ກະຊວງກະສິກັມ ແລະ ປ່າໄມ້ ຂອງລາວ ແລະ ອົງການປົກຄອງ ປະຊາຊົນ ເມືອງຫູໜານ ຂອງຈີນ ໄດ້ເຊັນບົດບັນ ທຶກຄວາມເຂົ້າໃຈ ການຮ່ວມມື ສ້າງໂຄງການນຶ່ງທາງ ສອງເຂດ ເພື່ອສົ່ງເສີມການຜລິຕສິນຄ້າກະສິກັມ ແລະ ນຳໃຊ້ເສັ້ນທາງຣົຖໄຟ ລາວ-ຈີນ ໃນການຂົນສົ່ງສິນຄ້າ.
ທັງສອງຝ່າຍ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ໃນວັນທີ 26 ສິງຫາ 2022 ໂດຍ ມີຈຸດປະສົງເພື່ອສ້າງເຂດພັທນາ ອຸດສາຫະກັມ-ກະສິກັມ ທັນສໄມ ຢູ່ນະຄອນຫລວງວຽງຈັນ ແລະ ເຂດພັທນາເສຖກິຈຈິນເຊີຍ ນະຄອນຊາງຊາ ແຂວງຫູໜານຂອງຈີນ ອີງຕາມຂໍ້ມູນຈາກກະຊວງກະສິກັມ ແລະ ປ່າໄມ້.
ບົດບັນທຶກດັ່ງກ່າວ ເປັນພຽງແຜນການ, ແຕ່ ຍັງບໍ່ມີກຳນົດວ່າ ຈະມີການລົງມືປະຕິບັດເມື່ອໃດ ເຊິ່ງຝ່າຍລາວ ມີແຜນການສ້າງເຂດພັທນາ ອຸດສາຫະກັມ ແລະ ກະສິກັມ ທັນສໄມ ຢູ່ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ.
ເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະ ປ່າໄມ້ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 29 ສິງຫາ ວ່າ:
" ຍັງ ບໍ່ ທັນ ໄດ້ ຈັດ ຕັ້ງ ປະ ຕິ ບັດ ໝາຍ ຄວາມ ວ່າ ເຂດ ທີ 1 ແມ່ນ ເຂດ ເສ ຖ ກິ ຈ ແຂວງ ຫູ ໜານເນາະ . ເຂດ ທີ 2 ນີ້ ເຂດ ເສ ຖ ກິ ຈ ຂອງ ລາວ ເຂດ ສັນ ຂົວ ມິ ຕ ພາບຫັ້ນ ແຫຼະ . ລັກ ສະ ນະ ດຶງ ດູດ ການ ລົງ ທຶນ ຂອງ ຈີນ ແລ້ວ ກະ ຂອງ ຕ່າງ ປະ ເທດ ແນ ໃສ່ ນຳ ໃຊ້ ບໍ ຣິ ການ ຂົນ ສົ່ງ ຣົ ຖ ໄຟ ລາວ - ຈີນ ."
ທ່ານ ກ່າວຕື່ມວ່າ ເປົ້າໝາຍຂອງການສ້າງເຂດພັທນາ ອຸດສາຫະກັມ ແລະ ກະສິກັມ ທັນສໄມ ຢູ່ເຂດເມືອງຫາດຊາຍຟອງ ເພື່ອດອງດູດນັກລົງທຶນຈີນ ແລະ ຕ່າງປະເທດ ເຂົ້າມາສົ່ງເສີມການປູກພືດ ກະສິກັມ ແລ້ວເຮັດການປຸງແຕ່ງ ຜົລຜລິດກະສິກັມ ສົ່ງອອກໄປຈີນ, ແຕ່ຍັງບໍ່ມີຣາຍລະອຽດເທື່ອວ່າ ບໍຣິສັດໃດ ຈະເຂົ້າມາສັມປະທານ ແລະ ເຂົ້າຮ່ວມລົງທຶນໃນໂຄງການດັ່ງກ່າວ.
ໃນຂະນະດຽວກັນ ຊາວກະສິກອນລາວ ຍັງບໍ່ທັນຮູ້ຣາຍລະອຽດເຣື່ອງນີ້ ເພາະວ່າ ເຂົາເຈົ້າສ່ວນຫຼາຍກໍຜລິຕກະສິກັມ ເພື່ອພາຍໃນເມືອງ ແລະ ແຂວງຂອງຕົນເອງ.
ຊາວສວນສາລີ ທ່ານນຶ່ງ ໄດ້ກ່າວວ່າ:
" ເຂົາ ມີ ຫຼາຍ ຄົນ ດ ຽວນີ້ ແຕ່ ວ່າ ເວົ້າ ເຣື່ອງ ການ ສົ່ງ ເສີມນີ້ ສ່ວນ ຫຼາຍ ມັນ ຢູ່ ພີ້ ມັນ ເຮັດ ໃຜ ເຮັດ ມັນ . ມັນ ບໍ່ ມີ ກຸ່ ມ ມາ ສົ່ງ ເສີມ . ປູກ ເອງ ແລ້ວ ກະ ປູກ ເອງ ຂາຍ ພາຍ ໃນ ນີ້ ບໍ່ ໄດ້ ເອົາ ອອກ ຕ່າງ ເມືອງ ຕ່າງ ແຂວງ ຫຍັງດອກ . ພວກ ຈີນ ເຂົາ ກະ ມາ ຊື້ ຄື ກັນ ."
