ເງິນກີບອ່ອນຄ່າ ລາວຕ້ອງແບກພາລະໜີ້ສິນ ເພີ່ມຂຶ້ນ

0:00 / 0:00

ທະນາຄານໂລກລາຍງານສະພາບເສດຖະກິດ-ການເງິນໃນເດືອນເມສາ 2024 ວ່າປະເທດລາວມີໜີ້ສິນສາທາລະນະ ແລະ ໜີ້ຄໍ້າປະກັນເພີ່ມຂຶ້ນຕໍ່ເນື່ອງຊຶ່ງຫຼາຍກ່ວາ 110% ຂອງ ຈີດີພີ ໃນທ້າຍປີ 2023. ທັງນີ້ຖ້າລັດຖະບານລາວ ຍັງຄົງຄ້າງສຳລະໜີ້ສິນຕ່າງປະເທດ ແລະ ບໍ່ສາມາດຄວບຄຸມອັດຕາແລກປ່ຽນໄດ້ອາດເຮັດໃຫ້ໜີ້ສິນຂອງລາວເພີ່ມຂຶ້ນໄປຈົນເຖີງ 130%.

ສໍາລັບໜີ້ສິນທີ່ເປັນບັນຫາ ຂະນະນີ້ແມ່ນມາຈາກການກູ້ຢືມ ເງິນຈາກຕ່າງປະເທດໃນສະກຸນເງິນໂດລ້າຣ໌ສະຫະລັດ.

ດັ່ງນັກຊ່ຽວຊານ ດ້ານເສດຖະສາດກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ພຶດສະພາ 2024 ວ່າ:

"ເຮົາກໍ່ຕ້ອງການເງິນໄປຈ່າຍຄ່າໜີ້ ມີຜົນກະທົບຕໍ່ເງິນເຟີ້ຫັ້ນເນາະ ຖ້າເຮົາຢືມເປັນເງິນຕາຕ່າງປະເທດມັນກໍ່ແນ່ນອນຫັ້ນແຫຼະເນາະ ເພາະວ່າອັດຕາແລກປ່ຽນມັນສູງຂຶ້ນຖ້າທຽບໃສ່ເງິນກີບ ເຮົາມັນກໍ່ສູງຂຶ້ນຖ້າເຮົາໄປທຽບໃສ່ເງິນຕາຕ່າງປະເທດ ມັນກໍ່ສໍ່າເກົ່າຫັ້ນແຫຼະເຮົາເອົາມາໃຊ້ຈໍານວນໜຶ່ງເນາະ ທີ່ວ່າໂຄງລ່າງພື້ນຖານສ່ວນຫຼາຍກໍ່ແມ່ນກູ້ຢືມ ມາຈາກພວກເພິ່ນຊ່ວຍ ADB ບໍ່ World Bank ນີ້ແຕ່ວ່າກູ້ຢືມນໍາຈີນເຮົາກໍ່ກູ້ຢືມມາເປັນສ່ວນໜຶ່ງ ທີ່ມາປະກອບສ່ວນນໍາເພິ່ນແຕ່ບໍ່ແມ່ນກູ້ໂດຍກົງດອກ ເພາະວ່າເຮົາກໍ່ຄິດໄລ່ທີ່ດິນຂອງເຮົາມາເປັນສ່ວນໜຶ່ງ ຂອງການແຊຣເດ້ເຮົາຈະມີຄວາມຫຍຸ້ງຍາກ ຄຸມເຄືອມາຫຼາຍແລ້ວເວລາເງິນເຮົາອ່ອນຄ່າຫຼາຍແລ້ວເຮົາກະທົບ."

ເນື່ອງຈາກໜີ້ສິນ ຂອງປະເທດເພີ່ມຂຶ້ນຢ່າງຫຼວງຫຼາຍ ທ່າມກາງບັນຫາເງິນເຟີ້ທາງການລາວຈຶ່ງພະຍາຍາມຫຼຸດຜ່ອນ ການກູ້ຢືມເງິນຈາກຕ່າງປະເທດ.

ດັ່ງນັກຊ່ຽວຊານດ້ານເສດຖະສາດ ມະຫາພາກນາງກ່າວຕື່ມວ່າ:

