ທະນາຄານໂລກວ່າຄົນລາວ ຍັງທຸກ

2014-01-22
ອີແມວລ໌
ຄໍາເຫັນ
Share
ພິມ
ປະຊາຊົນລາວ ສ່ວນໃຫຍ່ ລື້ງເຄີຍ ໃນການຄອງຊີພ ແບບພໍພຽງ
ປະຊາຊົນລາວ ສ່ວນໃຫຍ່ ລື້ງເຄີຍ ໃນການຄອງຊີພ ແບບພໍພຽງ
Citizen Journalist

 

ເມື່ອຕົ້ນ ປີນີ້ ທະນາຄານ ໂລກ ສຳຣວດ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ລາວ ທັງໝົດ ປະມານ 1 ແສນ ແລະ 2 ໝື່ນ ຄົນ ຫລື   2,741 ຄອບຄົວໃນ 193 ບ້ານ, 21 ເມືອງ ໃນຫົກແຂວງ ຄືແຂວງ ບໍຣິຄຳໄຊ ຄຳມ່ວນ ສວັນນະເຂດ ຈຳປາສັກ ແລະ ອັດຕະປື. ເມືອງ ທີ່ຖືກສຳຣວດ ສ່ວນຫລາຍ ເປັນເມືອງ ຢູ່ໃກ້ ຊາຍແດນ ວຽດນາມ. ທະນາຄານ ໂລກ ຣາຍງານ ຜົນ ຂອງການ ສຳຣວດນັ້ນ ເມື່ອທ້າຍປີ ທີ່ຜ່ານມາ.

ບົດຣາຍງານ ນັ້ນແຈ້ງວ່າ ປະຊາຊົນ ລາວ ທີ່ ຖືກສຳຣວດ ສ່ວນຫລາຍ ເປັນຊາວໄຮ່ ຊາວນາ ມີເຮືອນຢູ່ ແລະ ກໍມີທີ່ດິນ ເພື່ອ ທຳມາຫາກິນ ແຕ່ຍັງມີ ຣາຍໄດ້ ຣາຍຮັບຕ່ຳ ໄລ່ສະເລັ່ຍ ແລ້ວ ບໍ່ເຖິງ 1 ດອນລ່າ ສະຫະຣັຖ ຕໍ່ມື້. ຊາວລາວ ທີ່ ຖືກສຳຣວດ 80 ສ່ວນຮ້ອຍ ອາສັຍ ຢູ່ໃນເຂດ ຊົນນະບົດ ຍັງຂາດເຂີນ ອາຫານ ມີການ ສຶກສາຕ່ຳ ບໍ່ມີ ຖນົນ ຫົນທາງ ບໍ່ໄດ້ຮັບ ການຮັກສາ ສຸຂພາບ ຢ່າງດີ ແລະ ຢ່າງ ບໍ່ທົ່ວເຖິງ.

ບັດນີ້ ພວກເຮົາມາ ສຶກສາ ເບິ່ງ ແຕ່ລະດ້ານ ດ້ານທີ່ນຶ່ງ ຊາວລາວ ສ່ວນຫລາຍ ຍັງມີຣາຍໄດ້ ຣາຍຮັບຕ່ຳ. ເມື່ອ ສອງສາມເດືອນ ກ່ອນ ຜູ້ນຳພັກ ແລະ ຣັຖບານລາວ ປະກາດ ວ່າ ດຽວນີ້ ເສຖກິດ ຂອງລາວ ກຳລັງ ຂຍາຍຕົວ ປີກາຍ ຂຍາຍຕົວ ເຖິງ 8 ສ່ວນຮ້ອຍ; ຣາຍຮັບ ສະເລັ່ຍ ຂອງບຸກຄົນ ເພິ້ມຂື້ນ ເປັນ 1,700 ດອນລ່າ ສະຫະຣັຖ ຕໍ່ປີ. ແຕ່ໃນ ສະພາບ ຄວາມເປັນຈິງ ປະຊາຊົນ ລາວ ຈຳນວນ ຫລວງຫລາຍ ຍັງ ທຸກຍາກ ຍັງບໍ່ພົ້ນ ທຸກ ແປວ່າ ຍັງມີຣາຍຮັບ ຕໍ່າກວ່າ 1.25 ດອນລ່າ ຫລື ນຶ່ງໝື່ນກີບ ຕໍ່ມື້ ຕໍ່ຄົນ ຖ້າຄິດໄລ່ ເປັນປີ ກໍບໍ່ເຖິງ 456 ດອນລ່າ ບໍ່ເຖິງ ນຶ່ງສ່ວນສາມ ຂອງ ຣາຍຮັບ ສະເລັ່ຍ ທີ່ຜູ້ນຳ ໄດ້ ປະກາດອອກ. ຊາວລາວ ຜູ້ນຶ່ງ ເວົ້າກ່ຽວກັບ ຣາຍຮັບ ຂອງ ຊາວບ້ານ ໃນບ້ານນຶ່ງວ່າ:

