ປີ 2022, ທາງການສັ່ງປິດ ຮ້ານແລກປ່ຽນເງິນຕຣາ ຫຼາຍຮ້ານ
2022.06.15

ອີງຕາມການຣາຍງານ ຂອງທ່ານ ສອນໄຊ ສິດພະໄຊ, ຜູ້ວ່າການທນາຄານ ແຫ່ງປະເທດລາວ ໄດ້ຣາຍງານ ໃນວັນທີ 13 ມິຖຸນາ 2022 ຕໍ່ກອງປະຊຸມ ສມັຍສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ 9 ວ່າ ໃນໄລຍະ 5 ເດືອນຕົ້ນປີ 2022, ໄດ້ລົງໂທສ ຖອນໃບອະນຸຍາດ ຮ້ານແລກປ່ຽນເງິນຕຣາ ທີ່ເຄື່ອນໄຫວ ບໍ່ສອດຄ່ອງ ກັບທນາຄານ, ໂດຍໄດ້ຕັ້ງອັດຕຣາແລກປ່ຽນ ສູງກວ່າທນາຄານ 137 ຮ້ານ ແລະ ໄດ້ສັ່ງປິດຮ້ານ ທີ່ບໍ່ແມ່ນໂຕແທນ ໃຫ້ທນາຄານທຸຣະກິຈ ອີກ 101 ຮ້ານ, ເຊິ່ງໃນປັດຈຸບັນ ເຈົ້າໜ້າທີ່ ກໍກຳລັງແກ້ໄຂບັນຫາ ທີ່ເປັນເຣື່ອງດັ່ງກ່າວນີ້ຢູ່ ອັນຖືເປັນສາເຫດນຶ່ງ ທີ່ເຮັດໃຫ້ເງິນເຟີ້. ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ໄດ້ກ່າວໃນວັນທີ 15 ມິຖຸນາ ນີ້ວ່າ:
“ຜິດກົດໝາຍ ເພິ່ນຈັ່ງຖອນໃບອະນຸຍາດ. ເປັນເຣທທີ່ເຂົາເຈົ້າ ກຳນົດຂຶ້ນເອງ ເຣທສູງກວ່າທນາຄານ ບໍ່ສາມາດໄປຕາມລະບົບ ຂອງທນາຄານວາງອອກຫັ້ນ. ຮ້ານທີ່ຖືກຕ້ອງ, ແຕ່ວ່າບໍ່ໄປຕາມທນາຄານວາງອອກຫັ້ນ ກະສະແດງວ່າ ຜິດຄືເກົ່າເນາະ, ທນາຄານຈະເປັນຜູ້ປັບໃໝ ຫຼືວ່າຖອດຖອນພ້ອມ. ພາກຣັຖເຮົາ ກຳລັງສຸມໃສ່ແກ້ ໄຂບັນຫາໂຕນີ້ຢູ່.”
ຂະນະທີ່ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງ ໄດ້ກ່າວວ່າ ຮ້ານທີ່ກຳນົດ ອັດຕຣາແລກປ່ຽນເງິນຕຣາ ໃນລາຄາສູງນັ້ນ, ສ່ວນນຶ່ງ ແມ່ນເປັນຂອງຄົນວຽດນາມ ເຂົ້າມາລົງທຶນໃນລາວ, ແຕ່ໄດ້ອອກຊື່ຄົນລາວ ໃນການເຮັດທຸຣະກິຈ.
“ຮ້ານແລກປ່ຽນບັກຫຼາຍໆ, ສ່ວນຫຼາຍກະແມ່ນຄົນວຽດ ຄົນຫຍັງໄດ໋, ຫັ້ນນ່າ. ຕົ້ນຕໍທີ່ເຮັດໃຫ້ເງິນມັນຂຶ້ນ ມາຈາກພວກນີ້ແຫຼະ. ມັນກະໃສ່ຊື່ຄົນລາວເນາະ ເປັນຜູ້ອັນນີ້ເນາະ, ແຕ່ວ່າເນື້ອໃນ ມັນແມ່ນຄົນວຽດ.”
ຊາວລາວ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ໄດ້ກ່າວວ່າ ເຖິງແມ່ນວ່າ ພາກຣັຖ ຈະຖອນໃບອະນຸຍາດ ບັນດາຮ້ານແລກປ່ຽນເງິນຕຣາ ທີ່ໃຫ້ລາຄາສູງ ຫຼືສັ່ງປິດຮ້ານແລກປ່ຽນເງິນຕຣາ ທີ່ຜິດກົດໝາຍ ໄປຫຼາຍຮ້ານແລ້ວກໍຕາມ ກໍຍັງມີອີກຫຼາຍຮ້ານ ເປີດກັນອີກຫຼາຍຄືເກົ່າ ຍ້ອນວ່າ ປັດຈຸບັນນີ້ ທນາຄານໃນລາວ ກໍບໍ່ຮັບການແລກເງິນສະກຸນກີບ ເປັນເງິນຕຣາຕ່າງປະເທດ ຈະຮັບແຕ່ເງິນຕຣາຕ່າງປະເທດ ເຂົ້າລາວເທົ່ານັ້ນ. ຫຼາຍຄົນທີ່ຄ້າຂາຍ ຊື້ສິນຄ້າຕ່າງປະເທດ ກໍຕ້ອງໄປຫາຮ້ານ ທີ່ຮັບແລກປ່ຽນເງິນຕຣາຕ່າງປະເທດແທນ.
