ແຮງງານລາວໄປໄທຍ້ອນ ຄ່າຈ້າງດີ

0:00 / 0:00

ຊາວລາວຍັງລັກລອບໄປຊອກວຽກເຮັດ ໃນປະເທດໄທຫລາຍຂຶ້ນ ເພາະໄດ້ຄ່າຈ້າງ ຫລາຍກ່ວາ.

ການຂຶ້ນຄ່າແຮງງານ ໃນປະເທດໄທ ໃນອັຕຣາ ຕໍ່າສຸດ 300 ບາດ ຫລື ປະມານ 75,000 ຕໍ່ມື້ນັ້ນ ໄດ້ດຶງດູດຊາວລາວ ເຂົ້າໄປຊອກ ເຮັດວຽກ ໃນປະເທດໄທ ຫລາຍຂຶ້ນ ເຖິງແມ່ນວ່າຈະໄປເຮັດວຽກ ແບບແບບຜິດກົດໝາຍ ຫລື ລັບໆລີ້ໆ ກໍຕາມ.

ຄົນງານລາວ ທີ່ເຂົ້າໄປຊອກວຽກເຮັດ ໃນປະເທດໄທນັ້ນ ຫຼາຍໆຄົນ ມັກຈະໄປແບບຜິດກົດໝາຍ ເພາະບໍ່ຢາກໃຊ້ຈ່າຍ ຄ່າທໍານຽມທີ່ແພງ ແລະ ຜ່ານຫລາຍຂະບວນການ ເຖິງແມ່ນວ່າຂະເຈົ້າຈະບໍ່ໄດ້ຄ່າຈ້າງ ເຖິງ 300 ບາດ ເທົ່າກັບຄົນງານໄທ ຫລືຜູ່ທີ່ເຮັດວຽກແບບຖືກຕ້ອງ ຕາມກົດໝາຍ ກໍຕາມ, ດັ່ງຄົນງານລາວ ກ່າວໃນຕອນນຶ່ງວ່າ:

“ກະໄດ້ດີຢູ່ ໄປເຮັດຢູ່ບ້ານເຂົາ, ມື້ນຶ່ງ 200 ກ່ວາບາດນຶ່ງ, ແຕ່ວ່າ ເຂົາລ້ຽງເຂົ້າລ້ຽງນໍ້າເຮົາຫັ໋ນນ່າ. ໄປເຮັດກະໄປລັກໄປລີ້ເຮັດຫັ໋ນແລ້ວ, ເວລາ ເຈົ້າໜ້າທີ່ ຈະມາກວດເຮົາກະໄປລີ້ກ່ອນ ບໍ່ໃຫເຂົາເຫັນ ເວລາ ເຮົາເຮັດວຽກ ຢູ່ຫັ໋ນ.”

ການທີ່ໄປເຮັດວຽກ ຢູ່ໃນປະເທດເພື່ອນບ້ານ ແບບຜິດກົດໝາຍນັ້ນ, ນອກຈາກເຮັດໃຫ້ ຄົນງານລາວ ບໍ່ໄດ້ຄ່າຈ້າງເຕັມອັຕຣາແລ້ວຍັງບໍ່ໄດ້ ຮັບສວັດດີການສັງຄົມ ແລະ ຄວາມຍຸຕິທັມອີກດ້ວຍ. ທ່ານ ພຣ້ອມບຸນ ພານິສພັກ, ຜູ້ອໍານວຍການ ມູລນິທິຮັກໄທ, ກ່າວກ່ຽວກັບ ກໍຣະນີ ຜູ້ທີ່ໄປເຮັດວຽກ ແບບຜິດກົດໝາຍ ໃນປະເທດໄທ ເມື່ອບໍ່ນານມານີ້ວ່າ:

“ແຮງງານຕ່າງຊາຕ ເຂົ້າມາຖືກກົດໝາຍ ຜິດກົດໝາຍ ຄວາມຈິງແລ້ວ 300 ບາດ ທຸກຄົນຕ້ອງໄດ້ຮັບ ຄືກັນໝົດເລີຍ. ແຕ່າວ ແຮງານ ທີ່ບໍ່ໄດ້ຈົດທະບຽນ ມັກຈະຖືກກົດຂີ່ຫລາຍກ່ວາ ເພາະວ່າ ອາດຈະມີນາຍຈ້າງ ທີ່ພຍາຍາມ ທີ່ຈະບອກ ແຮງງານທີ່ບໍ່ໄດ້ຈົດທະບຽນ ຊຶ່ງມີຫລາຍ ວ່າ ເຈົ້າ ບໍ່ໄດ້ຈົດທະບຽນ ເຈົ້າບໍ່ມີສິທຕໍ່ລອງ.”

ການທີ່ຊາວລາວ ເຂົ້າໄປເຮັດວຽກ ໃນປະເທດໄທ ຫລາຍຂຶ້ນນັ້ນ ເນື່ອງຈາກວ່າ ການຊອກວຽກເຮັດ ໃນປະເທດລາວ ຫາຍາກ ແລະ ໄດ້ຄ່າຈ້າງໜ້ອຍ ບໍ່ສາມາດລ້ຽງຄອບຄົວໄດ້, ແລະ ຫລາຍໆບໍຣິສັດ ກໍ່ສ້າງ ກໍນິຍົມ ຈ້າງຄົນງານຕ່າງດ້າວ ເຊັ່ນ ຊາວວຽດນາມ ແລະ ຈີນ. ເຖິງແມ່ນວ່າ ທາງການລາວ ປະກາດ ໃຫ້ບໍຣິສັດ ຂຶ້ນເງິນເດືອນໃຫ້ລູກຈ້າງ ຈາກ 348,000 ກີບ ມາເປັນ 626,000 ກີບ ເມື່ອຕົ້ນປີ 2013 ຜ່ານມ ກໍຕາມ, ແຕ່ມີຫລາຍໆ ບໍຣິສັດ ບໍ່ສາມາດ ປະຕິບັດໄດ້.