ປັດຈຸບັນ ສາຍການບິນລາວ ປະສົບບັນຫາ ຜູ້ໂດຍສານໜ້ອຍ ໃນຖ້ຽວບິນລະຫວ່າງ ນະຄອນຫຼວງວຽງຈັນ ໄປ ແຂວງພາກເໜືອ ເປັນຕົ້ນ ຖ້ຽວບິນ ແຕ່ນະຄອນຫລວງວຽງຈັນ ໄປ ແຂວງຫລວງພຣະບາງ ຍ້ອນວ່າ ຜູ້ໂດຍສານ ຫັນໄປໃຊ້ບໍຣິການຣົຖໄຟລາວ-ຈີນ ແທນ.
ສ່ວນວ່າ ສາຍການບິນແຕ່ນະຄອນຫລວງວຽງຈັນ ໄປ ແຂວງພາກໃຕ້ຂອງລາວ ຜູ້ໂດຍສານພັດເພີ່ມຂຶ້ນ ອີງຕາມການຣາຍງານ ຈາກສື່ມວນຊົນລາວ ທີ່ອ້າງຄໍາໃຫ້ສໍາພາດຂອງ ທ່ານ ຄໍາຫລ້າ ພົມມະວັນ ຜູ້ອໍານວຍການ ຣັຖວິສາຫະກິຈການບິນລາວ.
ໂຕແທນຂາຍປີ້ຍົນ ເຫັນວ່າ ຜູ້ໂດຍສານຈໍານວນໜຶ່ງ ໄປຫລວງພຣະບາງ ກໍເລືອກເດີນທາງດ້ວຍຣົຖໄຟ. ໂຕແທນຂາຍປີ້ຍົນ ນາງນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 11 ມີນາ ວ່າ:
" ແມ່ນເຈົ້າ ຖືວ່າ ມີບ່ອນວ່າງຫຼາຍຜູ້ເຈົ້າ ເພາະວ່າ ດຽວນີ້ ກະມີຣົຖໄຟແນ່ແລ້ວ ກະໃຊ້ບໍຣິການທາງຣົຖໄຟ . ຖ້າເປັນນະຄອນຫລວງວຽງຈັນ ນະຄອນຫລວງວຽງຈັນ ໄປຫລວງພຣະບາງ ກະຂີ່ຣົຖໄຟໄປກະມີເຈົ້າ."
ໂຕແທນຂາຍປີ້ຍົນອີກທ່ານນຶ່ງ ເຫັນວ່າ ຖ້ຽວບິນໄປພາກເໜືອບາງມື້ກໍເຕັມ ແລະ ບາງມື້ກໍວ່າງ.
ໂຕແທນຂາຍປີ້ຍົນ ອີກທ່ານນຶ່ງ ໄດ້ກ່າວວ່າ:
“ມັນແລ້ວແຕ່ມື້ນ່າເຈົ້າ ບາງມື້ກໍຕ້ອງໄດ້ຈອງກ່ອນ. ບາງມື້ກໍມີຢູ່ເຈົ້າ ກໍເຕັມຢູ່ ມັນແລ້ວແຕ່ມື້ນ່າ ໂຕນີ້ເຮົາກໍບໍ່ຮູ້້ເດີເຈົ້າ ເພາະເຮົາບໍ່ໄດ້ຢູ່ໃນສະຖິຕິນ່າ.”
ສ່ວນວ່າ ຖ້ຽວບິນຈາກນະຄອນຫລວງວຽງຈັນ ໄປນະຄອນປາກເຊ ແຂວງຈໍາປາສັກ ກໍມີຜູ້ໂດຍສານເພີີ່ມຂຶ້ນ ແລະ ຜູ້ໂດຍສານຕ້ອງໄດ້ຈອງປີ້ ກ່ອນລ່ວງໜ້າປະມາອາທິດໜຶ່ງ.
ເຈົ້າໜ້າທີ່ສາຍການບິນລາວ ທ່ານນຶ່ງ ຜູ້ທີ່ຈໍສງວນຊື່ ແລະ ສຽງ ໄດ້ກ່າວວ່າ:
“ຖ້ຽວ 1 ໂມງ ແລ້ວກະຖ້ຽວ 6 ໂມງ ຖ້າວ່າ ຈະຕ້ງ ແມ່ນຈອງໄປປະມານທິດໜ້າ ເລີຍແຫຼະ ເພາະວ່າ ຂ້ອນຂ້າງເຕັມໝົດນ່າ. ຕ້ອງແຈ້ງເຮົາປະມານທິດໜຶ່ງເຈົ້າ.”
ເຈົ້າໜ້າທີ່ ສາຍການບິນລາວ ທ່ານນີ້ ໄດ້ກ່າວຕື່ມວ່າ ການທີ່ຜູ້ໂດຍສາຍເດີນທາງໄປກັບສາຍການບິນພາກເໜືອຫຼຸດລົງ ນັ້ນ ບໍ່ໝາຍເຖິງຈະເປັນໝົດທຸກຖ້ຽວບິນ ໄປພາກເໜືອ ສ່ວນເຣື່ອງແຜນການຮັບມືນັ້ນ ຕ້ອງໄດ້ລໍຖ້າໃຫ້ພາກສ່ວນທີມງານ ການຕລາດຂອງສາຍການບິນ ເປັນຜູ້ຫາລືກັນ ເພື່ອປັບປຸງແຜນການຕລາດ ໃຫ້ລູກຄ້າກັບມາໃຊ້ບໍຣິການ ຫຼາຍຄືເກົ່າ.
