ຣາຍຈ່າຍຂອງນັກຮຽນ ໃນໂຮງຮຽນ


2013.06.07
F-student ການພັທນາ ຣະບົບການສຶກສາ ຄວນມາກ່ອນການ ພັທນາໃດໆ ເພາະສປປລາວ ຕ້ອງການ ຊັພຍາກອນມະນຸດ ທີ່ມີ ຄຸນນະພາບ ທຽມທັນກັບ ປະຊາຄົມ ອາຊຽນ
mek/fb

 

ເດັກນ້ອຍ ນັກຮຽນ ໃນລາວ ຈະຕ້ອງໄດ້ ຈ່າຍເງິນ ສຳລັບ ທຸກຢ່າງ ໃນໂຮງຮຽນ. ນັກຮຽນລາວ ຄົນນຶ່ງ ເວົ້າຕໍ່ RFA ວ່າ ໃນແຕ່ລະມື້ ນັກຮຽນ ຕ້ອງໄດ້ ເອົາເງິນ ໄປໂຮງຮຽນ ເປັນຈຳນວນ ຫລວງຫລາຍ ເພື່ອຈ່າຍຄ່າ ສາຣະພັດ ເປັນຕົ້ນ ຖ້າມີການ ສອບເສັງ ນັກຮຽນ ຕ້ອງໄດ້ຈ່າຍ ຄ່າເຂົ້າ ຫ້ອງເສັງ ຄົນນຶ່ງ 60 ພັນ ກີບ ຄ່າໃບປະກາດ ຄ່າເຈັ້ຽເສັງ ຄ່າອາຈານຍາມ ຄ່າ ບ່ອນຈອດຣົຖ ຄ່າ ຜ່ານປະຕູ ຄ່າ ອາຈານກວດ ບົດເສັງ ຄ່າ ໂຕະຕັ່ງ ບ່ອນນັ່ງເສັງ ຄ່າລາຍເຊັນ ນະຄອນຫລວງ ຄ່າຄົນພິມ ໃບ ປະກາດ ຄ່າ ປະທັບຕາ ຈົບ ຊັ້ນຮຽນ ຄ່າ ຈັດຫ້ອງເສັງ ຄ່າ ສລູບຄະແນນ ຄ່າ ໃຫ້ປະເມີນຜົລ ຄ່າ ອາຈານ ແຕ່ງບົດເສັງ ຄ່າ ອາຈານເກັບເຈັ້ຽ ຄ່າ ອາຈານ ອະທິບາຍ ແລະ ຄ່າອຶ່ນໆ ນັກຮຽນ ຕ້ອງໄດ້ຈ່າຍ ຫມົດ.

ນີ້ເປັນບັນຫາ ຫຍໍ້ທໍ້ ທາງສັງຄົມ ແລະ ສ້າງຄວາມ ອຶດອັ້ນຕັນໃຈ ໃຫ້ເດັກນ້ອຍ ນັກຮຽນ ໂດຍສະເພາະ ຜູ້ທີ່ທຸກຍາກ ປາກົດການ ດ່ັງກ່າວ ບໍ່ເກີດຂຶ້ນ ແຕ່ສະເພາະ ໃນຍາມເສັງ ເທົ່ານັ້ນ ແຕ່ຍັງເກີດຂຶ້ນ ໃນ ທຸກຣະຍະ ໃນແຕ່ລະມື້ ນຳອີກ ດັ່ງການ ອະທິບາຍ ບົດຮຽນ ໃຫ້ນັກຮຽນຟັງ ໃນແຕ່ລະມື້ ນາຍຄຣູ ກໍຈະເກັບ ຄ່າເຈັ້ຽ ທີ່ copy ຢາຍໃຫ້ ນັກຮຽນ ນອກຈາກນັ້ນ ກໍຍັງມີ ຄ່າ ກວດຂໍ້ສອບ ແລະ ຄ່າໃຫ້ຄະແນນ ແລະ ຄ່າອຶ່ນໆ ນຳອີກ.

ຜ່ານມາອາຊີບ ຄຣູສອນ ເປັນອາຊີບ ທີ່ມີລາຍໄດ້ ຕ່ຳ ແຕ່ໃນ ປັດຈຸບັນ ຫລັງຈາກ ນາຍຄຣູ ຫລາຍຄົນ ໄດ້ໃຊ້ ຣະບົບ ດັ່ງກ່າວ ປາກົດວ່າ ອາຊີບ ຄຣູ ກາຍເປັນ ອາຊີບ ທີ່ມີ ລາຍໄດ້ສູງ  ພໍສົມຄວນ ແຕ່ຜູ້ເປັນ ແພະຮັບບາດ ນັ້ນແມ່ນ ນັກຮຽນ ໂດຍສະເພາະ ຄອບຄົວ ທີ່ທຸກຍາກ ຕ້ອງໄດ້ ດິ້ນຣົ້ນ ທຸກຢ່າງ ເພື່ອຈະໄດ້ຜ່ານ ຊັ້ນຮຽນ. ທາງການ ລາວ ກໍບໍ່ມີການ ແກ້ໄຂບັນຫາ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.