ທ່ານ ດຣ. ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຕຣຽມຄວາມພ້ອມ ໃນການຕ້ອມຮັບນັກທ່ອງທ່ຽວຈີນ ທີ່ຈະເດີນທາງເຂົ້າມາລາວ ດ້ວຍຣົຖໄຟຄຸນຫມິງ ແລະ ຣົຖໄຟ ລາວ-ຈີນ ເມື່ອມີການເຊື່ອມຕໍ່ກັນ ໂດຍໄດ້ມີການຕິດຕາມກວດກາ ສະພາບການບໍຣິເວນ ສະຖານີຣົຖໄຟ ລາວ-ຈີນ ຢູ່ ນະຄອນຫລວງວຽງຈັນ ໂດຍສະເພາະການ ຊື້-ຂາຍ ປີ້ຣົຖໄຟ ຕລອດຈົນໂຕອາຄານຜູ້ໂດຍສານ, ຮ້ານອາຫານ, ຮ້ານຄ້າ, ຫ້ອງນ້ໍາ, ຈຸດກວດກະເປົາເດີນທາງ ແລະ ອື່ນໆ, ອີງຕາມການຣາຍ ງານຂອງສື່ມວນຊົນລາວ ໃນວັນທີ 28 ກຸມພາ ທີ່ຜ່ານມາ.
ກ່ຽວກັບການເດີນທາງເຂົ້າມາລາວ ຂອງນັກທ່ອງທ່ຽວຈີນ ໂດຍຜ່ານຣົຖໄຟຄຸນຫມິງ ແລະ ຣົຖໄຟລາວ-ຈີນ ກໍຄາດວ່າຈະເຣີ່ມເດີນທາງ ເຂົ້າມາໃນລາວຫລາຍ ເມື່ອມີການເຊື່ອມຕໍ່ ເສັ້ນທາງຣົຖໄຟລະຫວ່າງສອງປະເທດ ພາຍໃນເດືອນ ເມສາ ຫລື ເດືອນ ພຶສພາ ປີນີ້ ເປັນຕົ້ນໄປ ແຕ່ກໍບໍ່ຮູ້ຣາຍລະອຽດຢ່າງຄັກແນ່ ກ່ຽວກັບຂບວນຣົຖໄຟຈາກຈີນ ທີ່ຈະເຂົ້າມາລາວ.
ດັ່ງ ພນັກງານບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈໍາກັດ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 1 ມີນາ ນີ້ວ່າ:
“ດຽວນີ້ເພິ່ນກະມີແຜນແລ້ວເຈົ້າ ຊິແມ່ນເດືອນ 4 ຫລືເດືອນ 5 ພຸ້ນລະ ເພິ່ນຊິໄດ້ເປິດເຈົ້າ ແຕ່ວ່າທາງເຮົາກະມີແຜນແລ້ວເຈົ້າ ຊິຕຽມເປິດຫັ້ນນ່າ”
ທ່ານກ່າວຕື່ມວ່າ ສໍາລັບຣາຍລະອຽດດ້ານອື່ນໆ ຂອງຣົຖໄຟຄຸນຫມິງ ທີ່ຈະແລ່ນເຂົ້າມາລາວ ແລະ ການເດີນທາງດ້ວຍຣົຖໄຟ ລາວ-ຈີນ ແບບຂ້າມຊາຍແດນລາວຈີນນັ້ນ ກໍຍັງບໍ່ທັນມີຂໍ້ມູນຫລາຍ ໄປກ່ວານີ້ເທື່ອ ຍັງຕ້ອງລໍຖ້າ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ມີການຊີ້ແຈງອີກເທື່ອນຶ່ງ ເຊິ່ງຄາດວ່າ ໜ້າຈະອອກແຈ້ງການ ເພີ່ມຕື່ມໃນອີກບໍ່ດົນນີ້.
ໃນຂະນະທີ່ຜູ້ປະກອບການ ດ້ານການທ່ອງທ່ຽວ ຈໍານວນຫລາຍ ກໍຕຣຽມພ້ອມ ຮັບມືການເຂົ້າມາຂອງນັກທ່ອງທ່ຽວຈີນ ທີ່ຈະເດີນທາງເຂົ້າມາລາວ ດ້ວຍຣົຖໄຟຄຸນໝິງ ແລະຣົຖໄຟ ລາວ-ຈີນ ໂດຍຜູ້ປະກອບການ ຈໍານວນນຶ່ງ ກໍໄດ້ປັບປ່ຽນນະໂຍບາຍ ເຣື່ອງການໃຫ້ບໍຣິການບາງຢ່າງ ໃຫ້ເຂົ້າກັບນັກທ່ອງທ່ຽວຈີນ ໂດຍສະເພາະ ເພື່ອບໍ່ໃຫ້ເກີດບັນຫາຕ່າງໆ.