ສ່ວນວ່າ ຜູ້ໂດຍສານທີ່ເດີນທາງ ດ້ວນຣົຖໄຟ ແຕ່ນະຄອນຫລວງວຽງຈັນ ໄປພາກເໜືອ ກໍຫຼາຍຂຶ້ນເລື້ອຍໆ ຍ້ອວ່າ ລາຄາຖືກກວ່າເຮືອບິນ, ຂັ້ນຕອນການໃຊ້ບໍຣິການ ບໍ່ຫຍຸ້ງຍາກ.
ຜູ້ປະກອບການ ຂາຍປີ້ຣົຖໄຟ ໄດ້ກ່າວວ່າ:
" ຄັນໄປຫລວງພຣະບາງ ປະມານ 4-5 ຖ້ຽວນີ້ແຫຼະ ຈະມີ 7 ໂມງເຄິ່ງ ແລ້ວກະ 9 ໂມງແລ້ວກະ 10 ໂມງ . 1 ໂມງ ເພາະວ່າ ເວລາຈອງ ມັນກໍສະບາຍ ເອົາແຕ່ພາສປອດ ແລ້ວກະຈົບເລີຍ. ເວລາໄປສະຖານີແລ້ວກໍເອົາ QR ໂຄດ. ມັນຕ້ອງໄດ້ຈອງ ເພາະວ່າ ຮອດມື້ລະບົບເປີດປຸບ ຈອງໄປເລີຍ ເພາະວ່າ ຄັນເຈົ້າເຮັດຊ້າ ຫຼືວ່າ ຊ້າແບບບໍ່ໃສ່ໃຈ. ເຈົ້າກະຈະບໍ່ໄດ້ໄປ."
ນັກທ່ອງທ່ຽວ ທີ່ເລືອກເດີນທາງດ້ວຍຣົຖໄຟ ໄປພາກເໜືອ ໄດ້ກ່າວເຖິງສາເຫດທີ່ຕ້ອງເດີນທາງ ດ້ວນຣົຖໄຟ ວ່າ:
“ເພາະວ່າດຽວນີ້ມີຣົຖໄຟແລ້ວ ຄົນກະໃຊ້ ໂຕນີ້ກະບໍ່ຊ່າງຊິວ່າເນາະ ເພາະວ່າ ຖ້າຖືກ. ເຂົາເຈົ້າມີຄ່າໃຊ້ຈ່າຍແພງຫັ້ນນ່າ. ການເດີນທາງໄປຫຍັງ ຄືຮູ້ນໍາກັນ ແຕ່ວ່າຕ້ອງໄດ້ຄິດໄລ່ໃຫ້ມັນເຮັດໄປແລ້ວ ມັນກໍາໄລ ຫັ້ນແຫຼະເນາະ. ຄັນເຮັດໄປແລ້ວບໍ່ມີກໍາໄລ ເຂົາເຈົ້າກໍຢູ່ບໍ່ລອດຢູ່ກັນ.”
ສໍາລັບລາຄາປີ້ໂດຍສານ ຂອງສາຍການບິນລາວ ລະຫວ່າງ ນະຄອນຫລວງວຽງຈັນ ກັບ ແຂວງຫລວງພຣະບາງ ປັດຈຸບັນ ຢູ່ທີ່ລາຄາ 880,000 ກີບ ຕໍ່ຖ້ຽວ ໃນຂະນະທີລາຄາໂດຍສານ ຣົຖໄຟປະເພດ 2 ຢູ່ທີ່ 333,000 ກີບ ຕໍ່ຖ້ຽວ ແລະ ປະເພດ 1 ຢູ່ທີ່ 522,000 ກີບ ຕໍ່ຖ້ຽວ.
ນັບແຕ່ວັນທີ 1 ມີນາ 2024 ເປັນຕົ້ນມາ, ບໍຣິສັດ ທາງຣົຖໄຟລາວ-ຈີນ ຈໍາກັດ ໄດ້ເພີ່ມຖ້ຽວຣົຖໄຟຖ້ຽວ C92/91 ແລະ C84/83 ຈາກ ນະຄອນຫລວງວຽງຈັນ-ໄປແຂວງຫລວງພຣະບາງ-ນະຄອນຫລວງວຽງຈັນ ທຸກມື້ ເພື່ອຮັບຮອງນັກທ່ອງທ່ຽວຈີນ, ນັກທ່ອງທ່ຽວໄທຍ, ນັກທ່ອງທ່ຽວຈາກປະເທດອື່ນໆ ລວມທັງນັກທ່ອງທ່ຽວ ພາຍໃນປະເທດ ທີ່ຕ້ອງການເດີນທາງ ໄປແຂວງຫລວງພຣະບາງ.