“ຄັນເພິ່ນກູ້ຢືມຈາກປະຊາຊົນລາວເຮົາເອງ ກໍ່ມັນຊິມັນບັນຫາຫຍັງພັທະບັດ ເປັນເງິນກີບສ່ວນຫຼາຍເພິ່ນອອກພັນທະບັດໃນໄລຍະ 3-4ປີ ຫຼັງມານີ້ພັນທະບັດເປັນເງິນກີບລາວກູ້ຢືມ ພາຍໃນມັນຊິເຮັດໃຫ້ປະລິມານເງິນຢູ່ໃນຕະຫຼາດນີ້ກໍ່ມັນກໍ່ໜ້ອຍລົງ ກໍ່ແກ້ໄຂເງິນເຟີ້ໃນສ່ວນໃດສ່ວນໜຶ່ງ ຈະແມ່ນເປັນໜີ້ພາຍໃນເນາະຈ່າຍອັດຕາດອກເບັ້ຍ ໃຫ້ແກ່ບັນດາຜູ້ທີ່ຊື້ພັນທະບັດ ຂອງລັດຖະບາ ນໜີ້ຕ່າງປະເທດຫັ້ນມັນມາແຕ່ກ່ອນຢູ່ແລ້ວ ສະນັ້ນເພິ່ນກໍ່ຕ້ອງງົດການກູ້ຢືມຈາກພາຍນອກ ແລ້ວກໍ່ມາກູ້ຢືມພາຍໃນຂອງປະຊາຊົນເອງ.”

ໃນຮອບຫຼາຍປີທີ່ຜ່ານມາ ການກູ້ມຢືມເງິນຈາກຕ່າງປະເທດທີ່ເກີດຂຶ້ນ ແມ່ນໃຊ້ສຳລັບການກໍ່ສ້າງພື້ນຖານໂຄງລ່າງທີ່ຈຳເປັນເທົ່ານັ້ນ ເພື່ອປ້ອງກັນບໍ່ໃຫ້ໜີ້ສິນສາທາລະນະ ລາມອອກໄປ.

ດັ່ງເຈົ້າໜ້າທີ່ ກະຊວງແຜນການ ແລະການລົງທຶນ ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນນີ້ວ່າ:

"ສ່ວນຫຼາຍເຂົາພັດທະນາເລື່ອງໂຄງລ່າງນີ້ນ່າ ເພາະວ່າເລື່ອງເຄຫະນີ້ເຂົາຢາກຍອມແລ້ວ ຢຸດຕິແລ້ວດຽວນີ້ເພິ່ນພັດທະນາເລື່ອງພື້ນຖານ ສ່ວນຫຼາຍຫັ້ນນ່າຫຼືວ່າໄຟຟ້າຫັ້ນນ່າເລື່ອງເຂື່ອນ ເລື່ອງຫຍັງນີ້ນ່າເລື່ອງເຄຫະນີ້ຍອມແລ້ວ ໂຈະໄປຫຼາຍປີເລີຍ 3-4 ປີ ບໍ່ໄດ້ລົງທຶນແລ້ວໃດ ກໍ່ທຸກບ່ອນຫັ້ນນ່່າ ADB ທະນາຄານໂລກຫັ້ນນ່າ ແລ້ວແຕ່ຜູ້ໃດໃຫ້ເງື່ອນໄຂກໍ່ກູ້ເບິດນາຍທຶນຈີນ ມາລົງທຶນເລື່ອງເຂື່ອນນີ້ໂອ້ຫຼາຍ."

ສໍາລັບການຫຼຸດຜ່ອນ ບັນຫາໜີ້ສິນສາທາລະນະນີ້ ທາງການລາວຄວນເອົາໃຈໃສ່ ໃນການເກັບພັນທະຈາກບໍລິສັດນັກລົງທຶນ ຊາວຕ່າງປະເທດທີ່ເຂົ້າມາຂໍສຳປະທານ ແລະ ລົງທຶນກໍ່ສ້າງພື້ນຖານໂຄງລ່າງໃນປະເທດຢ່າງເຂັ້ມງວດ ແຕ່ກໍ່ເປັນໄປໄດ້ຍາກຍ້ອນເຈົ້າໜ້າທີ່ລັດ ໃນຂະແໜງການຕ່າງໆ ຍັງມີພຶດຕິກຳສໍ້ລາດບັງຫຼວງ.

ດັ່ງເຈົ້າໜ້າທີ່ກະຊວງ ແຜນການແລະການລົງທຶນ ກ່າວຕື່ມວ່າ:

“ແກ້ໜີ້ສາທາລະນະ ໄດ້ກໍ່ມີແຕ່ວ່າເກັບລາຍຮັບຈາກຜູ້ທີ່ເຮັດທຸລະກິດຫັ້ນແຫຼະ ທົດແທນຄືນປະຊາຊົນພາສີຈາກພະນັກງານລັດຖະກອນນີ້ ບໍ່ໆ ໃຊ້ເກັບບໍ່ໄດ້ດອກພາສີມັນໜ້ອຍດຽວ ເອີພວກມາລົງທຶນຫັ້ນຈຶ່ງຈະໃຊ້ໄດ້ເກັບພາສີ ຈາກຮ້ານຄ້າ ເລັກໆ ນ້ອຍໆ ບໍ່ຫຼືວ່າເງິນເດືອນພະນັກງານຫຼືວ່າອາກອນ ພະນັກງານຫັ້ນນ່າມັນໃຊ້ບໍ່ໄດ້ດອກມັນໜ້ອຍດຽວບໍ່ຮອດ 10% ມີການຮົ່ວໄຫຼຫຼາຍໆ ຫັ້ນນ່າລາຍຮັບບໍ່ແລ້ວທຸກມື້ນີ້ ຄິດແລ້ວບໍ່ແລ້ວນ້ອງ.”

