ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຄັ້ງທີ 9 ຂອງ ສປປ ລາວ ທີ່ໄດ້ດໍາເນີນມາແຕ່ວັນທີ 10 ມິຖຸນາ 2024 ໄດ້ປິດລົງໃນວັນທີ 2 ກໍລະກົດນີ້ ໂດຍໄດ້ຮັບຮອງເອົາເອກກະສານ 19 ສະບັບ ຊຶ່ງໃນນັ້ນ ມີຮ່າງກົດໝາຍໃໝ່ ແລະກົດໝາຍສະບັບປັບປຸງ 13 ສະບັບ ຮວມທັງ ຮ່າງກົດໝາຍ ສະບັບປັບປຸງ 2 ສະບັບ ຄືຮ່າງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ຊຶ່ງໃນນັ້ນ ໄດ້ປົດຜູ້ວ່າການທະນາ ຄານແຫ່ງ ສປປ ລາວ ຊຶ່ງຄາດກັນວ່າ ເປັນຍ້ອນແກ້ໄຂເງິນກີບເຟີ້ ແລະເງິນກີບອ່ອນຄ່າບໍ່ໄດ້ ຊຶ່ງເມື່ອເດືອນມິຖຸນາທີ່ຜ່ານມາ ເງິນກີບເຟີ້ 26.15% ຄືເຟີ້ຂຶ້ນຈາກເດືອນພຶດສະພາ ທີ່ຢູ່ໃນລະດັບ 25.77% ແລະເງິນກີບອ່ອນຄ່າລົງ ຢູ່ຕະ ຫຼາດມືດ ວັນທີ 1 ກໍລະກົດນີ້ 1 ບາດຕໍ່ 730 ກີບ ແລະ 1 ໂດລ້າສະຫະລັດ ຕໍ່ 27,000 ກີບ.
ໃນພິທີ ປິດກອງປະຊຸມສະພາແຫ່ງຊາດເທື່ອນີ້ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການ ເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ໄດ້ກ່າວປິດກອງປະຊຸມ ຊຶ່ງໃນນັ້ນ ທ່ານໄດ້ກ່າວມ້ວນທ້າຍວ່າ:
" ບັນດາທ່ານຜູ້ນໍາທີ່ນັບຖື ບັນດາຜູ້ແທນກອງປະຊຸມທີ່ຮັກແພງ ຂອບໃຈໄປຍັງປະຊາຊົນລາວບັນດາເຜົ່າ ທັງຢູ່ພາຍໃນ ຊາວລາວຢູ່ຕ່າງປະເທດ ໄດ້ຕິດຕາມກອງປະຊຸມໃນຄັ້ງນີ້ ຢ່າງຈົດຈໍ່ແລະສົ່ງຄໍາເຫັນຜ່ານໂທລະສັບສາຍດ່ວນ ມາຍັງກອງປະຊຸມຢ່າງຫລວງຫລາຍ ສຸດທ້າຍນີ້ຂ້າພະເຈົ້າຕາງໜ້າ ໃຫ້ກອງປະຊຸມສະພາແຫ່ງຊາດ ຂໍປະກາດປິດກອງປະຊຸມສະໃໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 9 ຢ່າງເປັນທາງການນັບແຕ່ນີ້ເປັນຕົ້ນໄປ ຂໍຂອບໃຈ. "
ໃນໂອກາດປິດກອງປະຊຸມ ສະພາແຫ່ງຊາດ ຍານາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ປະກາດ ການຍົກຍ້າຍ ດຣ. ບຸນເຫຼືອ ສິນໄຊວໍລະວົງ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄປຮັບໜ້າທີ່ໃໝ່ ຢູ່ແຂວງຫຼວງພະບາງ ແລະການແຕ່ງຕັ້ງ ຍານາງ ວັດທະນາ ດາລາລອຍ ທີ່ເປັນຜູ້ຮອງ ຂຶ້ນຮັບໜ້າທີ່ຮັກສາການ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແທນ ດັ່ງທີ່ຍານາງ ສູນທອນ ໄຊຍະຈັກ ກ່າວໃນຕອນໜຶ່ງວ່າ:
" ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ສະໃໝວິສາມັນໃນວັນທີ 28 ມິຖຸນາ 2024 ໄດ້ພິຈາລະນາຄໍາສະເໜີ ຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການໂຍກຍ້າຍທ່ານ ດຣ. ບຸນເຫລືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄປຮັບໜ້າທີ່ໃໝ່ຢູ່ແຂວງຫລວງພະບາງ ຊຶ່ງກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ໄດ້ຕົກລົງເຫັນດີຕາມຄໍາສັ່ງ ຂອງທ່ານນາຍົກລັດຖະມົນຕີ ແລະໄດ້ອອກເປັນມະຕິ ຂອງຄະນະ ປະຈໍາສະພາແຫ່ງຊາດແລ້ວ. "
ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 9 ນີ້ ໄດ້ປັບປ່ຽນຕໍາແໜ່ງຄະນະນໍາຫຼາຍທ່ານ ພາຍໃນສະພາແຫ່ງຊາດ ຊຶ່ງໃນນັ້ນ ຮວມທັງໃຫ້ ດຣ. ຈະເລີນ ເຍຍປາວເຮີ ເປັນພຽງຮອງປະທານສະພາແຫ່ງຊາດ, ບໍ່ໃຫ້ເປັນປະ ທານກໍາມາທິການກົດໝາຍ; ແຕ່ງຕັ້ງທ່ານ ຄໍາແພງ ວິລະພັນ ປະທານກໍາມາທິການຍຸຕິທໍາ ເປັນປະທານກໍາມາທິການກົດໝາຍ; ແຕ່ງຕັ້ງຍານາງ ທຸມມະລີ ວົງພະຈັນ ປະທານກໍາມາທິການ ວັດທະນະທໍາ-ສັງຄົມ ເປັນປະທານກໍາມາທິການຍຸຕິທໍາ.
ກອງປະຊຸມ ໄດ້ຮັບຮອງເອົາເອກະສານ ກ່ຽວກັບວຽກງານຂອງລັດຖະບານ 4 ສະບັບ ຮວມທັງບົດລາຍງານຂອງ ນາຍົກລັດຖະມົນຕີ ກ່ຽວກັບສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ ແລະແຜນການ 6 ເດືອນທ້າຍປີ 2024 ທີ່ຕິດພັນກັບ 2 ວາລະແຫ່ງຊາດ ຄືວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຫຍຸ້ງຍາກ ທາງດ້ານເສດຖະກິດ ແລະການເງິນ ແລະວ່າດ້ວຍການແກ້ໄຂບັນຫາຢາເສບຕິດ. ນອກຈາກນັ້ນ ກໍແມ່ນບົດລາຍງານ ກ່ຽວກັບການແກ້ໄຂ ຜົນການກວດສອບ ປະຈໍາປີ 2022 ແລະບົດລາຍງານຂອງສະພາແຫ່ງຊາດ ກ່ຽວກັບຄວາມຈໍາເປັນ ແລະທິດທາງ ໃນການປັບປຸງ ລັດຖະທໍາມະນູນ ແຫ່ງ ສປປ ລາວ ປີ 2015.
