ພິຈາຣະນາ ຂຶ້ນເງິນເດືອນ ຣັຖກອນ, ຄ່າຄອງຊີບສູງ ໄປບໍ່ລອດ
2023.07.26

ກອງປະຊຸມ ຄະນະຣັຖບານໃນວັນທີ 24-25 ກໍຣະກະດາ ທີ່ຜ່ານມາ ໄດ້ພິຈາຣະນາ ຈະໃຫ້ເງິນອຸດໜຸນ ຫລື ຂຶ້ນເງິນເດືອນ ໃຫ້ແກ່ພະນັກງານ-ຣັຖກອນ ທີ່ມີເງິນເດືອນຕ່ໍາ ແລະ ໄດ້ພິຈາຣະນາ ຈະປັບຂຶ້ນຄ່າຈ້າງແຮງງານຂັ້ນຕ່ໍາ ໃຫ້ແກ່ແຮງງານ-ກັມມະກອນ ເພື່ອໃຫ້ສອດຄ່ອງ ກັບສະພາບເສຖກິຈ ໃນປັດຈຸບັນ ທັງນີ້ ທາງຄະນະຣັຖບານ ຍັງໄດ້ມອບໝາຍ ໃຫ້ກະຊວງການເງິນ ແລະພາກສ່ວນທີ່ກ່ຽວຂ້ອງ ດໍາເນີນການສືກສາຄົ້ນຄວ້າວ່າ ຈະໃຫ້ເງິນອຸດໜູນ ແລະ ປັບຂຶ້ນຄ່າແຮງງານຕ່ໍາສຸດ ໄດ້ຫລາຍໜ້ອຍສ່ໍາໃດ ອີກທັງ ຣັຖບານ ຈະມີງົບປະມານພຽງພໍ ຫລື ບໍ່.
ກ່ຽວກັບເຣື່ອງນີ້, ທາງດ້ານພະນັກງານ-ຣັຖກອນ ຕ່າງກໍເຫັນດີນໍາ ເນື່ອງຈາກຄ່າຕອບແທນ ໃນແຕ່ລະເດືອນ ຂອງພວກຂະເຈົ້າ ບໍ່ກຸ້ມຢູ່ກຸ້ມກິນ ແລະ ບໍ່ສອດຄ່ອງກັບຄ່າຄອງຊີບ ໃນປັດຈຸບັນແລ້ວ ອີກທັງ ຍັງມີທ່າອຽງສູງຂຶ້ນ ພາຍຫລັງການແຜ່ຣະບາດ ຂອງໂຄວິດ-19 ຫລຸດຜ່ອນລົງ ເນື່ອງຈາກສິນຄ້າ ອຸປະໂພກ-ບໍຣິໂພກ ແລະ ນ້ໍາມັນເຊື້ອໄຟມີລາຄາແພງຂຶ້ນ ແຕ່ພວກຂະເຈົ້າ ຍັງບໍ່ຮູ້ຄັກແນ່ວ່າ ທາງການລາວຈະປັບຂຶ້ນເງິນເດືອນໃຫ້ ຫລື ຈະຊ່ວຍເຫລືອໃນການ ມອບເງິນອຸດໜຸນຄ່າຄອງຊີບ ໃນແຕ່ເດືອນໃຫ້.
ດັ່ງ ພະນັກງານ-ຣັຖກອນ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 26 ກໍຣະກະດາ 2023 ນີ້ວ່າ:
“ແມ່ນແຫລະ ຜູ້ທີ່ວ່າຈົບປະຣິນຍາຕຣີມາ ກໍຊິໄດ້ຢູ່ປະມານ 1.5 ກີບນີ້ແຫລະ ເພິ່ນໄລ່. ເພິ່ນເພີ່ມຄ່າຄອງຊີບແມ່ນຫຍັງນ່າ ຢູ່ໃນກອງປະຊຸມສະພາ ຄັນວ່າບໍ່ເປັນເງິນເດືອນຫັ້ນ ອາຈຈະໄດ້ຕໍ່ໄປເລື້ອຍໆ ຫັ້ນນ່າ ຄ່າຄອງຊີບ ບາງເທື່ອ ໄລຍະໃດທີ່ວ່າ ຄ່າຄອງຊີບຫັ້ນນ່າ ຫລຸດລົງວ່າຊັ່ນສ່າ ອາຈຈະຕັດລົງຄືນ ຫລືວ່າ ເພິ່ນອາຈຈະເພີ່ມຂຶ້ນຫລາຍກວ່າເກົ່າ ອັນນີ້ກໍຍັງບໍ່ຮູ້ ເພີ່ມອີກ 1.5 ແສນກີບລ່ະ ບໍ່ ກໍຕັ້ງແຕ່ ໄລຍະ ເສຖກິຈມັນບໍ່ຄ່ອຍດີ.”