ທີ່ຜ່ານມາທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງພະຍາຍາມແກ້ໄຂບັນຫາເງິນເຟີ້ ແລະ ບັນຫາການຂາດແຄນເງິນຕາຕ່າງປະເທດ ດ້ວຍການລົນນະນົລໃຫ້ທຸກພາກສ່ວນນໍາໃຊ້ ເງິນກີບພາຍໃນປະເທດ ແລະ ແລກປ່ຽນເງິນຕາຕ່າງປະເທດ ນໍາພາກສ່ວນທີ່ຢູ່ໃນການຄຸ້ມຄອງຂອງລັດ ເທົ່ານັ້ນ, ແຕ່ປັດຈຸບັນພັດບໍ່ສາມາດຈັດຕັ້ງປະຕິບັດໄດ້ພໍເທົ່າໃດ.

ດັ່ງເຈົ້າໜ້າທີ່ຢູ່ທະນາຄານ ໃນການຄຸ້ມຄອງຂອງລັດນາງກ່າວວ່າ:

“ໂດຍຫຼາຍຢູ່ຄັນເງິນໂດລ້າຣ໌ກໍ່ 2,400 ປາຍແລ້ວ 2,300-2.400 ແລ້ວໂດຍເງິນຢວນກໍ່ຂຶ້ນຄືກັນ ເປັນ 3,000 ເງນເຟີ້ຍັງມີບັນຫາຢູ່ເງິນໂດລ້າຣ໌ ກໍ່ມີອັດຕາຂຶ້ນລົງຂຶ້ນກັບເງິນບາດ ແຂງເງິນໂດລ່າອ່ອນເນາະ ຄືເງິນໂດລ້າຣ໌ທຽບໃສ່ເງິນບາດຄືກັນ ມັນຈະເງິນໂດລ້າຣ໌ກໍ່ຈະແຂງຄ່າກ່ວາ ແມ່ນບໍ່ແມ່ນໂດລ້າຣ໌ ບາດ ກີບ ຫັ້ນແຫຼະມັນກໍ່ອີງໃສ່ກັນໂດຍກໍ່ຍັງມີບ່ອນທີ່ວ່າ ແລກຫັ້ນໄດ້ກໍ່ຍ້ອນວ່າທະນາຄານ ຫລຸດມັນໃຫ້ຕໍ່າກ່ວານັ້ນຫັ້ນນ່າ ຂະເຈົ້າບໍ່ເອກະພາບກັນທາງເລດນອກ ຄົນກໍ່ໄປແລກຢູ່ທາງເລດນອກຫຼາຍກ່ວາທ່ົວໄປ ແລກຢູ່ຮ້ານຂາຍຄໍາກໍ່ໄດ້.”

ຕາມການລາຍງານ ຂອງສູນສະຖິຕິແຫ່ງຊາດລະບຸວ່າ ໃນຮອບ 5 ປີ ຜ່ານມານີ້ລະຫວ່າງ ປີ 2019-2023 ອັດຕາເງິນເຟີ້ ຂອງປະເທດລາວມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ເຊັ່ນໃນປີ 2019 ມີອັດຕາເງິນເຟີ້ສະເລັ່ຍ 3.30%, ປີ 2020 ສະເລັ່ຍ 5.07%, ປີ 2021 ສະເລັ່ຍ 3.75%, ປີ 2022 ເພີ່ມຂຶ້ນເປັນ 22.96%, ປີ 2023 ອັດຕາເງິນເຟີ້ເພີ່ມສູງຂຶ້ນ ສະເລັ່ຍ 31,23%. ສ່ວນໃນຮອບ 4 ເດືອນທໍາອິດຂອງປີ 20214 ມີອັດຕາເງິນເຟີ້ ສະເລັ່ຍຢູ່ທີ່ 25.05%.

ຍ້ອນເງິນກີບທີ່ຄ່າຫຼຸດລົງເລື້ອຍໆ ໃນປັດຈຸບັນຈຶ່ງເຮັດໃຫ້ປະຊາຊົນຈໍານວນໜຶ່ງ ຂາດຄວາມໝັ້ນໃຈໃນການບໍລິຫານປະເທດ ຂອງຄະນະລັດຖະບານ. ສະນັ້ນປະຊາຊົນຈຶ່ງຕັດສິນໃຈນໍາເງິນ ທີ່ເກັບທ້ອນໄວ້ໄປຊື້ຄໍາ ແລະ ປ່ຽນເປັນເງິນຕາຕ່າງປະເທດ ເພື່ອຮັກສາມູນຄ່າ.

