ເຈົ້າຂອງດິນ ຈະໄດ້ຄ່າຊົດເຊີຍ, ຫຼັງຈາກລໍດົນຈົນ ທາງຣົຖໄຟແລ້ວ

ສຸພັດຕາ
2022.02.10
ເຈົ້າຂອງດິນ ຈະໄດ້ຄ່າຊົດເຊີຍ, ຫຼັງຈາກລໍດົນຈົນ ທາງຣົຖໄຟແລ້ວ ທາງດ້ານໜ້າ ຂອງສະຖານີກາງ, ສະຖານີນະຄອນຫຼວງວຽງຈັນ (TS), ເດືອນ ຕຸລາ 2021.
RFA

ປະຊາຊົນທີ່ເປັນເຈົ້າຂອງທີ່ດິນ ຈໍານວນ 304 ຕອນ ໃນນະຄອນຫຼວງວຽງຈັນ ທີ່ເສັຍທີ່ດິນໃຫ້ກັບໂຄງການ ກໍ່ສ້າງທາງຣົຖໄຟລາວ-ຈີນ ຈະໄດ້ຮັບຄ່າຊົດເຊີຽ ພາຍໃນເດືອນນີ້ ຊຶ່ງໃນໂອກາດທີ່ ທ່ານສອນໄຊ ສີພັນດອນ ຮອງນາຍົົກຣັຖມົນຕຣີ ໄດ້ລົງພື້ນທີ່ເຄື່ອນໄຫວກວດກາ ແລະຢ້ຽມຢາມ ໂຄງການກໍ່ສ້າງໂຮງຮຽນເຕັກນິກທາງຣົຖໄຟ (ຫຼັກ 16) ສະຖານີ ຂົນສົ່ງສິນຄ້າວຽງຈັນໃຕ້ ແລະເຂດທ່າບົກ ທ່ານາແລ້ງ ໃນວັນທີ່ 8 ກຸມພາ ທີ່ຜ່ານມານີ້ ທ່ານໄດ້ແນະນໍາ ໃຫ້ຄະນະຮັບຜິດຊອບໂຄງການ ກໍ່ສ້າງທາງຣົຖໄຟລາວ-ຈີນ ສືບຕໍ່ແກ້ໄຂບັນຫາ ການຊົດເຊີຽແກ່ຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກໂຄງການດັ່ງກ່າວ ທີ່ຍັງຄ້າງຄາຢູ່ 4 ເມືອງ ຄື ເມືອງນາຊາຍທອງ, ເມືອງໄຊເສດຖາ, ເມືອງໄຊທານີ ແລະເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ສໍາເຣັດໂດຍໄວ.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ພຍາຍາມຕິດຕໍ່ຫາຫຼາຍພາກສ່ວນ ໃນນະຄອນຫຼວງວຽງຈັນ ທີ່ກ່ຽວຂ້ອງກັບວຽກງານການຊົດເຊີຽ ຜົລກະທົບຈາກໂຄງການກໍ່ສ້າງທາງຣົຖໄຟລາວ-ຈີນ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ແລະຄວາມຄືບໜ້າຫຼ້າສຸດ ຂອງຂັ້ນຕອນການຊົດເຊີຽ ແຕ່ຍັງບໍ່ທັນມີເຈົ້າໜ້າທີ່ຜູ້ໃດ ທີ່ສາມາດໃຫ້ຂໍ້ມູນເພີ່ມຕື່ມໄດ້.

ທາງດ້ານຊາວບ້ານ ຜູ້ຖືກຜົລກະທົບ ຈາກໂຄງການກໍ່ສ້າງທາງຣົຖໄຟລາວ-ຈີນ ຢູ່ນະຄອນຫຼວງວຽງຈັນ ຫຼາຍຄົນກໍມີຄວາມຫວັງ ທີ່ຈະໄດ້ຮັບຄ່າຊົດເຊີຽ ທີ່ຍັງຄ້າງຄາຢູ່ໃນໄວໆນີ້ ພາຍຫຼັງຈາກຮູ້ຂ່າວວ່າ ທ່ານຮອງນາຍົກຣັຖຕຣີ ໄດ້ເນັ້ນໃສ່ ແລະຖືການແກ້ໄຂບັນ ເຣື່ອງຄ່າຊົດເຊີຽເປັນສໍາຄັນ.

ດັ່ງຊາວບ້ານ ຢູ່ເຂດເມືອງໄຊເສດຖາ ທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຽ ກ່າວຕໍ່ວິທຍຸເອເຊັຽເສຣີ ວັນທີ່ 10 ກຸມພານີ້ວ່າ:

“ພາຍໃນເດືອນນີ້ແຫຼະ ເພິ່ນກະວ່າ ທ່ານຮອງເພິ່ນຊິແກ້ໃຫ້ ຄ້າງບໍ່ໄດ້ຊໍາລະໃຫ້ ບໍ່ໄດ້ຈ່າຍ ຖືກສັນຍາໝົດແລ້ວ ກະບໍ່ທັນໄດ້ຈ່າຍ ເອື້ອຍມາຊື້ດິນຕອນໃໝ່ ແລ້ວກະມີໜີ້ ມີດອກເບັ້ຍອິຫຍັງຫັ້ນນ່າ ແລ້ວເອື້ອຍລະຕ້ອງການເງິນໄວໆນີ້ແຫຼະ ຕ້ອງສເນີເອົາ.”

