ປະຊາຊົນ ຮຽກຮ້ອງສະພາ ແກ້ໄຂບັນຫາ ປາກທ້ອງ

0:00 / 0:00

ປະ​ຊາ​ຊົນ ​ຢາກ​ໃຫ້ສະ​ມາ​ຊິກ ​ສະ​ພາ​ແຫ່ງ​ຊາຕ ໄດ້​ມີ​ການ​ແກ້​ໄຂ​ ບັນປາກ​ທ້ອງ​ ຂອງ​ປະ​ຊາ​ຊົນ ໂດຍສະ​ເພາະ​ ລາ​ຄາສິນ​ຄ້າ​ແພງ, ເງິນ​ເຟີ ແລະ ບັນ​ຫາ​ຖ​ນົນ​ ຫົນ​ທາງ​ທີ່​ເປ່​ເພ. ປະ​ຊາ​ຊົນ ທ່ານ​ນຶ່ງ ໄດ້​ໃຫ້​ສັມພາດ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ວ່າ:

" ຢາກ ​ໃຫ້​ຜູ້​ແທນ​ ແກ້​ໄຂ​ສ່ວນ​ຫຼາຍນີ້ ​ກໍສະ​ພາບ​ບ້ານ​ເມືອງ​ເຮົາ​ນີ້​ກະ ມັນ​ມີ​ບັນ​ຫາ ​ອັດ​ຕ​ຣາ​ແລກ​ປ່ຽນ, ເງິນ​ເຟີ, ເງິນ​ຫຍັງ​ນີ້​ແຫຼ. ການ​ຄວບ​ຄຸມ​ສິນ​ຄ້າ ຢາກ​ໃຫ້​ມັນ​ຮັດ​ກຸມ​ກ່ອນນີ້​ຫັ້ນ​ນ່າ ແລ້ວ​ກໍ​ພວກ​ອັດ​ຕ​ຣາ​ແລກ​ປ່ຽນ, ພວກ​ເງິນ​ເຟີນີ້​ກະ​ຢາກ​ໃຫ້​ຄວບ​ຄຸມ ໃຫ້​ມັນ​ຢູ່​ໃນ​ເກນ​ມາ​ຕ​ຖານ​ຕື່ມ​ອີກ. ເສັ້ນ​ທາງ ເພາະ​ວ່າ ຫັ້ນ ເສັ້ນ​ທາ​ງ​ບ້ານ​ເມືອງ​ເຮົາ​ຕອນນີ້ ເປ່​ເພ​ຫຼາຍ ຢາກ​ໃຫ້​ເພິ່ນ​ແກ້​ໄຂ."

ນັກ​ຂ່າວ: ຢູ່​ແຖວ​ໃດ ທີ່​ວ່າ ມັນ​ເປ່​ເພ​ຫຼາຍນີ້?

ປະ​ຊາ​ຊົນ:

" ມັນ ​ເປ່​ເພ ກະ​ຍ້ອນ​ເຂົາ​ເຈົ້າ​ກຳ​ລັງ​ກໍ່​ສ້າງ​ ເສັ້ນ​ທາງ​ຫັ້ນ​ແຫຼະ. ລະ​ຫວ່າງ ອອກ​ຈາກ​ໂຕ​ເມືອງ ອອກ​ຈາກ​ເມືອງ​ໄຊ​ທາ​ນີ ຫາ​ ບໍ​ລິ​ຄຳ​ໄຊ ນີ້ ຖື​ວ່າ ຫຍຸ້ງ​ຍາກ​ຫຼາຍ​ການ​ສັນ​ຈອນ. ​ຕອນນີ້​ນະ ຢາກ​ໃຫ້​ຂະ​ເຈົ້າ​ແກ້​ໄຂ​ໃຫ້​ມັນ​ໄວ​ກ່ອນນີ້ ເພາະ​ວ່າ ໜ້າ​ຈະ​ມີ​ໂຄງ​ການ​ ເຮັດ​ເສັ້ນ​ທາງ​ເນາະ ເພາະ​ວ່າ ມັນ​ຍັງ​ລ່າ​ຊ້າ​ຢູ່."