ໃນຮອບປີທີ່ຜ່ານມາ ພະນັກງານຣັຖກອນ, ທຫານ, ຕໍາຣວຈ ແລະ ພະນັກງານ ບໍານານ ໄດ້ຮັບເງິນເດືອນຂັ້ນພື້ນຖານ ຢູ່ປະມານ 1.3-1.5 ລ້ານກີບ/ເດືອນ ແລະ ທາງການລາວກໍໄດ້ມອບເງິນອຸດໜຸນຄ່າຄອງຊີບ ໃຫ້ແກ່ພວກຂະເຈົ້າເພີ່ມຕື່ມ ເປັນເງິນ 1.5 ແສນກີບ/ເດືອນ ແຕ່ສະຖານການ ດ້ານເສຖກິຈ ພາຍໃນປະເທດລາວ ປ່ຽນໄປຫລາຍ ສນັ້ນ ທາງການລາວຈຶ່ງຈໍາເປັນທີ່ຈະຕ້ອງທົບທວນ ກ່ຽວກັບຄ່າຕອບແທນ ແລະ ເງິນອຸດໜູນຄ່າຄອງຊີບ ໃຫ້ແກ່ພະນັກງານ-ຣັຖກອນ ຄືນໃໝ່.
ດັ່ງ ພະນັກງານ-ຣັຖກອນ ອີກທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ໂຕນີ້ ເພີ່ນເວົ້າເປັນຕົວລວມເລີຍ ລວມທັງໝົດເລີຍ ທັງເງິນເດືອນ ທັງແມ່ນຫລັງໝົດເລີຍ ທັງເງິນເດືອນ ທັງເງິນອຸດໜຸນ ຢູ່ນໍາກັນຫັ້ນເລີຍ ຄືວ່າຫັ້ນແຫລະ ທາງສະພາແຫ່ງຊາຕ ເພີ່ນຍັງບໍ່ທັນຕົກລົງ ຮັບຮອງຢ່າງເປັນທາງການເທື່ອ ເຫັນມີແຕ່ຮັບຮອງຢູ່ໃນສະພາ ຢາກໃຫ້ປັບຂຶ້ນເງິນເດືອນ ອີງໃສ່ ຄ່າຄອງຊີບຂອງພະນັກງານເຮົານີ້ ເພາະຖືວ່າ ເງິນເດືອນສ່ໍານີ້ ມັນບໍ່ພໍກິນ ບໍ່ພໍໃຊ້.”
ໃນຮອບເກືອບ 10 ປີ ທີ່ຜ່ານມາ ທາງການລາວ ໄດ້ດໍາເນີນການປັບຂຶ້ນ ດັດຊະນີ ເງິນເດືອນພື້ນຖານ ໃຫ້ແກ່ພະນັກງານ-ຣັຖກອນ ພຽງ 3 ຄັ້ງ ໃນປີ 2016, 2017 ແລະ 2022 ຂະນະທີ່ ອັຕຣາເງິນເຟີ້ ປັບຂຶ້ນຢ່າງຕໍ່ເນື່ອງ ນັບແຕ່ປີ 2021 ເປັນຕົ້ນມາ ສນັ້ນ ພະນັກງານ-ຣັຖກອນ ໃນຂແນງການຕ່າງໆ ຈຶ່ງສເນີໃຫ້ ພາກສ່ວນທີ່ກ່ຽວຂ້ອງ ພິຈາຣະນາປັບຂຶ້ນເງິນເດືອນ, ຫລື ເງິນອຸດໜູນຄ່າຄອງຊີບ ໃຫ້ແກ່ພວກຂະເຈົ້າຕື່ມ.
