ບ້້ານໃໝ່ທີ່ໃຫຍ່ໂຕຂອງຜູ້ນໍາ ລາວ

ຈໍາປາທອງ
2015.01.23
F-Choummaly ບ້ານພັກ ຂອງ ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດ ສປປລາວ ທີ່ກໍາລັງກໍ່ສ້າງ ຢູ່ຄຸ້ມທາດຫລວງ ເຂດທີ່ແພງທີ່ສຸດ ຂອງ ນະຄອນຫລວງ ວຽງຈັນ
Citizen Journalist

 

ແຫລ່ງຂ່າວ ຈາກ ທ້ອງຖິ່ນ ຣາຍງານ ເມື່ອ ວັນທີ 21 ມົກຣະກາ ນີ້ ວ່າ ປັຈຈຸບັນ ຜູ້ນຳ ລາວ ບາງທ່ານ ພາກັນ ປຸກເຮືອນ ຫລັງ ໃຫຍ່ ແບບ ຫລູຫລາ, ຊຶ່ງເຫັນໄດ້ ຢ່າງເປີດແປນ ແມ່ນ ເຮືອນ ຂອງ ທ່ານ ຈູມມະລີ ໄຊຍະສອນ, ປະທານ ປະເທດ, ຢູ່ເຂດ ບ້ານ ທາດຫຼວງ ເມືອງ ໄຊເສດຖາ ນະຄອນ ຫລວງ ວຽງຈັນ. ສະເພາະ ແຕ່ ການ ສ້າງສວນ ໃນ ບໍຣິເວນ ອ້ອມ ຮອບ ເຮືອນ ເທົ່ານັ້ນ ຍັງໃຊ້ເງິນ ເຖິງ 5 ຕື້ ກີບ (ເທົ່າກັບ 20 ລ້ານ ບາດ) ແຕ່ ແຫລ່ງຂ່າວ ບໍ່ໄດ້ ຣະບຸ ຄ່າ ການ ກໍ່ສ້າງ ສະເພາະ ໂຕບ້ານ.

ສຳລັບ ຜູ້ຮັບເໝົາ ການກໍ່ສ້າງ ນັ້ນ ແມ່ນ ກຸ່ມ ບໍຣິສັດ ພອນສັກ ເປັນຜູ້ ຮັບຜິດຊອບ ຊຶ່ງ ກຸ່ມ ບໍຣິສັດ ດັ່ງກ່າວ ໄດ້ເຊັນ ສັນຍາ ວ່າຈ້າງ ບໍຣິສັດ ເຊີຍ ສະຕູດີໂອ ແອນ ແກໂລລີ ເພື່ອ ອອກແບບ ແລະ ກໍ່ສ້າງ.

ແຫລ່ງຂ່າວ ຣາຍງານ ຕື່ມວ່າ ບໍຣິສັດ ພອນສັກ ແມ່ນມີ ສາຍສັມພັນ ກັບ ຄອບຄົວ ຂອງ ທ່ານ ຈູມມະລີ ໄຊຍະສອນ ແລະ ໄດ້ຮັບ ສັມປະມານ ການຕັດໄມ້ ຂຸດຄົ້ນ ບໍ່ແຮ່ ແລະ ໂຄງການ ສັມປະທານ ອື່ນໆ ຢູ່ໃນ ປະເທດ ລາວ.

ນອກຈາກ ນີ້ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກ ຣັຖມົນຕຣີ ກໍຫາປຸກ ເຮືອນ ຫລັງໃໝ່ ມູນຄ່າ ປະມານ 20 ຕື້ ກີບ ທີ່ ຕັ້ງຢູ່ເຂດ ທາງເຂົ້າ ບ້ານ ໜອງໜ່ຽງ, ເມືອງ ໄຊເສດຖາ ນະຄອນ ຫລວງ ວຽງຈັນ.

ກ່ຽວກັບ ການ ປຸກເຮືອນ ຂອງ ຜູ້ນຳລາວ ຊາວລາວ ກໍພາກັນ ວິພາກ ວິຈານ ກັນ ກ່ຽວກັບ ແຫລ່ງເງິນ ທີ່ໄດ້ມາ ໃຊ້ຈ່າຍ ໃນການ ປຸກເຮືອນ. ດັ່ງ ຊາວລາວ ທ່ານນຶ່ງ ເວົ້າວ່າ:

“ບັນດາ ທ່ານ ໆ ຫັ້ນກໍ່ ຕອບຂ້ອຍ ໄດ້ບໍ່ວ່າ ເງິນ ເດືອນ ທ່ານ ຫັ້ນ ຈັກກິີບ ເດືອນນຶ່ງ ຫັ້ນນ່າ ທັງ ຄ່າເບັ້ຽລ້ຽງ ສສັດດີການ ຕ່າງໆ ໝົດທຸກຢ່າງ ເອົາມາ ລວມກັນ ເດືອນນຶ່ງ ໄດ້ຈັກ ກີບ ບັນດາ ທ່ານໆ ຫັ້ນນ່າ ແລ້ວເອົາເງິນ ມາແຕ່ໃສ ອັນມາ ປຸກເຮືອນ ເປັນຕື້ໆ ຫັ້ນນ່າ”

ກ່ຽວກັບ ບັນຫາ ດັ່ງກ່າວ ປະຊາຊົນ ລາວ ກໍພາກັນ ຈັບ ກຸ່ມກັນ ເວົ້າຕື່ມວ່າ ປະເທດລາວ ໃນ ປັດຈຸບັນ ກຳລັງ ປະສົບກັບ ບັນຫາ ທາງດ້ານ ເສຖກິຈ ເປັນຕົ້ນ ແມ່ນ ພະນັກງານ ຣັຖກອນ ບໍ່ໄດ້ເງິນ ເດືອນ ເປັນ ປົກກະຕິ ອົດມື້ ກິນມື້ ແຕ່ວ່າ ຜູ້ນຳລາວ ຊ້ຳພັດ ແຂ່ງກັນ ປຸກເຮືອນ ຫລັງໃຫຍ່ ແບບ ຫລູຫລາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.