ລັດວິສາຫະກິດໄຟຟ້າລາວ ອອກມາຊີ້ແຈງ ກ່ຽວກັບການສະໜອງໄຟຟ້າ ໃຫ້ກຸ່ມຄອນເຊັນເຕີຢູ່ມຽນມາ ຫຼືບໍ່?
2025.02.10

ລັດວິສາຫະກິດໄຟຟ້າລາວ ໄດ້ອອກແຈ້ງການ ໃນມື້ວັນທີ 6 ກຸມພາ 2025 ຊີ້ແຈງກ່ຽວກັບ ສະໜອງໄຟຟ້າ ໃຫ້ເມືອງທ່າຂີ້ເຫຼັກ ປະເທດມຽນມາ ພາຍຫຼັງທີ່ປະຊາຊົນ ຕັ້ງຄໍາຖາມວ່າ ລາວສະໜອງໄຟຟ້າ ໃຫ້ກຸ່ມແກ້ງຄອນເຊັນເຕີ ຫຼືບໍ່? ແຈ້ງການລະບຸວ່າ ປັດຈຸບັນ ລັດວິສາຫະກິດໄຟຟ້າລາວ ໄດ້ສະໜອງພະລັງງານໄຟຟ້າ ໃຫ້ເມືອງທ່າຂີ້ເຫຼັກ ຜ່ານບໍລິສັດເອກກະຊົນ ທີ່ໄດ້ຮັບອະນຸຍາດ ແຈກຈ່າຍກະແສໄຟຟ້າ ເຂົ້າປະເທດມຽນມາ ບໍ່ເກີນ 13 ເມກາວັດ. ລັດວິສາຫະກິດໄຟຟ້າລາວ ໄດ້ອອກແຈ້ງການ ເຖິງບໍລິສັດເອກກະຊົນ ທີ່ໄດ້ຮັບອະນຸຍາດ ຈາກທາງການມຽນມາ ທີ່ສະໜອງໄຟຟ້າ ໃຫ້ທ່າຂີ້ເຫຼັກ ໂດຍລະບຸວ່າ ນັບຕັ້ງແຕ່ເວລາ 00:00 ໂມງ ຂອງ ວັນທີ 7 ກຸມພາ 2025 ເປັນຕົ້ນໄປ ຈະສົ່ງພະລັງງານໄຟຟ້າ ໃຫ້ບໍ່ເກີນ 13 ເມກາວັດ ແລະຢືນຢັນວ່າ ຈະບໍ່ສົ່ງໄຟຟ້າ ຫຼືຂາຍໄຟຟ້າ ໃຫ້ຜູ້ກະທໍາຜິດກົດໝາຍ ໂດຍສະເພາະ ກຸ່ມແກ້ງຄອນເຊັນເຕີ ຢູ່ເມືອງທ່າຂີ້ເຫຼັກ ຢ່າງເດັດຂາດ.
ກ່ຽວກັບເລື່ອງທີ່ວ່ານີ້ ເຈົ້າໜ້າທີ່ລັດວິສາຫະກິດໄຟຟ້າລາວ ຢູ່ແຂວງພາກເໜືອ ຂອງປະເທດ ທ່ານໜຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ກຸມພາ ນີ້ວ່າ:
”ວ່າ ປົກກະຕິຫັ້ນ ທີ່ໃສ່ຢູ່ພະມ້າ ນໍ ທ່າຂີ້ເຫຼັຫຫັ້ນ ບໍ່ເກີນ 13 ເມກາວັດ ນໍ ຖ້າວ່າເກີນຫັ້ນ ເພິ່ນຊິຕັດໄຟບໍ ຫຼືແນວໃດ ປະມານນີ້ແຫຼະ ສົ່ງແຕ່ຕົ້ນເຜິ້ງອອກ ເພາະວ່າ ມີສະຖານີຕົ້ນເຜິ້ງ ແດ່ເຈົ້າ ເລື່ອງນີ້ຂະເຈົ້າ ຈະຕິດຕາມໂລດ ເພີ່ມ ຫຼືວ່າລົດຫັ້ນ ເຈົ້າ.”
