ຄົນງານລາວບໍ່ພໍໃຈ ຄ່າທໍານຽມ ຢູ່ດ່ານແພງ

0:00 / 0:00

ປະຊາຊົນແຂວງສະຫວັນນະເຂດ ຈໍານວນນຶ່ງ ບໍ່ພໍໃຈທີ່ລູກຫຼານ ໄປເຮັດວຽກຢູ່ໄທເວລາກັບມາສລອງບຸນປີໃໝ່ລາວ ແລ້ວຖືກເຈົ້າໜ້າທີ່ ດ່ານຂົວມິຕພາບ ສະຫວັນນະເຂດ-ມຸກດາຫານ ເກັບຄ່າຜ່ານແດນ ຄົນລະ 300 ບາດ, ດັ່ງຄົນງານລາວ ທີ່ເຮັດວຽກ ຢູ່ໄທ ຈາກແຂວງ ສະຫວັນນະເຂດ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ 10 ເມສາ ນີ້ວ່າ:

“ທີ່ວ່າສ່ວນເພິ່ນເກັບ 300 ນິ່ ມັນເກີນບໍໍ່, ນ້ອງວ່າມັນກໍເກີນໄປ ແລ້ວເງິນສ່ວນນີ້ ໄປຢູ່ສ່ວນໃດ ຄືສວຍໂອກາດຂອງພະນັກງານຣັຖບໍ, ກໍຢ່າງ ນ້ອຍກໍ 100 ນຶ່ງ ກໍຄົນໃນປະເທດເອງ.”

ນອກຈາກຄົນງານລາວຜູ້ນີ້ແລ້ວ ໃນສື່ສັງຄົມອອນລາຍ ຫຼື ເຟສບຸຄ ກໍມີຄົນງານລາວ ແລະ ສື່ຂ່າວ (ABC LAOS NEWS) ທີ່ໂພສຂໍ້ ຄວາມວ່າ: ດ່ານຂົວມິຕພາບ ສະຫວັນນະເຂດ-ມຸກດາຫານ ມີການຮຽກເກັບເງິນຄົນລາວ ທີ່ກັບໄປຢາມຄອບຄົວ ຜູ້ລະ 300 ບາດ ເປັນຄ່າ ທໍານຽມ ແຈ້ງເອກກະສານຂາເຂົ້າ ແລະເຣີ້ມເກັບມາຕັ້ງແຕ່ວັນທີ 5 ເມສາ 2019 ນີ້ແລ້ວ, ຊຶ່ງການເກັບນັ້ນ ບໍ່ສົມເຫດສົມຜົນຍ້ອນແພງ ເກີນໄປ.

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຫ້ອງການຂົວ ມິຕພາບ ລາວ-ໄທ ແຫ່ງທີ 2 ສະຫວັນນະເຂດ-ມຸກດາຫານ ກໍໄດ້ປະຕິເສດກັບ ວິທຍຸເອເຊັຍ ເສຣີວ່າ: ເຣື່ອງທີ່ມີການໂພສແຊກັນນັ້ນ ບໍ່ແມ່ນຄວາມຈິງ ດັ່ງທ່ານກ່າວວ່າ:

“ຂະເຈົ້າລົງເວົ້າຢູ່ໃນເນັດ, ເຮົາກໍບໍ່ຮູ້ຄືກັນ ຢູ່ຫັ້ນເຮົາກໍບໍ່ຮູ້ຄືກັນໂຕນີ້ ເພາະວ່າເຮົາບໍ່ໄດ້ໄປເກັບ, ໃຊ້ປື້ມຜ່ານແດນ ມັນບໍ່ໄດ້ເກັບຄືເຂົາເວົ້າຢູ່ ຫາກເຮົາບໍ່ຮູ້ຄືກັນໂຕນີ້ນະ ເຂົາແກ້ໄຂແນວໃດ ແລ້ວຫຼືຍັງ ເພາະວ່າສ່ວນຫຼາຍກໍໃຊ້ແຕ່ປື້ມຜ່ານແດນ ບໍ່ໄດ້ເກັບ.”

ໃນຣະຍະບຸນປີໃໝ່ລາວ ປີ 2019 ນີ້, ຣັຖບານໄທ ໄດ້ປະກາດຍົກເລີກເກັບເງິນ ຂາເຂົ້າ-ຂາອອກ ຈາກຄົນງານຕ່າງປະເທດ ທີ່ເຮັດວຽກ ຢູ່ໄທ, ເພື່ອຫຼຸດຄ່າໃຊ້ຈ່າຍ ຂອງຄົນງານ ໃນເວລາທີ່ກັບໄປຢາມຄອບຄົວ ທີ່ບ້ານເກີດ, ແຕ່ຣັຖບານລາວນັ້ນ ຍັງບໍ່ມີ ຄໍາສັ່ງໃຫ້ຍົກເລີກ ເກັບເງິນ, ຕາມປົກກະຕິແລ້ວ ເຈົ້າໜ້າທີ່ຈະຕ້ອງເກັບຄ່າ ເອກກະສານ ແລະຄ່າທໍານຽມ ຕາມຄວາມເໝາະສົມ, ແຕ່ການເກັບ 300 ບາດ ຢູ່ດ່ານດັ່ງກ່າວນີ້ ຕາມຄວາມຄິດເຫັນ ຂອງປະຊາຊົນແລ້ວ ແມ່ນບໍ່ພໍໃຈ ຍ້ອນເກັບແພງເກີນໄປ.