ຜູ້ໃຊ້ໂທຣະສັບ ຈະຖືກປິດການນຳໃຊ້ ຫາກບໍ່ລົງທະບຽນ ຕາມກຳນົດ

ສຸພັດຕາ
2023.11.27
ຜູ້ໃຊ້ໂທຣະສັບ ຈະຖືກປິດການນຳໃຊ້ ຫາກບໍ່ລົງທະບຽນ ຕາມກຳນົດ ຜູ້ເດີນທາງ ກຳລັງຈົດຈໍ່ກັບການໃຊ້ໂທຣະສັບມືຖືຂອງຕົນເອງ ໃນຂະນະທີ່ລໍຖ້າເດີນທາງ ທີ່ສະຖານີຣົຖໄຟລາວ-ຈີນ ແຫ່ງນຶ່ງ. ວັນທີ່ 17 ສິງຫາ 2023.
ນັກຂ່າວ ພົລເມືອງ

ໃນວັນທີ 22 ພຶສຈິກາ 2023 ຄະນະກັມມະການ ຄຸ້ມຄອງອິນເຕີເນັດແຫ່ງຊາຕ ໄດ້ຈັດກອງປະຊຸມ ສລຸບວຽກງານ ປະຈໍາປີ 2023 ແລະວາງທິດທາງແຜນການ ປະຈໍາປີ 2024 ຂຶ້ນ ໃນກອງປະຊຸມນີ້ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີກະຊວງປ້ອງກັນຄວາມສງົບ ປະທານຄະນະກັມມະການ ຄຸ້ມຄອງອິນເຕີເນັດແຫ່ງຊາຕ ໄດ້ເນັ້ນໜັກໃນການລົງທະບຽນ ໝາຍເລຂໂທຣະສັບ ໃຫ້ສໍາເຣັດຕາມແຜນການ ໃນວັນທີ 16 ທັນວາ 2023.

ການລົງທະບຽນໝາຍເລຂໂທຣະສັບນີ້ ປະຊາຊົນ, ນິຕິບຸກຄົນ ຮວມເຖິງອົງການຈັດຕັ້ງທຸກພາກສ່ວນ ຕ້ອງໄດ້ລົງທະບຽນເພື່ອຢືນຢັນໂຕຕົນ ຂອງແຕ່ລະເລຂໝາຍ ຖ້າບໍ່ປະຕິບັດຕາມ ເບີທີ່ບໍ່ໄດ້ລົງທະບຽນ ຈະຖືກປິດການນໍາໃຊ້ຕັ້ງແຕ່ວັນທີ 16 ທັນວາ ທີ່ຈະເຖິງນີ້.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜແນກເຕັກໂນໂລຊີ ແລະການສື່ສານ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ພຶສຈິກາ 2023 ນີ້ວ່າ:

ມັນຕ້ອງໄດ້ລົງທະບຽນໝົດທຸກຄົນ ທີ່ວ່າໄດ້ໃຊ້ນໍ້າເບີ ຜ່ານເຄືອຂ່າຍຂອງລາວ ຫຼັກ 2, ຫຼັກ 5, ຫຼັກ 7, ຫຼັກ 9 ຕ່າງໆເນາະເຈົ້າ ຖ້າຜູ້ໃດບໍ່ລົງທະບຽນ ຈະບໍ່ສາມາດໂທອອກໄດ້ເນາະເຈົ້າ ເພາະວ່າ ຖ້າຜູ້ໃດບໍ່ລົງທະບຽນ ກໍຖືວ່າ ຈະໄດ້ປິດການນໍາໃຊ້ ເປັນເທື່ອທ່າຫຼ້າສຸດ ທີ່ຂະເຈົ້າແຈ້ງ.”

ມາຕການ ການລົງທະບຽນໝາຍເລຂໂທຣະສັບນັ້ນ ມີມາຕັ້ງແຕ່ ປີ 2020 ແລ້ວ ແຕ່ຕິດຊ່ວງໄລຍະໂຄວິດ-19 ແລະການລ໋ອກດາວນ໌ ເຮັດໃຫ້ປະຊາຊົນບາງສ່ວນ ບໍ່ສາມາດເດີນທາງໄປລົງທະບຽນໄດ້ ແລະກໍໄດ້ຂຍາຍເວລາມາເລື້ອຍໆ ຈົນຮອດປີ 2023 ນີ້ ແຕ່ການຈັດຕັ້ງປະຕິບັດ ໃນປີນີ້ ຈະຈິງຈັງຫຼາຍຂຶ້ນ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜແນກເຕັກໂນໂລຊີ ແລະການສື່ສານ ອີກທ່ານນຶ່ງ ກ່າວວ່າ:

ບໍ່ໄດ້ລົງທະບຽນ ເພິ່ນຈະປິດຫັ້ນແຫຼະ ຈະບໍ່ສາມາດໂທອອກໂທເຂົ້າໄດ້ແຫຼະຫັ້ນ ເພິ່ນຈະເຣີ່ມຈັດຕັ້ງປະຕິບັດໂຕຈິງແລ້ວ ເພິ່ນຈະເຮັດປີນີ້ແລ້ວ ກໍລໍຖ້າເບິ່ງຕື່ມເນາະ ຫຼັງຈາກແລ້ວວິດມື້ນັ້ນຫັ້ນ ເບີທີ່ບໍ່ໄດ້ລົງທະບຽນ ຖ້າໂທບໍ່ໄດ້ ເພິ່ນໄດ້ຈັດຕັ້ງປະຕິບັດແດ່ ດຽວນີ້ທາງພວກເຮົາ ກໍຂຸ້ນຂ້ຽວໃຫ້ທາງບໍຣິສັດ ໂດຍສະເພາະແມ່ນບໍຣິສັດໂທລະຄົມ ETL, Unitel ຕ່າງໆຫັ້ນ ລົງໄປບ້ານ ລົງເມືອງຕ່າງໆ ເພື່ອວ່າ ລົງທະບຽນໃຫ້ປະຊາຊົນຫັ້ນ.”

ການໃຫ້ປະຊາຊົນ ລົງທະບຽນໝາຍເລຂໂທຣະສັບ ເປັນສ່ວນນຶ່ງຂອງນະໂຍບາຍ ການຫັນເປັນດິຈິຕອລຂອງພາກຣັຖ ມີຈຸດປະສົງ ເພື່ອໃຫ້ສະພາບແວດລ້ອມ ອິນເຕີເນັດ ຂອງ ສປປລາວ ມີຄວາມປອດພັຍ ແລະເພື່ອໃຊ້ແກ້ໄຂບັນຫາອາຊຍາກັມ ແລະປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນ ການຕົວະຍົວະຜ່ານລະບົບອິນເຕີເນັດ ຂອງແກ້ງຄອລເຊັນເຕີ້, ການສ້າງຄວາມວຸ້ນຍາຍໃນສັງຄົມ ແລະກິຈກັມອື່ນໆ ທີ່ຜິດກົດໝາຍ.

ດັ່ງເຈົ້າໜ້າທີ່ຜູ້ດຽວກັນກັບຂ້າງເທິງ ກ່າວຕື່ມວ່າ:

ຕາມນະໂຍບາຍຂອງຣັຖບານ ນຶ່ງມາກໍແມ່ນຫັນເປັນດິຈິຕອນ ສອງມາ ກໍແມ່ນເພື່ອຄວາມປອດພັຍຕ່າງໆ ຫັ້ນແຫຼະ ເພາະວ່າ ການໃຊ້ເບີ ໃຊ້ຊິມ ລີ້ນອິນເຕີເນັດ ໂພດຮູບພາບລົງຕາມໂຊຊ່ຽວ ອີ່ຫຍັງຕ່າງໆ ກໍສ້າງຄວາມວຸ້ນວາຍ ສັບສົນໃຫ້ສັງຄົມຫັ້ນນ່າ ເພິ່ນກໍຢາກສະກັດກັ້ນໂຕນີ້ເນາະ ແຕ່່ວ່າ ກໍມີຄວາມຫຍຸ້ງຍາກຫັ້ນແຫຼະທ້ອງຖິ່ນເຮົາ ການອອກສັມມະໂນຄົວ ບັດປະຈໍາໂຕຕ່າງໆ ກໍເຮັດບໍ່ທົ່ວເຖິງຫັ້ນແຫຼະ.”

ຫຼັງຈາກນີ້ ການຊື້ຊິມໂທຣະສັບຢູ່ລາວ ຈະຕ້ອງໃຊ້ເອກກະສານ ເປັນຕົ້ນ ບັດປະຈໍາໂຕ, ສັມມະໂນຄົວ, ໜັງສືຜ່່ານແດນ, ບັດຣັຖກອນ, ບັດພະນັກງານບໍານານ, ບັດປະຈໍາໂຕນັກສຶກສາ, ໃບຂັບຂີ່ຍານພະຫະນະ ມາຢືນຢັນໂຕຕົນ ແຕ່ສໍາລັບ ປະຊາຊົນທີ່ຍັງບໍ່ມີບັດດັ່ງກ່າວ ກໍຈະເປັນຂໍ້ທ້າທາຍທີ່ຕ້ອງແກ້ໄຂຕໍ່ໄປ.

ຂະນະທີ່ ປະຊາຊົນລາວ ທ່ານນຶ່ງ ເຫັນດີກ່ຽວກັບມາຕການນີ້ ຍ້ອນການລົງທະບຽນ ໝາຍເລຂໂທຣະສັບ ຈະຊ່ອຍໃຫ້ລາວຫັນເປັນດິຈິຕອລ ສ້າງຖານຂໍ້ມູນປະຊາຊົນ ແລະສາມາດ ຊ່ອຍສືບຄະດີຄວາມ ທີ່ກ່ຽວຂ້ອງກັບອິນເຕີເນັດໄດ້.