ລັດວິສາຫະກິດໄຟຟ້າລາວ ໄດ້ເຊັນສັນຍາຊື້-ຂາຍໄຟຟ້າ ໃຫ້ເມືອງທ່າຂີ້ເຫຼັກ ໃນປີ 2021 ແລະໄດ້ເລີ່ມສົ່ງໄຟຟ້າໄປໃຫ້ ໃນເດືອນ ພຶດສະພາ 2022. ໃນສັນຍານັ້ນ ລະບຸວ່າ ຝ່າຍລາວ ຈະສະໜອງ ໄຟຟ້າໃຫ້ບໍ່ເກີນ 30 ເມກາວັດ. ແຕ່ທີ່ຜ່ານມາ ໄດ້ສະໜອງໃຫ້ປະມານ 13 ເມກາວັດ. ແຕ່ພາຍຫຼັງລັດຖະບານໄທ ໄດ້ອອກມາດຕະການ ຕັດໄຟຟ້າ ຕັດນໍ້າມັນ ແລະຕັດອິນເຕິເນັດ ເພີ່ມແກ້ໄຂບັນຫາ ກຸ່ມແກ້ງຄອນເຊັນເຕີ ຢູ່ເມືອງທ່າຂີ້ເຫຼັກນັ້ນ, ເມືອງທ່າຂີ້ເຫຼັກ ກໍໄດ້ໄຟຟ້າຈາກລາວ ເພິ່ມຂຶ້ນເປັນ 27 ເມກາວັດ, ແຕ່ໃນທີ່ສຸດ ກໍໄດ້ຫຼຸດລົງມາ, ສົ່ງໃຫ້ບໍ່ເກີນ 13 ເມກາວັດ ດ້ວຍເຫດຜົນວ່າ ໄຟຟ້າບາງສ່ວນ ອາດຈະຖືກເອົາໄປສະໜອງ ໃຫ້ກຸ່ມແກ້ງຄອນເຊັນເຕີ ເຊິ່ງປັດຈຸບັນ ໄດ້ກາຍເປັນບັນຫາລະດັບຊາດ.
ຂ່າວ ກ່ຽວກັນ
ແຜນການຕັດໄຟຟ້າ ເພື່ອປາບປາມ ແກ້ງຄອລເຊັນເຕີ້ ຕາມລັດຖະບານໄທ ນັ້ນ, ຝ່າຍລາວ ຍັງມິດງຽບ
ລັດວິສາຫະກິດໄຟຟ້າ ລາວ ແລະທາງການລາວ ຫາລື ປັບປຸງໂຄງສ້າງລາຄາໄຟຟ້າ ໃໝ່
ແກ໊ງຄອລເຊັນເຕີ້ຈີນ 267 ສູນ ໃນເຂດ 3 ຫຼ່ຽມຄໍາ ຖືກປາບປາມ
ການທີ່ ລັດຖະບານລາວ ອອກມາດຕະການ ຫຼຸດສົ່ງໄຟຟ້າ ໃຫ້ເມືອງທ່າຂີ້ເຫຼັກ ປະເທດມຽນມາລົງນັ້ນ ປະຊາຊົນຢູ່ແຂວງໄຊຍະບູລີ ທ່ານໜຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ເປັນຍ້ອນມີແຮງກົດດັນ ຈາກທາງການໄທ ແລະທາງການຈີນ ເພາະມັນມີຜົນກະທົບ ຈາກກຸ່ມແກ້ງອາດຊະຍາກໍາ ຄອນເຊັນເຕີ ຕໍ່ພົນລະເມືອງຂອງເຂົາເຈົ້າ, ແຕ່ທາງການລາວ ກໍຍັງສະໜອງໄຟຟ້າ ໄປໃຫ້ ບໍ່ເກີນ 13 ເມກາວັດ ເພື່ອໃຫ້ປະຊາຊົນ ຢູ່ໃນເຂດດັ່ງກ່າວ ໄດ້ຊົມໃຊ້ ດັ່ງທີ່ທ່ານກ່າວວ່າ:
“ໄທມາບອກໃຫ້ເຮັດເດ ໄທບໍ່ເຮັດ ລາວກໍບໍ່ເຮັດ ເພາະວ່າ ດຽວນີ້ ຈີນປະທ້ວງດຽວນີ້ຫັ້ນນະ ເພາະວ່າເບື້ອງຈີນກໍເສຍຫາຍ ເງິນຄໍາກໍເສຍໄປ ສົ່ງຢູ່ໜ້ອຍໜຶ່ງ ບໍ່ຫຼາຍ ເພາະວ່ານະໂຍບາຍຕໍ່ປະຊາຊົນເດ ລາວເຮົາກໍປະຕິວັດສິດທິມະນຸດເດ ເພາະວ່າ ປະຊາຊົນບໍ່ມີຄວາມຜິດ ກໍສົ່ງໃຫ້ປະຊາຊົນນໍາໃຊ້.”
