ການແລກປ່ຽນ ໃນຕລາດ ຫລັກຊັພ ສປປລາວ ຍັງງຽບເຫງົາ ຕາມເດີມ ນັບແຕ່ ເປີດມາໄດ້ ເກືອບ 3 ປີ ແລ້ວ.
ເວລາຜ່ານໄປ ກວ່າ 2 ປີ ເຄິ່ງ ແລ້ວ ທີ່ຕລາດ ຫລັກຊັພ ສປປລາວ ໄດ້ ຊື້-ຂາຍ ຮຸ້ນ ຂອງ 2 ບໍຣິສັດ ທີ່ ຈົດທະບຽນ ໃນຕລາດ ຫລັກຊັບ ຄື ບໍຣິສັດ BCEL ແລະ ບໍຣິສັດ EDL-Gen. ແຕ່ປະກົດວ່າ ມີຄວາມ ງຽບເຫງົາ ແລະ ການຊື້ຂາຍ ໃນແຕ່ລະວັນ ກໍເບົາບາງ. ດັ່ງ ນາຍໜ້າ ຂາຍຮຸ້ນ ຂອງ ບໍຣິສັດ BCEL ຜູ້ບໍ່ປະສົງ ອອກຊື່ ເປີດເຜີຍ ຕໍ່ ເອເຊັຍເສຣີ ຕອນນຶ່ງວ່າ:
"ການຖ່າຍ ໂອນຮຸ້ນ ໃນແຕ່ລະວັນ ບໍ່ຄ່ອຍມີ ຫລາຍ ປານໃດ, ປະມານ ບໍ່ຮອດພັນ ລ້ານກີບ ຫລື ປະມານ 128,000 ໂດລາ ສະຫະຣັດ. ຂ້ອນຂ້າງ ງຽບເຫງົາ ໃນຕອນນີ້, ບາງວັນ ກໍ່ຮອດບໍ່ ມີຄົນມາ ຊື້ ຫລື ຖ່າຍ-ໂອນ ຮຸ້ນຊໍ້າ".
ທ່ານເວົ້າ ຕື່ມວ່າ ຄົນລາວ ສ່ວນໃຫຍ່ ຍັງຂາດ ຄວາມຮູ້ ທາງດ້ານ ຕລາດ ການເງິນ ແລະ ຕລາດທຶນຫລາຍ, ເຖິງວ່າ ທາງ ບໍຣິສັດ ໄດ້ຈັດ ສັມມະນາ ແລະ ໃຫ້ຄວາມຮູ້ ແກ່ຜູ້ສົນໃຈ ໃນເຣື່ອງ ດັ່ງກ່າວ ຫລາຍຄັ້ງ ຈົນນັບບໍ່ຖ້ວນ ແລ້ວກໍ ຕາມ. ທ່ານວ່າ ຄົນລາວ ສ່ວນໃຫຍ່ ຍັງຄິດວ່າ ແທນທີ່ຈະໄປ ຫວັງລວຍ ກັບຮຸ້ນ ເອົາເງິນໄປ ຫວັງລວຍ ກັບເລກ ກັບຫວຍ ດີກວ່າ, ມັນເຫັນຜົນ ໄວກວ່າ.
ເວົ້າເຖິງສາເຫດ ທີ່ພາໃຫ້ ຕລາດ ຫລັກຊັບລາວ ບໍ່ມີຄວາມ ຄຶກຄັກ ແລະ ບໍ່ດຶງດູດ ນັກລົງທຶນ ນັ້ນ ນັກສັງເກດການ ການເງິນ ແລະ ການລົງທຶນ ທ່ານນຶ່ງ ສັງເກດວ່າ ອາດແມ່ນ ເປັນຍ້ອນ ນັກລົງທຶນ ບໍ່ມີທາງເລືອກ ຫລາຍ ເພາະມີພຽງ 2 ບໍຣິສັດ ເທົ່ານັ້ນ ທີ່ມີການ ຊື້-ຂາຍ ຮຸ້ນ ໃນຕລາດຫຼັກຊັບ, ບໍ່ຄືຢູ່ ປະເທສ ເພື່ອນບ້ານ ເຊັ່ນ: ໄທຍ໌, ມາເລເຊັຍ, ສິງກະໂປ ທີ່ມີ ບໍຣິສັດ ຈົດທະບຽນ ຊື້-ຂາຍ ຮຸ້ນ ຂອງ ປະເທສຕົນ ຢ່າງ ຫລວງຫລາຍ. ທ່ານວ່າ ກ່ອນຈະມີ ຄວາມເຂັ້ມແຂງ ຄືກັນກັບ ປະເທສ ເພື່ອນບ້ານ ຕ້ອງໃຊ້ ເວລາ ອີກດົນ ພໍສົມຄວນ ອາດເຖິງ 10 ປີ ກໍເປັນໄດ້.
