ຊາວໜຸ່ມລາວຫາວຽກຍາກ ຍ້ອນ ໂຄວິດ-19

ຈໍາປາທອງ
2021.08.02
ຊາວໜຸ່ມລາວຫາວຽກຍາກ ຍ້ອນ ໂຄວິດ-19 ຢູ່ ແຂວງຫົວພັນ ມີການຝຶກອົບຮົມ ຍຸທສາດການພັທນາ ຊາວໜຸ່ມ-ເຍົາວະຊົນ ໃນຂົງເຂດ 5 ບູຣິມະສິດ ເຊັ່ນ ສຸຂພາບ; ການສຶກສາ ອົບຮົມ ແລະ ກິລາ-ກາຍກັມ; ວຽກເຮັດ ງານທຳ ແລະ ການປະກອບ ທຸຣະກິຈ.
ພາບຈາກ: ຄະນະຊາວໜຸ່ມ ແຂວງຫົວພັນ

ອົງການສະຫະປະຊາຊາດ ເພື່ອການພັທນາ ຫລື UNDP ປະຈໍາລາວ ຣາຍງານກ່ຽວກັບການຫວ່າງງານ ຂອງຊາວໜຸ່ມລາວ ໃນ ມື້ວັນທີ 30 ກໍຣະກະດາ 2021 ນີ້ວ່ານັບຕັ້ງແຕ່ເກີດ ການຣະບາດຂອງໂຄວິດ-19 ມາຕັ້ງແຕ່ປີ 2020 ເຖິງປັດຈຸບັນ ສົ່ງຜົລກະທົບ ຫລາຍຢ່າງ ຕໍ່ການຊອກຫາວຽກເຮັດງານທໍາ ຂອງຊາວໜຸ່ມລາວ ຍ້ອນທຸຣະກິດສ່ວນໃຫຍ່ໄດ້ຮັບ ຜົລກະທົບ ຈົນຕ້ອງໄດ້ເລີກຈ້າງ ຄົນງານ.

ກ່ຽວກັບເຣື່ອງນີ້ ຊາວໜຸ່ມລາວ ຢູ່ແຂວງຄໍາມ່ວນ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 2 ສິງຫາ ນີ້ວ່າໃນໄລຍະນີ້ ຊອກຫາວຽກເຮັດ ຍາກແທ້, ໄດ້ພຍາຍາມຊອກຫາວຽກເຮັດ ມາຫຼາຍເດືອນແລ້ວ ແຕ່ກໍຍັງບໍ່ໄດ້ເທື່ອ:

“ຈົບມັທຍົມ ຫາກໍຈົບໝາດໆເລີຍ ກະຍາກໄດ໋ອ້າຍ ຊອກວຽກ ບໍ່ສູ້ມີວຽກເຮັດເລີຍເຈົ້າ, ນ້ອງຢູ່ແຖວຄໍາມ່ວນພີ້ ເພາະວ່າສ່ວນຫຼາຍ ແລ້ວວຽກທີ່ເຫັນເຂົາໂພສ ນະຢູ່ນະຄອນຫຼວງວຽງຈັນ ແຂວງຄໍາມ່ວນ ແລ້ວມັນບໍ່ສູ້ມີ ບ່ອນໜ້າສິມີ ບໍ່ເຫັນໃຜໂພສຫຍັງແຖວນີ້.”

ທ່ານກ່າວຕື່ມວ່າ ການປະກາດຮັບຄົນງານ ສ່ວນຫຼາຍແມ່ນຢູ່ແຕ່ໃນນະຄອນຫຼວງວຽງຈັນ ເພາະມີໂຮງຈັກໂຮງງານຫຼາຍ, ສ່ວນຢູ່ ຕ່າງແຂວງແມ່ນມີໜ້ອຍ ຫຼືມີກໍເປັນວຽກທີ່ບໍ່ມັກ ເຊັ່ນວຽກໃນສວນໝາກໄມ້, ວຽກໃນສວນຢາງພາຣາ ຂອງຄົນຈີນ ແລະ ວຽດນາມ.

