ພໍ່ຄ້າ-ແມ່ຄ້າຊາວລາວ ທີ່ຂາຍເຄື່ອງ ຢູ່ຕະຫຼາດນັດ ກາງຄືນ ສວນ ສາທາຣະນະ ເຈົ້າ ອານຸວົງ ໃນ ນະຄອນຫຼວງ ວຽງຈັນ ໄດ້ຮັບ ຜົນກະທົບ ພາຍຫຼັງທີ່ ທາງ ພາກສ່ວນ ຄຸ້ມຄອງ ຈັດສັນ ຕະຫຼາດນັດ ໄດ້ປ່ອຍໃຫ້ ພໍ່ຄ້າ ແມ່ຄ້າ ຊາວຈີນ ແລະ ວຽດນາມ ເຂົ້າມາຄ້າຂາຍ ຫຼາຍ ເກີນໄປ.
ແມ່ຄ້າຂາຍເຄື່ອງນຸ່ງ ສົ້ງເສື້ອ ນາງນຶ່ງ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 12 ພຶສພາ ນີ້ວ່າ, ສາເຫຕຫຼັກ ທີ່ພາໃຫ້ ມີພໍ່ຄ້າ ແມ່ຄ້າ ຊາວຈີນ ແລະ ວຽດນາມ ພາກັນ ເຂົ້າມາ ຂາຍຂອງ ໃນ ຕະຫຼາດນັດ ແຫ່ງນີ້ ນັບມື້ ເພີ້ມຂຶ້ນນັ້ນ ກໍ່ຍ້ອນວ່າ ພາກສ່ວນ ຄຸ້ມຄອງ ຈັດສັນ ຕະຫຼາດ ຂາດການ ກວດກາ ໃນການໃຫ້ ອະນຸຍາດ ຮ້ານຄ້າ ໃຫ້ກັບ ບຸກຄົນທີ 3 ທີ່ເປັນຊາວ ຕ່າງດ້າວ, ທັ້ງໆທີ່ ຣະບຽບ ກໍ່ຣະບຸໄວ້ ວ່າບໍ່ ອະນຸຍາດ ຮ້ານຄ້າ ໃຫ້ ຊາວຕ່າງດ້າວ, ໂດຍສະເພາະ ວຽດນາມ ແລະ ຈີນ. ດັ່ງ ນາງກ່າວວ່າ:
"ເວົ້າເຣື້ອງເຂົາກົດດັນ ຂຶ້ນນຳການ ຈັດສັນ ຂອງພວກເຮົາ ບໍ່ມີການ ກວດກາວ່າ ເອີ່ ລົງມາເບິ່ງ. ຄ້າຍໆ ຂະເຈົ້າຮູ້ ຢູ່ແກ່ໃຈ ແລ້ວວ່າແມ່ນ ຄົນວຽດ ຄົນຈີນ ຂາຍຫຼາຍ ຫັ້ນນ່າ ລະຂະເຈົ້າ ກະຮູ້ອີກ, ປົກກະຕິ ຣະບຽບ ຂະເຈົ້າບໍ່ໄດ້ ໃຫ້ຂາຍ ໃຫ້ຄົນວຽດ ຄົນຈີນ".
ນາງກ່າວຕື່ມວ່າ ພໍ່ຄ້າ-ແມ່ຄ້າ ຄົນລາວ ຫຼາຍຄົນ ກໍ່ຢາກເຂົ້າມາ ຂາຍເຄື່ອງ ໃນຕະຫຼາດນັດ ນັ້ນຢູ່ ແຕ່ສູ້ຣາຄາ ຄ່າເຊົ່າຮ້ານ ຫຼື ຄ່າ ອະນຸຍາດ ໃຫ້ເຊົ່າຮ້ານ ບໍ່ໄດ້ເພາະ ແພງເກີນໄປ, ໃນຂນະທີ່ ພໍ່ຄ້າ ແມ່ຄ້າ ຊາວຈີນ ແລະ ວຽດນາມ ຍອມຈ່າຍ ຂໍແຕ່ໃຫ້ ໄດ້ຂາຍເຄື່ອງ ແພງເທົ່າໃດ ກໍ່ຍອມຈ່າຍ, ນອກຈາກນີ້ ແລ້ວ, ການເຂົ້າມາ ຂາຍ ສິນຄ້າ ຂອງ ຊາວຈີນ ແລະ ຊາວວຽດນາມ ຈຳນວນ ຫຼວງຫຼາຍ ກໍ່ເປັນການ ບີບບັງຄັບ ພໍ່ຄ້າ-ແມ່ຄ້າ ຊາວລາວ ທີ່ ຂາຍສິນຄ້າ ປະເພດ ດຽວກັນ ໂດຍ ທາງອ້ອມ ເພາະ ຕົ້ນທຶນ ຂອງສິນຄ້າ ຊາວຈີນ ແລະ ວຽດນາມ ຖືກກວ່າ.
ຕໍ່ບັນຫານີ້, ເອເຊັຽເສຣີ ໄດ້ ໂທຣະສັບ ສອບຖາມ ໄປຍັງພາກສ່ວນ ທີ່ກ່ຽວຂ້ອງ ໃນວັນທີ 12 ພຶສພາ, ເຈົ້າໜ້າທີ່ ເວົ້າວ່າ:
"ກະຄືນ້ອງວ່າຫັ້ນແຫຼະ ເພິ່ນຍັງມີ ນະໂຍບາຍ ສຳລັບ ຄົນວຽດ, ຄົນລາວ, ຄົນຈີນ ຮ່ວມກັນເນາະ. ແຕ່ວ່າເຣື້ອງ ນະໂຍບາຍ ວ່າບໍ່ເອົາວຽດ ບໍ່ເອົາຈີນ ເຂົ້າມາເລີຍ ຫັ້ນ, ກະຄືຊິ ຢຸດລະ ເພາະວ່າ ເພິ່ນບໍ່ໄດ້ ຂະຫຍາຍເພີ້ມເຕີມ ແລ້ວ ຫັ້ນນ່າ. ອັນນີ້ ທາງສວນ ເຈົ້າ ອານຸວົງ ບໍ່ໄດ້ ອະນຸຍາດ ໃຫ້ເຊົ່າຕໍ່ ແມ່ນ ແມ່ຄ້າ ລັກເຊົ່າກັນ".
ຕະຫຼາດກາງຄືນ ທີ່ສວນ ສາທາຣະນະ ເຈົ້າອານຸວົງ ຖືກສ້າງຂຶ້ນ ໃນ 5 ປີ ກ່ອນ ເພື່ອໃຫ້ເປັນ ບ່ອນທ່ອງທ່ຽວ ຄ້າຂາຍ ສ້າງ ວຽກເຮັດ ງານທຳ ໃຫ້ ຊາວລາວ, ແຕ່ເວລາ ຜ່ານໄປ ຊ້ຳພັດມີແຕ່ ພໍ່ຄ້າ ແມ່ຄ້າ ຊາວຈີນ ແລະ ຊາວວຽດນາມ ເຂົ້າມາຄ້າຂາຍ ຢ່າງ ຫຼວງຫຼາຍ.