ຊາວບ້ານຜູ້ນີ້ກ່າວຕື່ມວ່າ ກ່ອນໜ້ານີ້ ລາວເອງກໍໄດ້ສເນີ ຕໍ່ຫ້ອງວ່າການເມືອງໄຊເສດຖາ ເພື່ອໃຫ້ພາກສ່ວນທີ່ກ່ຽວຂ້ອງ ມີການຕິດຕາມຄ່າຊົດເຊີຽໃຫ້ໄວໆ ເນື່ອງຈາກເປັນເວລາປະມານ 2 ປີແລ້ວ ທີ່ເສັຍທີ່ດິນໃຫ້ແກ່ໂຄງການ ກໍ່ສ້າງທາງຣົຖໄຟລາວ-ຈີນ ແຕ່ພັດເລື່ອນການຊົດເຊີຽຢູ່ເລື້ອຍໆ ແລະກໍຫວັງຢ່າງຍິ່ງວ່າ ຈະໄດ້ຮັບການຊົດເຊີຽດັ່ງກ່າວ ຢ່າງໄວທີ່ສຸດ ພາຍໃນເດືອນນີ້.

ໃນຂະນະທີ່ ຊາວບ້ານອີກທ່ານນຶ່ງ ຢູ່ເມືອງໄຊທານີ ທີ່ກໍາລັງລໍຖ້າເງິນຊົດເຊີຽ ຈາກໂຄງການດັ່ງກ່າວນີ້ ຄືກັນນັ້ນ ກໍກ່າວວ່າ ທາງພາກສ່ວນທີ່ກ່ຽວຂ້ອງ ໄດ້ຊີ້ແຈງກ່ອນໜ້ານີ້ວ່າ ຈະໃຫ້ຄ່າຊົດເຊີຽແກ່ຄອບຄົວຂອງລາວ ພາຍໃນເດືອນກຸມພານີ້ ແຕ່ກໍຍັງບໍ່ທັນໝັ້ນໃຈເທື່ອວ່າ ຈະໄດ້ໝົດບາດດຽວ ຫຼືວ່າຈະຈ່າຍເປັນງວດ ຍ້ອນທີ່ຜ່ານມາ ຊາວບ້ານໃກ້ຄຽງ ໄດ້ຮັບເງິນຄ່າຊົດເຊີຽແບບເປັນງວດ ເຊິ່ງລາວເອງກໍບໍ່ຢາກໄດ້ແນວນັ້ນ.

ດັ່ງທ່ານກ່າວວ່າ:

“ເພິ່ນວ່າເດືອນນີ້ເພິ່ນຊິໃຫ້ ເພິ່ນຊິໃຫ້ໝົດບາດດຽວ ຫຼືເພິ່ນຊິແບ່ງໃຫ້ກະບໍ່ຮູ້ ເພາະວ່າຫຼາຍຄົນຫັ້ນແບ່ງຈ່າຍ ຫຼາຍຄົນແບ່ງຈ່າຍເທື່ອລະ 20% ເທື່ອລະ 30% ແບ່ງຈ່າຍຫຼາຍງວດຊິນ່າ ເຮົາກະບໍ່ມັກ ເພາະວ່າມັນເປັນເງິນກີບ ແລ້ວເງິນເຮົາມັນເຟີ້.”

ສ່ວນຊາວບ້ານ ຢູ່ເຂດເມືອງຫາດຊາຍຟອງ ນາງນຶ່ງ ທີ່ຍັງລໍຖ້າຄ່າຊົດເຊີຽດັ່ງກ່າວເຊັ່ນດຽວກັນນັ້ນ ກໍຫວັງວ່າ ການທີ່ຮອງນາຍົກຣັຖມົນຕຣີ ໄດ້ລົງມາເຄື່ອນໄຫວໃນເທື່ອນີ້ ຈະເຮັດໃຫ້ວຽກງານການຊົດເຊີຽມີຄວາມຄືບໜ້າ ແລະອາຈສໍາເຣັດພາຍໃນເດືອນນີ້ ເພື່ອທີ່ລາວເອງຈະໄດ້ນໍາເງິນດັ່ງກ່າວໄປໃຊ້ໜີ້ສິນ ທີ່ເຄີຍກູ້ຢືມມາເພື່ອແກ້ໄຂບັນຫາຄວາມທຸກຍາກພາຍໃນຄອບຄົວ.