“ສະພາບການ ເປັນຢູ່ ຂອງ ປະຊາຊົນ ທົ່ວໄປ ຄັນວ່າ ຈັດເປັນ ຄອບຄົວ ພົ້ນທຸກນີ້ ກໍຊິເປັນ 60 ເປີເຊັນ ນີ້ລະນໍ໋ ຂອງ ຈຳນວນ ຄອບຄົວ ນອກນັ້ນ ກໍ ເປັນຄອບຄົວ ຍັງບໍ່ທັນ ພົ້ນທຸກ.”

ໃນດ້ານ ອາຫານ ກໍເຊັ່ນດຽວກັນ ຣັຖບານລາວ ປະກາດ ແຕ່ດົນແລ້ວ ວ່າ ປະເທດ ລາວ ສາມາດ ຜລິດເຂົ້າ ລ້ຽງກຸ້ມ ຕົນເອງແລ້ວ; ແຕ່ໃນ ສະພາບ ຄວາມເປັນຈິງ ອົງການ ຊ່ວຍເຫລືອ ສາກົນ ຣາຍງານວ່າ ປະຊາຊົນ ລາວ ຢູ່ເຂດ ສອກຫລີກ ຫ່າງໄກ ອຶດເຂົ້າ ທຸກໆປີ ໄລ່ສະເລັ່ຍ ແລ້ວ ຄອບຄົວນຶ່ງ ຜລິດ ເຂົ້າກຸ້ມກິນ ແຕ່ເຈັດເດືອນ ຕໍ່ປີ ອີກຫ້າເດືອນ ອຶດໆ ຢາກໆ ຫາເງິນ ວິທີອື່ນ ເພື່ອ ຊື້ເຂົ້າກິນ.

ເຈົ້າໜ້າທີ່ ອົງການ ຊ່ວຍເຫລືອ ຈາກ ອອສເຕຣເລັຍ ເວົ້າວ່າ ປະຊາຊົນ ລາວ ໂດຍສະເພາະ ບັນດາ ຊົນເຜົ່າ ຍັງຂາດເຂີນ ອາຫານ ການກິນ ຢ່າງໜັກ. ບາງເຂດ ບາງແຂວງ ຂອງລາວ ອາດຜລິດເຂົ້າ ກຸ້ມກິນ ຫລື ເຫລືອກິນຢູ່ ແຕ່ຍ້ອນ ຂາດຖນົນ ຫົນທາງ ແລະ ຣະບົບ ການຄ້າຂາຍ ທີ່ດີ ເຂດທີ່ມີ ເຂົ້າ ບໍ່ສາມາດ ສົ່ງເຂົ້າ ໄປຂາຍ ຢູ່ເຂດ ທີ່ຂາດເຂີນ ເຊັ່ນດຽວກັນ ເຂດທີ່ ຂາດເຂີນ ກໍບໍ່ສາມາດ ໄປຊື້ເຂົ້າ ຢູ່ເຂດ ທີ່ອຸດົມ ສົມບຸນໄດ້.

