ນາຍົກຣັຖມົນຕຣີລາວ ແຕ່ງຕັ້ງ ຄະນະສະເພາະກິຈ ແກ້ໄຂບັນຫາ ເສຖກິຈ

0:00 / 0:00

ທ່ານ ພັນຄໍາ ວິພາວັນ ນາຍົກຣັຖມົນຕຣີ ໄດ້ອອກຂໍ້ຕົກລົງວ່າດ້ວຍການແຕ່ງ ຕັ້ງຄະນະສະເພາະກິຈ ຮັບຜິດຊອບຊີ້ນໍາ ແລະວາງມາຕການແບບຮີບດ່ວນ ໃນການແກ້ໄຂບັນຫານໍ້າມັນເຊື້ອເພີງ, ລາຄາສິນຄ້າ ແລະເງິນຕຣາຕ່າງປະເທດ ໃນມື້ວັນທີ 6 ມິຖຸນາ 2022 ນີ້. ໃນນັ້ນ ໄດ້ແຕ່ງຕັ້ງທ່ານ ສອນໄຊ ສີພັນດອນ ຮອງນາຍົກຣັຖມົນຕຣີ ເປັນຫົວໜ້າຄະນະ ພ້ອມດ້ວຍສະມາຊິກອີກ 7 ຄົນ ເພື່ອແກ້ໄຂ 3 ບັນຫາດັ່ງກ່າວ ຊຶ່ງເປັນບັນຫາສໍາຄັນຂອງປະເທດ ທີ່ຈະຕ້ອງໄດ້ຮັບການແກ້ໄຂໃນປັດຈຸບັນນີ້.

ກ່ຽວກັບເຣື່ອງດັ່ງກ່າວ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາສໍານັກງານນາຍົກຣັຖມົນຕຣີ ເພື່ອຂໍຮູ້ຂໍ້ມູນເພີ່ມຕື່ມ, ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ບໍ່ສາມາດໃຫ້ຣາຍລະອຽດຫລາຍໄປກວ່ານັ້ນໄດ້.

ແຕ່ເຖິງຢ່າງໃດກໍຕາມ ປະຊາຊົນລາວຫລາຍຄົນກໍເຫັນວ່າ ເຖິງແມ່ນມີການແຕ່ງຕັ້ງຄະນະສະເພາະກິຈ ເພື່ອແກ້ໄຂບັນຫານໍ້າມັນເຊື້ອເພີງ, ລາຄາສິນຄ້າແລະເງິນຕຣາຕ່າງປະເທດກໍຕາມ ແຕ່ກໍເຊື່ອວ່າ ບັນຫາດັ່ງກ່າວ ຍັງເປັນບັນຫາທີ່ຈະແກ້ໄຂໄດ້ຍາກທີ່ສຸດ ແລະອາຈໄຊ້ເວລາດົນພໍສົມຄວນ ກ່ອນຈະແກ້ໄຂໃຫ້ມັນກັບຄືນສູ່ສະພາບປົກກະຕິໄດ້ ໂດຍສະເພາະເຣື່ອງລາຄາສິນຄ້າ ແລະເງິນ ຕຣາຕ່າງປະເທດ ຫລືແມ່ນແຕ່ນໍ້າມັນເຊື້ອເພິງ ກໍຍັງໜັກໜ່ວງຢູ່.

ດັ່ງປະຊາຊົນ ຢູ່ນະຄອນຫລວງວຽງຈັນນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 8 ມິຖຸນານີ້ວ່າ:

" ກາສິຍາກເຕີບຢູ່ແຫລະ ເພາະວ່າຄໍາກາຂຶ້ນເນາະ ປະຊາຊົນນີ້ຈັ່ງໃດກາແຮງສິທຸກວ່າຊີ້ສາ ດຽວນີ້ໄປຕລາດເງິນແສນນຶ່ງນີ້ ຊື້ໄດ້ແຕ່ປາແດກ ແປ້ງນົວ ບາດຫັ້ນ 100 ນຶ່ງ 25,000 ກີບ ແຕ່ດຽວນີ້ຂຶ້ນ 100 ນຶ່ງ 50,000 ກີບແລ້ວ. "

ທີ່ແຂວງຫລວງພຣະບາງ ປະຊາຊົນນາງນຶ່ງເວົ້າໃນມື້ດຽວກັນນີ້ວ່າ ສໍາລັບສະພາບເສຖກິຈຢູ່ແຂວງຫລວງພຣະບາງ ໃນທຸກມື້ນີ້ ຖືວ່າຍັງໜັກໜ່ວງຢູ່ ໂດຍສະເພາະສິນຄ້າປະເພດຕ່າງໆ ທີ່ນໍາເຂົ້າມາຈາກຕ່າງປະເທດ ແມ່ນລາຄາເພີ່ມສູງຂຶ້ນ ຕາມອັດຕຣາແລກປ່ຽນເງິນຕຣາຕ່າງປະເທດ, ເປັນບັນຫາທີ່ຣັຖບານ ຈະຕ້ອງເລັ່ງແກ້ໄຂ.

