ເງິນຄ່າແຮງງານຂັ້ນຕໍ່າໃນລາວ ບໍ່ກຸ້ມກິນ, ເມື່ອສົມທຽບຄ່າແຮງງານໃນແຕ່ລະເດືອນ, ກັບຣາຍຈ່າຍຂອງເດືອນ, ດັ່ງເຊັ່ນ, ຄ່າເຊົ່າຫໍພັກ, ຄ່າໄຟຟ້າ, ຄ່ານໍ້າ ແລະອາຫານການກິນ. ເຖິງແມ່ນໂຕເລກ ເສຖກິດໃນລາວ ຈະຂຍາຍໂຕ ແຕ່ຄ່າແຮງງານ ໃນລາວ ຍັງຕໍ່າຫຼາຍ. ດັ່ງ ກັມມະກອນ ປະຈໍາໂຮງງານແຫ່ງນຶ່ງ ໄດ້ກ່າວຕໍ່ RFA ເມື່ອອາທິດ ຜ່ານມາວ່າ:
"ຄົນທີ່ເຮັດວຽກ ທີ່ໄດ້ຮັບເງິນເດືອນນຶ່ງລ້ານສອງ, ໝາຍວ່ານຶ່ງລ້ານສອງ ປາກດຽວ, ແລ້ວພໍກຸ້ມຢູ່ກຸ້ມກິນຢູ່, ເຮົາຍັງມີຫຼາຍລາຍຈ່າຍ, ບໍ່ວ່າຈະເປັນຄ່ານໍ້າຄ່າໄຟ ຖ້າວ່າເຮົາຢູ່ຫ້ອງເຊົ່າ."
ປັດຈຸບັນເຖິງແມ່ນວ່າຣັຖບານລາວຈະປັບຄ່າແຮງງານຂື້ນມາເປັນ 1,2 ແສນກີບແລ້ວກໍ່ຕາມ, ແຕ່ເມື່ອເບິ່ງຄ່າຄອງຊີບແລ້ວ, ກໍຍັງບໍ່ພໍກິນ. ໃນຂນະດຽວກັນ ການຂຶ້ນຄ່າແຮງງານຂັ້ນຕໍ່າ, ຊໍ້າພັດສ້າງຜົລກະທົບ, ຕໍ່ການລົງທຶນ ຂອງຕ່າງປະເທດ, ດັ່ງ ຕົວແທນຂອງສະພາການຄ້າ ແລະ ອຸດສາຫະກັມແຫ່ງຊາດ ໄດ້ກ່າວຕໍ່ຊື່ມວນຊົນ ພາຍໃນເມື່ອບໍ່ດົນມານີ້ວ່າ:
"ໄດ້ຣະບຸວ່າຈຸດແຂງຂອງ ສປປ ລາວ ນີ້ມີຫຍັງເຊີນທ່ານໄປລົງທຶນ ຄ່າແຮງງານຖືກເຮົາໄປໂຄສະນາ ຢູ່ຕ່າງປະເທດເດ້ເນາະ, ບາດນີ້ເຂົາ ຈະກັບຖາມຄືນມາເດ້ເນາະ, ປີກາຍປີກ່ອນ ຄືວ່າຄ່າແຮງງານຖືກ, ບາດນີ້ຄືມາປັບຂຶ້ນລະເດ້, ເປັນຫຍັງພວກເຮົາ ບໍ່ເອົາຂຶ້ນເປັນນຶ່ງລ້ານ ສອງແສນ ເພາະຢ້ານມີຜົລກະທົບ ເຊິ່ງສອງແສນກີບ ມັນຍັງອາດຈະມີຜົລກະທົບ ວ່າທາງໄຕຣພາຄີ ພວກເຮົານີ້ ກາຈະໄດ້ມີການປະເມີນ ຕິດຕາມຮ່ວມກັນ."