ດັ່ງນາງກ່າວວ່າ:

“ດິນເຮົາກະຖືກໂຄງການ ເຮົາບໍ່ໄດ້ເຮັດຢູ່ເຮັດກິນເນາະຮ້ອນຫຼາຍ ເພາະວ່າເງິນດອກນອກລະບົບ ເຂົາກະໂທນໍາຢູ່ ເພາະວ່າບໍ່ໄດ້ໃຫ້ເຂົາເດ້ ກະມີຄວາມຫວັງຢູ່ນີ້ ແຕ່ວ່າມື້ນີ້ ມັນກະວັນພະຫັດ ວັນຫຍັງໄປແລ້ວເດ້ ກະຊິບໍ່ຕິດວັນເສົາ ວັນອາທິດໄປເບາະ ເຮັດຣາຍເຊັນໃໝ່ອີກ.”

ແລະຊາວບ້ານ ຢູ່ເມືອງຫາດຊາຍຟອງ ອີກນາງນຶ່ງ ທີ່ຖືກຜົລກະທົບທັງໂຄງການກໍ່ສ້າງທາງສ້າງຣົຖໄຟລາວ-ຈີນ ແລະເຂດໂລຈິສຕິກ ທ່າບົກທ່ານາແລ້ງ ກໍເວົ້າວ່າ ລາວເອງລໍຖ້າຄ່າຊົດເຊີຽມາຈົນເຂົ້າສູ່ປີທີ່ 3 ແລ້ວ ແລະກໍຫວັງວ່າຈະໄດ້ຄ່າຊົດເຊີຽນັ້ນ ໃນອີກບໍ່ດົນນີ້ ຕາມທີ່ພາກສ່ວນກ່ຽວຂ້ອງຮັບປາກວ່າ ຈະແກ້ໄຂໃຫ້ໄວທີ່ສຸດ.

ດັ່ງນາງກ່າວວ່າ:

“ກະລໍຖ້າມານີ້ຊິເຂົ້າ 3 ປີແລ້ວ ຍັງບໍ່ໄດ້ເງິນໄດ້ຄໍາເທື່ອ ເພິ່ນກະຊິໃຫ້ຢູ່ຕິ ເພິ່ນກະ ວ່າເພິ່ນຊິຊົດເຊີຽໃຫ້ຢູ່ເດ້ ໂລຈິສຕິກ ກັບທາງຣົຖໄຟມາຄວບກັນ ແລ້ວເພິ່ນລະບໍ່ຈ່າຍເງິນໃຫ້ຈັກເທື່ອ.”

ໂຄງການກໍ່ສ້າງທາງຣົຖໄຟລາວ-ຈີນ ເຂດນະຄອນຫຼວງວຽງຈັນ ມີຄວາມຍາວ ເກືອບ 60 ກິໂລແມັດ ໃນນັ້ນ ຖືກດິນຂອງຊາວບ້ານ 1,523 ຕອນ ຢູ່ເຂດເມືອງນາຊາຍທອງ, ເມືອງໄຊເສດຖາ, ເມືອງໄຊທານີ ແລະເມືອງຫາດຊາຍຟອງ ເຊິ່ງຕາມຣາຍງານຫຼ້າສຸດ ຂອງທ່ານສອນໄຊ ສີພັນດອນ ລະບຸວ່າ ຢູ່ພາຍໃນ 4 ເມືອງດັ່ງກ່າວ ຍັງເຫຼືອດິນຂອງຊາວບ້ານພຽງຈໍານວນ 304 ຕອນ ທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຽ.

ປັດຈຸບັນ ຣົຖໄຟລາວ-ຈີນ ໄດ້ເປີດໃຊ້ສະຖານີຂົນສົ່ງຜູ້ໂດຍສານແລ້ວ 7 ສະຖານີ ຈາກທັງໝົດ 10 ສະຖານີ ປະກອບດ້ວຍ ສະຖານີ ນະຄອນຫຼວງວຽງຈັນ, ສະຖານີໂພນໂຮງ, ສະຖານີວັງວຽງ, ສະຖານີ ຫຼວງພຣະບາງ, ສະຖານີເມືອງໄຊ, ສະຖານີ ນາເຕີຍ ແລະ ສະຖານີ ບໍ່ເຕັນ ໃນຂະນະທີ່ ໄດ້ເປີດໃຊ້ສະຖານີຂົນສົ່ງສິນຄ້າພາຍໃນ 3 ສະຖານີ ໄດ້ແກ່ ສະຖານນີ ວຽງຈັນໃຕ້, ສະຖານີ ວັງວຽງ ແລະສະຖານີ ນາເຕີຍ.

ໂດຍນັບແຕ່ເປີດໃຊ້ບໍຣິການ ມາຮອດວັນທີ່ 7 ກຸມພາ 2022 ມີປະຣິມານການຂົນສົ່ງຜູ້ໂດຍສານຫຼາຍກວ່າ 113 ພັນຄົນ ລາຽຮັບປະມານ 12 ລ້ານຢວນ ແລະຂົນສົ່ງສິນຄ້າ ສະສົມຫຼາຍກວ່າ 139 ພັນຕັນ ລາຽຮັບປະມານ 48 ລ້ານຢວນ, ອີງຕາມຣາຍງານ ຂອງທ່ານ ຢວນ ໝິງຮາວ ຜູ້ອໍານວຍການບໍຣິສັດ ຣົຖໄຟລາວ-ຈີນ ຈໍາກັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.