ທະນາຄານ ໂລກ ສຳຣວດ ຮູ້ວ່າ ເດັກນ້ອຍລາວ ເກືອບເຄິ່ງນຶ່ງ ຂາດເຂີນ ອາຫານ ແລະ ຂາດທາດບຳຣຸງ. ຊາວລາວ ທີ່ຖືກ ສຳຣວດ ເກືອບທັງໝົດ ຄື 98 ສ່ວນຮ້ອຍ ກິນແຕ່ເຂົ້າ ແລະ ຜັກ ກິນຊິ້ນ ແລະ ປາໜ້ອຍ. ຜົນ ຂອງການ ສຳຣວດ ທີ່ໜ້າສົນໃຈ ທີ່ສຸດ ກໍຄື ເຖິງວ່າຈະຂາດເຂີນ ອາຫານ ປານໃດກໍຕາມ ຄອບຄົວ ຄົນລາວ ທີ່ຖືກ ສຳຣວດເຖິງ 58 ສ່ວນຮ້ອຍ ຊື້ເຫລົ້າ ກິນເລື້ອຍໆ.

ດ້ານການ ຮັກສາ ສຸຂພາບ ກໍຍັງຕ່ຳ ຊຶ່ງສະແດງ ໃຫ້ເຫັນວ່າ ປະຊາຊົນ ລາວ ສ່ວນຫລາຍ ຍັງ ທຸກຍາກຢູ່. ເຂດເມືອງ ໃນແຂວງ ທີ່ ຖືກສໍາຣວດ ຍັງບໍ່ມີ ສຸຂສາລາ ແລະ ໂຮງໝໍ ພໍກັບ ຄວາມ ຕ້ອງການ; ຊາວລາວ ເຫລົ່ານີ້ ໄລ່ສະເລັ່ຍ ແລ້ວ ຢູ່ໄກຈາກ ສຸຂສາລາ 6 ກິໂລແມັດ ແລະຢູ່ ໄກ ຈາກ ໂຮງໝໍແຂວງ ເຖິງ 34 ກິໂລແມັດ. ແມ່ຍິງ ທີ່ມານທ້ອງ ອອກລູກ ຫລື ມີລູກນ້ອຍ ບໍ່ໄປຮັກສາ ສຸຂພາບ ຢູ່ສຸຂສາລາ ຫລື ໂຮງໝໍ ສ່ວນຫລາຍ ໃຫ້ ເຫດຜົນວ່າ ຍ້ອນ ບໍ່ມີເງິນ ແລະ ຢູ່ໄກ.

ປະຊາຊົນ ລາວ ທີ່ ຖືກສຳຣວດ ເກືອບທັງໝົດ ຍັງໃຊ້ ແລະ ກິນນ້ຳສ້າງ ຊຶ່ງເປັນ ນ້ຳ ທີ່ບໍ່ອະນາໄມ ພາໃຫ້ ເປັນໂຣກຮ້າຍແຮງ ຫລາຍຢ່າງ ເປັນຕົ້ນ ຕໍ່ເດັກນ້ອຍ. ເດັກນ້ອຍ ລາວ ທີ່ມີອາຍຸຕ່ຳ ກວ່າຫ້າປີ ຍັງ ເສັຍຊີວິດ ຫລາຍ ຫລາຍເຖິງ 42 ຄົນ ຕໍ່ ນຶ່ງພັນຄົນ ຊຶ່ງເປັນ ອັດຕຣາ ທີ່ສຸງທີ່ສຸດ ໃນເອເຊັຍ. ອັດຕຣາ ການເສັຍ ຊີວິດ ຂອງ ແມ່ຍິງ ກໍເຊັ່ນ ດຽວກັນ ຍັງສູງ ເຖິງ 470 ຄົນ ຕໍ່ ນຶ່ງແສນຄົນ. ປະຊາຊົນ ເກືອບ ທຸກຄົນ ບໍ່ມີ ປະກັນໄພ ສຸຂພາບ ຖ້າໄປ ໂຮງໝໍ ກໍຕ້ອງຈ່າຍເອງ. ທະນາຄານ ໂລກ ຣາຍງານ ວ່າ ຣັຖບານລາວ ຈະປະສົບກັບ ບັນຫາ ທ້າທາຍ ແລະ ຫຍຸ້ງຍາກ ຫລາຍ ສົມຄວນ ໃນການ ປະຕິບັດ ໃຫ້ໄດ້ ຕາມເປົ້າໝາຍ ສະຫັດສະຫວັດໃໝ່ ພາຍໃນ ປີ 2015 ຄື ປີໜ້າ.

