ລັດຖະບານ ເລັ່ງແກ້ໄຂຄວາມບໍ່ເຊື່ອໝັ້ນ ຕໍ່ເງິນກີບທີ່ຍັງຜັນຜວນ
2024.08.06
ລັດຖະບານໄດ້ຖະແຫຼງ ໃນກອງປະຊຸມສະພາແຫ່ງຊາດຄັ້ງຫຼ້າສຸດວ່າ ກໍາລັງເລັ່ງແກ້ໄຂຄວາມບໍ່ເຊື່ອໝັ້ນຕໍ່ກັບເງິນກີບ ທີ່ຍັງຜັນຜວນອັນເປັນສາເຫດທີ່ເຮັດໃຫ້ກະທົບ ຕໍ່ການຂະຫຍາຍຕົວຂອງເສດຖະກິດ, ຄ່າຄອງຊີບສູງ ແລະ ຊີວິການເປັນຢູ່ຂອງປະຊາຊົນ ລຳບາກ. ເມື່ອຕົ້ນເດືອນກໍລະກົດຜ່ານມາ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ໄດ້ອອກຄໍາສັ່ງມອບໝາຍໃຫ້ລັດຖະບານ ເລັ່ງແກ້ໄຂອັດຕາແລກປ່ຽນໃຫ້ໄດ້ພາຍໃນໜຶ່ງເດືອນ ແລະ ພາກປະຊາຊົນກໍ່ອອກມາລະດົມໃຫ້ໃຊ້ເງິນກີບ ບໍ່ຮັບເງິນຕາຕ່າງປະເທດ.
ກ່ຽວກັບເລື່ອງນີ້ນັກທຸລະກິດ ທີ່ຂໍສະຫງວນສື່ ແລະສຽງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 01 ສິງຫາວ່າ ຜູ້ມີເງິນຕາຕ່າງປະເທດກໍ່ໃຊ້ຈ່າຍ ແບບລະມັດລະວັງ ແລະ ຮ້ານແລກປ່ຽນຢຸດຊົ່ວຄາວບໍ່ກ້າເຄື່ອນໄຫວແບບເປີດເຜີຍ. ການແກ້ໄຂອັດຕາແລກປ່ຽນ ແລະການລະດົມການໃຊ້ເງິນກີບ ຫຼາຍພາກສ່ວນເຫັນດີ. ຈຸດປະສົງກໍ່ເພື່ອໃຫ້ປະຊາຊົນນໍາໃຊ້ ເງິນກີບໃນການ ຊື້-ຂາຍ ແລະ ເປັນການປະຕິບັດກົດໝາຍທາງດ້ານການເງິນ.
“ຖ້າເປັນເງິນຕາຕ່າງປະເທດ ຮັບກໍ່ຮັບເຣດຕໍ່າ ໆ ກ່ວາທະນາຄານໂຕນີ້ກາມີຫາງສຽງຫຼາຍ ໆ ຄົນມາເວົ້າວ່າເປັນການເອົາປຽບລູກຄ້າ ເປັນການສວຍໂອກາດ ກໍ່ຄືມັນເປັນການຕໍ່ຕ້ານການບີບບັງຄັບໃຫ້ຄົນເຂົ້າມາໃນປະເທດເຮົາຕ້ອງໃຊ້ ເປັນເງິນກີບເຈົ້າມີເງິນຕາຕ່າງປະເທດ ຕ້ອງໄດ້ໄປປ່ຽນທີ່ທະນາຄານ”
ນັກການເງິນທີ່ຂໍສະຫງວນສື່ແລະສຽງກ່າວວ່າ ການຜັນຜວນຂອງເງິນທີ່ເກີດຂື້ນໃນໄລຍະການລະດົມການໃຊ້ເງິນກີບພ້ອມທັງການກະຕຸ້ນຈາກພາກລັດຖະບານບໍ່ແມ່ນເຂົ້າສູ່ລະບົບການແກ້ໄຂ. ແຕ່ການປະກາດດັ່ງກ່າວປະຊາຊົນຢ້ານວ່າໃຊ້ອຳນາດລັດເຂົ້າແຊກແຊງເພື່ອໃຫ້ອັດຕາແລກປ່ຽນຢູ່ໃນລະດັບຂອງທະນາຄານເຊີ່ງຈະເຮັດໃຫ້ຜູ້ຖືເງິນຕ່າງປະເທດ ແລະ ຄຳ ຂາດທືນໃນເມື່ອຕີມູນຄ່າເປັນເງິນກີບຈຶ່ງສ້າງຄວາມແຕກຕື່ນໃຫ້ກັບ ປະຊາຊົນຈຳນວນໜຶ່ງ.
