ແກ໊ງຄອລເຊັນເຕີ້ຈີນ 267 ສູນ ໃນເຂດ 3 ຫຼ່ຽມຄໍາ ຖືກປາບປາມ

ສຸພັດຕາ
2025.01.03
ແກ໊ງຄອລເຊັນເຕີ້ຈີນ 267 ສູນ ໃນເຂດ 3 ຫຼ່ຽມຄໍາ ຖືກປາບປາມ ເຈົ້າໜ້າທີ່ຕຳຫຼວດລາວ ພວມລົງປາບປາມ ແກ໊ງຄອລເຊັນເຕີ້ ແລະ ແກ໊ງສໍ້ໂກງຊັບ ຜ່ານທາງໂທລະຄົມ
Credit photos: facebook fan page: ຄວາມສະຫງົບ Lao Security News

ຕັ້ງແຕ່ເດືອນ ກໍລະກົດ ປີ 2024 ຫາເດືອນມັງກອນ ປີ 2025, ຕໍາຫຼວດລາວ, ຈີນ ແລະ ຫວຽດນາມ ໄດ້ຮ່ວມກັນ ລົງມ້າງກຸ່ມ ແກ໊ງຄໍເຊັນເຕີ້ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ທັງໝົດ 9 ຄັ້ງ ສາມາດມ້າງບໍລິສັດ ໄດ້ເຖິງ 267 ຫົວໜ່ວຍ ໃນຈໍານວນ 16 ສັນຊາດ, ຕາມຄວາມເວົ້າ ຂອງທ່ານ ພັນເອກ ອານຸສິນ ສັກປະເສີດ, ຫົວໜ້າກອງບັນຊາການ ປກສ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໃຫ້ສໍາພາດ ຕໍ່ໜັງສືພິມຄວາມສະຫງົບ ໃນວັນທີ 31 ທັນວາ 2024 ວ່າ:

“ຊິເປັນຄົນຈີນ, ຄົນຫວຽດນາມ ພວກເຮົາກໍໄດ້ສົມທົບ ກັບທາງທີມຕໍາຫຼວດເຂົາເຈົ້າ ສົ່ງກັບຄືນປະເທດເນາະ. ສ່ວນຄົນຕ່າງປະເທດອື່ນໆ ໃນອາຊ້ຽນ ຫຼືວ່າ ໃນໂລກນີ້ ທີ່ເຂົ້າມາເຮັດວຽກ ຢູ່ນີ້, ກະພວກເຮົາ ໄດ້ສົມທົບກັບ ສະຖານທູດ ເພື່ອຈັດສົ່ງ ຫຼື ມອບໃຫ້ທາງສະຖານທູດ ສົ່ງກັບຄືນປະເທດ. ຖືວ່າໄປດໍາເນີນຄະດີ ຢູ່ປະເທດ ຂອງໃຜເນາະ. ສ່ວນວ່າ ຄົນລາວ ກໍ່ໄດ້ຂຶ້ນບັນຊີ ຫຼືວ່າ ເຮັດບົດບັນທຶກ ກ່າວເຕືອນ ແລ້ວກໍມອບສົ່ງ ໃຫ້ພໍ່ແມ່ ຫຼືວ່າ ຜູ້ປົກຄອງເຂົາເຈົ້າ ນໍາຄືນກັບໄປ ກັບຄືນບ້ານ.”

ຂໍ້ມູນຈາກກອງບັນຊາການ ປກສ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ລະບຸແບບບໍ່ເປັນທາງການ ຕໍ່ນັກຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 2 ມັງກອນ ປີ 2025 ວ່າ ພົນລະເມືອງ 16 ສັນຊາດ ທີ່ຖືກມ້າງ ຢູ່ບໍລິສັດ ຄໍເຊັນເຕີ້ ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ປະກອບດ້ວຍ: ຈີນ, ຫວຽດນາມ, ລາວ, ມຽນມາ, ຟິລິບປິນ, ອິນເດຍ, ບັງກະລາເທດ, ອິນໂດເນເຊຍ, ໂມຊໍາບີ, ເອທິໂອເປຍ, ອູການດາ, ຕູນິເຊຍ, ອາວານດາ, ໂຄລໍາເບຍ, ຈໍເຈຍ ແລະ ບູຣັນດີ.