ໃນດ້ານ ການສຶກສາ ປະຊາຊົນ ລາວ ທີ່ ຖືກສຳຣວດ ຍັງມີການ ສຶກສາຕ່ຳ. ຫົວໜ້າ ຄອບຄົວ ເກືອບ 40 ສ່ວນຮ້ອຍ ບໍ່ເຄີຍ ຮຽນໜັງສື ເລີຍ; ອີກ 40 ສ່ວນຮ້ອຍ ໄດ້ຮຽນ ເຖິງຊັ້ນ ປະຖົມ. ຫົວໜ້າ ຄອບຄົວ ເກືອບທັງໝົດ ເປັນຜູ້ຊາຍ; ຜູ້ຍິງ ແຮງຮ້າຍ 54 ສ່ວນຮ້ອຍ ກືກໜັງສື; ອີກ 32 ສ່ວນຮ້ອຍ ໄດ້ເຂົ້າ ໂຮງຮຽນ ຊັ້ນປະຖົມ. ບັນດາ ຊົນເຜົ່າ ສ່ວນນ້ອຍ ໃນເຂດ ສອກຫລີກ ຫ່າງໄກ ມີການສຶກສ າຕ່ຳ ກວ່າເຂດ ອື່ນໆ ເດັກນ້ອຍ ຫລາຍຄົນ ບໍ່ໄປ ໂຮງຮຽນ ຫລື ເມື່ອໄປ ແລ້ວ ບໍ່ດົນ ກໍອອກ. ພໍ່ແມ່ ແລະ ເດັກນ້ອຍ ໃຫ້ ເຫດຜົນວ່າ ໂຮງຮຽນ ຢູ່ໄກ ໄປລໍາບາກ. ເດັກນ້ອຍ ສ່ວນຫລາຍ ເມື່ອໃຫຍ່ຂື້ນ ເລັກນ້ອຍ ກໍອອກ ໂຮງຮຽນ ມາຫາ ຢູ່ ຫາກິນ ຊ່ວຍພໍ່ແມ່ ຄອບຄົວ.

ອົງການ ຊ່ວຍເຫລືອຕ່າງປະເທດ ຈັດໃຫ້ ອາຫານທ່ຽງ ແຕ່ເດັກນ້ອຍ ເພື່ອສົ່ງເສີມ ໃຫ້ພວກເຂົາ ໄປໂຮງຮຽນ; ແຕ່ການ ຊ່ວຍເຫລືອ ບໍ່ທົ່ວເຖິງ ແລະ ບໍ່ຍືນຍົງ. ເຈົ້າໜ້າທີ່ ການ ສຶກສາ ຢູ່ລາວ ທ່ານນຶ່ງ ອະທິບາຍ ບັນຫາ ທີ່ກ່າວມາ ນີ້ວ່າ:

“ເດັກນ້ອຍ ເຂົ້າໂຮງຮຽນ ຫົກປີ ນໍ໋, 7 ປີ 8 ປີ ຈົບປໍສອງ ແລ້ວ ຫັ່ນນ໋າ ຮຽນປະຖົມ ຢູ່ບ້ານເຂົາ ຮອດແຕ່ ປໍສອງ ບັດນີ້ ປໍສາມ ປໍສີ່ ປໍຫ້າ ຢູ່ບ້ານອື່ນ ມັນໄກ; ຈຳພວກນີ້ ໄປບໍ່ໄດ້ ເພາະເຂົາ ຍັງນ້ອຍເດ໋ ແລ້ວ ກໍເລີຍ ໃຫ້ການ ສຶກສາ ນອກໂຮງຮຽນ ຮັບຜິດຊອບ ຊັ່ນນ໋າ ແປວ່າ ການສຶກສາ ນອກໂຮງຮຽນ ຈະໄປສອນ ຢູ່ ບ້ານ ເຂົາເອງ ໃຊ້ຮູບການ ຄຣູສອນ ເຄື່ອນທີ່ແນ໋; ເວລາມັນ ໃຫຍ່ແລ້ວ ມັນກໍໄປໄດ້ ຕອນ ມັນອາຍຸ 8-9 ປີ ໃຫ້ ຍ່າງ 9 ຫລັກ 10 ຫລັກ ມັນກໍໄປ ບໍ່ໄດ້ແລ້ວ.”

