ໂຄງການໝູ່ບ້ານຊາວໜຸ່ມລາວ-ວຽດ ຄ້າງຄາ

ຈໍາປາທອງ
2014.11.05
F-image2 ໂຄງການໝູ່ບ້ານຊາວໜຸ່ມລາວ-ວຽດ ຄ້າງຄາ
RFA

 

ຊາວເມືອງ ຄໍາເກີດ ແຂວງ ບໍຣິຄໍາໄຊ ເປີດເຜີຍ ວ່າ ປັດຈຸບັນ ໂຄງການ ສ້າງ ໝູ່ບ້ານ ຊາວໜຸ່ມ ມິຕພາບ ລາວ-ວຽດ ຢູ່ເມືອງ ນີ້ ປະຕິບັດ ບໍ່ໄດ້ຕາມ ສັນຍາ ທີ່ທັງສອງ ຝ່າຍ ໄດ້ຕົກລົງ ກັນໄວ້ ທີ່ ວ່າຈະສ້າງ ເຮືອນ ໃຫ້ ປະຊາຊົນ ຜູ້ທຸກຍາກ, ກໍ່ສ້າງ ໂຄງຮ່າງ ເຊັ່ນ ນໍ້າປະປາ ໄຟຟ້າ ໂຮງໝໍ ໂຮງຮຽນ ແລະ ຊ່ວຍ ສ້າງອາຊີບ ໃຫ້ ຊາວບ້ານ. ແຕ່ມາເຖິງ ປັດຈຸບັນ ຍັງບໍ່ທັນ ມີຫຍັງ ເກີດຂຶ້ນ ພໍເທົ່າໃດ ມີພຽງແຕ່ ການປູກ ຢາງພາຣາ ຂອງ ບໍຣິສັດ ລາວ-ວຽດນາມ ເທົ່ານັ້ນ:

"ຕາມແຜນ ເພີ່ນຍົກ ຢູ່ ໃນ ກອງປະຊຸມ ເພີ່ນວ່າ ເອົາ ຊາວໜຸ່ມ ເຂົ້າໄປ ຮຽນ ວິຊາຊີພ ມີໂຮງຮຽນ ຕໍ່ໄປ ກໍມີ ໂຮງຮຽນ ເດ້ ຕາມ ເພີ່ນເວົ້າ ຕາມແຜນ ເພີ່ນ ນໍ້ ມີ ໂຮງໝໍ ຫລືວ່າມີ ສຸຂສາລາ ນະ ແກ້ໄຂ ການ ເຈັບເປັນ ຂອງ ປະຊາຊົນ ໃນ ຂອບເຂດ ນີ້ ໝູ່ ບ້ານ ກໍຍັງ ບໍ່ທັນໄດ້ ເຮັດເຮືອນ ເກັບນໍ້າ ມີແຕ່ເຂົາ ຕໍ່ ຫໍປະຊຸມ ແລ້ວ ກໍ ສະໂມສອນ ໃຫຍ່ ຊື່ໆ 2-3 ຫລັງ".

ທ່ານ ເວົ້າວ່າ ໃນ ພື້ນທີ່ ປູກ ຢາງພາຣາ ທີ່ວ່ານັ້ນ ໃຊ້ ຄົນງານ ວຽດນາມ ເປັນ ສ່ວນໃຫຍ່. ສໍາລັບ ໂຄງການ ຝຶກອົບຮົມ ຊາວໜຸ່ມ ລາວ ໃຫ້ສາມາດ ປະກອບ ອາຊີບ ໄດ້ນັ້ນ ກໍຈັດຂຶ້ນ ພຽງ ຄັ້ງດຽວ ທີ່ມີຜູ້ເຂົ້າ ອົບຮົມ 100 ຄົນ.

ໂຄງການ ສ້າງ ໝູ່ບ້ານ ຊາວໜຸ່ມ ມິຕພາບ ລາວ-ວຽດ ເລີ່ມ ກໍ່ສ້າງໃນ ເດືອນ ສິງຫາ ປີ 2012 ຈະໃຊ້ທຶນ ໃນການ ກໍ່ສ້າງ 1 ລ້ານ 880 ພັນ ໂດລາ ໃນ ເນື້ອທີ່ 1,034 ເຮັກຕາ ໃນເຂດ 5 ບ້ານຄື ບ້ານ ແກ້ງດິບ ໜອງກອງ ຊຸກຍ້ອມ ໂພນລົມ ແລະ ບ້ານນາຄໍາ ເມືອງ ຄໍາເກີດ ແຂວງ ບໍຣິຄໍາໄຊ ຊຶ່ງ ໜັງສືພິມ ວຽດນາມ ຣາຍງານ ວ່າ ປັດຈຸບັນ ການ ກໍ່ສ້າງ ໂຄງການ ທີ່ວ່ານັ້ນ ໄດ້ສໍາເຣັດ ໄປຕັ້ງແຕ່ ເດືອນ ຕຸລາ ປີ 2014 ນີ້ແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.