ຊາວກະສິກັມ ອີກຄົນນຶ່ງ ໄດ້ກ່າວວ່າ ຖ້າມີໂຄງການແບບນີ້ ກໍເປັນການສົ່ງເສີມຊາວກະສິກັມ:
" ຄັນ ມີ ຄົນ ມາ ສົ່ງ ເສີມ ກະ ດີ . ບໍ ຣິ ສັດ ມາ ສົ່ງ ເສີມ ໃຫ້ ເຮັດ ຫັ້ນ ນ່າ ເພາະ ວ່າ ດິນ ມັນ ຫຼາຍ ເດ້ . ກະ ມີ ຢູ່ ໃດ ເຂົາ ເຮັດ ນ່າ ແຕ່ ວ່າ ເຫັນ ເຂົາ ເຮັດ ຢູ່ ໄຊ ຍະ ຄົນ ຈີນ ມາ ເຮັດ ຫັ້ນ ນ່າ ."
ບໍຣິສັດດ້ານການກະເສຕ ຂອງນັກລົງທຶນຕ່າງປະເທດບາງແຫ່ງ ຢູ່ເມືອງຊາຍຊາຍຟອງ ນະຄອນຫລວງວຽງຈັນ ກໍຍັງບໍ່ຮູ້ ແລະ ຍັງບໍ່ແນ່ໃຈວ່າ ຈະເຂົ້າຮ່ວມລົງທຶນ ໃນໂຄງການນີ້.
ພະນັກງານຢູ່ ບໍຣິສັດ ປູກກ້ວຍແຫ່ງນຶ່ງ ຢູ່ເມືອງຫາດຊາຍຟອງ ໄດ້ກ່າວວ່າ:
" ຢູ່ ທາງ ສວນ ເຮົາ ຢູ່ ປາກ ຊັນ ພຸ້ນ ເຮົາ ຈຳ ໜ່າຍ ຢູ່ ແຕ່ ນະ ຄອນ ຫລວງວຽງ ຈັນ . ເຮົາ ຍັງ ບໍ່ ຮູ້ ນຳ ຫົວ ໜ້າ ເພາະ ວ່າ ຫົວ ໜ້າ ເພິ່ນ ກັບ ປະ ເທດ . ເພິ່ນ ຍັງ ບໍ່ ທັນ ໄດ້ ມາ ເທື່ອນ່າ ອັນ ນີ້ ເຮົາ ກະ ໃຫ້ ຄຳ ຕອບບໍ່ ໄດ້ ."
ນັກວິຊາການດ້ານກະສິກັມ ກໍໃຫ້ວ່າ ເປັນຜົລດີ ຖ້າມີການລົງທຶນ ໃນຂແນງການນີ້:
" ໂອ ຄັນ ວ່າ ເພິ່ນ ມີ ທຶນ ຮອນ ມາ ເຮັດ ກະ ເປັນ ຜົ ລ ດີ ໃຫ້ ແກ່ ປະ ຊາ ຊົນ ແຫຼະ . ສະ ເພາະ ເວົ້າ ເຣື່ອງ ການ ສົ່ງ ເສີມ ດ້ານ ກະ ສິ ກັມນີ້ , ທາງ ພາກ ເອກ ຊົນ ນີ້ ນ່າ ຖ້າ ພາກ ສ່ວນ ໃດ ມີ ເງື່ອນ ໄຂເນາະ ຫາກວ່າ ມາ ລົງ ທຶນ ສົ່ງ ດ້ານນີ້ ກະ ຖື ວ່າ ເປັນ ຜົ ລ ດີໃຫ້ ແກ່ ປະ ຊາ ຊົນ ຫັ້ນ ແຫຼະ ເນາະ ."
ນອກຈາກນີ້ ທາງການລາວ ແລະ ຈີນ ຍັງເຫັນດີນຳກັນວ່າ ເຂດພັທນາເສຖກິຈທັງ 2 ເຂດດັ່ງກ່າວ ຈະເປັນຈຸດສູນກາງ ຂອງຄວາມຮ່ວມມືລະຫວ່າງ ລາວ-ຈີນ ໃນດ້ານການຄ້າ, ການຂົນສົ່ງ ແລະ ການເງິນ ເພື່ອຮອງຮັບການຜລິຕກະສິກັມ ທີ່ສາມາດນໍາໃຊ້ຣົຖໄຟລາວ-ຈີນ ໃນການຂົນສົ່ງສິນຄ້າໄປຈີນ.
ນອກຈາກນີ້ ກະຊວງກະສິກັມ ແລະ ປ່າໄມ້ ກໍມີແຜນສ້າງໂຮງງານປຸງແຕ່ງ ຜົລຜລິຕດ້ານກະສິກັມ ທັນສໄມ ເພື່ອສົ່ງສິນຄ້າ ໄປປະເທດເພື່ອນບ້ານ ອີງຕາມການຣາຍງານ ຂອງໜັງສືພິມວຽງຈັນທາມສ໌.
ເຖິງຢ່າງໃດກໍຕາມ, ໃນໄລຍະຜ່ານມາ ທາງການລາວ ແລະ ຈີນ ກໍໄດ້ຮ່ວມມືກັນ ດ້ານການສົ່ງອອກງົວໄປປະເທດຈີນຈຳນວນ 500,000 ໂຕ ຕໍ່ປີ ແຕ່ ໃນໂຕຈິງ ລາວສາມາດ ສົ່ງອອກງົວໄປໄດ້ ພຽງແຕ່ 50,000 ໂຕ ຕໍ່ປີເທົ່ານັ້ນ ອີງຕາມຂໍ້ມູນ ຂອງກະຊວງກະສິກັມ ແລະ ປ່າໄມ້ໃນປີຕົ້ນປີ 2022.
