ຣັຖບານສ້າງໜີ້ 17 ຕື້ ໂດລາຣ໌ ຍາກທີ່ຈະໃຊ້ຄືນໄດ້
2023.10.18
ໃນຕົ້ນເດືອນຕຸລາ ທີ່ຜ່ານມາ, ທາງການລາວ ໄດ້ອອກມາລາຍງານວ່າ ໜີ້ສິນຂອງປະເທດລາວ ສູງຂຶນເຖິງ 17 ລ້ານ ໂດລ້າຣ໌ ເຊິ່ງເປັນຈໍານວນທີ່ສູງເກີນ ທີ່ຣັຖບານລາວ ຈະສາມາດໃຊ້ແທນໄດ້. ນັກທຸຣະກິຈ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ຍາກໆ 17 ຕື້ໂດລາຣ໌ ຊິເອົາມາແຕ່ໃສ ແຕ່ປະຄັບປະຄອງເງິນເດືອນນີ້ ກະຍັງບໍ່ໄດ້ ຄູ່ມື້ນີ້ ບໍ່ໄດ້ດອກ ເປັນໄປບໍ່ໄດ້ດອກ.”
ນັກທຸຣະກິຈ ທ່ານນີ້ ຍັງໃຫ້ເຫດຜົລ ທີ່ຣັຖບານລາວ ບໍ່ສາມາດໃຊ້ໜີ້ໄດ້ ຍ້ອນວ່າ:
“ເງິນມັນບໍ່ແມ່ນມີຮ່ວງເຂົ້ານີ້ແຫຼະ ຊິເອົາຮ່ວງໃດມາ ຄືກັບໄຟຟ້າ ຊິເອົາມາໃຊ້ຈ່າຍ ມັນກະຍັງບໍ່ພໍ ຄືໄມ້ ຕັດໄມ້ແທ້ຈິງກະບໍ່ມີລາຍຮັບຫຍັງ, ຄືສວນກ້ວຍກະບໍ່ໄດ້ຫຍັງ ພາສີອາກອນຫຍັງກະບໍ່ໄດ້ ຍົກເວັ້ນໝົດໄດ໋ ກ້ວຍນີ້ກະເປັນບູຣິມະສິດ ຂອງຈີນ ບໍ່ໄດ້ເສັຽຫຍັງໄດ໋.”
ປະເທດລາວ ບໍ່ມີລາຍຮັບພຽງພໍ ທີ່ຈະເອົາເງິນມາໃຊ້ໜີ້ປະມານ 1 ຕື້ໂດລ້າຣ໌ ຕໍ່ປີ ເພາະວ່າ ມັນເປັນເງິນຈໍານວນຫຼາຍ. ນັກທຸຣະກິຈ ທ່ານນີ້ ກ່າວຕື່ມອີກວ່າ:
“ໂຕໄມ້ນີ້ ກະບໍ່ທໍ່ໃດນ່າ ລາຍຮັບຂອງເຮົາບໍ່ມີເດ້ ລະຊິເອົາເງິນມາແຕ່ໃສ 1 ຕື້ ໂດລ້າຣ໌ ມາໃຊ້ໜີ້ ຕໍ່ປີ.”
ເມື່ອ ຣັຖບານລາວ ບໍ່ສາມາດໃຊ້ໜີ້ຕ່າງປະເທດໄດ້ ຈໍາເປັນຕ້ອງໄດ້ເອົາຊັບສິນໃດນຶ່ງ ໃຊ້ໜີ້ ຫຼື ແບບເອົາຊັບສິນຕຸບກັບໜີ້ ເຊິ່ງໝາຍເຖິງຣັຖວິສາຫະກິຈໃດນຶ່ງ ຫຼື ເອົາສະຖານທີ່ ທີ່ເປັນຊັບສິນຂອງຣັຖ ໃຫ້ເຈົ້າໜີ້. ນັກທຸຣະກິຈ ອີກທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ພຽງສັ້ນໆ ວ່າ:
“ເຂົາມີການຕຸບກັນເດ້.”
