ສະພາແຫ່ງຊາດລາວ ຮຽກຮ້ອງຣັຖບາລ

0:00 / 0:00

ສະພາແຫ່ງຊາດ ສປປລາວ ຮຽກຮ້ອງ ໃຫ້ຣັຖບາລ ປະຕິບັດ ແຜນພັທນາ ເສຖກິດ-ສັງຄົມ ໃຫ້ໄດ້ ໂດຍສະເພາະ ການພັທນາ ຊົນນະບົດ ເພື່ອຫລຸດຜ່ອນ ຄວາມທຸກຍາກ, ຄຸ້ມຄອງ ແລະ ນໍາໃຊ້ ຊັພຍາກອນ ທັມຊາດ ແບບຍືນຍົງ ຍຸຕິ ການລ່ວງຣະເມີດ ຣະບຽບ ກົດໝາຍ ແລະ ໃຫ້ສິດ ເສຣີພາບ ແກ່ ພົລເມືອງ.