ນັກ​ຂ່າວ: ທີ່​ຜ່ານ​ມານີ້ ເຫັນ​ໜ່ວຍ​ງານ​ທີ່​ຮັບ​ຜິດ​ຊອບ​ ເພິ່ນ​ມາ​ແກ້​ໄຂ​ບັນ​ຫາບໍ່?

ປະ​ຊ​າ​ຊົນ:

" ກະ ​ເຫັນ​ແກ້​ໄຂ​ບັນ​ຫາ​ຢູ່ ແຕ່​ວ່າ ມັນ​ຍັງ​ບໍ່ທັນ ເພາະ​ວ່າ ດຽວ​ເຮັດ ດຽວ​ຢຸດ. ຫຼັກໆ ລະ​ກະ ຢາ​ກ​ໃຫ້​ແກ້​ໄຂ​ເງິນ​ເຟີ, ເງິນ​ຫຍັງ​ນີ້​ແຫຼະ ສິນ​ຄ້າ​ມັນ ຄວບ​ຄຸມບໍ່​ໄດ້​ນີ້ນ່າ ລາ​ຄາ​ສິນ​ຄ້າ ເງິນ​ເຟີ ກັບ​ພວກ​ອັດ​ຕ​ຣາ​ແລ​ກ​ປ່ຽນ​ພວກ​ເຮົາ​ນີ້ ສິນ​ຄ້າ​ລາ​ແພງ ຄ່າ​ແຮງ​ພັດ​ຕໍ່າຊິ​ນ່າ."

ນັກ​ຂ່າວ: ດຽວນີ້ ກະ​ແພງ​ຫຼາຍ​ຫວະ ລາຄາສິນ​ຄ້າ?

ປະ​ຊາ​ຊົນ:

" ເມື່ອ ​ກ່ອນ​ເນາະ ຊ້ວງ​ກ່ອນ​ໂຄວິດ ສິນ​ຄ້າ ມັນ​ຈະ​ຄູນ​ຂຶ້ນ ເທົ່າ​ໂຕ ຫຼື ສອງ​ເທົ່າ​ໂຕ ພຸ້ນ​ນະ ໄຂ່​ທີ່​ເຮົາ​ກິນ​ແຕ່ກ່ອນ ແຕະ​ນຶ່ງ 20 ປາຍ​ພັນ ແຕ່ ດຽວນີ້ ແຕະ​ນຶ່ງ​ລາ​ຄາ 50-60 ປາຍ​ພັນ. ບາດ​ເວ​ລາ​ຖາມ​ຟາມ​ຂະ​ເຈົ້າ, ຂະ​ເຈົ້າ​ວ່າ ເປັນ​ຍ້ອນ​ຄ່າ​ອາ​ຫານ​ສັດ​ຂຶ້ນ ມັນ​ກະ​ຈຳ​ເປັນ​ຕ້ອງ​ໄດ້​ຂຶ້ນ ສະ​ແດງວ່າ ອາ​ຫານ​ສັດ​ມັນ​ຂຶ້ນ ກະ​ຍ້ອນ​ ອັດ​ຕ​ຣາ​ແລກ​ປ່ຽນ​ມັນ​ຂຶ້ນ ເພາະ​ວ່າ ວັດ​ຖຸ​ມັນ​ນຳ​ເຂົ້າ ເຂົາ​ກະ​ວ່າ ຈັ່ງ​ຊີ້​ຫັ້ນ​ນ່າ ຢາກ​ໃຫ້​ຣັ​ຖ​ບານ​ແກ້​ໄຂ​ແນວນີ້​ແຫຼະ."

ຫຼັງ​ຈາກກອງ​ປະ​ຊຸມ​ ສະ​ພາ​ທີ​ຜ່ານ ກໍ​ບໍ່​ມີ​ການ​ແກ້​ໄຂ​ບັນ​ຫາ​ຫຍັງ ຍ້ອນ​ວ່າ ມັນ​ເປັນ​ໄປ​ໄດ້​ຍາກ​ທີ່​ຈະ​ແກ້​ໄຂ ​ບັນ​ຫາ​ປາກ​ທ້ອງ ​ຂອງ​ປະ​ຊາ​ຊົນ.

