ເຈົ້າໜ້າທີ່ ຈາກ ກະຊວງ ແຜນການ ແລະ ການລົງທຶນ ຂອງລາວ ໄດ້ກ່າວ ເມື່ອວັນທີ 25 ກັນຍາ ຕໍ່ ເອເຊັຽ ເສຣີ ວ່າ ເຖິງ ຣັຖບານ ລາວ ຈະ ມີບັນຫາ ການເກັບ ຣາຍຮັບ ເຂົ້າ ງົປມານ ຢູ່ ກໍ່ຕາມ ແຕ່ ຍັງຄາດວ່າ ເສຖກິດ ຂອງ ສົກປີ 2014-15 ຈະ ເຕີບໂຕ ຢູ່ຕໍ່ໄປ ຍ້ອນ ເສຖກິດ ພາກພື້ນ ແລະ ສາກົນ ມີທ່າອ່ຽງ ເຕີບໂຕ ແລະ ຂແນງ ພລັງງານ ໄຟ້ຟ້າ ກໍ ປະກອບ ສ່ວນ ຫລາຍຂຶ້ນ:
"ໃນສົກປີ 2014-15 ນີ້ ເສຖກິດ ຂອງລາວ ຍັງ ຊິຂຍາຍ ຕົວຂຶ້ນ ເນື່ອງຈາກວ່າ ເສຖິດ ທົ່ວໂລກ ສືບຕໍ່ດີຂຶ້ນ. ບັນດາ ໂຮງງານ ໄຟຟ້າ ລະກະບາງ ເຂື່ອນ ແມ່ນ ໄດ້ສຳເລັດ ເສັດສິ້ນ ແລ້ວ ກະມີແຕ່ວ່າ ເລີ່ມເຂົ້າສູ່ ການຜລິດ ເຊັ່ນວ່າ ໂຮງງານ ໄຟຟ້າ ຫົງສາ ໂຮງງານ ໄຟຟ້າ ຖ່ານຫີນ ຫັ້ນ, ລະກະ ເຂື່ອນ ເຊກະໝານ1 ນ້ຳຄານ2 ເຊລຳພັນ ຄາດວ່າ ລາຍຮັບ ນີ້ ຈະເພີ່ມຂຶ້ນ".
ທ່ານກ່າວ ຕື່ມອີກວ່າ ການຂຍາຍໂຕ ຂອງ ເສຖກິດລາວ ໃນ ສົກປີໜ້າ ຈະເຮັດໃຫ້ ຮວມຍອດ ຜລິຕພັນ ພາຍໃນ ຫຼື GDP ຂຍາຍຕົວ ຫຼາຍກວ່າ 8% ແລະ ເງິນເຟີ້ ກໍຄາດວ່າ ຈະຢູ່ໃນ ຣະດັບ ສະເລັ່ຽ ປະມານ 4.5 ຫາ 6.6 ສ່ວນຮ້ອຍ.
ໃນ ຂນະດຽວກັນ ທ່ານກໍວ່າ ເສຖກິດລາວ ທີ່ ກຳລັງ ຂຍາຍຕົວ ຢູ່ນັ້ນ ບໍ່ໄດ້ ສະທ້ອນໃສ່ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ໂດຍລວມ ໃຫ້ດີຂຶ້ນ ແຕ່ຢ່າງໃດ ປະຊາຊົນ ທົ່ວ ປະເທດ ຍັງຢູ່ ໃນສະພາບ ທຸກຍາກ ຂາດເຂີນຢູ່ ຣັຖບານ ຍັງ ບໍ່ສາມາດ ເກັບຣາຍຮັບ ໄດ້ ຕາມເປົ້າໝາຍ ແລະ ບໍ່ມີ ງົປມານ ພຽງພໍ ສໍາລັບ ເບີກຈ່າຍ ເງິນເດືອນ ໃຫ້ ພະນັກງານ ຣັຖກອນ ໃນ ທົ່ວ ປະເທດ ຊຶ່ງ ມີແນວໂນ້ມ ວ່າ ຍັງຈະ ແກ້ໄຂໄດ້ ຍາກຢູ່.
ຣັຖມົນຕຣີ ກະຊວງ ການເງິນ ຢືນຢັນ ວ່າ ການຈ່າຍ ເງິນເດືອນ ໃຫ້ ພະນັກງານ ຣັຖກອນ ທົ່ວ ປະເທດ ຈະ ບໍ່ຊັກຊ້າ ອີກຕໍ່ໄປ ແຕ່ ຍ້ອນວ່າ ທຸກຢ່າງ ຍັງບໍ່ມີ ຄວາມ ແນ່ນອນ ອາຈມີ ຄຳສັ່ງ ຍົກເລີກ ຍາມໃດ ກໍ່ໄດ້ ດັ່ງທີ່ເຄີຍ ມີມາແລ້ວ ໃນ ຕົ້ນສົກປີ ງົບປະມານ 2013-14.
