ເຈົ້າຫນ້າທີ່ ແຮງງານ ແລະ ສວັດດີການ ສັງຄົມ ເວົ້າວ່າ ປັດຈຸບັນ ແຮງງານ ຕ່າງດ້າວ ທີ່ ແຂວງ ຄຳມ່ວນ ມີເພີ້ມຂຶ້ນ ຢ່າງ ຫລວງ ຫລາຍ ສ່ວນໃຫຍ່ ແມ່ນ ເຮັດວຽກ ບໍ່ມີ ອະນຸຍາດ ທີ່ ຖືກຕ້ອງ ຕາມ ກົດຫມາຍ ເຮັດ ໃຫ້ແຮງງານ ລາວ ບໍ່ມີວຽກ ເຮັດ ທາງການ ແຂວງ ຈື່ງ ມີແຜນການ ຈະກົດດັນ ແຮງງານ ກຸ່ມ ດັ່ງກ່າວ ກັບຄືນ ປະເທດ ໂດຍສະເພາະ ແຮງງານ ວຽດນາມ ແລະ ຈີນ:
"ຫມາຍຄວາມວ່າ ແຮງງານ ຕ່າງປະເທດ ເຂົ້າມາ ແບບບໍ່ ສັງກັດ ຫົວຫນ່ວຍນັ້ນ ມັນບໍ່ແມ່ນ ແຮງງານເດ ເປັນຕົ້ນວ່າ ວຽດນາມ ອີ່ຫຍັງ ຕ່າງໆ ບໍ່ແມ່ນ ແຮງງານ ຄັນວ່າ ແຮງງານ ຕ່າງປະເທດ ຕ້ອງ ວິຊາ LAB2 ເຂົ້າມາ ມີບັດ ແຮງງານ ແລ້ວ ພວກນີ້ ເຂົາບໍ່ຖືກ ກົດຫມາຍ ເຮົາກໍໄດ້ ສົ່ງ ກັບແລ້ວ ມັນລັກ ເຂົ້າປະເທດ ລັກລອບ ອອກ ແຮງງານ".
ທ່ານກ່າວ ຕື່ມວ່າ ປັດຈຸບັນ ຜແນກ ແຮງງານ ແລະ ສວັດດີການ ສັງຄົມ ທີ່ ແຂວງ ຄຳມ່ວນ ກຳລັງ ເກັບກຳ ຂໍ້ມູນ ແຮງງານ ຕ່າງ ດ້າວ ຜູ້ທີ່ເຂົ້າມາ ເຮັດວຽກ ແບບຖືກຕ້ອງ ຕາມ ກົດຫມາຍ ແລະ ຜິດ ກົດຫມາຍ ຍ້ອນ ແຮງງານ ລາວ ບໍ່ມີວຽກເຮັດ ງານທຳ ກຸ່ມ ທີ່ຜິດ ກົດຫມາຍ ຈະສົ່ງກັບ ປະເທດ. ການກວດລ້າງ ແຮງງານ ຕ່າງດ້າວ ອາດຈະຊ່ອຍ ແຮງງານ ລາວ ໃຫ້ ມີວຽກເຮັດ ງານທຳ ຫລາຍຂື້ນ.
ຈາກຂໍ້ມູນ ຂອງ ທາງການ ຈາກການ ກວດກາ ບໍຣິສັດ ແລະ ໂຄງການ ເອກກະຊົນ 25 ແຫ່ງ ໃນເມືອງ ທ່າແຂກ ພົບວ່າ ມີແຮງງານ ຕ່າງດ້າວ ເກືອບ ຮອດ 1500 ຄົນ ໃນນັ້ນ ມີແຮງງານ ຈີນ 900 ຄົນ ແລະ ແຮງງານ ວຽດນາມ 400 ຄົນ ສ່ວນເຫລືອ ແມ່ນ ແຮງງານ ໄທ ແລະ ອື່ນໆ.