ດັ່ງເຈົ້າໜ້າທີ່ທະນາຄານ ໃນການຄຸ້ມຄອງຂອງລັດໄດ້ກ່າວເພີ່ມວ່າ:

“ອ່າຢູ່ລາວຍ້ອນວ່າບັນຫາໂຄວິດ-19 ຜ່ານມາການທ່ອງທ່ຽວມັນ ກໍ່ບໍ່ມີມັນເຮັດໃຫ້ທະນາຄານກາຂາດ ເງິນຕາແລ້ວໜີ້ສູງ ມັນກໍ່ດັນເງິນກີບໃຫ້ເຟີ້ໄປຫຼາຍ ຈັ່ງຊັ້ນຫັ້ນນ່າໜຶ່ງກໍ່ຊິແມ່ນຄົນຢ້ານ ແນ່ເງິນກີບມັນຊິເຟີ້ໄປຫັ້ນນ່າຂະເຈົ້າກໍ່ເລີຍຊື້ຄຳໄວ້ບໍ່ ຫຼືວ່າເກັບເງິນບາດ ເງິນໂດລ້າຣ໌ ໄວ້ເງິນກີບກໍ່ຍັງເຟີ້ຢູ່ກໍ່ມີສ່ວນທີ່ວ່າມີສ່ວນທີ່ວ່າ ແບບຢ້ານແລະຂາດຄວາມເຊື່ອໝັ້ນ ແລະບໍ່ຢາກເກັບເງິນນັ້ນໄວ້ເພາະວ່າພັກ-ລັດ ມີບັນຫາຫັ້ນເຈົ້າ.”

ອີງຕາມການລາຍງານ ຂອງກະຊວງການເງິນລະບຸວ່າໃນຮອບ 5 ປີ ຜ່ານມານີ້ລະຫວ່າງປີ 2018-2022 ໜີ້ສິນສາທາລະນະຂອງ ສປປ ລາວ ມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ເຊັ່ນໃນປີ 2018 ມີໜີ້ສາທາລະນະ 86,756 ຕື້ກີບກວມເອົາ 57% ຂອງ ຈີດີພີ, ປີ 2019 ປະມານ 96,410 ຕື້ກີບກວມເອົາ 69% ຂອງ ຈີດີພີ, ປີ 2020 ມີປະມານ 107,776 ຕື້ກີບກວມເອົາ 72% ຂອງຈີດີພີ, ປີ 2021 ມີໜີ້ສາທາລະນະຢູ່ທີ່ 140,817 ຕື້ກີບກວມເອົາ 88% ຂອງຈີດີພີ ແລະ ໃນປີ 2022 ມີໜີ້ສິນຢູ່ທີ່ 208,276 ຕື້ກີບກວມເອົາເຖີງ 112% ຂອງຈີດີພີ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນໄດ້ກ່າວ ໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 9 ໃນວັນທີ 26 ມິຖຸນາ 2023 ວ່າ. ຈໍານວນໜີ້ສິນ ມະຫາສານນີ້ໄດ້ກາຍມາເປັນບັນຫາຫຍຸ້ງຍາກ ເພາະລັດຖະບານລາວ ບໍ່ສາມາດຊອກຫາເງິນມາສຳລະ ຄືນໄດ້ຕາມກຳນົດ ຈົນເຮັດໃຫ້ລັດຖະບານຈຳເປັນຕ້ອງໄປເຈລະຈາ ເພື່ອຂໍດັດແກ້ໂຄງສ້າງໜີ້ສິນ ແລະເລື່ອນໄລຍະເວລາການສໍາລະໜີ້ສິນ ອອກໄປຕື່ມ. ສ່ວນພາກລັດຖະບານກໍ່ມີມາດຕະການ ຫຼາຍຢ່າງ ເປັນຕົ້ນເລັ່ງແກ້ໄຂບັນຫາເສດຖະກິດເງິນເຟີ້, ຄົ້ນຄ້ວານະໂຍບາຍ, ນໍາໃຊ້ປະລິມານເງິນ M2 ຫຼື ເງິນທີ່ບໍ່ໄດ້ຢູ່ໃນລະບົບທະນາຄານເພີ່ມຕື່ມ ເພື່ອສົ່ງເສີມການຜະລິດພາຍໃນໃຫ້ຂະຫຍາຍຕົວ, ຄຸ້ມຄອງອັດຕາແລກປ່ຽນ ເພື່ອໃຫ້ເງິນກີບແຂງຄ່າ ດ້ວຍການປະຕິບັດກົດໝາຍວ່າ ດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ຢ່າງເຂັ້ມງວດແລະເປັນຮູບປະທຳ.