ດັ່ງ ຜູ້ປະກອບການ ໂຮງແຮມແຫ່ງນຶ່ງ ຢູ່ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ກ່າວວ່າ:
“ຄືຈີນ ເຂົາເຈົ້າມີລັກສະນະ ເປັນຊາຕນິຍົມ ຂ້ອນຂ້າງສູງ ຈະແຈ້ງໃຫ້ເພິ່ນຮູ້ກ່ອນ ເຮົາຈະໃຫ້ຂໍ້ມູນເພິ່ນທັງໝົດກ່ອນ ຍົກໂຕຢ່າງວ່າ ທີ່ເຮົາຮູ້ມາດີ ກະຄືວ່າ ຈີນຂ້ອນຂ້າງຈະຮັກສາຄວາມສະອາດ ໄດ້ບໍ່ດີເທົ່າທີ່ຄວນ ແຈ້ງເຂົາເຈົ້າວ່າ ຖ້າຫ້ອງເປະເປື້ອນ ເຮົາຈະມີການປັບໃຫມ”
ສ່ວນຜູ້ປະກອບການ ທີ່ໃຫ້ບໍຣິການຈອງປີ້ຣົຖໄຟ ລາວ-ຈີນ ນາງນຶ່ງ ກ່າວວ່າ ຍານາງເອງ ກໍໄດ້ຕຽມແຜນຮັບ ນັກທ່ອງທ່ຽວຈີນ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ພວກເຂົາເຈົ້າ ໃນການຊື້ປີ້ຣົຖໄຟ ລາວ-ຈີນ ເຊິ່ງໃນປັດຈຸບັນເອງ ກໍເຣີ່ມມີນັກທ່ອງທ່ຽວຈີນ ຈໍານວນນຶ່ງ ທີ່ໄດ້ຕິດຕໍ່ໃຫ້ຊື້ປີ້ຣົຖໄຟ ລາວ-ຈີນ ສໍາລັບການເດີນທາງ ຢູ່ພາຍໃນປະເທດລາວ, ສ່ວນການເດີນທາງ ດ້ວຍຣົຖໄຟ ລາວ-ຈີນ ແບບຂ້າມຊາຍແດນນັ້ນ ກໍຍັງບໍ່ຮູ້ຣາຍລະອຽດ ຄັກແນ່ເທື່ອ.
ດັ່ງ ຍານາງກ່າວວ່າ:
“ສ່ວນຫລາຍ ມາຈອງເອງແດ່ ແລ້ວ ກໍໃຫ້ໄກດ໌ທົວຣ໌ ແມ່ນຫຍັງຊີ້ນ່າ ມາຈອງ ເຂົາເຈົ້າເອົາເອກສານມາເປັນຕັບໆ ໄດ້ຍິນເຂົາເຈົ້າວ່າຊິໄປ ບໍ່ເຕັນ ຫາ ຄຸນຫມິງໄດ້ນີ້ແຫລະ ແຕ່ວ່າ ບໍ່ຮູ້ວ່າແມ່ນມື້ໃດ ຍັງລໍຖ້າຢູ່ ດຽວນີ້ຍັງໄປບໍ່ທັນໄດ້ເທື່ອ.”
ເຖິງຢ່າງໃດກໍຕາມ ປັດຈຸບັນນີ້ ນັກທ່ອງທ່ຽວຈີນ ກໍໄດ້ເຣີ່ມເຂົ້າມາທ່ຽວລາວ ຈໍານວນຫລາຍຂຶ້ນເລື້ອຍໆ ແລ້ວ ໂດຍສ່ວນໃຫຍ່ເດີນທາງ ດ້ວຍຣົຖໄຟຄຸນຫມິງ ມາຮອດດ່ານສາກົລ ບໍ່ຫານ ແລ້ວມາຂຶ້ນຣົຖໄຟລາວ-ຈີນ ຢູ່ສະຖານີຣົຖໄຟ ບໍ່ເຕັນຕໍ່ອີກເທື່ອນຶ່ງ ເພື່ອເດີນທາງໄປແຂວງອື່ນໆໃນລາວ ເຊິ່ງເມື່ອຮອດສະຖານີປາຍທາງ ໃນລາວແລ້ວ ຈໍານວນນຶ່ງກໍໄດ້ໃຊ້ບໍຣິການຣົຖຕູ້ ຂອງຄົນລາວ ສໍາລັບໄປສົ່ງຢູ່ບ່ອນຕ່າງໆ.
