ລາວ-ຈີນ ສົ່ງເສີມ ການໃຊ້ເງິນທ້ອງຖິ່ນ ເພື່ອການຄ້າ ຊາຍແດນ

ໄຊຍາ
2023.09.19
ລາວ-ຈີນ ສົ່ງເສີມ ການໃຊ້ເງິນທ້ອງຖິ່ນ ເພື່ອການຄ້າ ຊາຍແດນ ພະນັກງານ ກຳລັງທອນເງິນ ໃຫ້ລູກຄ້າ ທີ່ຊື້ເຄື່ອງ ໃນນະຄອນຫຼວງວຽງຈັນ. ວັນທີ 26 ກໍຣະກະດາ 2023.
ນັກຂ່າວ ພົລເມືອງ

ເມື່ອບໍ່ດົນມານີ້ ທ່ານ ບຸນເຫຼືອ ສິນໄຊ ວໍລະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ຫົວໜ້າ ທະນາຄານ ກະສິກັມ ແຫ່ງຊາຕຈີນ ສາຂາຢູນນານ ປະເທດຈີນ ໄດ້ປຶກສາຫາລື ກ່ຽວກັບກັບຮ່ວມມືລະຫວ່າງ 2 ປະເທດ ໂດຍສະເພາະໃນຂົງເຂດການຄ້າ ການລົງທຶນ, ການເງິນ ແລະ ການທະນະຄານ. ຫົວໜ້າ ທັງສອງທະນາຄານ ໄດ້ຕົກລົງຈະຮ່ວມມືກັນ ສົ່ງເສີມການສຳລະສິນຄ້າ ເປັນສະກຸນເງິນທ້ອງຖິ່ນຄືເງິນກີບ ແລະ ເງິນຢວນ ເພື່ອຍົກລະດັບການຄ້າ ແລະ ການລົງທຶນ ຂອງທັງສອງຝ່າຍ ໃຫ້ເພີ່ມພູນຂຶ້ນ.

ເຊິ່ງແຜນການດັ່ງກ່າວນີ້ ຣັຖບານລາວ ແລະ ຣັຖບານຈີນ ຈະປະຕິບັດໃນໄວໆນີ້ ພາຍຫຼັງແຈ້ງການອອກແມ່ນສາມາດ ປະຕິບັດໄດ້ເລີຍ ໂດຍສະເພາະການຄ້າ ລະຫວ່າງຊາຍແດນ ເພື່ອໃຫ້ສະດວກຕໍ່ການສຳລະສິນຄ້າ ເປັນຕົ້ນເມື່ອຄົນລາວ ຊື້ສິນຄ້າຢູ່ຈີນ ສາມາດນຳເງິນກີບ ຂອງລາວຊື້ໄດ້, ສ່ວນເງິນຢວນຂອງຈີນກໍເຊັ່ນກັນ. ຄົນຈີນສາມາດໃຊ້ເງິນຢວນ ຊື້ສິນຄ້າ ຢູ່ລາວໄດ້.

ດັ່ງເຈົ້າໜ້າທີ່ທະນາຄານ ແຫ່ງ ສປປ ລາວ ຜູ້ຂໍສງວນຊື່ ແລະຕຳແໜ່ງ ກ່າວໃນວັນທີ 18 ກັນຍານີ້ວ່າ:

ອັນນີ້ໝາຍຄວາມວ່າ ສົ່ງເສີມສະກຸນເງິນທ້ອງຖິ່ນ ເຂດຊາຍແດນຫັ້ນນ່າ ທີ່ມີການຕິດຈອດກັນຫັ້ນ ເພື່ອອຳນວຍຄວາມສະດວກ ໃຫ້ທັງສອງປະເທດ ຊິວ່າກາເພີ່ມຊ່ອງທາງ ໃຫ້ກັນແລະກັນຫັ້ນແຫຼະ ບໍ່ແມ່ນວ່າບໍ່ໃຫ້ໃຊ້ເງິນບາດເງິນໂດລາອີ່ຫຍັງເລີຍເດ້ເປັນການສົ່ງເສີມ ຂອງສອງປະເທດຄັນໄປຊື້ຢູ່ຈີນ ກາສາມາດເອົາເງິນກີບສຳລະໄດ້ຊິນ່າ.