ທ່ານ ສັນຕິພາບ ພົມວິຫານ, ຣັຖມົນຕຣີກະຊວງການເງິນ ພ້ອມດ້ວຍ ຜູ້ວ່າການ ADB ປະຈຳລາວ ເປີດເຜີຍຢູ່ໃນກອງປະຊຸມ ພາຍໃຕ້ຫົວຂໍ້ເຣື່ອງ “ການປຶກສາຫາລືລະດັບສູງ ກ່ຽວກັບການສ້າງຄວາມເຂັ້ມແຂງ ທາງດ້ານການຄຸ້ມຄອງໜີ້ສິນ ສາທາຣະນະ ຢູ່ ສປປ ລາວ” ໃນວັນທີ 4 ຕຸລາ 2023 ວ່າ: ຈຳນວນໜີ້ສິນສາທາຣະນະ ແລະການຄ້ຳປະກັນຂອງຣັຖ ໃນທົ່ວປະເທດ, ຊຶ່ງບັນລຸ 112% ຂອງລວມຍອດຜລິຕພັນ ມວນລວມພາຍໃນ (GDP) ໃນປີ 2022 (ຄິດໄລ່ເປັນ ປະມານ 17.6 ຕື້ໂດລ້າຣ໌ສະຫະຣັຖ), ໄດ້ຊ້ຳຕື່ມປະເທດ ຫຼັງໄດ້ຮັບຜົລກະທົບ ຈາກສະພາບການແຜ່ຣະບາດ ຂອງໂຄວິດ-19 ແລະອັດຕຣາເງິນເຟີ້ ທົ່ວໂລກ ທີ່ເພີ່ມສູງຂຶ້ນ.
ອາຈານສອນຄະນະນິດສາດ ທ່ານນຶ່ງ ໄດ້ອະທິບາຍໃຫ້ການສົມທຽບວ່າ:
“ເມື່ອປຽບທຽບຈໍານວນໜີ້ສິນ ກັບລາຍຮັບຂອງຄົນ ກໍຄື ຖ້າຄົນຜູ້ນຶ່ງ ມີລາຍຮັບ 1,000,000 ກີບ, ແຕ່ ມີໜີ້ສິນ 1,120,000 ກີບ ນັ້ນສະແດງວ່າ ບຸກຄົນນັ້ນ ຕ້ອງ, ຕ້ອງໃຊ້ໜີ້ ແລະ ຍັງຕິດລົບອອກ 120,000 ກີບ ໂດຍ ທີ່ບຸກຄົນນັ້ນ ບໍ່ໄດ້ກິນຫຍັງເລີຍ ຄື ຫາເງິນມາໄດ້ ຕ້ອງເອົາໄປໃຊ້ໜີ້ໝົດ.”
ວິກິດເສຖກິຈຂອງລາວ ເກີດຍ້ອນບັນຫາເງິນເຟີ້ ແລະໜີ້ສິນສາທາຣະນະ, ສົ່ງຜົລໃຫ້ ການລົງທຶນ ຢູ່ຕລາດຮຸ້ນລາວ ບໍ່ໄດ້ຮັບຜົລຕອບແທນ ທີ່ໜ້າເພິ່ງພໍໃຈ ປານໃດ.
ໃນເດືອນກັນຍາ 2023 ອັດຕຣາເງິນບາທ ຢູ່ຕລາດນອກລະບົບ ບາງແຫ່ງໃນອາທິດທີ່ຜ່ານມາ ຂຶ້ນຮອດ 680,000 ກີບ ຕໍ່ 1,000 ບາທ ສ່ວນອັດຕຣາເງິນໂດລ້າຣ໌ ຢູ່ທີ່ 2,200,000 ກີບ ຕໍ່ 100 ໂດລ້າຣ໌.
ສ່ວນວ່າ ປີ 2022 ທີ່ຜ່ານມາ ອັດຕຣາ ແລກປ່ຽນເງິນ ຢູ່ຮ້ານແລກປ່ຽນນອກລະບົບ, ເງິນບາທ 500,000 ປາຍກີບ ຕໍ່ 1,000 ບາທ, ສ່ວນວ່າ ເງິນໂດລ້າຣ໌ ປະມານ 1,500,000 ກີບຕໍ່ 100 ໂດລ້າຣ໌.
ອີງຕາມຂໍ້ມູນ ຈາກທະນາຄານແຫ່ງ ສປປ ລາວ, ອັດຕຣາເງິນເຟີ້ ໃນເດືອນ ມິຖຸນາ ຢູ່ທີ 28.64%, ເດືອນກໍຣະກະດາ ຢູ່ທີ່ 27.80% ແລະ ເດືອນສິງຫາ ອັດຕຣາເງິນເຟີຢູ່ທີ່ 25.88%.
ໃນການແກ້ໄຂ ບັນຫາເສຖກິຈ ແລະ ບັນຫາເງິນເຟີ້ ຣັຖບານໄດ້ປະກາດຂາຍພັນທະບັດ ເປັນງວດທີ 3.