ກີບກັບໂດລານັ້ນກໍ່ຍັງເພີ່ມຂື້ນຢູ່ໝາຍຄວາມວ່າເງິນກີບບໍ່ໄດ້ແຂງຄ່າຂື້ນແຕ່ຢ່າງໃດ. ແຕ່ປັດໃຈສາເຫດທີ່ເຮັດໃຫ້ອັດຕາແລກປ່ຽນກີບບາດຫຼຸດລົງນັ້ນອາດຈະເປັນຜົນມາຈາກທີ່ຄົນລາວນັ້ນຕື່ນກະແສຕື່ນໂຕໃນການເງິນບາດທີ່ມີຢູ່ໄປແລກເຂົ້າສູ່ລະບົບຂອງທະນາຄານນໍາເອົາເງິນກີບກັບມາເຮັດໃຫ້ເງິນກີບແຂງຄ່າຂື້ນອັດຕາແລກປ່ຽນນັ້ນຫຼຸດລົງ.
ທາງດ້ານທະນາຄານແຫ່ງ ສປປ ລາວ ກໍ່ໄດ້ອອກມາຊີ້ແຈງຕໍ່ສັງຄົມທັນທີເຊີ່ງຢ້ານເກີດການເຂົ້າໃຈຜິດວ່າ ປະເທດລາວຫ້າມບໍ່ໃຫ້ໃຊ້ຈ່າຍເງິນຕາຕ່າງປະເທດ. ຕາມຄວາມເປັນຈິງກໍ່ຄືຖ້າຖືເງິນບາດ ຫຼື ເງິນໂດລາ ຕ້ອງໄດ້ແລກປ່ຽນເປັນເງິນກີບກ່ອນຈຶ່ງນໍາມາໃຊ້ຈ່າຍໃນປະເທດລາວເພື່ອເປັນການປະຕິບັດຕາມກົດໝາຍພາຍໃນປະເທດ.
ສ່ວນມາດຕະການໃນການແກ້ໄຂນໍາເງິນຕາຕ່າງປະເທດເຂົ້າສູ່ລະບົບນັ້ນກໍ່ຍັງພົບກັບຄວາມຫຍຸ້ງຍາກເພາະບັນຫານີ້ສະສົມມາຫຼາຍປີແລ້ວ. ດັ່ງກໍລະນີຂອງການລົງທືນຍັງມີບາງ ທຸລະກິດທີ່ຍັງເປີດບັນຊີເງິນຕາຕ່າງປະເທດຢູ່ນອກປະເທດເພື່ອງ່າຍຕໍ່ການສຳລະສະສາງ ເຊີ່ງມັນສາເຫດທີ່ພາໃຫ້ເງິນຕາບໍ່ເຂົ້າສູ່ລະບົບທະນາຄານ. ດັ່ງເຈົ້າໜ້າທີ່ກ່ຽວຂ້ອງກັບວຽກງານການຄຸ້ມຄອງເງິນຕາຕ່າງປະເທດກ່າວວ່າ.
“ແຫຼ່ງເງິນຕາຕ່າງປະເທດຕ່າງ ໆ ກໍ່ຍັງບໍ່ທັນເຂົ້າສູ່ລະບົບເທົ່າທີ່ຄວນຍ້ອນການເຄົາລົບຕໍ່ການຈັດຕັ້ງປະຕິບັດກົດໝາຍຢູ່ປະເທດເຮົານີ້ກໍ່ເປັນປະເທດໜຶ່ງທີ່ນໍ້າໃຊ້ເງິນຕາຫຼາຍສະກຸນອັນຕໍ່ມາພື້ນຖານເສດຖະກິດຂອງພວກເຮົາກໍ່ຍັງອ່ອນນ້ອຍເປັນປະເທດທີ່ນໍາເຂົ້າປະເພດສີນຄ້າແລະການບໍລິການ. ຂະແໜງເສດຖະກິດປາຍແຫຼມກໍ່ຍັງບໍແຂງແຮງທືນຮອນໃນການພັດທະນາກໍ່ມີຈຳກັດຈຳຕ້ອງໄດ້ກູ້ຢືມມາພັດທະນາປະເທດໄປຄຽງຄູ່ກັນນັ້ນການຄຸ້ມຄອງເງິນຕາຕ່າງປະເທດໂດຍລວມຂອງພວກເຮົາກໍ່ຍັງບໍ່ທັນລວມສູນແລະເອກະພາບ.”