ກ່ຽວກັບເຣື່ອງດັ່ງກ່າວ ຫຼາຍຄົນ ມີຄວາມເຫັນວ່າ ຣັຖບານພະຍາຍາມ ຫຼີກລ້ຽງບໍ່ໃຫ້ໃຊ້ເງິນສະກຸນອື່ນ ເຊັ່ນເງິນບາທ ແລະ ເງິນໂດລ້າຣ໌ສະຫະຣັຖ ເຊິ່ງເປັນເຣື່ອງຍາກ, ເປັນໄປບໍ່ໄດ້ ຖ້າທາງການ ຈະໃຫ້ໃຊ້ເງິນຢວນ ແລະ ເງິນກີບຫຼາຍຂຶ້ນ ຍັງເປັນໄປໄດ້ຍາກ ເພາະວ່າ ປະເທດລາວ ຍັງນໍາເຂົ້າສິນຄ້າ ຈາກໄທຍ ເປັນສ່ວນໃຫຍ່. ເງິນບາທ ແລະ ເງິນໂດລ້າຣ໌ ສະຫະຣັຖ ກໍຈຳເປັນ. ຊາວລາວບໍ່ສາມາດຫຼີກລ້ຽງເງິນບາທ ແລະ ເງິນໂດລ້າຣ໌ ສະຫະຣັຖ ໄດ້ ເປັນຕົ້ນນໍ້າມັນຣົຖ, ທີ່ດິນ ກໍຍັງໃຊ້ເງິນບາທ ຫຼື ເງິນໂດລ້າຣ໌ສະຫະຣັຖ ຊື້-ຂາຍ ຢູ່, ບໍ່ມີຜູ້ໃດ ຂາຍເປັນເງິນກີບ ແລະ ເງິນຢວນ.

ດັ່ງຊາວລາວ ໃນເມືອງຕົ້ນເຜິ້ງກ່າວຕໍ່ວິທຍຸ ເອເຊັຽ ເສຣີວ່າ:

ໂອ້ຍ ມັນບໍ່ໄດ້ດອກ ໂດຍສະເພາະຢູ່ເຂດນອກ ຢູ່ໂຕເມືອງຕົ້ນເຜິ້ງ ຢູ່ຕລາດນີ້ ສ່ວນຫຼາຍຈະໃຊ້ເປັນເງິນບາທ ສ່ວນຫຼາຍແມ່ນຊື້ຈາກໄທຍ. ໄທຍກາບໍ່ເອົາເງິນຢວນ ກາບໍ່ເອົາເງິນກີບ ເອົາແຕ່ເງິນບາທ. ມັນກໍຕ້ອງໄດ້ເກັບເງິນບາທ ໄປຊື້. ຊື້ດິນ, ຊື້ຣົຖນີ້ ເຂົາເຈົ້າບໍ່ເອົາເງິນຢວນ, ເງິນກີບນີ້ ເຂົາກໍບໍ່ເອົາ. ເອົາແຕ່ບາດກັບໂດລ້າຣ໌.

ທ່ານກ່າວຕື່ມວ່າ ຍົກເວັ້ນບ່ອນດຽວ ທີ່ເຂົາເຈົ້າໃຊ້ເງິນທ້ອງຖິ່ນ; ກີບ ແລະ ຢວນ ໄດ້ຜົລແລ້ວຄືໃນເຂດເສຖກິຈ ພິເສດສາມຫຼ່ຽມຄຳ ແຂວງບໍ່ແກ້ວ ທີ່ເຂດນັ້ນເປັນເຂດທີ່ຈີນປົກຄອງ ສ່ວນໃຫຍ່ ໃຊ້ແຕ່ເງິນກີບ ແລະ ເງິນຢວນ. ສ່ວນເງິນບາທ ແລະ ເງິນໂດລ້າຣ໌ ສະຫະຣັຖ ເຂົາເຈົ້າບໍ່ໃຊ້ກັນເລີຍ ໃນເຂດປົກຄອງຂອງຈີນ.

