ສ້າງເດີ່ນບິນແຂວງຫົວພັນ ອາຈໃຊ້ແຕ່ຄົນວຽດນາມ


2013.05.08
F-houaphanh ທ່ານທອງສີງ ທັມມະວົງ ແລະ ທ່ານ ຫງວຽນ ທັນ ຄູ່ຕໍາແໜ່ງ ນາຍົກຣັຖມົນຕຣີ ຂອງລາວ ແລະ ຂອງວຽດນາມ ທໍາພິທີເປີດ ໂຄງການ ກໍ່ສ້າງ ເດີ່ນຍົນສາກົນ ແຂວງຫົວພັນ
laopdr.gov

 

ໂຄງການ ສ້າງ ເດີ່ນບິນ ສາກົລ ແຂວງ ຫົວພັນ ອາຈບໍ່ໃຊ້ ຄົນງານລາວ.

ໂຄງການ ສ້າງເດີ່ນບິນ ສາກົລ ໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ ມີຄວາມ ເປັນໄປໄດ້ສູງ ທີ່ວ່າຈະບໍ່ໃຊ້ ຄົນງານລາວ ຂະນະທີ່ ທາງ ບໍຣິສັດ ຜູ້ກໍ່ສ້າງ ໄດ້ນໍາຄົນງານ ວຽດນາມ ເຂົ້າມາ ຂ້ອນຂ້າງ ຫລາຍແລ້ວ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ໂຍທາທິການ ແຂວງ ຫົວພັນ ໃນວັນທີ 8 ພຶສພາ ນີ້:

"ຍັງເປີເຊັນໜ້ອຍ ເພາະວ່າ ແຮງງານລາວ ນີ້ ເຂົາສັນຍາ ເຮັດບໍ່ໄດ້ ກໍບໍ່ຮູ້ນໍາເຂົາ ມີແຕ່ເອົາ ແຮງງານ ວຽດ ເຂົາມີແຕ່ເອົາ ແຮງງານວຽດເຂົ້າ ມີຢູ່ປະມານ 100 ໜຶ່ງ ແລ້ວ ເຂົ້າມາ ກໍາລັງເຮັດບັດ".

ທ່ານເວົ້າ ຕໍ່ໄປວ່າ ໃນເບື້ອງຕົ້ນ ທາງ ບໍຣິສັດ Hoang Anh Gai Lai ບໍ່ໄດ້ໃຫ້ ຂໍ້ມູນຫຍັງ ແກ່ທາງຜແນກ ຫາກເວົ້າພຽງ ແຕ່ວ່າ ການເຮັດສັນຍາ ຈ້າງ ແຮງງານ ລາວນັ້ນ ອາຈບໍ່ໄດ້. ແຕ່ກໍຕ້ອງ ລໍຟັງການ ຊີ້ແຈງຈາກ ທາງ ບໍຣິສັດ ຕໍ່ໄປ ແລະ ວ່າ ຄົນງານ ວຽດນາມ ອາຈເຂົ້າມາ ຫລາຍຂຶ້ນ ເມື່ອໂຄງການ ເລີ່ມລົງມື ກໍ່ສ້າງ.

ຜ່ານມາ ເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການ ສັງຄົມ ແລະ ນັກທຸຣະກິດ ໃນແຂວງ ຫົວພັນ ເຫັນພ້ອມນໍາ ກັນວ່າ ແຮງງານລາວ ໃນແຂວງ ສ່ວນໃຫຍ່ ບໍ່ຄ່ອຍມີ ສີມື ສູ້ແຮງງານ ວຽດນາມ ບໍ່ໄດ້ ເຮັດໃຫ້ ບໍຣິສັດ ກໍ່ສ້າງສ່ວນໃຫຍ່ ເລືອກໃຊ້ ແຕ່ຄົນງານ ຕ່າງດ້າວ ຫລາຍ ກວ່າ.

ໂຄງການ ເດີ່ນບິນ ດັ່ງກ່າວ ກໍາລັງ ຢູ່ໃນຊ່ວງ ເກັບກູ້ ຣະເບີດ ຝັງດິນ ແບບຮີບດ່ວນ ແລະ ຈະເລີ່ມລົງມື ສ້າງ ໃນທັນທີ ຫລັງເກັບກູ້ ຣະເບີດ ແລ້ວ. ຣາຍງານ ຂ່າວ ທາງການລາວ ເມື່ອວັນ ທີ 4 ມີນາ ຜ່ານມາວ່າ ເງິນສໍາລັບ ການກໍ່ສ້າງ ຈໍານວນ 80 ລ້ານ ໂດລາ ສະຫະຣັຖ ທາງ ບໍຣິສັດ ຫວງອັນເຈັ້ຽລ້າຍ ຈະເປັນຜູ້ ອອກໃຫ້ ກ່ອນ ແລະ ຣັຖບານລາວ ຈະໃຊ້ຄືນ ພາຍໃນ 5 ປີ ດ້ວຍຮູບ ແບບຫັກ ລົບກັບເງິນພາສີ ອາກອນ ແລະ ຄ່າທໍານຽມ ຕ່າງໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.