ການແກ້ໄຂອັດຕາແລກປ່ຽນໃຫ້ສະຖຽນຜູ້ປະກອບການດ້ານກະສິກໍາຄົນລາວກ່າວວ່າ ເງິນກີບອ່ອນຄ່າ ແລະ ອັດຕາແລກປ່ຽນສູງຍັງສືບຕໍ່ເຮັດໃຫ້ລາຄາສີນຄ້າແພງເຊີ່ງເປັນໄພອັນຕະລາຍຕໍ່ທຸລະກິດແລະສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ. ເພາະເສດຖະກິດຂອງປະເທດເປັນເສດຖະກິດນທີ່ນໍາໃຊ້ສີນຄ້ານໍາເຂົ້າ 60-70% ດັ່ງນັ້ນການເໜັງຕີງຂອງອັດຕາແລກປ່ຽນຈະສົ່ງຜົນກະທົບໂດຍກົງຕໍ່ໍໍຊີວິດປະຈໍາວັນ.
ເຊີ່ງການແກ້ໄຂທີ່ຜ່ານມາລັດຖະບານລາວໄດ້ປະກາດໃຫ້ຫຼຸດຜ່ອນການນໍາເຂົ້າສີນຄ້າກະສິກຳຫຼາຍລາຍການເພື່ອບັນເທົາຜົນກະທົບ. ພ້ອມທັງມອບໃຫ້ກະຊວງການເງິນປັບຂື້ນອາກອນຊົມໃຊ້ສີນຄ້າຟຸມເຟືອຍເພື່ອຫຼຸດຜ່ອນການໄຫຼອອກຂອງເງິນຕາຕ່າງປະເທດ.
ນັກວິຊາການການເງິນໃຫ້ຄວາມເຫັນວ່າ ປີຜ່ານມາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ສະເໜີມາດຕະການໄລຍະກາງ ແລະ ຍາວຕໍ່ສະພາແຫ່ງຊາດເພື່ອແກ້ໄຂບັນຫາເສດຖະກິດໂດຍສະເພາະອັດຕາເງິນເຟີ້, ການອ່ອນຄ່າຂອງເງິນກີບ, ການຜັນຜວນຂອງອັດຕາແລກປ່ຽນ ແລະ ການເພີ່ມຂື້ນຂອງລາຄາສີນຄ້າ.
ໃນການກໍານົດມາດຕະການໂດຍສເພາະທາງດ້ານການເງິນກໍ່ຄືຕ້ອງສືບຕໍ່ດໍາເນີນນະໂຍບາຍເງິນຕາໄປໃນທິດທາງຮັດກຸມດ້ວຍການຄວບຄຸມການຂະຫຍາຍຕົວຂອງປະລິມານເງິນ, ທັງບໍ່ສ້າງຄວາມກົດດັນຕໍ່ຄວາມຕ້ອງການເງິນຕາຕ່າງປະເທດອັນຈະເຮັດໃຫ້ອັດຕາແລກປ່ຽນອ່ອນຄ່າ. ກຳນົດນະໂຍບາຍແລກປ່ຽນໃນທິດທາງທີ່ສາມາດເຮັດໃຫ້ທະນາຄານທຸລະກິດກຳນົດອັດຕາແລກປ່ຽນແບບຢືດຢຸ່ນຫຼາຍຂື້ນ. ສ່ວນການຄຸ້ມຄອງເງິນຕາແມ່ນໃຫ້ມີເງິນຕາໄຫຼເຂົ້າລະບົບຫຼາຍຂື້ນໂດຍເໜັ້ນຄຸ້ມຄອງຜູ້ນໍາເຂົ້າ-ສົ່ງອອກແລະຜູ້ມາລົງທືນໂດຍກົງຈາກຕ່າງປະເທດ.
ຈໍາກັດການແລກປ່ຽນເງິນຕາແບບສະຊາຍ, ບໍ່ຖືກກົດໝາຍ, ຕິດຕາມຄຸ້ມຄອງລາຄາສີນຄ້າ ແລະ ຄ່າບໍລິການທີ່ມີການເໜັງຕີງແຮງ, ສີ່ງທີ່ສຳຄັນລັດຖະບານຄວນນໍາໃຊ້ມາດຕະການແຊກແຊງລາຄາສີນຄ້າໂດຍສະເພາະສີນຄ້າອຸປະໂພກແລະບໍລິໂພກເປັນບູລິມະສິດທີ່ກະທົບແຮງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ .
ສ່ວນພາກທຸລະກິດ ທ່ານ ກອງແກ້ວ ໄຊສົງຄາມ ຈາກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ກ່າວເມື່ອວັນທີ 02 ສິງຫາ 2024 ກ່ຽວກັບການແກ້ໄຂສະພາບບັນຫາລາຄາສີນຄ້າ ແລະ ອັດຕາແລກປ່ຽນວ່່າ. ລາວກຳລັງປະເຊີນກັບບັນຫາຂາດສະຖຽນລະພາບທາງດ້ານເສດຖະກິດມະຫາພາກໂດຍສະເພາະການເພີ່ມຂື້ນຂອງລາຄາສີນຄ້າຫຼືອັດຕາແລກປ່ຽນທີ່ບໍ່ຄົງທີ່, ເງິນເຟີ້, ສະພາບເງິນກີບຍັງສືບຕໍ່ອ່ອນຄ່າເຮັດໃຫ້ຄ່າຄອງຊີບສູງຂື້ນສົ່ງຜົນກະທົບໂດຍກົງຕໍ່ກັບຊີວິດການເປັນຢູ່ຂອງປະຊາຊົນ.
ທ່ານກ່າວຕື່ມວ່ານັບແຕ່ປີ 2022 ຍັງບໍ່ມີທ່ວງທ່າວ່າຈະສະຫງົບລົງ ແລະ ຫຼຸດລົງ. ເຖີງແມ່ນວ່າໃນໄລຍະຜ່ານມາລັດຖະບານພະຍາຍາມແກ້ໄຂແຕ່ບໍ່ສາມາດແກ້ໄຂໄດ້ຢ່າງຂາດຕົວ. ສືບເນື່ອງມາຈາກຫຼາຍປັດໃຈທີ່ເປັນສີ່ງທີ່ທ້າທາຍແລະຂໍ້ຈຳກັດທີ່ຕິດພັນກັບບັນຫາໂຄງສ້າງພື້ນຖານເສດຖະກິດລາວ. ເຊັ່ນການຜະລິດພາຍໃນຍັງບໍ່ທັນເຂັ້ມແຂງແລະບໍ່ຫຼາກຫຼາຍເທົ່າທີ່ຄວນ, ຍັງອາໄສແຕ່ການນໍາເຂົ້າສີນຄ້າເປັນສ່ວນໃຫຍ່, ເຮັດໃຫ້ປະເທດຂາດດຸນການຄ້າຢ່າງຕໍ່ເນື່ອງ, ສົ່ງຜົນກະທົບໂດຍກົງຕໍ່ຄັງສຳຮອງເງິນຕາຕ່າງະເທດຢູ່ໃນລະດັບທີ່ບໍ່ພຽງພໍກັບຄວາມຕ້ອງການຊໍາລະຕ່າງປະເທດ
ອີກຢ່າງການນໍາໃຊ້ເຄື່ອງມືທາງນະໂຍບາຍການເງິນ ແລະ ເງິນຕາ ໃນການດັດສົມບັນຫາເງິນເຟີ້ ແລະ ອັດຕາແລກປ່ຽນຍັງມີຂໍ້ຈຳກັດຫຼາຍ. ປະເທດຕົກຢູ່ໃນສະພາບຂາດດຸນທາງດ້ານງົບປະມານຕໍ່ເນື່ອງເຮັດໃຫ້ເກີດບັນຫາໜີ້ສີນສະສົມນັບມື້ນັບສູງຂື້ນ. ນອກນີ້ປະເທດລາວເປັນປະເທດທີ່ນໍາໃຊ້ຫຼາຍສະກຸນເງິນເຂົ້າໃນການສຳລະສະສາງທັງຢູ່ພາຍໃນແລະຕ່າງປະເທດເຊັ່ນເງິນໂດລາ, ບາດ ແລະ ຢວນ ກວມຫຼາຍກ່ວາເຄີ່ງໜຶ່ງຂອງປະລິມານເງິນທັງໝົດໃນລະບົບເສດຖະກິດເຮັດໃຫ້ການນໍາໃຊ້ເຄື່ອງມືດ້ານນະໂຍບາຍເງິນຕາຂາດປະສິດທີຜົນ.