" ກາວ່າຢາກໃຫ້ທາງການລາວແກ້ໄຂດ່ວນຢູ່ ເພາະວ່າປະຊາຊົນກະທຸກຍາກຫລາຍເນາະ ເຣື່ອງນໍ້າມັນກັບຄ່າເງິນນີ້ແຢ້ລົງ ຢູ່ນີ້ນ່າ ເພາະວ່າເງິນນີ້ແຮງຂຶ້ນ 100 ບາດມັນຖືກຢູ່ 55,000 ແລ້ວໂອ໊ ຢູ່ລາວກາປະເພດຫຍັງກາຂຶ້ນໝົດ ທົບ 2 ທົບ 3 ພຸ້ນນ່າ. "

ປະຊາຊົນອີກຜູ້ນຶ່ງ ຢູ່ແຂວງຫລວງພຣະບາງ ກໍເວົ້າວ່າ ປໍ້ານໍ້າມັນເຊື້ອເພີງຫລາຍແຫ່ງ ຂາດນໍ້າມັນຢູ່ນະຄອນຫລວງພຣະບາງ, ມາຮອດມື້ນີ້ ສະພາບກໍຍັງບໍ່ທັນດີຂຶ້ນປານໃດ, ມີແຕ່ເພິ່ມຈໍານວນປໍ້ານໍ້າມັນ ເປີດໃຫ້ບໍຣິການຊື່ໆ. ແຕ່ປະຊາຊົນຫລາຍຄົນ ກໍຍັງຕ້ອງຕໍ່ແຖວລຽນຄິວ ຊື້ນໍ້າມັນກັນຫລາຍຢູ່ຄືເກົ່າ.

" ນໍ້າມັນຣົຖນີ້ກາຂ້ອນຂ້າງ ວ່າຢາກຍາກໜ້ອຍນຶ່ງ ຍັງບໍ່ທັນດີຂຶ້ນເທື່ອ ດຽວນີ້ເບິ່ງມີແຕ່ 4-5 ປໍ້າຫັ້ນນ່າ ບໍ່ເປີດຫລາຍ ເພາະວ່ານໍ້າມັນ ມັນບໍ່ປ່ອຍມາເທື່ອ ມາຮອດເທື່ອ ຕ້ອງໄດ້ລຽນຄິວຕໍ່ໄປ. "

ຜູ້ປະກອບທຸຣະກິຈປະເພດຕ່າງໆ ໃນຫລາຍແຂວງ ເປັນຕົ້ນທຸຣະກິຈເຮືອນພັກ ແລະຮ້ານອາຫານຫລາຍແຫ່ງ ຍັງປະສົບກັບບັນຫາເສຖກິດ ແລະກໍຍັງບໍ່ໄດ້ກັບມາເປີດບໍຣິການເທື່ອ ຍ້ອນຕ້ອງໄດ້ໃຊ້ເງິນຫລາຍກວ່າແຕ່ກ່ອນ ໃນການລົງທຶນເປີດຮ້ານຄືນ ແລະກໍຫວັງວ່າ ຄະນະສະເພາະກິຈດັ່ງກ່າວ ຈະຊ່ອຍຫລຸດ ຜ່ອນບັນຫາຕ່າງໆນັ້ນໄດ້ ດັ່ງຜູ້ປະກອບການເຮືອນພັກ ແລະຮ້ານອາຫານແຫ່ງນຶ່ງ ຢູ່ແຂວງຊຽງຂວາງ ເວົ້າ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ມິຖຸນານີ້ວ່າ:

" ເພິ່ນວ່າສິແກ້ໄດ້ຢູ່ ເພິ່ນວ່າກາກໍາລັງປັບປຸງຢູ່ເດ໋ ກາຄິດວ່າຢາກເປີດຢູ່ໄດ໊ ຍັງກໍາລັງຊອກຢູ່ ຊອກສະຖານທີ່ຢູ່ ມັນກາແພງຂຶ້ນໝົດທຸກອັນພຸ້ນແຫລະ ເພາະວ່າເຂົາເຈົ້າຊື້ວັດຖຸດິບ ຊື້ອັນນັ້ນມັນແພງເດ໊ ເງິນບາດເງິນນັ້ນມັນຂຶ້ນ. "

ໃນຂະນະດຽວກັນ ຜູ້ປະກອບການເຮືອນພັກ ແລະຮ້ານອາຫານ ອີກແຫ່ງນຶ່ງຢູ່ແຂວງໄຊຍະບູຣີ ກໍເວົ້າວ່າ ຕົນກໍຍັງບໍ່ທັນໄດ້ເປີດໃຫ້ບໍຣິການຄືນເທື່ອ ຍ້ອນບັນຫາຫລາຍຢ່າງ ທີ່ກ່ຽວພັນກັບເສຖກິຈ, ມີແຕ່ລໍຖ້າໃຫ້ຣັຖບານ ສາມາດແກ້ໄຂບັນຫານໍ້າມັນ, ລາຄາສິນຄ້າ ແລະເງິນຕຣາຕ່າງປະເທດໄດ້ກ່ອນ ຈຶ່ງຈະກັບມາເປີດຮ້ານຄືນອີກ.