ດັ່ງທ່ານ ອຸດົມ ວົງໄກສອນ ສມາຊິກສະພາແຫ່ງຊາຕ ເຂດທີ 11 ແຂວງ ບໍຣິຄໍາໄຊ ກ່າວໃນກອງປະຊຸມ ສໄມສາມັນ ເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ທີ່ຜ່ານມານີ້ວ່າ:
“ແຕ່ວ່າການໃຊ້ຈ່າຍ ຂ້າພະເຈົ້າວ່າ ມຫາສານ ກໍວ່າແມ່ນ ຄ່ານ້ໍາ ຄ່າໄຟ ຄ່ານ້ໍາມັນຣົຖ ຄ່າຮຽນລູກ ຫລືຄ່າອີ່ຫຍັງຕ່າງໆ ກໍເບິດແລ້ວເນະ ບັນດາທ່ານເນາະ ຍັງບໍ່ໄດ້ເວົ້າຄ່າຊື້ກິນສ່ໍາໃດເນາະ ທ່ານປະທານເນາະ ອັນນີ້ສເນີແທ້ໆ ວ່າ ສເນີຣັຖບານ ຊ່ວຍພິຈາຣະນາແທ້ໆ ວ່າເພີ່ມຄ່າຄອງຊີບຈັ່ງຊີ້ບໍ່ ຫລືວ່າເພີ່ມ ເງິນອຸດໜູນ ເພີ່ມເງິນເດືອນແນວໃດກໍຍາກເນາະ ຂໍໃຫ້ເພີ່ມຂຶ້ນຕື່ມ ສ່ໍານີ້ກໍແມ່ນບໍລອດແລ້ວ ມັນບໍ່ລອດແລ້ວ.”
ສໍາລັບຄ່າຈ້າງ ແຮງງານຂັ້ນຕ່ໍາ ຂອງແຮງງານ-ກັມມະກອນ ໃນປັດຈຸບັນ ທີ່ຕົກຢູ່ປະມານ 1.3 ລ້ານກີບ ແມ່ນເຮັດໃຫ້ຄົນງານລາວ ບໍ່ມີເງິນທ້ອນ ໂດຍສະເພາະຜູ້ທີ່ເດີນທາງ ມາຈາກຕ່າງແຂວງ ເພື່ອມາເຮັດວຽກຢູ່ພາຍໃນເຂດໂຕເມືອງ ຍ້ອນພວກເຂົາເຈົ້າຕ້ອງຈ່າຍຄ່າເຊົ່າທີ່ພັກ, ຄ່ານ້ໍາປະປາ, ຄ່າໄຟຟ້າ ແລະ ຄ່າເດີນທາງ ສ່ວນຄ່າກິນນັ້ນ ເງິນແທບບໍ່ເຫລືອໃຊ້ ແລະ ຈໍາເປັນຕ້ອງໄດ້ຊອກວຽກເສີມ.
ດັ່ງ ກັມມະກອນ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວວ່າ:
“ກໍ 1.3 ລ້ານ ປະມານ 7 ແສນກວ່າ 6 ແສນຫັ້ນ ມັນເປັນຄ່າຫ້ອງ ຄ່ານ້ໍາ ຄ່າໄຟ ປະມານ 60-70 ພັນກີບ ຄັນວ່າເຮົາຊື້ກິນ ກໍໝົດຫັ້ນນ່າ ໂດຍປັດຈຸບັນ ຫ້ອງທັມມະດານີ້ກໍຄື 6.5 ແສນກີບ ຖ້າວ່າເຮົາໄປວຽກ ເຮົາກໍໄດ້ຂີ່ຣົຖໄປເນາະ ແລ້ວກໍໄດ້ຢູ່ໄກຈາກບ່ອນເຮັດວຽກ ກໍຕ້ອງໄດ້ຂີ່ຣົຖໄປ ນ້ໍາມັນນີ້ປະມານ 3-4 ແສນກີບຫັ້ນແຫລະ.”
