ເອກຊົນ ຈະສຶກສາປູກໝາກໄມ້, ລ້ຽງກຸ້ງ ໃນເມືອງໄຊທານີ

ພູວົງສ໌
2022.08.08
Share on WhatsApp
Share on WhatsApp
ເອກຊົນ ຈະສຶກສາປູກໝາກໄມ້, ລ້ຽງກຸ້ງ ໃນເມືອງໄຊທານີ ແຜນທີ ເມືອງໄຊທານີ, ນະຄອນຫຼວງວຽງຈັນ.
ຮູບພາບ: OpenStreetMap contributors/Datawrapper

ຜແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ເຊັນບົດບັນທຶກຄວາມເຂົ້າໃຈ ອະນຸຍາດໃຫ້ບໍຣິສັດ ທະເວວພັທນາກະສິກັມຄົບວົງຈອນ ແລະ ຜລິຕພັນລາວ ຂອງນັກລົງທຶນລາວ ເພື່ອສຶກສາຄວາມເປັນໄປໄດ້ ໃນໂຄງການປູກໝາກຄາຍ, ໝາກສະຕໍເບີ່ຣີ້ ແລະ ລ້ຽງກຸ້ງນ້ຳຈືດ ເປັນສິນຄ້າ ຈຳໜ່າຍພາຍໃນ ແລະ ຕ່າງປະເທດ.

ໂຄງການດັ່ງກ່າວ ຈະໃຊ້ດິນລວມບ້ານ ຂອງບ້ານນາຕານ, ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈຳນວນທັງໝົດ 90 ເຮັກຕ້າຣ໌, ແຕ່ບໍຣິສັດ ຈະແບ່ງປັນລາຍໄດ້ ຈາກການຂາຍໃຫ້ຊາວບ້ານ 30 ເປີເຊັນ.

ຂະນະທີ່ຊາວບ້ານ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ ຜົລກະທົບ ຈາກສານເຄມີ ທີ່ອາຈເກີດຂຶ້ນ ໃນຕໍ່ໜ້າ, ໂດຍສະເພາະ ເນື້ອທີ່ການປູກໝາກຄາຍ ແລະ ໝາກສະຕໍເບີ່ຣີ້ ເປັນເນື້ອທີ່ດິນ ທີ່ຕິດແຄມນ້ຳໃຫຍ່ ແລະ ຢ້ານວ່າ ສັດນ້ຳ ທີ່ອາສັຍຢູ່ໃນນ້ຳ ຈະໄດ້ຮັບຜົລກະທົບ.

ດັ່ງຊາວບ້ານ ຢູ່ບ້ານນາຕານ ເມືອງໄຊທານີ ຄົນທີ 1 ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 8 ສິງຫາ ນີ້ວ່າ:

“ຄັນມັນມໍ່ກັບແມ່ນ້ຳໃຫຍ່ ແມ່ນ້ຳສາຍນ້ຳໂຕລ້ຽງກຸ້ງ ຈະບໍ່ມີບັນຫາ ຈະມີແຕ່ໂຕເພິ່ນຊິປູກສະຕໍເບີ່ຣີ້ຫັ້ນແຫຼະ, ມັນຢູ່ມໍ່ນ້ຳໃຫຍ່ເນາະ ຢ້ານເພິ່ນໃຊ້ເຄໝອກ ເຄມີຫຼາຍ, ຫັ້ນນ່າ. ກໍຢ້ານມັນກະທົບ ສັດສາວາສິ່ງ ງົວຄວາຍ ເຂົາພໍ່ແມ່ປະຊາຊົນ ເພິ່ນເຄມີຫຼາຍ ຊິປ່ອຍອອກສູ່ແມ່ນ້ຳໃຫຍ່ເບາະ ມີຫຍັງ ກະຢ້ານມີຜົລຕໍ່ສັດນ້ຳ.”

ການລົງທຶນໃນຄັ້ງນີ້ ບໍຣິສັດ ຈະສນັບສນູນ ທາງດ້ານທຶນຮອນ, ປຸ໋ຍ, ແນວພັນ ແລະ ດ້ານວິຊາການ. ສ່ວນຊາວບ້ານ ຈະເປັນຜູ້ປູກ, ຜູ້ລ້ຽງ ເພື່ອມີລາຍຮັບທີ່ໝັ້ນຄົງ ແລະ ສົ່ງເສີມການມີວຽກເຮັດງານທຳ, ແຕ່ຊາວບ້ານກໍຍັງກັງວົນ ກ່ຽວກັບຜົລກະທົບ ດ້ານສິ່ງແວດລ້ອມ ທີ່ສານເຄມີ ຈະໄຫຼລົງສູ່ລຳນ້ຳໃຫຍ່, ເຊິ່ງເປັນແຫຼ່ງຫາຢູ່-ຫາກິນ ຂອງຊາວບ້ານ ໃນເຂດບ້ານນາຕານ ແລະ ບ້ານອື່ນໆ ທີ່ຢູ່ໃກ້ຄຽງ. ດັ່ງຊາວບ້ານ ຢູ່ບ້ານນາຕານ, ເມືອງໄຊທານີ ຄົນທີ 2 ກ່າວວ່າ:

“ມີແຕ່ວ່າ ຢາກໃຫ້ທາງເພິ່ນຕິດຕາມ ໃຫ້ນຳວ່າ ເຮັດໃຫ້ມັນຖືກມັນຕ້ອງ ຕາມນະໂຍບາຍ ຂອງພັກ-ຣັຖ ເຮົາວາງອອກໃຫ້ຫັ້ນແຫຼະ ລະບົບສິ່ງແວດລ້ອມຫັ້ນ ບໍ່ຮູ້ວ່າ ເພິ່ນເຮັດສະຕໍເບີ່ຣີ້ ນີ້ ມັນດິນຕອນນັ້ນ ມັນມໍ່ແມ່ນ້ຳໃຫຍ່ ມັນເຄມີໄຫຼ ມັນຈະກະທົບ ສັດນ້ຳຫັ້ນ.”

ຖືເປັນເທື່ອທຳອິດ ທີ່ບໍຣິສັດ ລົງມາລົມກັບຊາວບ້ານ ແລະ ອຳນາດການປົກຄອງບ້ານ ແລະ ຊາວບ້ານ ໄດ້ສເນີໃຫ້ບໍຣິສັດ ແບ່ງປັນລາຍໄດ້ ຈາກການຂາຍໝາກຄາຍ, ໝາກສະຕໍເບີ່ຣີ້ ແລະ ກຸ້ງ ໃຫ້ຊາວບ້ານ 50 ເປີເຊັນ, ແຕ່ບໍຣິສັດ ບໍ່ຍິນຍອມ ຕາມຂໍ້ສເນີດັ່ງກ່າວ ຍ້ອນວ່າ ບໍຣິສັດ ໄດ້ໄລ່ຄ່າທຶນຮອນ ແລະ ວິຊາການແລ້ວ ແມ່ນເປັນມູລຄ່າທີ່ຫຼາຍ ຈຶ່ງຍອມຮັບການແບ່ງປັນລາຍໄດ້ ຈາກການຂາຍ ໄດ້ທີ່ 70:30 (70/30), ໝາຍຄວາມວ່າ ບໍຣິສັດ ໄດ້ລາຍໄດ້ ຈາກການຂາຍທັງໝົດ 70 ເປີເຊັນ ສ່ວນຊາວບ້ານ ໄດ້ 30 ເປີເຊັນ, ເຊິ່ງການຕົກລົງ ການແບ່ງປັນລາຍໄດ້ ແມ່ນໄດ້ເອກພາບກັນແລ້ວ.

ດັ່ງຊາວບ້ານ ຢູ່ບ້ານນາຕານ, ເມືອງໄຊທານີ ຄົນທີ 3 ກ່າວວ່າ:

“ບ້ານກໍມີຫຸ້ນສ່ວນເດ້ 30:70 ເດ້. ນັກລົງທຶນ ຊິເອົາ 70 ບ້ານນັ້ນ 30 ເດ້. ສເນີຫັ້ນແຫຼະ ແຕ່ທາງບໍຣິສັດວ່າ 50:50 ຫັ້ນແຫຼະ, ແຕ່ວ່າ ເຂົາວ່າລົງທຶນຫຼາຍ ກໍ 30:70.”

ໃນການປ້ອງກັນ ຜົລກະທົບ ທາງດ້ານສິ່ງແວດລ້ອມນັ້ນ, ແມ່ນພາກສ່ວນທີ່ກ່ຽວຂ້ອງ ຈະໄດ້ປະຕິບັດ ຕາມຄຳຊີ້ນຳ ຂອງຂັ້ນເທິງ ເປັນຕົ້ນວ່າ ປະສານງານ ກັບບໍຣິສັດ ບໍ່ໃຫ້ນຳເຂົ້າສານເຄມີ ທີ່ຮ້າຍແຮງ, ແຕ່ໃຫ້ນຳເຂົ້າ ສະເພາະສານເຄມີ ທີ່ຜແນກກະສິກັມ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ອະນຸຍາດເທົ່ານັ້ນ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນນະຄອນຫຼວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:

“ກະມີແຕ່ເຮົາເຮັດຕາມ ເພິ່ນແນະນຳຫັ້ນແລ້ວ ເຮົາກໍປະຕິບັດຕາມເພິ່ນ ຕາມລະບຽບເພິ່ນ ລະກະແລ້ວ ກະບໍ່ມີຫຍັງຫຼາຍດອກ. ກໍສານເຄມີທີ່ຮ້າຍແຮງຫັ້ນ ບໍ່ນຳເຂົ້າມາ, ເອົາແຕ່ສານເຄມີ ທີ່ທາງຜແນກກະສິກັມ ນະຄອນຫຼວງເຮົາ ອະນຸຍາດ.”