ທະນາຄານແຫ່ງ ສປປ ລາວ ໄດ້ປະກາດຂາຍພັນທະບັດ ສະກຸນເງິນກີບ ງວດທີ 03 ຈຳນວນ 3,000 ຕື້ກີບ ອັດຕາດອກເບັ້ຍ 15%/ປີ ເຊິ່ງອາຍຸພັນທະບັດ 06 ເດືອນ. ຜູ້ທີ່ມີເງື່ອນໄຂ ແລະ ມີຄວາມສົນໃຈສາມາດສັ່ງຈອງ ໃນລະຫວ່າງ ວັນທີ 06-08 ກັນຍາ 2023.
ທີ່ຜ່ານມາ ທະນາຄານແຫ່ງ ສປປ ລາວ ອອກພັນທະບັດ ງວດທີ 2 ດອກເບ້ຍ 20% ຕໍ່ປີ (ອາຍຸ 6 ເດືອນ) ມູນຄ່າ 1,000 ຕື້ກີບ ເຊິ່ງອອກຈໍາໜ່າຍ ໃນວັນທີ 09 ມົກກະຣາ 2023.
ສ່ວນວ່າ ງວດທີ 1, ຣັຖບານ ໄດ້ອອກໃນວັນທີ 15 ມິຖຸນາ 2022 ທະນາຄານແຫ່ງ ສປປ ລາວ ໄດ້ອອກຈຳໜ່າຍພັນທະບັດ ສະກຸນເງິນກີບ ວົງ ເງິນ 5,000 ຕື້ກີບ ດອກເບ້ຍ 20% ຕໍ່ປີ ອາຍຸພັນທະບັດ 06 ເດືອນ.
ປະເທດລາວ ຕິດໜີ້ຕ່າງປະເທດ ເພີ່ມຂຶ້ນເປັນລຳດັບ ໂດຍສະເພາະນັບແຕ່ປີ 2010-2016 ເຊິ່ງເປັນປີທີ່ຣັຖບານ ມີການຢືມຕ່າງປະເທດຫຼາຍ. ອີງຕາມຂໍ້ມູນຈາກກະຊວງການເງິນ, ໃນປີ 2010 ປະເທດລາວ ໃຊ້ໜີ້ຕ່າງປະເທດ ບໍ່ເກີນ 160 ລ້ານ ໂດລ້າຣ໌ ສະຫະຣັຖ ແຕ່ ປີ 2019 ປະເທດລາວ ຕ້ອງຈ່າຍໜີ້ 1,200 ລ້ານ ໂດລ້າຣ໌ ສະຫະຣັຖ ຕໍ່ປີ ມາຮອດປີ 2022 ນີ້ລະແມ່ນ 1,400 ລ້ານໂດລ້າຣ໌ ສະຫະຣັຖຕໍ່ປີ ສະເພາະໃຊ້ໜີ້ສິນຕ່າງປະເທດ.”
ສະຖາບັນ Moody’s ທີ່ເປັນສະຖານບັນ ຈັດອັນດັບຄວາມໜ້າເຊື່ອຖື ຂອງການຈ່າຍໜີ້ ໄດ້ຈັດອັນດັບປະເທດລາວ ເປັນປະເທດ ທີ່ບໍ່ມີຄວາມສາມາດໃຊ້ໜີ້ ໃຫ້ຫຼຸດລົງໄປຕື່ມອີກ ຍ້ອນວ່າ ປະເທດລາວ ມີບັນຫາຂາດແຄນເງິນຕຣາ ຕ່າງປະເທດ ແລະ ເງິນຕຣາໃນປະເທດ ໃນໄລຍະຍາວ.
ໃນການເດືອນມິຖຸນາ 2022 ທີ່ຜ່ານມາ ຜແນກຝ່າຍນັກລົງທຶນ ຂອງສະຖາບັນ Moody’s ໄດ້ຈັດອັນດັບປະເທດລາວ ໃຫ້ຢູ່ໃນອັນດັບ Caa3 ຈາກແຕ່ກ່ອນຢູ່ໃນອັນດັບ Caa2. ແຕ່ກ່ອນລາວ ຢູ່ໃນອັນດັບ Caa2 ເປັນອັນດັບທີ່ ບໍ່ມີຄວາມສາມາດ ໃນການໃຊ້ໜີ້ຢູ່ແລ້ວ ແລະ ມາຖືກຈັດຢູ່ໃນອັນດັບ Caa3 ກໍຍັງຍິ່ງຢູ່ໃນອັນດັບ ທີ່ຫຼຸດລົງ ຫຼື ເປັນອັນດັບທີ່ ຂີ້ຮ້າຍກວ່າເກົ່າ. ສະຖາບັນ Moody’s ມີຫ້ອງການໃຫຍ່ ຕັ້ງຢູ່ປະເທດສະຫະຣັຖອາເມຣິກາ ແລະ ຍັງມີຫ້ອງການທີ່ເປັນໂຕແທນຕັ້ງຢູ່ຫຼາຍປະເທດ (ສະຖາບັນ ຈັດອັນດັບ ຄວາມໜ້າເຊື່ອຖື).