ກ່ຽວກັບເຣື່ອງນີ້, ຄົນງານລາວຈໍານວນຫລາຍ ທີ່ເຮັດວຽກຢູ່ພາຍໃນປະເທດ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ພິຈາຣະນາ ປັບຂຶ້ນຄ່າຈ້າງແຮງງານຂັ້ນຕ່ໍາ ຈາກ 1.3 ລ້ານກີບ/ເດືອນ ເປັນ 2.5-3.0 ລ້ານກີບ/ເດືອນ ຈຶ່ງຈະກຸ້ມຢູ່ກຸ້ມກິນ ແລະ ມີເງິນທ້ອນ ສໍາລັບໃຊ້ໃນຍາມສຸກເສິນ.
ດັ່ງ ຄົນງານລາວ ຢູ່ ນະຄອນຫລວງວຽງຈັນ ນາງນຶ່ງ ກ່າວວ່າ:
“ຄ່າຄອງຊີບບັກສູງໆ ອິຫຍັງກໍກາຍທົບເຄິ່ງແລ້ວ ແຕ່ເງິນເດືອນມັນຂຶ້ນນບໍ່ໄດ້ ສ່ວນນຶ່ງສ່ໍາຫັ້ນນ່າ ມັນນ່າຈະປະມານ 3 ລ້ານນ່າ ນ່າຈະໂອເຄ ເພາະວ່າເຂົ້າທຸກມື້ນີ້ ມາຢູ່ກິນອີ່ຫຍັງມັນກໍລໍາບາກຫັ້ນນ່າ ຄ່າຫ້ອງເຊົ່າ ຄ່ານ້ໍາ ຄ່າໄຟ ຈັ່ງຊີ້ນ່າ ມັນກໍເກືອບເອົາເປັນລ້ານແລ້ວຫັ້ນນ່າ ແມ່ນສາເຫດ ມັນກໍຍັງຄ່າແຮງງານຫັ້ນແຫລະ ໄປພຸ້ນ (ປະເທດໄທຍ) ແລ້ວເອົາມາເປັນເງິນລາວ ມັນກໍຫລາຍຫັ້ນນ່າ ແມ່ນ ມັນຈະມີເງິນເກັບຫລາຍກວ່າ ມາເຮັດຢູ່ພີຫັ້ນນ່າ.”
ທີ່ຜ່ານມາ ຄ່າຈ້າງແຮງງານ ພາຍໃນປະເທດລາວ ຈະມີການປັບຂຶ້ນ ຕາມວຸດທິການສຶກສາ ແລະ ປະສົບການ ການເຮັດວຽກ ແຕ່ເຖິງຢ່າງໃດກໍຕາມ ພັດຍັງມີຄົນງານລາວບາງຄົນ ທີ່ມີປະສົບການເຮັດວຽກມາແລ້ວ ເປັນເວລາດົນ ແລະ ຍັງໄດ້ເງິນຄ່າຕອບແທນໜ້ອຍ ເທົ່ານັ້ນ ເຊິ່ງບໍ່ສອດຄ່ອງກັບພາລະ ທີ່ພວກຂະເຈົ້າຕ້ອງຮັບຜິດຊອບ ໃນການເບິ່ງແຍງ ສມາຊິກຄົນອື່ນໆ ໃນຄອບຄົວ.