ສ່ວນເຣື້ອງການແບ່ງລາຍໄດ້ ຈາກການຂາຍ ແມ່ນເປັນໄປຕາມຂໍ້ຕົກລົງ ໃນກອງປະຊຸມແລ້ວ ແລະ ລາຍໄດ້ ຈາກການຂາຍ ຈະແບ່ງປັນໃຫ້ຊາວບ້ານ ທີ່ເປັນຜູ້ລ້ຽງ, ຜູ້ປູກ ພາຍຫຼັງຂາຍໝາກໄມ້ ແລະ ກຸ້ງແລ້ວ, ເຊິ່ງຈະໄດ້ລາຍໄດ້ຫຼາຍ ຫຼືໜ້ອຍ ກໍອີງຕາມລາຄາທ້ອງຕລາດ ແລະ ຄຸນນະພາບ ຂອງໝາກໄມ້ ແລະ ກຸ້ງ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນນະຄອນຫຼວງວຽງຈັນ ຜູ້ດຽວກັບຂ້າງເທິງນັ້ນ ກ່າວໃນມື້ດຽວກັນນີ້ວ່າ:

“ຈັດຕັ້ງປະຕິບັດໄດ້ແລ້ວ ຄັນມັນໄດ້ດີ ກະແມ່ນໄດ້ແບ່ງຕາມການສັນຍາຫັ້ນແຫຼະ. ແບ່ງໃຫ້ປະຊາຊົນ 30 ເຮົາກະ 70. ບໍ່ໄດ້ເອົາໃຫ້ດຽວນີ້ເດ້, ຕ້ອງໄດ້ເຮັດຜົລຜລິຕມາກ່ອນ ອີ່ຫຍັງແລ້ວ ໄດ້ຊື້ໄດ້ຂາຍແລ້ວ ຈັ່ງໄດ້ປັນກັນ. 70:30 ເພິ່ນກະເອກພາບຫັ້ນແລ້ວ.”

ເນື້ອທີ່ດິນ 90 ເຮັກຕ້າຣ໌ ທີ່ບໍຣິສັດ ລົງມາສຳຣວດນັ້ນ ແມ່ນເປັນດິນລວມ ຂອງບ້ານທັງໝົດ ແລະ ເປັນດິນວ່າງເປົ່າ ເປັນດິນດົງ-ດິນປ່າ ແລະ ດິນໜອງນ້ຳ ທີ່ບໍ່ໄດ້ໃຊ້ປໂຍດອີ່ຫຍັງ. ດັ່ງນັ້ນ, ທາງປະຊາຊົນ ແລະ ອຳນາດການປົກຄອງບ້ານ ຈຶ່ງບໍ່ໄດ້ຂັດຂ້ອງ ຕໍ່ການລົງທຶນປູກຝັງ ແລະ ລ້ຽງສັດປານໃດ.

ປັດຈຸບັນ, ບໍຣິສັດ ຍັງບໍ່ໄດ້ດຳເນີນການຂຸດຂຸມ ສ້າງໂຮງເຮືອນ ເພື່ອປູກໝາກໄມ້ ແລະ ລ້ຽງກຸ້ງນັ້ນເທື່ອ ຍ້ອນຍັງຢູ່ ໃນຂັ້ນຕອນ ຂອງການສຶກສາຄວາມເປັນໄປໄດ້ວ່າ ເນື້ອທີ່ບ້ານນາຕານ ທີ່ປັກຫຼັກໄວ້ ໃນເບື້ອງຕົ້ນນັ້ນ, ແມ່ນມີຄວາມເປັນໄປໄດ້ ຫຼາຍ-ໜ້ອຍສ່ຳໃດ ທີ່ຈະສາມາດ ປູກໝາຍສະຕໍເບີ່ຣີ້ ແລະ ໝາກຄາຍ ແລະ ລ້ຽງກຸ້ງ ເພື່ອແປຮູບ ເປັນຜລິຕພັນຕ່າງໆ ເປັນຂອງຕ້ອນ ຂອງຝາກ ໃຫ້ແກ່ແຂກ ທັງພາຍໃນ ແລະ ຕ່າງປະເທດໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.