ບັນຫາ ນຶ່ງອີກທີ່ ເຮັດໃຫ້ ການພັທນາ ການສຶກສາຊ້າ ຢູ່ລາວ ກໍແມ່ນ ບັນຫາ ການຂາດເຂີນຄຣູ. ປັດຈຸບັນ ໃນທົ່ວ ປະເທດ ຍັງ ຕ້ອງການຄຣູ ຢູ່ ຫລາຍພັນ ຄົນ ໂດຍສະເພາະ ສຳຣັບ ເຂດ ຊົນນະບົດ ສອກຫລີກ ຫ່າງໄກ.

ອີງຕາມ ການສຳຣວດ ຂອງ ທະນາຄານ ໂລກ ເທື່ອນີ້ ສາເຫດ ນຶ່ງອີກ ທີ່ຍັງ ເຮັດໃຫ້ ປະຊາຊົນ ລາວ ຍັງທຸກຍາກຢູ່ ກໍຄື ບ້ານແລະເມືອງ ທີ່ ຖືກສຳຣວດ ຍັງຂາດ ຖນົນຫົນທາງ. ກວ່າ 40 ສ່ວນຮ້ອຍ ຂອງ ຈຳນວນ ບ້ານ ທັງໝົດ ບໍ່ມີຖນົນ ເຂົ້າເຖິງບ້ານ ເລີຍ; ອີກ 40 ສ່ວນຮ້ອຍ ມີ ຖນົນ ເຂົ້າເຖິງ ແຕ່ບໍ່ດີ ໃຊ້ການໄດ້ ແຕ່ ຍາມແລ້ງ; ມີບ້ານ ບໍ່ເຖິງ 20 ສ່ວນຮ້ອຍ ທີ່ມີ ຖນົນຫົນທາງ ທີ່ ຖືວ່າດີແດ່.

ໃນບົດຣາຍງານ ຜົນຂອງການ ສຳຣວດ ເທື່ອນີ້ ທະນາຄານ ໂລກ ສລຸບ ໃນຕອນທ້າຍວ່າ ໂດຍ ທົ່ວໄປ ເຖິງວ່າຍັງ ທຸກຍາກ ຢູ່ ອັດຕຣາ ຄົນທຸກຍາກ ຢູ່ລາວ ກໍໄດ້ ຫລຸດໜ້ອຍ ຖອຍລົງ ຫລາຍເຕີບ ໃນຣະຍະ ຊາວ ກວ່າປີ ທີ່ ຜ່ານມາ. ເມື່ອປີ 2000 ຈໍານວນ 40 ສ່ວນຮ້ອຍ ຂອງ ປະຊາຊົນ ລາວ ຍັງ ທຸກຍາກ ແປວ່າ ຍັງບໍ່ມີ ຣາຍຮັບ ເກີນ 1.25 ດອນລ່າ ສະຫະຣັຖ ຫລື ປະມານ 1 ໝື່ນກີບ ຕໍ່ຄົນ ຕໍ່ມື້; ປັດຈຸບັນ ອັດຕຣາ ຄົນ ທຸກຍາກ ນັ້ນ ໄດ້ຫລຸດລົງ ຍັງເຫລືອ ປະມານ 22 ສ່ວນຮ້ອຍ. ໃນດ້ານ ການຮັກສາ ສຸຂພາບ ກໍດີຂື້ນ ຕົວຢ່າງ ປີກາຍ ຄົນລາວ ມີອາຍຸຍືນ ເຖິງ 67 ປີ ຍືນຂື້ນຕື່ມ ສິບປີ ເມື່ອທ່ຽບໃສ່ ຊາວ ປີກ່ອນ.

ເຖິງຢ່າງໃດກໍຕາມ ເມື່ອທຽບໃສ່ ປະເທດ ອື່ນໆ ແລ້ວ ປະເທດລາວ ແລະ ປະຊາຊົນ ລາວ ກໍຍັງ ທຸກຍາກ ຢູ່ ເພາະຍັງ ມີຣາຍໄດ້ ຣາຍຮັບ ຕ່ຳ ຍັງຂາດເຂີນ ອາຫານ ການກິນ ການສຶກສາ ສາທາຣະນະສຸຂ ແລະ ຖນົນ ຫົນທາງ.

ເຕັມຫນ້າ