ປະ​ຊາ​ຊົນ ອີກທ່ານ​ນຶ່ງ ໄດ້​ໃຫ້​ສັມ​ພາດ​ຕໍ່​ວິທຍຸ ເອ​ເຊັຽ​ເສ​ຣີ ວ່າ:

" ຄັນ ​ຄວາມ​ຮູ້​ສຶກ​ຂອງ​ເຮົາ​ລະ​ ບໍ່​ເຫັນ​ແກ້​ໄຂ ​ບັນ​ຫາ​ຫຍັງ​ລະ​ໄດ໋ ຊ້ວງນີ້​ເນາະ ອີ່​ຫຍັງ​ກະ​ແມ່ນ​ແພງ ມັນ​ຊິ​ແກ້​ອີ່​ຫຍັງ​ລະ."

ນັກ​ຂ່າວ: ເພິ່ນ​ຊິ​ສາ​ມາດ ​ແກ້​ໄຂ​ບັນ​ຫາ​ໄດ້​ບໍ່?

ປະ​ຊາ​ຊົນ:

" ໂອ້ ​ຄື​ຊິ​ເປັນ​ໄປ​ຍາກ​ເດີ! ຄັນ​ເປັນ​ວາ​ລະ​ແບບນີ້​ນິ ຂ້າ​ພະ​ເຈົ້າ​ບອກ​ຕຣົງໆ ໃນ​ນາມ​ປະ​ຊາ​ຊົນ​ເດີ ຄື​ຊິ​ຍາກ ເພາະ​ວ່າ ທຸກ​ຢ່າງ​ຫັ້ນ​ນ່າ ເຮົາ​ບໍ່​ເປັນ​ໂຕ​ເຮົາ​ຫັ້ນ​ນ່າ​ເນາະ ບໍ່​ມີ​ການ​ຜ​ລິຕ​ພາຍ​ໃນ ຈັກ​ຢ່າງ​ເລີຍ​ຫັ້ນ​ນ່າ ສ​ລຸບ​ແລ້ວ. ຄັນ​ເວົ້າ​ພາ​ສາ​ເດັກ​ນ້ອຍ ນັບ​ແຕ່​ໄມ້​ຈີ້ມ​ແຂ້ວ​ຫັ້ນ​ນ່າ ກະ​ຍັງ​ນຳ​ເຂົ້າ​ວ່າ​ຊັ້ນ​ຊະ ອັນ​ນີ້ ຍາກ​ແທ້​ເຮົາ​ວ່າ​ເຣື່ອງ​ເສ​ຖ​ກິ​ຈນີ້. ຄົນ​ລາວ​ເຮົາ​ຢູ່​ໄດ້​ທຸກມື້ນີ້ ຍ້ອນ​ທັມ​ມະຊາຕ ທີ່​ເຮົາເອື່ອຍ​ອີງ​ໄດ໋ ໂດຍ​ສະ​ເພາະ ພີ່​ນ້ອງ​ຊາວ​ຊົນ​ບົດ​ຫັ້ນ​ນ່າ​ຮູ້ບໍ່."

ນັກ​ຂ່າວ: ບັນ​ຫາ​ໃຫຍ່ໆ ທີ່​ປະ​ຊາ​ຊົນ ຢາກ​ໃຫ້​ແກ້​ໄຂ​ແມ່ນ​ຫຍັງ?

ປະ​ຊາ​ຊົນ:

" ຫຼັກໆ ກະ ​ນີ້​ແຫຼ ປາກ​ທ້ອງ​ຫັ້ນ​ແຫຼ​ເນາະ ບັນ​ຫາ​ປາກ​ທ້ອງ ສິນ​ຄ້າ​ຕ​ລາດ."

ນັກ​ຂ່າວ: ປັດ​ຈຸ​ບັນ​ນີ້ ມີ​ແຕ່​ປາກ​ທ້ອງ​ແມ່ນບໍ່ ຢາກ​ໃຫ້​ທາງ​ສະ​ພາ​ ເພິ່ນ​ແກ້​ໄຂ​ນີ້?