ເວົ້າເຖິງບັນຫາຍຸ້ງຍາກ ທາງດ້ານເສດຖະກິດ ແລະການເງິນ ທີ່ຕົກຕໍ່າໃນປັດຈຸບັນ ແລະສົ່ງຜົນກະທົບຮຸນແຮງ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ຂອງພະນັກງານ-ລັດຖະກອນ ຍ້ອນຄ່າຄອງຊີບແພງຂຶ້ນຫຼາຍ ແລະມີການສະເໜີໃຫ້ລັດຖະບານ ຂຶ້ນເງິນເດືອນຕື່ມ ດັ່ງພະນັກງານລັດທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 2 ກໍລະກົດນີ້ວ່າ:
" ໃຫ້ທາງລັດຖະບານຂຶ້ນເງິນເດືອນເພີ້ມເນາະ ເພາະວ່າດຽວນີ້ຄ່າຄອງຊີບ ມັນກະສູງ ເປັນເຂດຫ່າງໄກສອກຫລີກແຄ່ນີ້ການໃຊ້ຈ່າຍແຮງຊີ້ນເປືອງຫລາຍ ເພາະວ່າມັນເມືອງຫ່າງໄກສອກຫລີກເນາະ ແຕ່ວ່າສິນຄ້ານີ້ແມ່ນນໍາເອົາບ່ອນອື່ນມາໝົດ ຊີ້ນ່າ ຫລັກໆນີ້ກະເລື້ອງຄ່າຄອງຊີບນີ້ແຫລະ ມັນສູງຫລາຍ. "
ແລະປະຊາຊົນຜູ້ໜຶ່ງ ຢູ່ແຂວງຈໍາປາສັກ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ບັນຫາສໍາຄັນ ທີ່ຢາກໃຫ້ລັດຖະບານ ແກ້ໄຂຢ່າງຮີບດ່ວນ ແມ່ນບັນຫາປາກທ້ອງ ເພາະຊີວິດການເປັນຢູ່ຂອງປະຊາຊົນ ຫຍຸ້ງຍາກຫຼາຍ.
" ຈັ່ງວ່າ ໂອ້ຍ ຍຸ້ງໆ ມັນຊີວິດຊິຍາກ ຄືເພິ່ນທໍານາຍແຫລະ ເຂົ້ານໍ້າກະແພງປີນີ້ ແພງໄປໝົດທຸກຢ່າງແຫລະ ຊິຢູ່ກັນຈັ່ງໃດມາຈັ່ງໃດ ແຫລະ ຊິແກ້ກັນວິທີໃດແຫລະ ຄຶດບໍ່ອອກເລີຍ. "
ໃນຂະນະດຽວກັນ ປະຊາຊົນຢູ່ແຂວງບໍລິຄໍາໄຊ ຜູ້ໜຶ່ງກໍເວົ້າວ່າ ເປັນຫ່ວງນໍາອະນາຄົດຂອງພວກເດັກນ້ອຍ ເພາະປັດຈຸບັນ ປະລະການຮຽນຫຼາຍ ຍ້ອນຄວາມທຸກຍາກ ເສດຖະກິດຝືດເຄືອງໜັກ.
" ເຂົາກະບໍ່ພ້ອມກັບການບິ່ງແຍງຊ່ວຍເຫລືອຕື່ມ ສະພາບວິກິດການດ້ານເສດຖະກິດນີ້ ເຂົາກະບໍ່ພ້ອມກັບການຮຽນຫັ້ນແຫລະ ລະດັບປະຖົມ ລະດັບມັດທະຍົມ ໄປຫາອາຊີວະສຶກສາ ມະຫາວິທະຍາໄລກະບໍ່ຢາກຟື້ນປານໃດ. "
ກ່ຽວກັບບັນຫາຫຍຸ້ງຍາກຕ່າງໆ ທີ່ວ່ານັ້ນ ຍານາງ ອໍາໄພວອນ ລ້ອມບຸນແພງ ເລຂາທິການ ຄະນະປະຈໍາສະພາແຫ່ງຊາດ ໄດ້ສະເໜີໃຫ້ລັດຖະບານ ຮີບຮ້ອນແກ້ໄຂ ຍ້ອນວ່າ ມັນຈະສົ່ງຜົນກະທົບ ຕໍ່ແຜນພັດທະນາ ເສດຖະກິດ ແລະສັງຄົມຂອງປະເທດ ໃນໄລຍະ 6 ເດືອນທ້າຍປີ 2024 ນີ້ ເປັນຕົ້ນ ບັນຫາການຂາດແຄນຄູສອນ, ບັນຫາການປະລະການຮຽນ, ການຂາດແຄນແຮງງານ, ບັນຫາໜີ້ສິນ, ການປະຕິຮູບລັດວິສາຫະກິດ, ການຄຸ້ມຄອງເງິນຕາຕ່າງປະເທດ, ແກ້ໄຂບັນຫາເງິນເຟີ້ ໃຫ້ຫຼຸດລົງບໍ່ເກີນ 9%, ແກ້ໄຂບັນຫາຢາເສບຕິດ ແລະອື່ນໆ.
