ຣັຖກອນ ໃນກຸ່ມເປົ້າໝາຍ ຄາດວ່າ ຈະໄດ້ຮັບເງິນເພີ່ມ
2023.10.11

ກະຊວງການເງິນ ໄດ້ອອກຄໍາແນະນໍາ ໃນມື້ວັນທີ 2 ຕຸລານີ້ ຈະເພີ່ມເງິນອຸດໜູນ ໃຫ້ພະນັກງານ-ຣັຖກອນ ທີ່ໄດ້ຮັບເງິນ ເດືອນຕໍ່າກວ່າ 1,700,000 ກີບ ຕື່ມໃຫ້ເປັນ 1,700,000 ກີບ ແຕ່ເດືອນຕຸລານີ້ເປັນຕົ້ນໄປ ຍ້ອນຄ່າຄອງຊີບ ສູງຂຶ້ນ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກການເງິນ ແຂວງສວັນນະເຂດ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 11 ຕຸລານີ້ວ່າ ພາຍຫລັງທີ່ກະຊວງການເງິນ ໄດ້ໃຫ້ຄໍາແນະ, ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ໄດ້ປຶກສາຫາລືກັນ ຈັດຕັ້ງປະຕິບັດ ໃຫ້ໄດ້ໄວ, ແຕ່ກໍຕ້ອງໄດ້ລໍຖ້າ ໄປຈົນກວ່າວ່າ ຈະມີແຈ້ງການ ຈາກຜແນກການເງິນແຂວງ ອອກມາອີກ.
“ໂອ້... ຍັງເດີ້ມັນຕ້ອງມີແຈ້ງການຂອງແຂວງ ຂອງຜແນກການເງິນຕື່ມອີກ ແມ່ນໆ ຕໍ່າກວ່າລ້ານ 7 ຄືລ້ານ 5 ກະຕື່ມໃສ່ໃຫ້ມັນເປັນລ້ານ 7 ຍັງບໍ່ຮູ້ຄືກັນ ທາງຄະນະເພິ່ນສິປຶກສາກັນ ມີແຕ່ວ່າລໍຖ້າ.”
ຢູ່ແຂວງອຸດົມໄຊ ເຈົ້າໜ້າທີ່ຜແນກການເງິນແຂວງ ເວົ້າວ່າ ໄດ້ຮັບຄໍາແນະນໍາ ຈາກກະຊວງການເງິນແລ້ວ ແຕ່ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ຍັງຕ້ອງໄດ້ຮິບໂຮມຈໍານວນພະນັກງານ-ຣັຖກອນ ທີ່ໄດ້ຮັບເງິນເດືອນຕໍ່າກວ່າ 1,700,000 ກີບ ວ່າມີຈໍານວນເທົ່າໃດ ຫລັງຈາກນັ້ນ ຈຶ່ງຈະໄດ້ປະຕິບັດ.
“ແມ່ນແລ້ວເພິ່ນຍັງບໍ່ອອກເທື່ອເນາະ ຖ້າທາງແຂວງເຮົາແຈ້ງກ່ອນຫັ້ນນ່າ ກະຊວງເພິ່ນແຈ້ງມາ ແຕ່ວ່າທາງແຂວງ ເຮົາຍັງບໍ່ໄດ້ເອກພາບເທື່ອຫັ້ນນ່າ.”
ເປົ້າໝາຍທີ່ຣັຖບານລາວ ຈະເພີ່ມເງິນອຸດໜູນໃຫ້ພະນັກງານ-ຣັຖກອນ ທີ່ໄດ້ເງິນເດືອນຕໍ່າກວ່າ 1,700,000 ກີບເທື່ອນີ້ ມີພະນັກງານ-ຣັຖກອນ 3 ກຸ່ມ ຄື:
- ພະນັກ ງານ-ຣັຖກອນ ທີ່ມີເງິນເດືອນພື້ນຖານ ຕາມຊັ້ນ 3 ຂັ້ນ 7 ຫລື ຈໍານວນດັຊນີ 205 ລົງມາ,
- ຣັຖກອນຄຣູ ທີ່ມີເງິນເດືອນພື້ນຖານ ຕາມຊັ້ນ 1 ຂັ້ນ 12 ຫລືຈໍ ານວນດັຊນີ 205 ລົງມາ ແລະ
- ຜູ້ຮັບເງິນອຸດໜູນ ບໍານານ, ເສັຍກໍາລັງແຮງງານ, ບໍານານຄືນ ແລະ ເສັຍອົງຄະຮາກຖານ.
ກ່ຽວກັບເຣື່ອງນີ້ ຣັຖກອນຜູ້ນຶ່ງ ຢູ່ແຂວງອຸດົມໄຊ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ຕຸລານີ້ວ່າ ເຖິງຈະໄດ້ເງິນອຸດໜູນນັ້ນ ຈະບໍ່ຫລາຍ ແລະຍັງບໍ່ກຸ້ມຢູ່ກຸ້ມກິນໄດ້ເປັນເດືອນ ແຕ່ກໍຮູ້ສຶກດີໃຈຫລາຍ ເພາະຄ່າຄອງຊີບ ເພີ່ມສູງຂຶ້ນນໍາເລື້ອຍໆ ມີຄວາມຫຍູ້ງຍາກ ໃນການດໍາລົງຊີວິດ ຫລາຍສົມຄວນ.