ດັ່ງ ຄົນງານລາວ ທີ່ເຮັດວຽກເປັນຕົວແທນຂາຍສິນຄ້າໄທຍ ພາຍໃນເມືອງຕ່າງໆ ໃນນະຄອນຫລວງວຽງຈັນ ກ່າວວ່າ:
“ສໍາລັບຂ້ອຍເຮັດວຽກຢູ່ບໍຣິສັດພີ້ 20 ປາຍປີ ດຽວນີ້ໄດ້ຢູ່ ອ່າ 3.2 ລ້ານກີບ. ອື້ ກໍບໍ່ປານໃດ 10 ລ້ານພຸ້ນແຫລະເນາະ ກໍບໍ່ຮອດແຫລະ ບໍ່ເພີ່ມ ເພິ່ນບໍ່ເພີ່ມໃຫ້ ບໍ່ປານໃດດອກ. ກໍບໍ່ໄດ້ເກັບນ່າ ກໍພໍດີ ພໍດີກຸ້ມເດືອນ. ເອີ້! ກໍຄ່ານ້ໍາມັນ ຄ່າຢູ່ຄ່າກິນ ໃນແຕ່ລະມື້ຫັ້ນແຫລະ.”
ທີ່ຜ່ານມາ ທາງການລາວ ໄດ້ອອກປະກາດ ປັບປຸງຄ່າແຮງງານຂັ້ນພື້ນຖານ ເປັນຈໍານວນ 9 ຄັ້ງ ສໍາລັບການປັບຂຶ້ນ ຄ່າແຮງງານຂັ້ນພື້ນຖານ ທາງຫ້ອງວ່າການສໍານັກ ນາຍົກຣັຖມົນຕຣີ ໄດ້ອອກແຈ້ງການສະບັບເລກທີ່ 829/ຫສນຍ ລະບຸໃຫ້ ໃຫ້ມີການປັບປຸງຄ່າແຮງງານຂັ້ນຕ່ໍາ ສໍາລັບຜູ້ອອກແຮງງານຈາກ 1,100,000 ກີບ ມາເປັນ 1,300,000 ກີບ/ເດືອນ ຫລື ປະມານ 18% ຂອງອັດຕຣາຄ່າຈ້າງ ແຮງງານຂັ້ນຕ່ໍາກ່ອນໜ້ານີ້ ຂະນະທີ່ ໃນຮອບຫລາຍເດືອນ ທີ່ຜ່ານມາ ສິນຄ້າອຸປະໂພກ-ບໍຣິໂພກ ພາຍໃນປະເທດ ມີລາຄາເພີ່ມຂຶ້ນແບບທົບເທົ່າ.
ໃນກອງປະຊຸມສໄມສາມັນ ເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ດຽວກັນນີ້ , ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ສະມາຊິກ ສະພາແຫ່ງຊາຕ ປະຈໍາເຂດເລືອກຕັ້ງທີ 8 ແຂວງຫົວພັນ ໄດ້ກ່າວເຖິງ ບັນຫາຄ່າຈ້າງແຮງງານຂັ້ນຕ່ໍາ ແມ່ນໄດ້ປັບເພີ່ມ ຈາກ 1.2 ລ້ານກີບ ໃນປີທີ່ຜ່ານມາ ເປັນ 1.3 ລ້ານກີບ ໃນໄລຍະກາງປີນີ້. ເຖິງແຕ່ຢ່າງໃດກໍຕາມ ພັດບໍ່ສອດຄ່ອງກັບ ສະພາບເສຖກິຈໃນປັດຈຸບັນ ເຮັດໃຫ້ບັນດາຄົນງານລາວ ເດີນທາງຫລັ່ງໄຫລໄປເຮັດວຽກ ຢູ່ຕ່າງປະເທດ ແລະ ຈາກຜົລສໍາຣວດຂອງ ສະຖາບັນການຄ້າ ໃນປີ 2023 ຣະບຸວ່າ ວິສາຫກິຈ ຂນາດນ້ອຍ ແລະ ຂນາດກາງ 70% ເຫັນດີ ໃຫ້ເພີ່ມຄ່າຈ້າງແຮງງານຂັ້ນຕ່ໍາ ໃຫ້ຢູ່ໃນລະດັບ 1.8-2.0 ລ້ານກີບ ທັງນີ້ ກໍເພື່ອຄໍານຶງເຖິງ ຄວາມຢູ່ລອດ ຂອງຄົນງານລາວ ໃນຂະນະທີ່ ມີພຽງ 15% ໃນການປັບເພີ່ມຄ່າແຮງງານ.