“ຢູ່ນີ້ແມ່ນເປີດຊະໄດ້ເລີຍ ຮ້ານແລກປ່ຽນເຕັມເລີຍ. ເຣທສ່ວນຫຼາຍ ມັນຈະສູງກວ່າທນາຄານຢູ່ແລ້ວ ເພາະວ່າ ຢູ່ທນາຄານ ຈະບໍ່ໃຫ້ໃຜເດ້. ເພິ່ນຈະຮັບແຕ່ເງິນຕຣາຕ່າງປະເທດ ເພາະວ່າຢູ່ນີ້ ບໍ່ຄືຢູ່ໄທຍ ແບບຮ້ານຂ້າງນອກນ່າ ຈະບໍ່ມີ, ມີເປັນແຕ່ທນາຄານ.”
ຂະນະດຽວກັນ, ຊາວລາວອີກທ່ານນຶ່ງ ກໍໄດ້ກ່າວວ່າ ປັດຈຸບັນນີ້, ຮ້ານແລກປ່ຽນເງິນຕຣາຕ່າງປະເທດ ເຕັມບ້ານ, ເຕັມເມືອງໄປໝົດ. ບາງຮ້ານ ກໍໃຫ້ລາຄາແລກປ່ຽນ ສູງກວ່າທນາຄານກຳນົດ, ເຊິ່ງບັນດານັກທຸຣະກິຈ ຊາວຄ້າຂາຍ ທີ່ຕ້ອງການແລກປ່ຽນ ເງິນຕຣາຕ່າງປະເທດ ກໍສາມາດໄປແລກປ່ຽນໄດ້ ຕາມຮ້ານທີ່ຢູ່ນອກລະບົບ, ເຊິ່ງໃນຄວາມຄຶດ ຂອງທ່ານເອງ ເຫັນວ່າ ຖ້າຫາກພາກຣັຖ ຈະແກ້ໄຂເງິນເຟີ້ນີ້ໄດ້ ທນາຄານກາງ ບໍ່ຄວນມີບ່ອນແລກປ່ຽນເງິນຕຣາ ຫຼາຍເກີນໄປ ຫຼືກຳນົດໃຫ້ ແລກໄດ້ທີ່ທນາຄານຢ່າງດຽວ ເພາະບັນດາຮ້ານແລກປ່ຽນເງິນຕຣາ ຈະບໍ່ສາມາດກຳນົດ ລາຄາແລກປ່ຽນເງິນເອງໄດ້.
“ອັນປ່ຽນເງິນຕຣາ ມັນເຕັມບ້ານເຕັມເມືອງ ມັນກະພາກັນ ຊະຊຸຊະຊາຍເນາະເງິນ. ຄືຢາກໃຫ້ທນາຄານກາງຜູ້ດຽວແຫຼະ ເປັນຜູ້ອັນນັ້ນເນາະ, ຄັນມີແຕ່ທນາຄານກາງເນາະ ທີ່ຮັບແລກໄດ້ກະດີ, ຫັ້ນນ່າ.”
ອີງຕາມການຣາຍງານ ຂອງທນາຄານກາງລາວ ໃນວັນທີ 17 ກັນຍາ 2021, ມີຮ້ານແລກປ່ຽນເງິນຕຣາ ຢູ່ໃນລາວທັງໝົດ 419 ຮ້ານ ທີ່ໄດ້ຮັບອະນຸຍາດ ຈາກທນາຄານກາງ, ເຊິ່ງເປັນຮ້ານຕົວແທນ ຂອງທນາຄານທຸຣະກິຈ ໃນການບໍຣິການ ແລກປ່ຽນເງິນຕຣາ ທີ່ມີປະສິດທິຜົລ ແລະ ສອດຄ່ອງ ກັບການຄຸ້ມຄອງເງິນຕຣາ.
ຢ່າງໃດກໍຕາມ, ຍານາງ ວາລີ ເວດສະພົງ, ສະມາຊິກສະພາແຫ່ງຊາດລາວ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ຍັງໄດ້ສເນີ ຕໍ່ກອງປະຊຸມສມັຍສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ 9 ໃນວັນທີ 13 ມີຖຸນາ 2022 ວ່າ ຣັຖບານ ຄວນໂຈະຮ້ານແລກປ່ຽນເງິນຕຣາ ຊົ່ວຄາວ ແລະ ກວດສອບ-ກວດກາ ຄືນໃໝ່ໝົດ ເພື່ອແກ້ໄຂວິກິຕ ທີ່ເກີດຂຶ້ນ, ໂດຍເຣີ່ມຈາກກະຊວງການເງິນ ເພາະອີງຕາມຣາຍງານ ຂອງກະຊວງການເງິນ ສະແດງໃຫ້ເຫັນວ່າ ການສໍ້ຣາສບັງຫຼວງ ຍັງບໍ່ໄດ້ຫຼຸດລົງ ເນື່ອງຈາກມີການຮົ່ວໄຫຼ ຢູ່ບັນດາຊາຍແດນ ຍັງເກີດຂຶ້ນຫຼາຍ ແລະ ແນບນຽນກວ່າເກົ່າ ເຮັດໃຫ້ເປັນສາເຫດນຶ່ງ ທີ່ພາກັນຂາດເຂີນເງິນຕຣາ ໃນປະເທດ ເພາະວ່າ ມີການຄ້ານອກລະບົບ ເຂົາເຈົ້າພາກັນໄປແລກປ່ຽນເງິນຕຣາ ຢູ່ນອກລະບົບ, ເຊິ່ງອີງໃສ່ສູນສະຖິຕິແຫ່ງຊາຕ ໄດ້ລະບຸວ່າ 70% ແມ່ນມີການດຳເນີນທຸຣະກິຈ ນອກລະບົບ. ສະນັ້ນ, ຣັຖບານ ຄວນນຳພວກເຂົາ ເຂົ້າລະບົບໃຫ້ໄດ້.