶ່ງເປັນພາກສ່ວນທີ່ກ່ຽວຂ້ອງ ຂອງທາງການ, ເພື່ອຂໍຄວາມຊ່ອຍເຫລືອ. ສອງພາກສ່ວນ ດັ່ງກ່າວ, ກໍໄດ້ໄກ່ເກັ່ຍ, ຢາກໃຫ້ເຈົ້າຂອງໂຮງງານຈ່າຍເງິນ ໃຫ້ຄົນງານເຝົ້າຍາມຕາມຈໍານວນທີ່ວ່ານັ້ນ, ແຕ່ເຈົ້າຂອງໂຮງງານບໍ່ສົນໃຈ ແລະເວົ້າວ່າ ບໍ່ມີເງິນໃຫ້. ດັ່ງເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ທ່ານນຶ່ງກ່າວວ່າ:

"ທາງເຮົາກໍເຊີນຂຶ້ນມານໍ, ມາໄກ່ເກັ່ຍວ່າ, ຢາກໃຫ້ເອົາເງິນໃຫ້ກັມມະກອນ ແຕ່ທາງໂຮງງານກໍປະຕິເສດ ຢ່າງດຽວເລີຍວ່າ, ບໍ່ມີເງິນ, ເຂົາບໍ່ມີເງິນ."

ທ່ານກ່າວຕື່ມອີກວ່າ, ໃນໄວໆນີ້ ເຈົ້າໜ້າທີ່ຂແນງແຮງງານ ແລະສະຫວັດດິການສັງຄົມ, ແລະ ຂແນງອຸດສາຫະກັມການຄ້າ ເມືອງຫິນບູນ, ກໍຈະໄປໂອ້ລົມໃຫ້ເຈົ້າຂອງໂຮງງານ ຮັບຜິດຊອບໃນເຣຶ່ອງດັ່ງກ່າວຕື່ມອີກ. ຫາກທາງເຈົ້າຂອງໂຮງງານຍັງບໍ່ ຍິນຍອມ, ກໍຈະສົ່ງຄໍາ ຮ້ອງຮຽນຂອງຄົນງານນັ້ນ ໄປໃຫ້ທາງແຂວງ ເປັນຜູ້ພິຈາຣະນາ ຕາມຣະບຽບການຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.