" ຮອດດຽວນີ້ເຮົາບໍ່ໄດ້ເປີດ ໂອ໋ ກາແພງຂຶ້ນກວ່າປົກຕິ ມັນກາຕາມໆກັນໄປຫັ້ນແຫລະ ນໍ້າມັນກາແພງຂຶ້ນແມ່ນຫບັງການແພງຂຶ້ນຂຶ້ນໄປຕາມໆກັນແຫລະ ອາຫານກາດາຍ. "

ກ່ຽວກັບເຣື່ອງທີີ່ວ່ານີ້ ອາດີດເຈົ້າໜ້າທີ່ລາວທ່ານນຶ່ງ ເວົ້າໃນມື້ດຽວກັນນັ້ນວ່າ ພາຍຫລັງທີ່ນາຍົກຣັຖມົນຕຣີ ໄດ້ແຕ່ງຕັ້ງຄະນະສະເພາະກິຈນັ້ນຂຶ້ນ ກໍເປັນສັນຍານທີ່ດີ ໃນການແກ້ໄຂບັນຫານໍ້າມັນ, ລາຄາສິນຄ້າ ແລະເງິນຕຣາຕ່າງປະເທດ ແລະເຊື່ອວ່າ ເພິ່ນໜ້າຈະເລັ່ງແກ້ໄຂບັນຫາ ນໍ້າມັນກ່ອນບັນຫາອື່ນໆ. ສ່ວນເຣື່ອງທີ່ວ່າ ຈະແກ້ໄດ້ຍາກ-ງ່າຍສໍ່າໃດນັ້ນ ກໍຕ້ອງລໍຕິດຕາມເບິ່ງຕໍ່ໄປ.

ດັ່ງທີ່ທ່ານກ່າວວ່າ:

" ເພິ່ນກາແກ້ກັນຢູ່ນີ້ແຫລະ ແກ້ໄຂບັນຫາ ຍົກຕົວຢ່າງວ່າ ຄືນໍ້າມັນ ເຮົາຊື້ນໍ້າມັນເບື້ອງໄທຍນີ້ 70% ສ່ວນໃຫຍ່ເຮົາຕ້ອງນໍາເຂົ້າແຕ່ເບື້ອງໄທຍ ບາດນີ້ລາຄານໍ້າມັນມັນກາ ຄືດຽວນີ້ຂາຍຢູ່ຕາມທ້ອງຕລາດກັບຕາມປໍ້າຕາມຫຍັງ ເຮົາກໍວ່າ 18 ພັນກີບ ແຕ່ວ່າເຂົາຂາຍມັນກາ 24 ພັນ-25 ພັນ. "

ລາຄານໍ້າມັນຫລ້າສຸດຢູ່ລາວ ອີງຕາມແຈ້ງການຂອງກະຊວງອຸດສາຫະກັມ ແລະການຄ້າ ແອັດຊັງທັມມະດາ ຕໍ່າສຸດແມ່ນ 19,830​ ກີບຕໍ່ລິດ, ສູງສຸດ 20,310 ກີບ. ແອັດຊັງພິເສດ ຕໍ່າສຸດ 27,920 ກີບຕໍ່ລິດ, ສູງສຸດ 28,560 ກີບ ແລະກາຊັວນ ຕໍ່າສຸດ 19,420 ກີບຕໍ່ລິດ, ສູງສຸດ 20,060 ກີບ.

ອັດຕຣາແລກປ່ຽນ ເງິນຕຣາຕ່າງປະເທດ ອີງຕາມທະນາຄານຕ່າງໆໃນວັນທີ 8 ມິຖຸນານີ້ ແມ່ນ 1 ບາດ ຕໍ່ 495 ກີບ, 1 ໂດລ້າຣ໌ສະຫະຣັຖ ຕໍ່ 14,333 ກີບ ແລະ 1 ຢັວນ ຕໍ່ 2,137 ກີບ.

ກ່ຽວກັບບັນຫາຕ່າງໆທີ່ເວົ້າມານັ້ນ ໃນກອງປະຊຸມສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ທີ່ຈະມີຂຶ້ນໃນມື້ວັນທີ 13 ມິຖຸນານີ້ ກໍຈະມີການປຶກ ສາຫາລື ແລະແກ້ໄຂ.