ສະຖາບັນ Moody’s ໄດ້ຣາຍງານວ່າ ການຕັດສິນໃຈ ຈັດອັນດັບໃຫ້ລາວ ລົງມາຢູ່ໃນລະດັບ Caa3 ນັ້ນສະທ້ອນໃຫ້ເຫັນເຖິງ ຄວາມສ່ຽງຂາດແຄນເງິນສົດ ແລະ ຄວາມບອບບາງ ທີ່ປະເທດລາວຕ້ອງຕົກເປັນໜີ້ ລວມທັງ ຄວາມອ່ອນແອຂອງ ຣັຖບານລາວ ທີ່ເຮັດໃຫ້ເກີດຄວາມສ່ຽງຫຼາຍຂຶ້ນ.
ໃນການແກ້ໄຂບັນຫາ ທາງດ້ານການເງິນ, ປະເທດລາວ ກໍຍັງເພິ່ງພາອາໄສການຄ້າພາຍໃນ ແລະ ຕ່າງປະເທດ ຫຼາຍຂຶ້ນກວ່າເກົ່າ ເຊິ່ງຈະສົ່ງຜົລເຮັດໃຫ້ ມີການເປີດເຜີຍໂຕເອງ ຕໍ່ຕລາດທາງການຄ້າ ຫຼາຍຂຶ້ນ. ກ່ຽວກັບການຊໍາລະໜີ້ສິນ, ນັກຂ່າວຕ່າງປະເທດ ເຄີຍຣາຍງານຂ່າວທາງດ້ານເສຖກິຈລາວ ແລະ ຕິດຕາມບັນຫາປະເທດ ມາຫຼາຍປີ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“ທາງອອກທີ່ຣັຖບານລາວຈະເຮັດ ກໍຄື ຂໍເລື່ອນກໍາຊໍາລະໜີ້ສິນ ຫຼື ຂໍຍົກເລີກໜີ້ສິນ, ມີການແລກປ່ຽນໜີ້ສິນ ລະຫວ່າງທນາຄານແຫ່ງ ສປປ ລາວ ແລະ ທນາຄານແຫ່ງ ສປ ຈີນ - ທະນາຄານແຫ່ງ ສປ ຈີນ ເອົາເງິນໃຫ້ທະນາຄານແຫ່ງ ສປປ ລາວ ຢືມມາເປັນຄັງສະສົມ ເພື່ອຈ່າຍໜີ້ ຫຼື ຈີນ ຈະເອົາເງິນກູ້ຢືມໃຫ້ລາວ ເພື່ອໃຊ້ໜີ້.”
ນັກຂ່າວຕ່າງປະເທດ ທ່ານນີ້ ກ່າວຕື່ມວ່າ:
“ບໍ່ວ່າທາງໃດ ກໍຕາມ ຈີນຈະຕັ້ງເງື່ອນໄຂ ເພື່ອເຂົ້າມາຄວບຄຸມລາວ ດ້ວຍການເຂົ້າມາເອົາຊັບສິນ ທີ່ເປັນຣັຖວິສາຫະກິຈໃດນຶ່ງຂອງລາວ ເພື່ອແລກກັບການທີ່ຈີນເອົາເງິນໃຫ້ລາວມາໃຊ້ໜີ້.”
ສິ່ງທີ່ເກີດຂຶ້ນຜ່ານມາ ບໍຣິສັດຈີນທີ່ຊື່ວ່າ China Southern Power Grid ເຂົ້າມາຄວບຄຸມ ແລະ ຖືຮຸ້ນຫຼັກໃນໂຄງການລະບົບສາຍສົ່ງໄຟຟ້າລາວ ຂອງບໍຣິສັດ ຣັຖວິສາຫະກິຈໄຟຟ້າລາວ ຍ້ອນວ່າ ລາວຕິດໜີ້ຈີນ ອີງຕາມການຣາຍງານ ຂອງສຳນັກຂ່າວ Reuters ຂອງອັງກິດ.