“ຖ້າເຮົາໄດ້ຮັບເງິນອຸດໜູນແນວນັ້ນ ເຮົາໂອເຄຂຶ້ນຫລາຍ ເຖິງວ່າສິໜ້ອຍກໍຢ່າ ແຕ່ຄັນເຮົາໄປຮອດໄປເຖິງເພິ່ນແລ້ວກະ ມີແນວໃຫ້ຄືວ່າ ນໍ້າຈິດນໍ້າໃຈໃຫ້ຕື່ມ ນີ້ກໍເຫັນດີ ດີໃຈຫລາຍແລ້ວ ແລ້ວກະຄືວ່າຢ່າງໜ້ອຍກະພໍແບ່ງເບົາພາຣະຂະເຈົ້າ ໜ້ອຍນຶ່ງເນາະ ບໍ່ໄດ້ຫລາຍເທົ່າໃດ ກະໄດ້ໜ້ອຍນຶ່ງກະດີຫັ້ນນ່າ.”
ທີ່ແຂວງຊຽງຂວາງ ຣັຖກອນຄຣູຜູ້ນຶ່ງ ກໍເວົ້າວ່າ ປັດຈຸບັນ ໄດ້ຮັບເງິນເດືອນປະມານ 1,600,000 ປາຍກີບ ເພາະຫາກໍ່ໄດ້ເຂົ້າເປັນຣັຖກອນ ເມື່ອບໍ່ດົນມານີ້ ແລະກໍຮູ້ສຶກດີໃຈ ທີ່ເພີ່ນເພີ່ມເງິນອຸດໜູນໃຫ້ ເຖິງຈະບໍ່ແມ່ນເງິນຈໍານວນຫລາຍກໍຕາມ.
“ໂອເຄກະລ້ານຫົກປາຍໜ້ອຍນຶ່ງ ແຕ່ວ່າງວດນີ້ກະຖືວ່າ ຈະບໍ່ທັນແລ້ວ ມັນບໍ່ທັນເຮັດແລ້ວ ເພາະວ່າມັນກະຮອດຕາມເພິ່ນກໍານົດ ລ້ານ 7 ຫັ້ນເນາະ.”
ຢູ່ນະຄອນຫລວງວຽງຈັນ ປະຊາຊົນຜູ້ນຶ່ງ ກໍເວົ້າເຖິງເຣື່ອງທີ່ຈະເພີ່ມເງິນອຸດໜູນ ໃຫ້ພະນັກງານ-ຣັຖກອນ ນັ້ນວ່າ ເປັນເຣື່ອງດີຫລາຍ ເພາະເສຖກິຈ-ການເງິນດຽວນີ້ ຫຍຸ້ງຍາກຫລາຍ, ປະຄັບປະຄອງກັນໄປ ໃຫ້ມັນຢູ່ລອດ.
“ບາງທີເຂົາກະຈະຢູ່ບໍ່ລອດເນາະ ຄັນບໍ່ມີພື້ນຖານຢູ່ນີ້ກະສິຫຍູ້ງຍາກເນາະ ກະພະຍາຍາມຊ່ວຍເຫລືອກັນຫັ້ນແຫລະ ເປັນການຊ່ວຍເຫລືອພາຍໃນ ປະຄັບປະຄອງໃຫ້ມັນຢູ່ລອດຫັ້ນແຫລະ.”
ຫລັງຈາກເພີ່ມເງິນອຸດໜູນ ໃຫ້ພະນັກງານ-ຣັຖກອນ ທີ່ໄດ້ຮັບເງິນເດືອນພື້ນ ຖານ ຕໍ່າກວ່າ 1,700,000 ກີບໃນຄັ້ງນີ້ແລ້ວ ທາງກະຊວງການເງິນ ຈະຕິດ ຕາມ, ກວດກາ ແລະປະເມີນຄືນ ການຈັດຕັ້ງປະຕິບັດ ຂອງພາກສ່ວນຕ່າງໆທັງຢູ່ສູນກາງ ແລະທ້ອງຖິ່ນ ໃນ 6 ເດືອນຕົ້ນປີ 2024 ເພື່ອຣາຍງານ ໃຫ້ຣັຖບານລາວຊາບ.
ພ້ອມດຽວກັນນັ້ນ ທາງສູນສະຖິຕິແຫ່ງຊາຕ ກໍຣາຍງານ ເຣື່ອງອັດຕຣາເງິນກີບເຟີ້ວ່າ ເດືອນກັນຍາ ຜ່ານມານີ້ ເຟີ້ 25.7% ຊຶ່ງຖືວ່າ ຍັງສືບຕໍ່ສູງສົມຄວນ.
ໝວດສິນຄ້າ ທີ່ມີອັດຕຣາເງິນເຟີ້ສູງກວ່າໝູ່ ແມ່ນຮ້ານອາຫານ ແລະໂຮງແຮມ ເພີ່ມຂຶ້ນ 34.4%. ສະບຽງອາຫານ ແລະເຄື່ອງດື່ມບໍ່ມີທາດເຫລົ້າ ເພີ່ມຂຶ້ນ 29.4%. ເຄື່ອງນຸ່ງຫົ່ມ ແລະເກີບເພີ່ມຂຶ້ນ 29.7% . ເຄື່ອງໃຊ້ໃນຄົວເຮືອນເພີ່ມຂຶ້ນ 24.3%, ເຫລົ້າ ແລະຢາສູບ ເພີ່ມຂຶ້ນ 23.4%. ການຮັກສາສຸຂພາບແລະຢາ ເພີ່ມຂຶ້ນ 21.1%. ການຄົມນາຄົມ ແລະຂົນສົ່ງ ເພີ່ມຂຶ້ນ 20.7%. ທີ່ພັກອາສັຍ. ນໍ້າປະປາ, ໄຟຟ້າ ແລະເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 16.5%. ສິນຄ້າ ແລະການບໍຣິການອື່ນໆ ເພີ່ມຂຶ້ນ 17%.