ຍາດແຍ່ງທີ່ດິນກັນ ຈົກປືນ ຍິງຂຶ້ນຟ້າ

0:00 / 0:00

ມື້ວານນີ້ເກີດເຫດການຂັດແຍ່ງທີ່ດິນກັນ ຣະຫວ່າງ ຄອບຄົວ ພະນັກງານບຳນານ ກັບນັກທຸຣະກິດ ທີ່ເຂດບ້ານນາໂນ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ, ໃນເຫດການດັ່ງກ່າວ ຜູ້ເປັນນັກທຸຣະກິດ ບໍ່ພໍໃຈ ທີ່ຄອບຄົວ ພະນັກງານບຳນານ ປັກຫຼັກໝາຍ ກາຍເຂດແດນ ເຂົ້າມາ ຈຶ່ງຈົກປືນ ມາຍິງຂົ່ມຂູ່ ຄູ່ກໍຣະນີ, ດັ່ງປະຊາຊົນ ຜູ້ຢູ່ໃນເຫດການ ທ່ານນຶ່ງ ໄດ້ເວົ້າຕໍ່ ວິທຍຸ ເອເຊັຍ ເສຣີ ໃນມື້ນີ້ວ່າ:

"ເຣື່ອງຣາວມັນລະແມ່ນ ດິນ ທີ່ວ່າຣັຖຈັດສັນໃຫ້ພໍ່ແມ່ ພະນັກງານຫລາຍກະຊວງ ຫລາຍກົມຫັ້ນແຫລະ ແຕ່ວ່າມັນມີພະນັກງານບຳນານ ຜູ້ນຶ່ງຂາຍໃຫ້ຜູ້ທີ່ ຍິງປືນຂຶ້ນຟ້າ ພວກນັ້ນລະບໍ່ຮູ້ບຸກເບີກ ມາຖືກດິນລາວ."

ຕໍ່ເຫດການທີ່ເກີດຂຶ້ນ ຜູ້ທີ່ຍິງປືນຂົ່ມຂູ່ອ້າງວ່າ ຕົນເອງເປັນເຈົ້າຂອງ ທີ່ິດິນຕອນ ທີ່ຂັດແຍ່ງກັນ ຍ້ອນວ່າໄດ້ເຮັດໜັງສື ການຊື້ຂາຍ ກັບ ພະນັກງານບຳນານຄົນນຶ່ງ ທີ່ເປັນເຈົ້າຂອງດິນຜູ້ເກົ່າ. ດັ່ງນັ້ນຈຶ່ງບໍ່ພໍໃຈກັບຄອບຄົວ ພະນັກງານບຳນານ ທີ່ບຸກເບີກ ເນື້ອທີ່ດິນກາຍເຂດ ເຂົ້າມາ ຈຶ່ງເກີດມີການຜິດຖຽງກັນ ເຖິງຂັ້ນຮອດຍິງປືນຂົ່ມຂູ່ກັນ.

ເຖິງແນວໃດກໍຕາມ ປັດຈຸບັນ ເຈົ້າໜ້າທີ່ເມືອງໄຊເສດຖາ ໄດ້ເຂົ້າມາໄກ່ເກັ່ຍບັນຫາ ທີ່ເກີດຂຶ້ນແລ້ວ ໂດຍໄດ້ແຕ່ງຕັ້ງ ຄນະກັມມະການ ສອບສວນເຣື່ອງນີ້ຢູ່, ດັ່ງເຈົ້າໜ້າທີ່ ກ່າວວ່າ:

"ກະຍັງປົກກະຕິ ຄືເກົ່າຫັ້ນແຫລະ, ເພາະວ່ານັກຂ່າວພາກສ່ວນນຶ່ງ ກະລົງໄປແລ້ວເດ້ ກະຍັງບໍ່ທັນຣະອຽດປານໃດນະ, ເຣື່ອງທັມມະດາ ຊື່ໆດອກ ອັນນັ້ນນະ."

ສ່ວນປືນຂອງນັກທຸຣະກິດ ທີ່ໃຊ້ຍິງຂຶ້ນຟ້າຂົ່ມຂູ່ ຄູ່ກໍຣະນີນັ້ນ, ໃນຂນະນີ້ທາງເຈົ້າໜ້າທີ່ ປກສ ເມືອງໄຊເສດຖາໄດ້ຍຶດເອົາໄວ້ແລ້ວ, ເຊິ່ງ ເປັນປືນ ທີ່ມີໜັງສືອະນຸຍາດ ຖືກຕ້ອງ ອອກໃຫ້ໂດຍຫ້ອງການ ສັນຕິບານ ທີ່ຂຶ້ນກັບ ກອງບັນຊາການ ປກສ ນະຄອນຫລວງວຽງຈັນ.