ໃນຂະນະດຽວກັນ ປະຊາຊົນລາວ ອີກຜູ້ໜຶ່ງ ກໍເວົ້າວ່າ ການຕັດໄຟຟ້າ ແລະການຈໍາກັດການສົ່ງໄຟຟ້າ ທີ່ວ່ານັ້ນ ອາດຈະບໍ່ແມ່ນ ການແກ້ໄຂບັນຫາຕົ້ນຕໍ ຍ້ອນວ່າ ມັນສົ່ງຜົນກະທົບ ໄປໝົດ ກະທົບໄປໃນວົງກວ້າງ ຕໍ່ປະຊາຊົນທົ່ວໄປ ຮວມທັງຕໍ່ໂຮງໝໍ. ແຕ່ເຖິງຢ່າງໃດ ທ່ານກໍເວົ້າວ່າ ເຮັດແນວໃດ ຈະໝັ້ນໃຈໄດ້ວ່າໄຟຟ້າ ທີ່ທາງການລາວ ຍັງສະໜອງໃຫ້ເມືອງທ່າຂີ້ເຫຼັກ ໃຊ້ຢູ່ດຽວນີ້ ພວກກຸ່ມແກ້ງຄອນເຊັນເຕີ ຈະບໍ່ໄດ້ໃຊ້ນໍາ, ບັນຫານີ້ ເປັນບັນຫາຫຼາຍປະເທດ. ຫຼາຍປະເທດຈະຕ້ອງໄດ້ຮ່ວມມື ປະສານງານກັນ ໃນການແກ້ໄຂ ດັ່ງທີ່ທ່ານກ່າວວ່າ:
”ຄືວ່າຕັດໄຟຫັ້ນ ມັນສົ່ງຜົນກະທົບໄປເບິດ ໂຮງໝໍຫຍັງຫັ້ນນະ ເຈົ້າກໍຕັດໄປເບິດ ພວກເຈົ້າບໍ່ມີເປົ້າໝາຍລະອຽດທີ່ວ່າ ຈະໄປຕັດຂອງແກ້ງຄອນເຊັນເຕີ ຝັ່ງລາວເຮົາ ເຮົາກໍຍັງຂາຍ 13 ເມກາວັດຢູ່ນໍ ເກັບກໍາໄດ້ບໍວ່າ ໄຟຈໍານວນນີ້ ບໍ່ໄດ້ສະໜອງ ໃຫ້ແກ້ງຄອນເຊັນເຕີ ແກ້ໄດ້ແທ້ບໍ ຕັດໄຟຫັ້ນນະ ຕ້ອງພິຈາລະນາດີໆ ຫຼືວ່າ ຈະປະສານສົມທົບກັນຈັກຝ່າຍ ຈັກປະເທດ ບັນຫານີ້ ມັນບັນຫາລະດັບ ຫຼາຍປະເທດນໍ.”
ທ່ານ ອະດິສອນ ເສມແຍ້ມ ນັກຊ່ຽວຊານ ດ້ານລາວສຶກສາ ສະຖາບັນເອເຊຍສຶກສາ ຈຸລາລົງກອນ ມະຫາວິທະຍາໄລ ຂອງໄທ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ການອອກມາຊີ້ແຈງ ຂອງລັດວິສາຫະກິດໄຟຟ້າລາວ ຖືວ່າ ໄວວາ ໂດຍທີ່ລັດຖະບານລາວ ອາດຈະຖືກກົດດັນ ຈາກຈີນ ຫຼາຍກວ່າຈາກໄທ ຍ້ອນຈີນຖືຫຸ້ນສ່ວນໃຫຍ່ ຂອງບໍລິສັດສາຍສົ່ງໄຟຟ້າ ແຫ່ງຊາດຂອງລາວ ທີ່ຄວບຄຸມການສົ່ງກະແສໄຟຟ້າ ໂດຍສະເພາະ ຢູ່ທາງພາກເໜືອຂອງປະເທດ ເຖິງໄທ ຈະມີອິດທິພົນ ດ້ານການຜະລິດ ແລະໃນຖານະ ເປັນຜູ້ຊື້ໄຟຟ້າຈາກລາວ ດັ່ງທີ່ທ່ານກ່າວວ່າ:
“ແທ້ໆ ໄທມີອິດທິພົນ ດ້ານການຜະລິດ ກະແສໄຟຟ້າຢູ່ລາວ ເປັນຜູ້ລົງທຶນ ຜະລິດກະແສໄຟຟ້າລາຍໃຫຍ່ ແລະໃນຖານະຜູ້ຊື້ ແຕ່ແທ້ໆ ແລ້ວ ຄິດວ່າ ເປັນເລື່ອງຂອງຈີນຫຼາຍກວ່າ ຈີນໜ້າຈະຢູ່ຂ້າງຫຼັງ ເຂື່ອນຂອງຈີນຢູ່ພາກເໜືອ ເຂື່ອນນໍ້າອູ 1,2,3 ແລ້ວລະບົບສາຍສົ່ງ ຈີນກໍເປັນຜູ້ຖືຫຸ້ນໃຫຍ່.”
ທຸລະກິດຜິດກົດໝາຍ ແລະການຫຼອກລວງ ຄົນໄປເຮັດວຽກຢູ່ປະເທດມຽນມາ ນັບມື້ຈະຫຼາຍ ແລະຮຸນແຮງຂຶ້ນ ໂດຍສະເພາະ ໃນພື້ນທີ່ເມືອງເມຍວະດີ ເຊິ່ງເປັນທີ່ຕັ້ງ ຂອງເຂດເສດຖະກິດພິເສດ ຍາໄຖ-ຊະເວກົກໂກ ຂອງກຸ່ມບໍລິສັດ ຍາໄຖ ອິນເຕີເນຊັ່ນແນລ ໂຮດິ້ງ ຂອງຄົົນຈີນ ແລະ ບໍລິສັດ ຊິດ ລິນ-ມຽງ ຂອງກອງກຳລັງ ພິທັກຊາຍແດນ (Border Guard Force – BGF) ຂອງມຽນມາ ທີ່ລັດຖະບານ ສະຫະລັດອາເມຣິກາ ລະບຸວ່າ ເປັນສູນກາງ ອາດຊະຍາກຳ ແລະ ທຸລະກິດ ຜິດກົດໝາຍ.