ອັນນີ້ຢູ່ໃນເຂດເສຖກິຈ ຂອງເຂົາເງິນບາທ ເຂົາບໍ່ໃຫ້ໃຊ້ໃຫ້ສຳລະກັນ ເປັນເງິນກີບ ຫຼື ເງິນຢວນ. ເຂດໂຕນັ້ນ ມັນເປັນເຂດປົກຄອງ ພິເສດ ຂອງເຂົາ ມີສິດປົກຄອງຄົນຈີນ ມັນຫຼາຍເດ້. ມັນຕ້ອງໄດ້ໃຊ້ຄຽງຄູ່ກັນໄປ ລະຫວ່າງເງິນກີບ ກັບເງິນຢວນ.

ຊາວລາວໃນແຂວງ ບໍ່ແກ້ວອີກທ່ານນຶ່ງກໍກ່າວວ່າ ເຖິງແມ່ນວ່າແຂວງບໍ່ແກ້ວ ຈະມີຄົນຈີນມາອາໄສຢູ່ຫຼາຍໃນເຂດເມືອງຕົ້ນເຜິ້ງ ແລະ ໃນເຂດເສຖກິຈ ພິເສດສາມຫຼ່ຽມຄຳ ເປັນໄປບໍ່ໄດ້ທີ່ຈະໃຫ້ໃຊ້ແຕ່ເງິນກີບ ແລະ ເງິນຢວນຢ່າງດຽວເພາະວ່າ ລາວຍັງນຳເຂົ້າສິນຄ້າ ຈາກໄທຍເປັນສ່ວນໃຫຍ່ ແລະ ສິນຄ້າຍັງລາຄາແພງ ແລະ ບ່ອນທີ່ຈະໃຊ້ເງິນຢວນ ຫຼາຍກ່ວາໝູ່ ແມ່ນໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ໃນກາສິໂນ ເພາະເປັນເຂດຂອງຈີນ ແນ່ນອນວ່າ ເຂົາເຈົ້າໃຊ້ເງິນຈີນ.

ເຮັດບໍ່ໄດ້ດອກເພາະວ່າ ມັນຕ້ອງໄດ້ນຳເຂົ້າສິນຄ້າ ຈາກໄທຍບໍ່ໃຊ້ເງິນບາທເລີຍ ກາຄືຊິເປັນໄປບໍ່ໄດ້ເຟີ້ແຮງນ່າ 100 ບາທ ກໍໄດ້ 60 ພັນກີບ ຕອນນີ້ຄັນວ່າ ຈະໃຊ້ເປັນຢວນຢ່າງດຽວ ມັນເຂດກາສິໂນ ມັນເປັນເຂດຂອງຈີນ ເຂົ້າເຈົ້າປົກຄອງ ກັນເອງຫັ້ນນ່າ ມັນເລີຍຕ້ອງໃຊ້ເງິນ ເຂົາເຈົ້າແຕ່ຄັນວ່າ ຢູ່ນອກເຂດກາສິໂນ ເຂົາເຈົ້າຈະໃຊ້ເປັນເງິນບາທ.

ຊາວລາວໃນເມືອງບໍ່ເຕັນ ແຂວງຫຼວງນໍ້າທາ ກ່າວວ່າເຖິງແມ່ນວ່າເຂດນີ້ຈະຕິດຈອດ ກັບຈີນ ແຕ່ພາຍໃນລາວຍັງໃຊ້ເງິນກີບກັນຢູ່ ນອກຈາກບັນດາແມ່ຄ້າ ຊາວຂາຍ ຈະມັກໃຊ້ເງິນຢວນ ເພາະຕ້ອງໄປຊື້ສິນຄ້າຈາກຈີນແລ້ວ ຂາຍໃນລາວ ຊາວຄ້າຂາຍ ປັບລາຄາຂຶ້ນຕາມອັດຕຣາ ແລກປ່ຽນ ແລະ ປັດຈຸບັນນີ້ ເງິນລາວ ຍັງເຟີ້ຫຼາຍ ສິນຄ້າທຸກຢ່າງແພງ ຫາກເປັນໄປໄດ້ ຢູ່ໃຫ້ກັບຈີນ ຂນາດນີ້ກໍຢາກໃຊ້ເງິນຢວນ ໄປເລີຍ.