ຜູ້ຖືກກ່າວຫາ ທີ່ຢູ່ໃນກຸ່ມແກ໊ງ ເຄືອຂ່າຍສໍ້ໂກງ ທາງໂທລະຄົມ ສ່ວນຫຼາຍ ເປັນຜູ້ຖືກກ່າວຫາ ສັນຊາດຈີນ ທີ່ເປັນທັງຫົວໜ້າ, ອໍານວຍການບໍລິສັດ ກັບຫົວໜ້າບໍລິສັດ (ຫົວໂປ່ໂຕການ) ແລະ ເປັນທັງຜູ້ຖືກເຄາະຮ້າຍ ຈາການຄ້າມະນຸດ ຍ້ອນຖືກຕົວະ ມາອອກແຮງງານ ເຮັດວຽກຕອບແຊັດ ໃຫ້ບໍລິສັດຈີນ ສໍ້ໂກງຊັບ ທາງໂທລະຄົມ. ດັ່ງເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສະຫງົບ ທ່ານໜຶ່ງ ກ່າວວ່າ:

“ຈັບຄົນຈີນ ສົ່ງນີ້ ພ້ອມອຸປະກອນທັງໝົດ, ຍຶດໄດ້ ຄອມພິວເຕີ້ 1,028 ໜ່ວຍ, ໂທລະສັບ ໄດ້ຫຼາຍຢູ່. ອາທິດແລ້ວ ຕໍາຫຼວດຝ່າຍຈີນ ເພິ່ນກໍ່ມາເດ້ ມາກວາດລ້າງ ບໍ່ໃຫ້ຄົນຈີນ ເຮັດເດັດຂາດ ໂຕແກ໊ງຄໍເຊັນເຕີ້ນີ້ນ່າ.”

ຂໍ້ມູນບໍ່ເປັນທາງການ ຈາກເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສະຫງົບ ຜູ້ດຽວກັນກັບຂ້າງເທິງ ກ່າວວ່າ  ປັດຈຸບັນ, ຄະນະສະເພາະກິດ ລຶບລ້າງກຸ່ມແກ໊ງສໍ້ໂກງ ທາງໂທລະຄົມ ຂ້າມຊາດ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໄດ້ກວດກາ, ຂຶ້ນບັນຊີ ຫົວໜ່ວຍທຸລະກິດ ເຄື່ອນໄຫວສໍ້ໂກງ ທາງໂທລະຄົມ ໄດ້ທັງໝົດ 305 ຫົວໜ່ວຍ ແລະ ໄດ້ສັ່ງໃຫ້ທັງໝົດ ຫັນປ່ຽນຈາກທຸລະກິດ ປະເທດ Call Center ມາເປັນ ກາສິໂນອອນລາຍ ແທນແລ້ວ, ເຊິ່ງໃນນັ້ນ ຈໍານວນໜຶ່ງ ກໍ່ປະຕິບັດ ຕາມຄໍາສັ່ງ, ແຕ່ຂະນະທີ່ ອີກຈໍານວນໜຶ່ງ ໄດ້ຍ້າຍໄປເປີດ ບໍລິສັດສໍ້ໂກງ ທາງໂທລະຄົມ ຢູ່ປະເທດມຽນມາ ແລະ ກໍາປູເຈຍແທນ. ດັ່ງທ່ານກ່າວວ່າ:

“ຍັງເຫຼືອ 305 ບໍລິສັດ ຄໍເຊັນເຕີ້ນີ້ນ່າ ປ່ຽນຈາກ ອັນນ່າ ຕອບແຊັດ ມາເປັນຄາສິໂນອອນລາຍ, ເກມພະນັນອອນລາຍ. ຕົວະຍົວະຫຼອກລວງ ບໍ່ໃຫ້ມີ, ດຽວນີ້, ຫັ້ນນ່າ. 300 ບໍລິສັດ ມັນເຫຼືອ ຈັ່ງເທົ່າໃດ ທີ່ມີຢູ່ ອ້າຍຄິດວ່າ ຈະບໍ່ມີແລ້ວ ເພາະວ່າ ເຂົາໜີໝົດແລ້ວນ່າ ເຂົາຢ້ານຈັບເດ້, ເຂົາຍ້າຍຖານໜີ, ຫັ້ນນ່າ. ແຕ່ບໍ່ຮູ້ວ່າ ຊິໄປແຂວງໃດ ຂອງປະເທດລາວນ່າ, ມຽນມາ ກັບ ກໍາປູເຈຍ ເຂົາເລີ່ມກັບໄປຄືນແລ້ວ.”

ຂະນະດຽວກັນ, ສະພາບໂຕຈິງ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ກໍຍັງມີປະກາດ ຮັບສະໝັກ ພະນັກງານຕອບແຊັດ ເພື່ອສໍ້ໂກງ ທາງໂທລະຄົມ ຢູ່ທາງສື່ສັງຄົມອອນລາຍ ເລື້ອຍໆ ແລະ ປາບປາມບໍ່ຈົບສິ້ນຈັກເທື່ອ. ດັ່ງພະນັກງານ ຕອບແຊັດ ຢູ່ບໍລິສັດຈີນ ໃນສາມຫຼ່ຽມຄໍາ ທ່ານໜຶ່ງ ກ່າວວ່າ:

“ຄັນວ່າ ເຮັດໄດ້ ເຮັດເປັນນີ້ ເອື້ອຍລົມເງິນເດືອນ ນໍາເຂົາເລີຍ, ປົກກະຕິນີ້ 3 ພັນ. ຕຶກ ເຊິນສ້ຽນ ກໍມີນ່າ, ໝູ່ຂ້ອຍກໍເຮັດ ຢູ່ ເຊິນສ້ຽນ ເພາະບໍລິສັດນີ້ ແອັບໃໝ່. ເຂົານີ້, ເປີດບໍລິສັດໃໝ່ ແລ້ວກໍແອັບໃໝ່ ມີເຖຣດຫຸ້ນ, ເຖຣດຄໍາ.”

ເຖິງຢ່າງໃດກໍຕາມ, ສໍາລັບຂໍ້ມູນ ຢ່າງເປັນທາງການ ກ່ຽວກັບການລຶບລ້າງ ກຸ່ມແກ໊ງສໍ້ໂກງ ທາງໂທລະຄົມ ຂ້າມຊາດ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍານີ້, ຈະມີລາຍງານຕື່ມ ພາຍໃນຕົ້ນປີ 2025 ຕື່ມອີກ, ໂດຍມີເປົ້າໝາຍ ຕ້ອງການໃຫ້ກຸ່ມແກ໊ງນີ້ ໝົດໄປ ຈາກເຂດນີ້ ແລ້ວຫັນປ່ຽນຈາກ Call Center  ມາເປັນຄາສິໂນອອນລາຍ ໂດຍອາໄສຄວາມຮ່ວມມື ຈາກຫຼາຍຝ່າຍ, ອີງຕາມຄວາມເວົ້າ ຂອງ ພັນເອກ ອານຸສິນ ສັກປະເສີດ, ຫົວໜ້າກອງບັນຊາການ ປກສ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໃຫ້ສໍາພາດ ຕໍ່ໜັງສືພິມຄວາມສະຫງົບ.

ນອກນັ້ນ, ຂໍ້ມູນ ຂອງປີ 2024 ພາກສ່ວນທີ່ກ່ຽວຂ້ອງ ກັກໂຕຜູ້ຖືກກ່າວຫາ ທີ່ຢູ່ໃນກຸ່ມແກ໊ງ ເຄືອຂ່າຍສໍ້ໂກງ ທາງໂທລະຄົມ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ທັງໝົດ 2,160 ຄົນ, ມີ 10 ປາຍສັນຊາດ. ໃນນັ້ນ, ເປັນຄົນສັນຊາດຈີນ ຫຼາຍກວ່າໝູ່ ມີເຖິງ 1,317 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.