ປະ​ຊາ​ຊົນ:

" ເພາະ ​ວ່າ ເຈົ້າ​ຊິ​ຄຸມ​ເງິນ​ຕ​ຣາ ຄຸມ​ຈັ່ງ​ໃດ​ກະ​ຢ່າ​ນ່າ ເງິນ​ເຈົ້າ​ແຂງ​ກະ​ເຕັມ​ທີ​ນ່າ ຄັນ​ຕາບ​ວ່າ ເຈົ້າ​ບໍ່​ແກ້​ໄຂ ອາ​ຫານ​ຕ​ລາດ​ທີ່​ວ່າ ເຮົາ​ກິນ​ທຸກມື້ນີ້​ນ່າ ອັນ​ນີ້​ວ່າ ເງິນ​ເປັນ​ແບບນີ້ ລາ​ຄາ​ເງິນ​ເປັນ​ແບບນີ້. ເຖິງ​ລາ​ຄາ​ເງິນ​ຊິ​ດີ​ກ່ອນນີ້ ຄັນ​ຖ້າ​ວ່າ ທຸກ​ຢ່າງ ເຈົ້າ​ບໍ່​ມີ​ການ​ຜ​ລິຕພາຍ​ໃນ ແລະ ເຈົ້າ​ບໍ່​ຈຳ​ກັດ​ວົງ​ທີ່​ວ່າ ນຳ​ເຂົ້າ ເງິນ ຜູ້​ກິນ ກິນ​ພໍ​ຮາກ ຜູ້​ຢາກ ຢາກ​ພໍ​ຕາຍ."

ນອກ​ຈາກນີ້, ບັນ​ຫາ​ທີ່​ລາຍ​ຈ່າຍ ຍັງ​ບໍ່​ພຽງ​ພໍ​ກັບ​ລາຍ​ຮັບ​ ຂອງ​ປະ​ຊາ​ຊົນ. ປະ​ຊາ​ຊົນ​ອີກ​ທ່ານ​ນຶ່ງ ໄດ້​ໃຫ້​ສັມພາດ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ວ່າ:

" ຍັງ ​ແພງ​ຢູ່​ໄດ໋​! ເຂົ້າສອບ​ນຶ່ງ 430,000 ກີບ ກະ​ສອບ 48 ກິ​ໂລກຣາມ. 48 ກະ​ໂລ​ກຣາມ ມັນ​ກະ​ຖືກ 4 ໝື່ນ ເນາະ, ໝື່ນ​ນຶ່ງ ກະ​ຖືກແສນ​ປາຍ."

ນັກ​ຂ່າວ: ແຕ່​ກ່ອນ ມັນ​ທໍ່​ໃດ​ລະ?

ປະ​ຊາ​ຊົນ:

" ຕອນ ​ຢູ່​ສ​ນາມ ມັນ​ຊື້​ເຂົ້າ​ເທື່ອ​ລະ 20 ໂລ ຄັນ​ໂລ 7,000 ມັນ​ກະ​ມີ​ແຕ່ 84,000 ກີບ ຕໍ່​ໝື່ນ ແຕ່ ບໍ່​ແມ່ນ​ເຂົ້າ ເກຣດ​ດີ​ໄດ໋. ຄັນ​ເກຣດ​ດີແມ່ນ ເປົ໋າ​ນຶ່ງ 560,000 ກີບ."

ນັກ​ຂ່າວ: ກອງ​ປະ​ຊຸມ ​ສະ​ພາ​ທີ່​ຈະ​ມາ​ເຖິງນີ້ ເພິ່ນ​ຈະ​ມີ​ການ​ອະ​ພິ​ປາຍ ​ບັນ​ຫາ​ຕ່າງໆນີ້, ເຮົາ​ຄຶດ​ວ່າ ບັນ​ຫາ ​ທີ່​ປະ​ຊາ​ຊົນ​ລາວ ພົບ​ພໍ້​ນີ້ ແມ່ນ​ຫຍັງ?

