ຂົວທີສອງສາມຮ້ອຍບາດ ຄ່າດ່ານ ແມ່ນແທ້

ພູວົງສ໌
2019.04.12
Share on WhatsApp
Share on WhatsApp
ຂົວ ມິຕພາບ ລາວ-ໄທ ແຫ່ງທີ່ 2 ຣະຫວ່າງ ແຂວງສວັນນະເຂດ ກັບ ແຂວງມຸກດາຫານ ປະເທດໄທ
RFA

ຊາວແຂວງສະຫວັນນະເຂດ ຄົນນຶ່ງ ທີ່ໄປເຮັດວຽກຢູ່ປະເທສໄທ ແລ້ວເດີນທາງເມືອຢາມບ້ານ ເພື່ອສລອງບຸນປີໃໝ່ລາວ ໄດ້ກ່າວຕໍ່ ຜູ້ສື່ຂ່າວເອເຊັຽເສຣີວ່າ ຕົນເອງ ແລະໝູ່ເພື່ອນອີກຫຼາຍຄົນ ໄດ້ຂ້າມແດນຜ່ານດ່ານສາກົນ ມິຕພາບ ລາວ-ໄທ ແຫ່ງທີ 2 ແລ້ວມາຮອດ ດ່ານເບື້ອງລາວ ໄດ້ຖືກເຈົ້າໜ້າທີ່ ຮຽກເກັບເງິນຈຳນວນ 300 ບາດຕໍ່ຄົນ, ໂດຍບໍ່ມີແຈ້ງການໃນການເກັບເງິນວ່າ ເປັນການເກັບເງິນຄ່າ ຫຍັງ. ດັ່ງທ່ານກ່າວວ່າ:

“300 ຂ້ອຍເສັຽ 300 ຂ້ອຍກະງົງ ຂ້ອຍກະຢາກເວົ້າຢູ່ ຫາກບໍ່ກ້າເວົ້ານຳເພິ່ນ, ເພິ່ນຜັດປ່ຽນກັນ, ເພິ່ນໄປກິນເຂົ້າທ່ຽງນີ້ແຫຼະ ຜູ້ຍິງມາ ນັ່ງປັບ, ເພິ່ນກະຈົດຂອງຂ້ອຍ, ອັນນີ້ມີແຕ່ຂ້ອຍກະຖາມ ເພິ່ນວ່າ, ທີ່ເພິ່ນຂຽນຈົດແລ້ວເທົ່າໃດ, 300. ຂ້ອຍກະຈ່າຍເພິ່ນເລີຍນະ.”

ທ່ານກ່າວຕື່ມວ່າ ກ່ອນທີ່ເຈົ້າໜ້າທີ່ຈະຮຽກເກັບເງິນນັ້ນ ໄດ້ເອີ້ນໃຫ້ຕົນ ແລະ ໝູ່ເພື່ອນຊາວລາວດ້ວຍກັນ ເຂົ້າໄປໃນຫ້ອງຂນາດນ້ອຍ, ເຊິ່ງອັດປະຕູແໜ້ນໜາ. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງເອົາ ພາສປອດໄປຈົດຊື່ ແລະ ເກັບເງິນເປັນຣາຍບຸກຄົນ, ໂດຍຊາວລາວທີ່ຖືກເກັບເງິນ ກໍບໍ່ມີໃຜກ້າຖາມວ່າ ເງິນທີ່ເກັບນັ້ນແມ່ນເງິນຄ່າຫຍັງ, ເພາະຢ້ານບໍ່ປອດພັຍ.

ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ຂແນງຈັດຕັ້ງແລະກວດກາ ປະຈຳຫ້ອງວ່າການແຂວງສະຫວັນນະເຂດ ໄດ້ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີ ຫຼັງຈາກ ໄດ້ເຫັນຂ່າວເກັບເງິນ ປະຊາຊົນ ຖືກເຜີຍແຜ່ຜ່ານ ສື່ສັງຄົມອອນລາຍ ເຟສບຸກ ທາງເຈົ້າໜ້າທີ່ ກໍໄດ້ມີການລົງໄປຕິດຕາມກວດກາ ຫາ ຂໍ້ເທັດຈິງ ຍ້ອນວ່າ ທ່ານເຈົ້າແຂວງ ແຂວງສະຫວັນນະເຂດ ກໍໄດ້ອອກແຈ້ງການ ບໍ່ໃຫ້ເກັບເງິນ ຢ່າງເດັດຂາດ.

“ເຫັນແຕ່ເຂົາເຈົ້າລົງໃນເຟສໄດ໋, ເຊິ່ງວ່າມັນແມ່ນ ຫຼືບໍ່ແມ່ນ ກະເຫັນຢູ່ໃນເຟສ ຫາກແຕ່ວ່າເຮົາກະບໍ່ຮູ້ລະອຽດນຳເພິ່ນ. ມັນມີແຈ້ງການ ຂອງທ່ານເຈົ້າແຂວງເດລົງໄປ ບໍ່ໄດ້ໃຫ້ເກັບ. ດ່ານ 2 ດ່ານ, ສາກົນ ມິຕພາບລາວ-ໄທ ກັບດ່ານແດນສະຫວັນ.”

ຫຼ້າສຸດນີ້, ໃນວັນທີ 11 ເມສາ, ທ່ານ ໂພໄຊ ໄຊຍະສອນ, ຮອງເຈົ້າແຂວງ ແຂວງສະຫວັນນະເຂດ ກໍໄດ້ລົງຣາຍເຊັນແທນ ເຈົ້າແຂວງ,  ແຂວງສະຫວັນນະເຂດ ອອກແຈ້ງການໃຫ້ ເຈົ້າໜ້າທີ່ ປະຈຳດ່ານສາກົນ ຂົວມິຕພາບ ລາວ-ໄທ ແຫ່ງທີ 2, ດ່ານແດນສະຫວັນ ແລະ ດ່ານປະເພນີ ທຸກແຫ່ງ ອຳນວຍຄວາມສະດວກ ແກ່ປະຊາຊົນລາວ ແລະ ນັກທ່ອງທ່ຽວ ທີ່ເດີນທາງເຂົ້າອອກ ໃນໄລຍະບຸນປີໃໝ່ລາວ ແລະ ຫ້າມສວຍໂອກາດ ຮຽກເກັບເງິນຈາກ ປະຊາຊົນ ຢ່າງເດັດຂາດ ບໍ່ວ່າກໍຣະນີໃດໆ. ຫາກເຈົ້າໜ້າທີ່ຣະເມີດ, ກໍຈະຖືກລົງໂທສ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.