ດັ່ງທ່ານກ່າວວ່າ:

ຢາກໃຫ້ລະບົບຖານຂໍ້ມູນ ມັນຄົບຖ້ວນຊື່ໆ ສ່ວນນຶ່ງ ຖາມວ່າ ຄໍເຊັນເຕີ້ມີສ່ວນບໍ່ ມັນກໍມີສ່ວນຫັ້ນແຫຼະ ກໍໂຕນັ້ນກໍມີສ່ວນ ແຕ່ກໍໂດຍລວມແລ້ວ ກໍຢາກໃຫ້ມັນຮັດກຸມຫຼາຍ ບາງຄະດີຄວາມ ໂຕເບີນີ້ເນາະໃຊ້ແລ້ວ ເກີດມີຄະດີຄວາມຈັ່ງຊີ້ ຊິນໍາໂຕງ່າຍ ລະບົບມັນລີ້ງກັນເບິດເນາະ.”

ຂະນະທີ່ ຜູ້ຊ່ຽວຊານ ດ້ານໄອຊີທີ ຢູ່ລາວ ທ່ານນຶ່ງ ກ່າວວ່າ ກໍເຫັນວ່າ ການລົງທະບຽນໝາຍເລຂໂທຣະສັບນັ້ນເປັນເຣື່ອງດີ ຍ້ອນຊ່ອຍລະບຸໂຕຕົນ ຂອງເຈົ້າຂອງເບີໄດ້ ແຕ່ກໍບໍ່ຮູ້ຄັກແນ່ວ່າ ຂໍ້ມູນທີເກັບໄປນັ້ນ ຈະຖືກນໍາໄປໃຊ້ແນວໃດ.

ດັ່ງທ່ານກ່າວວ່າ:

ສ່ວນຫຼາຍກໍ ຂໍ້ດີ ອາຈມີຫຼາຍ ມັນສາມາດລະບຸໂຕຕົນຂອງທຸກຄົນ ທີ່ໃຊ້ເບີ ແລ້ວກໍສາມາດຈໍາກັດວ່າ ຜູ້ນຶ່ງຫັ້ນ ສາມາດລົງທະບຽນ ຫຼືໃຊ້ເບີໄດ້ ຈັກຊິມ ໄດ້ຈັກເບີ ມັນຈໍາກັດ ແລ້ວກໍຮູ້ວ່າ ຜູ້ໃດທີ່ວ່າ ໃຊ້ເບີໂຕນີ້ ຢູ່ບ້ານໃດ ເມືອງໃດ ເວລາກວດສອບ ຊິໄດ້ງ່າຍຂຶ້ນ ແຕ່ເບື້ອງເລິກ ເບື້ອງໃນກໍບໍ່ຮູ້ ເຂົາເກັບຂໍ້ມູນເຮົາໄປ ຮັກສາແນວໃດ ກໍບໍ່ຮູ້ປານໃດ.”

ການອອກມາຕການດັ່ງກ່າວ ສ່ວນນຶ່ງ ກໍເພື່ອຕິດຕາມການໃຊ້ສື່ສັງຄົມອ໋ອນລາຍນ໌ ຂອງປະຊາຊົນລາວ ເປັນຕົ້ນ ໃນເດືອນກັນຍາ ທີ່ຜ່ານມາ ມີກໍຣະນີຂອງໄວຣຸ້ນ ອາຍຸ 16 ປີ ຢູ່ບ້ານ ຈ່າວັງ ເມືອງສິງ ແຂວງຫຼວງນໍ້າທາ ທີ່ຖືກເຈົ້າໜ້າທີ່ໜ່ວຍງານຕໍາຣວດ ສືບສວນ-ສອບສວນ ຄະດີອາຍາ ແລະເສຖກິຈ ກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນໍ້າທາ ຈັບໂຕມາສຶກສາອົບຮົມ ເມື່ອຕົ້ນເດືອນກັນຍາ 2023 ທີ່ຜ່ານມາ ຍ້ອນຜູ້ກ່ຽວ ໄດ້ເອົາເງິນກີບ ອອກມາຫວ່ານຕາມພື້ນ, ເອົາເງິນກີບ ໄປເຮັດໃນລັກສະນະ ເຊັດຂີ້ມູກເຊັດເຫື່ອ ແລະເອົາຕີນຢຽບ ໂດຍໃຫ້ໝູ່ຖ່າຍຄລິບວິດິໂອ ແລະໂພສຕ໌ລົງສື່ສັງຄົມອ໋ອນລາຍນ໌.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.