ບໍ່ເຕັນນີ້ກໍໝໍ່ຊາຍແດນເນາະ ມີແຕ່ໃຊ້ເງິນລາວບໍ່ໄດ້ໃຊ້ເງິນຈີນ ແຕ່ຖ້າວ່າ ຊື້-ຂາຍ ເຂົາກໍນຳເອົາຈິນແຫຼະມາຂາຍແຫຼະ ຢູ່ຫຼວງນໍ້າທາ ເຂົາຊື້ເງິນຢວນ ແລ້ວກໍມາຂາຍເປັນເງິນກີບນ່າ ໄລ່ເປັນເງິນລາວ ກໍໄລ່ສູງແລ້ວບາທນີ້ ສິນຄ້ານັບມື້ແຮງນັບແພງເນາະ ຈິດໃຈ ກໍຢູ່ໝໍ່ໆນີ້ ກໍຢາກໃຊ້ເງິນຢວນ ຫັ້ນແຫຼະ.

ກ່ອນໜ້ານີ້ ທະນາຄານ ອຸດສາຫະກັມ ແລະ ການຄ້າຂອງຈີນ ຫຼື Industrial And Commercial Bank of China (ICBC) ສາຂານະຄອນຫຼວງວຽງຈັນ ຈະເປີດສູນໃຫ້ບໍຣິການ ສຳລະສະດ້ວຍເງິນຢວນ ໃນລາວ (LAOS RMB CLEARING BANK) ພາຍໃນເດືອນມິຖຸນາປີ 2023 ຕາມການອະນຸຍາດ ຂອງທະນາຄານແຫ່ງ ສປປ ລາວ ເພື່ອສົ່ງເສີມການໃຊ້ເງິນກີບ ແລະ ເງິນຢວນ ໃຫ້ຫຼາຍຂຶ້ນໃນການສຳລະການຄ້າ ແລະ ການລົງທຶນ ລະຫວ່າງ ລາວ-ຈີນ ແທນເງິນໂດລ້າຣ໌ສະຫະຣັຖ.

ເດືອນມົກກະຣາ ປີ 2020 ຜ່ານມາ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານ ປະຊາຊົນຈີນໄດ້ລົງນາມ ກ່ຽວກັບການນຳໃຊ້ ສະກຸນເງິນທ້ອງຖິ່ນ ໃນລະບົບການສຳລະ ເພື່ອເປີດທາງໃຫ້ຄູ່ຄ້າ ແລະ ຄູ່ລົງທຶນ ຂອງສອງປະເທດ ນຳໃຊ້ສະກຸນເງິນທ້ອງຖິ່ນ ຂອງໂຕເອງໄດ້ຄືເງິນກີບ ແລະ ເງິນຢວນເພື່ອຄວາມສະດວກ ໃນດ້ານການຄ້າ ແລະ ການລົງທຶນ ບໍ່ຈຳເປັນຕ້ອງເພິ່ງພາ ເງິນສະກຸນອື່ນ.

ເມື່ອວັນທີ 20 ກັນຍາ 2022 ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານປະຊາຊົນຈີນ ໄດ້ລົງນາມໃນບົດບັນທຶກ ຄວາມເຂົ້າໃຈວ່າ ດ້ວຍການສ້າງຕັ້ງທະນາຄານ ສຳລະດ້ວຍເງິນຢວນ ຢູ່ ສປປ ລາວ ແລະເມື່ອວັນທີ 30 ກັນຍາ 2022 ທະນາຄານປະຊາຊົນຈີນ ກໍໄດ້ມອບໝາຍໃຫ້ທະນາຄານ ອຸດສາຫະກັມ ແລະ ການຄ້າຂອງຈີນ ຈຳກັດ ສາຂານະຄອນຫຼວງວຽງຈັນ ເປັນສູນສຳລະດ້ວຍເງິນຢວນຢູ່ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.