ດັ່ງ ຜູ້ປະກອບການຣົຖຕູ້ ທ່ານນຶ່ງ ກ່າວວ່າ:
“ນັກທ່ອງທ່ຽວຈີນມາແລ້ວ ແບບວ່າ ມັນເປັນຣົຖໄຟ ມາຕໍ່ມາຮອດຊາຍແດນແລ້ວ ເຂົາເຈົ້າຂ້າມແດນມານັ່ງທີ່ ບໍ່ເຕັນ ມາຫລວງພຣະບາງ ຖ້າມາໃນນາມບໍຣິສັດ ມັນຕ້ອງມີ ເອກສານ ຂອງບໍຣິສັດມາ.”
ທາງດ້ານຜູ້ປະກອບການ ຣົຖຕູ້ຮັບສົ່ງນັກທ່ອງທ່ຽວ ອີກທ່ານນຶ່ງ ກ່າວວ່າ ທ່ານເອງກໍໄດ້ຕຽມຄວາມພ້ອມ ສໍາລັບ ຮອງຮັບນັກທ່ອງທ່ຽວຈີນ ທີ່ຈະເດີນທາງມາກັບຣົຖໄຟ ຄຸນຫມິງ ແລະ ຣົຖໄຟ ລາວ-ຈີນ ແຕ່ໃນໄລຍະນີ້ກໍເຫັນວ່າ ຄົນຈີນ ໄດ້ເຂົ້າມາແລ້ວນັ້ນ ສ່ວນນຶ່ງໄດ້ຂັບຣົຖຂ້າມຊາຍແດນ ເຂົ້າມາເອງ ແລະ ອີກສ່ວນນຶ່ງ ກໍເຂົ້າມາກັບບໍຣິສັດທ່ອງທ່ຽວອື່ນໆ ຈື່ງຍັງບໍ່ທັນໃຊ້ບໍຣິການຣົຖ ຂົນສົ່ງໃນລາວ ຫລາຍພໍປານໃດ, ດັ່ງ ທ່ານກ່າວວ່າ:
“ຕຽມພ້ອມ ກໍຖືວ່າຕຽມພ້ອມທຸກຢ່າງ ຣົຖຕູ້ຮັບສົ່ງແຂກຫລາຍຢູ່ ນັກທ່ອງທ່ຽວຈີນຖືວ່າກະມີຫລາຍຢູ່ ແຕ່ວ່າແບບບາງຄັ້ງ ເຂົາເຈົ້າກະເອົາຣົຖມາເອງ ຫລືວ່າ ເຂົາເຈົ້າຈ່ອງບໍຣິສັດທົ່ວຣ໌ອື່ນໆ.”
ສໍາລັບຣົຖໄຟ ຄຸນຫມິງ ທີ່ມີແຜນຈະແລ່ນເຂົ້າ ມາໃນລາວນັ້ນ ເປັນຣົຖໄຟປະເພດ CR200J ຄັນສີຂຽວ ເຊິ່ງມີຄວາມໄວ ໃນການແລ່ນຢູ່ທີ່ 200 ກິໂລແມັດ ຕໍ່ຊົ່ວໂມງ ປັດຈຸບັນຍັງແລ່ນຢູ່ແຕ່ເມືອງ ຄຸນຫມິງ ມາຮອດດ່ານສາກົລ ບໍ່ຫານ ເປັນສະຖານີປາຍທາງ ໂດຍຜ່ານສະຖານີ ທັງໝົດ 14 ສະຖານີ.
ສ່ວນຣົຖໄຟລາວຈີນ ທີ່ຍັງແລ່ນຢູ່ພາຍໃນລາວນັ້ນ ແມ່ນຂະບວນລ້ານຊ້າງ ຫລື ຣົຖໄຟຣຸ້ນ CR200J, ຄັນສີຂຽວແຖບແດງ-ນ້ໍາເງິນ ເຊິ່ງມີຄວາມໄວ ໃນການແລ່ນຢູ່ທີ່ 160 ກິໂລແມັດ ຕໍ່ຊົ່ວໂມງ.
ສ່ວນການແລ່ນຣົຖໄຟ ລາວ-ຈີນ ແບບຂ້າມຊາຍແດນ ລາວ-ຈີນ ນັ້ນ ກໍຄາດວ່າຈະເຣີ່ມແລ່ນ ແບບເປັນທາງການ ໃນເດືອນ ເມສາ ປີ 2023 ນີ້ ໂດຍມີຕົ້ນທາງ ຢູ່ນະຄອນຫລວງວຽງຈັນ ແລະ ມີສະຖານີປາຍທາງ ຢູ່ທີ່ເມືອງຄຸນຫມິງນັ້ນ, ອີງຕາມຂໍ້ມູນ ຈາກເຈົ້າໜ້າທີ່ບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈໍາກັດ ທ່ານນຶ່ງ ເມື່ອເດືອນ ກຸມພາ ທີ່ຜ່ານມາ.
