ຄົນງານລາວຖືກຈັບຢູ່ໄທ
2014.04.23
ເຈົ້າໜ້າທີ່ ຕຳຫຣວດ ກວດຄົນ ເຂົ້າເມືອງ ແຂວງ ອຸບົນ ຣາຊທານີ ຈັບ ແຮງງານ ລາວ ທີ່ເຂົ້າເມືອງ ແບບຜິດ ກົດໝາຍ ຕົນງານ ດັ່ງກ່າວ ມີອາຍຸ ແຕ່ 13 ປີ ຈົນເຖີງ 40 ປີ. ອີງຕາມ ຣາຍງານຂ່າວ ຂອງ ຜູ້ຈັດການ ຂອງໄທ. ແຮງງານ ດັ່ງກ່າວ ໄດ້ ສາຣະພາບ ວ່າໄດ້ຈ້າງ ຣົດຕູ້ ຂັບໄປສົ່ງ ພວກຕົນ ຢູ່ ກຸງເທບ ໃນລາຄາ ສາມພັນ ບາດ ຕໍ່ຄົນ. ໃນການ ເດີນທາງ ແຮງງານ ລາວ ທັງໝົດ ໃຊ້ ຣົດຕູ້ ສອງຄັນ.
ຄົນງານລາວ ຖືກ ເຈົ້າໜ້າທີ່ ຕຳຫຣວດ ໄທ ຈັບໄດ້ ແມ່ນ ຢູ່ເຂດ ຊ່ອງເມັກ ອຳເພີ ສີລິນທອນ ແຂວງ ອຸບົນ ຣາຊທານີ ແລະ ເຈົ້າໜ້າ ທີ່ ກໍໄດ້ຈັບ ທ້າວ ດຳຣົງສັກ ທິວາວົງ ອາຍຸ 38 ປີ ເປັນຄົນ ຈັງຫວັດ ພິຈິດ ທີ່ ເປັນຄົນ ຂັບຣົດຕູ້ ບັນທຸກ ຄົນລາວ 10 ຄົນ ແມ່ຍິງ 4 ຄົນ ແລະ ຜູ້ຊາຍ 6 ຄົນ. ຄົນຂັບ ຣົດຕູ້ ອີກຜູ້ນຶ່ງ ຊື່ ທ້າວ ວິຣະ ຊົມດອນ ອາຍຸ 32 ປີ ເປັນຄົນ ຈັງຫວັດ ນະຄອນ ຣາຊສີມາ ຜູ້ກ່ຽວ ເປັນຄົນ ຂັບຣົດຕູ້ ອີກຄັນນຶ່ງ ທີ່ບັນທຸກ ຄົນລາວ ຈຳນວນ 17 ຄົນ ແມ່ຍິງ 6 ຄົນ ຜູ້ຊາຍ 11 ຄົນ ທັງໝົດ ໄປຈາກ ແຂວງ ຈຳປາສັກ.