ຢູ່ນະຄອນປາກເຊ ແຂວງຈໍາປາສັກ ຍິງໜຸ່ມລາວຜູ້ນຶ່ງເວົ້າຕໍ່ ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ການຊອກຫາວຽກທີ່ຕົນມັກເຮັດ ເປັນຕົ້ນ ພະນັກງານຮ້ານອາຫານ ຮ້ານກິນດື່ມ ແລະ ພະນັກງານຫ້າງຮ້ານນັ້ນ ຈະຂ້ອນຂ້າງຫາຍາກ ໃນໄລຍະທີ່ເກີດການຣະບາດ ຂອງໂຄວິດ-19 ນີ້ ຍ້ອນສ່ວນຫລາຍ ຈະປິດກິຈການຊົ່ວຄາວ.

ສ່ວນໂຮງງານອຸດສາຫະກັມ ທີ່ຖືວ່າໝັ້ນຄົງທີ່ສຸດນັ້ນ ໄລຍະນີ້ຫລາຍໂຮງງານ ກໍໄດ້ປິດ ຮັບສມັກວຽກ ຂນະທີ່ໂຮງງານທີ່ເປີດຮັບກໍບໍ່ ສະດວກໃນການເດີນທາງ ໄປເຮັດ ແລະ ວຽກງານອື່ນໆ ເປັນຕົ້ນ ຮັບຈ້າງທົ່ວໄປ ຫລື ເປັນແມ່ບ້ານທໍາຄວາມສະອາດ ທີ່ໄດ້ເງິນ ເດືອນໜ້ອຍ ບໍ່ພຽງພໍກັບຄ່າຄອງຊີບ ກໍບໍ່ແມ່ນວຽກງານ ທີ່ຊາວໜຸ່ມໃຫ້ຄວາມສົນໃຈ ພໍປານໃດ ບໍ່ຄ່ອຍມີໃຜເຮັດ:

“ເຈົ້າ, ຫາຍາກ ເຈົ້າ, ແບບມັນໂຄວິດ ເປັນແບບຮ້ານອາຫານ ຫລືວ່າຕາມຫ້າງຫັ້ນນ່າ ເປີດສ່ວນໜ້ອຍວ່າຊີ້ນ່າ. ຖ້າໃຜເຮັດໂຮງງານ ກະໄດ້ໂອເຄຖ້າເປັນວຽກບ້ານ ຫຼືວ່າເປັນວຽກອິຫຍັງນ່າ ເງິນເດືອນມັນຈະຕໍ່າ ເຂົາກໍຈະບໍ່ຄ່ອຍເຮັດ ມັນບໍ່ພໍຄ່າຄອງຊີບ ເງິນເດືອນ ເບື້ອງຕົ້ນ 4 ພັນ ຫລື 5 ພັນ ຈັ່ງຊີ້ນ່າ.”

ຊາວໜຸ່ມອີກຜູ້ນຶ່ງ ຢູ່ແຂວງບໍຣິຄໍາໄຊ ກໍເວົ້າວ່າພາຍຫຼັງທີ່ຮຽນຈົບ ມ.7 ແລ້ວ ກໍເດີນທາງໄປຊອກວຽກເຮັດ ຢູ່ນະຄອນຫຼວງວຽງຈັນ ແຕ່ຈົນມາຮອດມື້ນີ້ ກໍຍັງບໍ່ທັນໄດ້ວຽກເຮັດເທື່ອ. ໂຮງງານທີ່ເປີດຮັບເອົາຄົນງານ ໃນໄລຍະນີ້ ສ່ວນຫຼາຍຈະເປັນໂຮງງານ ຕັດຫຍິບ. ສໍາລັບວຽກງານອື່ນໆ ເຊັ່ນ ຊ່າງເຮືອນ ຊ່າງໄຟຟ້າ ກໍຫາຍາກຫຼາຍ. ວຽກເປັນພະນັກງານຮ້ານອາຫານ ຮ້ານກິນດື່ມ ກໍບໍ່ເປີດຮັບ ສມັກເລີຍ ດັ່ງທີ່ທ່ານກ່າວວ່າ:

“ກະຫາຍາກຢູ່ ຂຶ້ນມາເຮັດວຽງແລ້ວ ກໍາລັງຫາງານຢູ່ຊ່ວງນີ້ ແມ່ນແຫຼະຢູ່ວຽງຈັນ ເພາະມັນມີວຽກເດ໊ມີວຽກເຮັດ ໂຮງງານກະເປີດ ຄືກັນ ແລ້ວແຕ່ຜູ້ມັກເຮັດແບບໃດ.”

ເພື່ອຫລຸດຜ່ອນອັດຕຣາ ການຫວ່າງງານໃນກຸ່ມຊາວໜຸ່ມ ແລະ ກຸ່ມຄົນງານລາວທົ່ວໄປ ໃນໄລຍະທີ່ເກີດການຣະບາດຂອງໂຄວິດ-19 ນີ້ ເຈົ້າໜ້າທີ່ກະຊວງແຮງງານ ແລະ ສວັດດິການສັງຄົມ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 2 ສິງຫາ ນີ້ວ່າທາງການລາວ ໄດ້ຮິບໂຮມຫົວໜ່ວຍ ທຸຣະກິດທຸກປະເພດ ທີ່ຍັງຕ້ອງການຄົນງານ ຢູ່ນັ້ນຜ່ານທາງເວັບໄຊ ແລະເຟສບຸກ ຂອງກະຊວງແຮງງານ ແລະ ສວັດດິການສັງຄົມ ເພື່ອໃຫ້ກຸ່ມຊາວໜຸ່ມ ແລະ ຄົນງານທົ່ວໄປ ຊອກວຽກງານເຮັດໄດ້ ຕາມຄວາມສມັກໃຈ ດັ່ງທີ່ທ່ານກ່າວວ່າ:

“ຂ່າວສານແຮງງານ ແລະ ສວັດດິການສັງຄົມ ເພິ່ນກະປະກາດຢູ່ຫັ້ນ ວ່າມັນມີຕໍາແໜ່ງງານ ຫຍັງ ອັນຂະເຈົ້າຕ້ອງການ ແລ້ວກະມີ ຫົວໜ່ວຍ ຊື່ ຂອງບໍຣິສັດອິຫຍັງ ພ້ອມເລີຍຫັ້ນນ່າ ທີ່ວ່າແຮງງານສາມາດ ໄປຕິດຕໍ່ສມັກໄດ້ໂຕເອງເລີຍ.”

ທ່ານກ່າວຕື່ມວ່າ ໃນທົ່ວປະເທດ ຈໍານວນຕໍາແໜ່ງງານ ທີ່ທາງການໄດ້ຮິບໂຮມ ຕາມທີ່ຫົວໜ່ວຍທຸຣະກິດເປີດຮັບສມັກ ແມ່ນມີ 6,000 ປາຍຕໍາແໜ່ງ ແລະມີເງິນເດືອນເລີ່ມຕົ້ນ ຕັ້ງແຕ່ 1,100,000 ກີບ ຂຶ້ນໄປ ເປັນຕົ້ນວຽກຕັດຫຍິບ,ໂຮງງານຜລິດຢາງ ແລະ ວຽກງານການກະເສດ.

ນັກວິຊາການດ້ານແຮງງານ ໃນລາວທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 2 ສິງຫາ ນີ້ວ່າ ຣັຖບານລາວ ຕ້ອງພຍາຍາມ ສະກັດກັ້ນ ແລະຄວບຄຸມການຣະບາດ ຂອງໂຄວິດ-19 ພາຍໃນປະເທດໃຫ້ໄດ້ໄວທີ່ສຸດ ແລະ ສົ່ງເສີມຫົວໜ່ວຍທຸຣະກິດໃຫ້ກັບມາ ເປີດກິຈການ ແລະ ມີການຈ້າງງານຕາມມາ ເພື່ອເຮັດໃຫ້ເສຖກິດລາວ ກັບມາຟື້ນໂຕໄດ້.