ຕໍ່ບັນຫາຄ່າແຮງງານຖືກ ພ້ອມທັງຄ່າຄອງຊີບແພງ, ເປັນສາເຫດນຶ່ງ ທີ່ເຮັດໃຫ້ໜຸ່ມສາວ ຈຳນວນຫຼາຍ, ຢູ່ເຂດຊົນນະບົດໄປເຮັດວຽກຢູ່ ປະເທດໄທ, ເພາະຄ່າແຮງງານໃນໄທ ສູງກວ່າລາວ ແລະ ຄ່າຄອງຊີບກໍບໍ່ແພງ ເຮັດໃຫ້ແຮງງານລາວ ມີເງິນເກັບ ທ້ອນສົ່ງມາຫາຄອບຄົວ.
ດ່ັງແຮງງານລາວ ທີ່ໄປເຮັດວຽກຢູ່ໄທ ໄດ້ໃຫ້ສຳພາດ ຕໍ່ RFA ເມື່ອຕົ້ນເດືອນກຸມພາວ່າ, ຍ້ອນຄວາມທຸກຍາກ, ຣະດັບການສຶກສາຈົບຊັ້ນ ປະຖົມ, ຈຶ່ງໄດ້ອອກຈາກບ້ານມາເຮັດວຽກ ຢູ່ບາງກອກປະເທດໄທ ໂດຍການຊັກຊວນ ຂອງພີ່ນ້ອງທີ່ມາເຮັດວຽກ ກ່ອນແລ້ວ. ແຕ່ເປັນທີ່ ໜ້າເສົ້າໃຈ ທີ່ເອື້ອຍຂອງ ລາວນັ້ນຕ້ອງມາສູນຫາຍ ເປັນເວລາຫຼາຍປີແລ້ວ ຄອບຄົວບໍ່ໄດ້ຮັບຂ່າວເອື້ອຍ ຕິດຕໍ່ບໍ່ໄດ້ ຈົນເຖິງປັດຈຸບັນ. ສຳພາດ:..
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຣາຍງານວ່າ ເມື່ອປີກາຍ, ມີແຮງງານລາວ ທີ່ເຮັດຢູ່ໄທ ແບບບໍ່ຖືກຕ້ອງຕາມກົດໝາຍ ມີ 71 ພັນຄົນ, ແຕ່ໄດ້ອອກໜັງສືຢັ້ງຢືນ ສະຖານະພາບບຸກຄົນ ໃຫ້ແຮງງານໄດ້ພຽງ 40 ພັນປາຍຄົນ ຫຼື 57% ຂອງຈຳນວນ 71 ພັນຄົນ.
ໂດຍແຮງງານທີ່ໄປເຮັດວຽກຢູ່ປະເທດໄທ, ສ່ວນຫຼາຍແມ່ນແຮງງານທີ່ໃຊ້ຊີວິດຢູ່ລຽບຕາມຊາຍແດນ ລາວ-ໄທ, ສະພາບຄອບຄົວທຸກຍາກ, ຣະດັບການສຶກສາຕໍ່າ, ເປັນແຮງງານທີ່ບໍ່ມີສີມື, ເປັນກຳລັງແຮງໜຸ່ມ ແລະ ເປັນແຮງງານອາຊີບຈຳນວນນຶ່ງ.
ແຕ່ແນວໃດກໍ່ຕາມ ການຫຼັ່ງໄຫຼໄປເຮັດວຽກຢູ່ໄທ ຂອງ ໜຸ່ມສາວລາວ, ຍັງມີຕະຫຼອດເວລາ, ແລະນັບມື້ນັບເພີ່ມຂຶ້ນ ເຖິງວ່າການລົງທຶນໃນ ລາວ ຈະຫຼາຍຂຶ້ນ ເສຖກິດຂຍາຍໂຕໄວ ແຕ່ປັດໃຈທີ່ຊີ້ບອກວ່າ ແຮງງານລາວ ຍັງຈະໄປໄທເພີ່ມຂຶ້ນ ແມ່ນຄ່າແຮງງານສູງ ແລະ ຄ່າຄອງຊີບຖືກກວ່າປະເທດລາວ.