ປະ​ຊາ​ຊົນ:

" ບັນ ​ຫາ​ທີ່​ປະ​ຊາ​ຊົນ​ລາວ ພົບ​ພໍ້ ນີ້ ມັນ​ກະ​ມີ 1 ລາຍ​ໄດ້ນີ້ ກະ​ຍັງ​ບໍ່​ທັນ​ສອດ​ຄ່ອງ; 2 ລະ​ແມ່ນ ຫາ​ເງິນ​ຍາກ ແລະ ຄ່າ​ຄອງ​ຊີພ​ກັບ​ລາຍ​ໄດ້ ມັນ​ບໍ່​ສົມ​ດູນ​ກັນ ຫາ​ເງິນ​ກະ​ຍາກ ເປັນ​ບັນ​ຫາ ເອີ​ເຂົາ​ວ່າ ເຂົາ​ກະ​ມັນ​ເວົ້າ​ວ່າ ປາກ​ທ້ອງ​ຫັ້ນ​ແຫຼ."

ນັກ​ຂ່າວ: ຣັ​ຖ​ບານ​ຊິ​ແກ້​ໄຂ​ໄດ້​ບໍ່ ຄາມ​ສັງ​ເກດ​ເບິ່ງ ຕາ​ມ​ທ່າ​ແຮງນີ້ ຕາມ​ສັງ​ເກດ​ເບິ່ງ ມັນ​ກະ​ຕ້ອງ​ເບິ່ງ​ໄປ​ຫັ້ນ​ແຫຼ ກະ​ໄດ້​ຢູ່ດອກ ແຕ່ ມັນ​ກະ​ຄ່ອຍ​ພື້ນ​ຫັ້ນ​ນ່າ ຄວາມ​ວ່າ ໄດ້ ຊິ​ໄດ້​ຊ່ຳ​ໄດ໋.

ປະ​ຊາ​ຊົນ:

" ຕາ ​ມ​ທີ່​ເຫັນ​ນີ້ ມານີ້ ກະ​ບໍ່​ເຫັນ​ໄດ້​ຕາມ​ເປົ້າ ແຕ່​ວ່າ ມັນ​ດີ​ຂຶ້ນ ບໍ່​ເທົ່າ​ເປົ້າ​ທີ່​ວາງ ຖ້າ​ເບິ່ງ​ປາຍ​ປີ, ຕົ້ນ​ປີ​ໜ້າ​ວາງ​ແຜນ ໄຕ​ຣ​ມາ​ສ ຕົ້ນ​ປີ​ໜ້າ ແຕ່​ໄຕ​ຣ​ມາ​ສ ກະ​ເບິ່ງ ຍັງ​ອີກ 3 ເດືອນ​ນີ້."

ນັກ​ຂ່າວ: ມີ​ຄວາມ​ຄາດ​ຫວັງ​ຫຍັງ​ ຕໍ່​ກອງ​ປະ​ຊຸມ​ຄັ້ງ​ນີ້ ຊິ​ໄດ້​ຢູ່​ເບາະ?

ປະ​ຊາ​ຊົນ:

" ເຮົາ ​ກະ​ມີ​ຄວາມ​ຄາດ​ຫວັງ​ຫັ້ນ​ແຫຼ ອີ່​ຫຍັງ​ກະ​ແພງ ຮຳ​ກະ​ແພງ ລ້ຽງ​ເປັດ​ລ້ຽງ​ໄກ່ ກະ​ແພງ ເອົາ​ໄປ​ເອົາ​ມາ ໄປ​ຊື້​ກິນ​ດີກວ່າ​ຊ້ຳ​ຕົ່ວ​ນີ້ ກະ​ສອບ​ນຶ່ງ 90,000 ພຸ້ນ​ໄດ໋ ໂລ​ນຶ່ງ 3,000 ກີບ."