ຫາກການຣະບາດຂອງໂຄວິດ-19 ຍັງແກ່ຍາວໄປຕື່ມ ກໍຈະເກີດບັນຫາຂຶ້ນ ໃນໄລຍະສັ້ນ ຣັຖບານລາວຈະບໍ່ເກັບພາສີ-ອາກອນ ໄດ້ຕາມແຜນການ. ສ່ວນບັນຫາໄລຍະຍາວ ຈະເຮັດໃຫ້ອັດຕຣາພັຍ ຫວ່າງງານ ໃນລາວເພີ່ມສູງຂຶ້ນ, ຊາວໜຸ່ມ ແລະຄົນງານລາວ ຈະໄດ້ຮັບຜົລກະທົບ ໃນການດໍາລົງຊີວິດ ຈະບໍ່ມີເງິນໃຊ້ຈ່າຍ. ເມື່ອບໍ່ມີເງິນໃຊ້ຈ່າຍ ກໍມີໂອກາດ ທີ່ຈະເກີດບັນຫາສັງຄົມຕາມມາ ເຊັ່ນການກໍ່ອາຊຍາກັມ ການຄ້າຢາເສບຕິດ ແລະ ເກີດຄວາມບໍ່ເຂົ້າໃຈກັນ ຣະຫວ່າງ ຄົນໃນຄອບຄົວ:

“ຜົລກະທົບມັນມີຢູ່ແລ້ວ ມັນເປັນບັນຫາທີ່ວ່າ ໃນໄລຍະຍາວສໍາລັບອ້າຍ ມັນຈະສົ່ງຜົລກະທົບ ໄປຫາເຣື່ອງຄ່າໃຊ້ຈ່າຍຫຼາຍໆຢ່າງ ເກີດຂຶ້ນ ແລ້ວກະບັນຫາທາງສັງຄົມ ຄິດວ່າ ຄາດໝາຍວ່າ ມັນສິເກີດຂຶ້ນ ຄັນຖ້າສະຖານະການ ຍັງບໍ່ ຍັງບໍ່ປັບປຸງ.”

ພ້ອມກັນນັ້ນ ກະຊວງແຮງງານ ແລະ ສວັດດິການສັງຄົມ ຍັງໄດ້ຣາຍງານອີກວ່າ ອັດຕຣາການຫວ່າງງານ ໄດ້ເພີ່ມຂຶ້ນສເລັ່ຽຈາກ 2% ມາເປັນ 25% ເມື່ອເກີດການຣະບາດຂອງ ໂຄວິດ-19 ໃນປີ 2020-2021.

ອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ ຫລື FAO ປະຈໍາລາວ ໄດ້ຣາຍງານເມື່ອເດືອນມິຖຸນາ 2020 ທີ່ຜ່ານມາ ວ່ານັບຕັ້ງແຕ່ເກີດການຣະບາດຂອງ ໂຄວິດ-19 ຢູ່ປະເທດລາວມາ ໄດ້ເຮັດໃຫ້ຈໍານວນຄົນງານ ຕົກງານປະມານ 350,000 ຄົນ. ໃນນັ້ນເປັນຊາວໜຸ່ມ ທີ່ຮຽນຈົບຊັ້ນມັທຍົມ ແລະ ປຣິນຍາຕຣີ ປະມານ 180,000 ຄົນ.

ສ່ວນທີ່ເຫລືອເປັນຄົນງານໜຸ່ມ ທີ່ຖືກໂຈະວຽກງານ ຈາກ ຂແນງການທ່ອງ, ການບໍຣິການ ແລະ ໂຮງງານອຸດສາຫະກັມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.