ພໍ່ຄ້າຈີນກົດຣາຄາ ຊື້ກ້ວຍ ຈາກ ຄົນງານລາວ

ໄຊຍາ
2019.08.05
F-banana ພາບເຫດການ ຖົກຖຽງກັນ ໂດຍມີມີດດ້າມຍາວ ສໍາລັບຕັດກ້ວຍຄົບມື ທັງສອງຝ່າຍ ຣະຫວ່າງຄົນງານລາວ ກັບ ນາຍທຶນຈີນຜູ້ຊື້ກ້ວຍ
ຮູບພາບຈາກ : ວີດີໂອ ນັກຂ່າວພົລເມືອງ

ພໍ່ຄ້າຊາວຈີນກົດຣາຄາຊື້ກ້ວຍ ຈາກຄົນງານລາວ ຢູ່ເມືອງຮຸນ ແຂວງອຸດົມໄຊ ພາຍຫຼັງທີ່ແຮງງານລາວ ຜູ້ດູແລສວນກ້ວຍ ໃນໂຄງການ 2+3 ທີ່ພໍ່ຄ້າຊາວຈີນລົງທຶນ ໃຫ້ນັ້ນ ໄດ້ຕັດກ້ວຍມາຂາຍຕົກເປັນເງິນ 20 ລ້ານກີບ ແຕ່ພໍ່ຄ້າຊາວຈີນ ຕີຣາຄາຊື້ ພຽງແຕ່ 8 ລ້ານກີບ ໂດຍອ້າງວ່າກ້ວຍບໍ່ງາມ. ດັ່ງຜູ້ເປັນອ້າຍ ຂອງແຮງງານລາວ ຜູ້ດູແລສວນກ້ວຍ ໄດ້ກ່າວຕໍ່ RFA ໃນວັນທີ 5 ສິງຫາ ວ່າ:

"ປົກກະຕິແລ້ວນ້ອງຊາຍ ແມ່ນລາວຕັດພັນຕົ້ນເນາະ ມັນຈະໄດ້ 50 ຕັນ ເທົ່າກັບ 20 ລ້ານ ແຕ່ວ່າໄດ້ມາໂຕຈິງ ນີ້ໄດ້ແຕ່ 8 ລ້ານ ມັນສິ ຫຼຸບທຶນຫຼາຍມີ 2-3 ຄົນ ຜູ້ທີ່ນ້ອງເວົ້າຫັ້ນແຫຼະ ແບບຂະເຈົ້າຂາດທຶນ ຫຼັງຈາກຫຼຸດຄ່າໃຊ້ຢູ່ໃຊ້ກິນແລ້ວຫັ້ນນ່າ."

ຜູ້ເປັນອ້າຍຂອງຄົນງານລາວໄດ້ກ່າວຕື່ມວ່າ ນ້ອງຊາຍຂອງຕົນເຂົ້າໄປເຮັດວຽກປູກກ້ວຍ ດູແລກ້ວຍຕາມສັນຍາໂຄງການລົງທຶນ 2+3 ຄື ບໍຣິສັດຈ່າຍ ໃຫ້ທັງໝົດໂດຍໃຫ້ຄົນລາວ ເປັນຜູ້ດູແລ ແລະຂາຍຄືນໃຫ້ກັບບໍຣິສັດ ຊຶ່ງບໍຣິສັດຈະຫັກຄ່າໃຊ້ຈ່າຍ ທັງໝົດຄືນຈາກການຂາຍ ກ້ວຍ ສ່ວນເງິນທີເຫຼືອຈະເປັນຣາຍໄດ້ ຂອງຄົນງານລາວ ທີ່ເປັນຜູ້ດູແລ.

ອີງຕາມສັນຍາ ຊື້-ຂາຍ ຣາຄາ 400 ກີບ ຕໍ່ກິໂລ ແຕ່ໂຕຈິງພໍ່ຄ້າຊາວຈີນ ກັບກົດຣາຄາຊື້ 1 ພັນກີບ ຕໍ່ຕົ້ນ ແທນທີ່ຈະຊື້ 400 ກີບ ຕໍ່ ກິໂລ ເມື່ອເປັນແນວນີ້ ຖ້າສົມທຽບໃສ່ຄ່າໃຊ້ຈ່າຍ ທັງໝົດຕລອດ 8 ເດືອນ ທີ່ດູແລກ້ວຍນັ້ນ ຈຶ່ງບໍ່ກຸ້ມທຶນ.

ຕໍ່ບັນຫາດັ່ງກ່າວ ເຈົ້າໜ້າທີ່ຫ້ອງວ່າການປົກຄອງເມືອງຮຸນ ແຂວງອຸດົມໄຊ ໄດ້ກ່າວຕໍ່ RFA ວ່າໄດ້ເອີ້ນທັງສອງຝ່າຍເຂົ້າມາໄກ່ເກັ່ຽກັນ ແລ້ວ ແລະ ກ່າວເຕືອນໃຫ້ບໍຣິສັດຈີນ ເຮັດຕາມສັນຍາ ຊື້-ຂາຍ.

"ໂຕເຂົາຂັດແຍ່ງກັນເຣື່ອງກ້ວຍວ່າງນຶ່ງຂອງບໍຣິສັດ 12 ປັນນາ ເຂົາແກ້ໄຂກັນແລ້ວ ເຂົາເວົ້າກັນເຣື່ອງຄ່າແຮງງານ ຄົນລາວເຮົາລະບໍ່ ຢາກໜີເຂົາໃຫ້ໜີລະ ບໍ່ຢາກໜີມາຢູ່ນີ້ ບໍຣິສັດບັງຄັບເຂົາໄທເຮົາ ເອີ້ນມາເວົ້າກັນແລ້ວ ອີງໃສ່ກົດໝາຍແຮງງານ ອີງໃສ່ຣະບຽບສັນຍາ ເຂົາດຽວນີ້ເຂົາກໍ່ມີຄວາມພ້ອມກັນແລ້ວ ຜູ້ທີ່ມາຮັບຈ້າງຢູ່ບໍຣິສັດ ກ້ວຍແມ່ນຄົນລາວໝົດ ສ່ວນຫຼາຍແມ່ນຄົນຕ່າງແຂວງ."

ເຈົ້າໜ້າທີ່ກ່າວຕື່ມວ່າ ບໍຣິສັດປູກກ້ວຍທີ່ເປັນຂອງນັກລົງທຶນຈີນ ບໍຣິສັດ 12 ປັນນາ ໄດ້ຮັບສັມປະທານທີ່ດິນ ຈາກຣັຖບານໂດຍກົງ ເພື່ອເຂົ້າມາປູກກ້ວຍ ໃນເມືອງຮຸນ ແຂວງອຸດົມໄຊ ແລະ ຈ້າງຄົນງານລາວ ເປັນຜູ້ດູແລສວນກ້ວນທັງໝົດ ສ່ວນຫຼາຍ ເມື່ອເຖິງເວລາ ຊື້-ຂາຍ ຈະມີບັນຫາເກີດຂຶ້ນ ໂດຍພໍ່ຄ້າມາຊື້ ຈະບໍ່ປະຕິບັດສັນຍາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.