ການ​ແກ້​ໄຂ​ບັນ​ຫາ ​ຄ່າ​ຄອງ​ຊີພ​ແພງ ສິນ​ຄ້າ​ແພງ ແລະ ການ​ແກ້​ໄຂ​ ພັຍ​ເງິນ​ເຟີ ​ຫຍຸ້ງ​ຍາກ ແລະ ບໍ່​ແມ່ນ​ເຣື່ອງ​ທີ່​ງ່າຍ. ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ວ່າ:

" ເຮັດ ​ກັບ​ເວົ້າ ມັນ​ຕ່າງ​ກັນ​ໄດ໋ ວ່າ ຊັ້ນ​ຊາ ເປັນ​ຫຍັງ​ຈັ່ງ​ເຮັດ​ບໍ່​ໄດ້ ຍ້ອນ​ເຫດ ຍ້ອນ​ຜົ​ລ ມັນ​ກະ​ຫຼາຍ​ປັດ​ຈັຍ ຄື​ເຮົາ​ຮູ້​ນຳ​ກັນ​ຫັ້ນ​ແຫຼະ ທ່ານ​ເນາະ ຄຸມ​ອັດ​ຕ​ຣ​າ​ແລກ​ປ່ຽນ ມັນ​ກະ​ຫຼາຍ​ປັດ​ຈັຍ ແນວ​ນັ້ນ ແນວນີ້ ມັນ​ກະ​ຫຼາຍ​ ຂ​ແນງ​ການ​ຮັບ​ຜິດ​ຊອບ ມັນ​ກະ​ພົວ​ພັນ​ກັນ​ນີ້​ແຫຼ ມັນ​ກະ​ພະ​ຍາ​ຍາມ​ສຸດ​ຂີດ ເບື້ອງ​ຣັຖ ເບື້ອງ​ມະຫາ​​ພາກ ໃນ​ວຽກ​ທີ່​ເຮົາ​ຄວບ​ຄຸມ ຄຸ້ມ​ຄອງ​ກັນ​ນີ້."

ອັດ​ຕ​ຣາ​ເງິນ​ເຟີ ຂອງ​ເງິນ​ກີບ ໃນ​ເດືອນ​ກັນ​ຍາ ທີ່​ຜ່ານ​ມາ ຢູ່​ທີ່ 34.05 ເປີ​ເຊັນ ອີງ​ຕາມ​ຂໍ້​ມູນ​ຈາກທະ​ນາ​ຄານ​ແຫ່ງ ສ​ປ​ປ​ລາວ. ໃນ​ເດືອນວັນ​ທີ 18 ​ຕຸ​ລາ ອັດ​ຕ​ຣາ​ເງິນ​ໂດ​ລ້າຣ໌ ​ຢູ່​ຕ​ລາດນອກ​ລະ​ບົບ ບາງ​ແຫ່ງ ຢູ່​ທີ 1 ໂດ​ລ້​າ​ຣ໌ ຕໍ່ 18,600 ກີບ, ເດືອນ​ກັນ​ຍາ ຢູ່ທີ 1 ໂດ​ລ້າ​ຣ໌ ຕໍ່ 18,700 ກີບ, ​ເດືອນ​ສິງ​ຫາ ຢູ່​ທີ່ 1 ໂດ​ລ້າ​ຣ໌ ຕໍ່ 17,700 ກີບ.

ສ່ວນ​ວ່າ ອັດ​ຕ​ຣາ​ແລກ​ປ່ຽນ​ ທີ່ທະ​ນາ​ຄານ​ແຫ່ງ ສ​ປ​ປ​ລາວ ກຳ​ນົດ​ອອກ​ມາ ໃນ​ວັນທີ ​18 ຕຸ​ລາ ນີ້ ແມ່ນ 1 ໂດ​ລ້າ​ຣ໌ ຕໍ່ 16,888 ກີບ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ວັນ​ທີ 11 ຕຸ​ລາ ທີ່​ຜ່ານ​ມາ ສະ​ພາ​ແຫ່ງ​ຊາຕ ແລະ ຣັ​ຖ​ບານ ໄດ້​ມີ​ການ​ ປຶກສາຫາລືບັນດາຫົວຂໍ້ ທີ່ຕິດພັນກັບ ຄວາມຮັບຜິດຊອບ ຂອງຣັຖບານ ທີ່ຈະນຳເຂົ້າ ພິຈາຣະນາ ຢູ່ກອງປະຊຸມ ສໄມສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9.