ປະຊາຊົນ ເມືອງສະໜາມໄຊ ແຂວງອັດຕະປື ທີ່ຢູ່ໃນສູນພັກຊົ່ວຄາວ ຜູ້ປະສົບພັຍ ຈາກເຫດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຈົ່ມວ່າ ເຂົ້າສານ ທີ່ທາງການເບີກໃຫ້ ແຕ່ລະຄອບຄົວນັ້ນ ເປັນເຂົ້າເກົ່າ ເຂົ້າແຂງແຕ່ກໍຕ້ອງໄດ້ ທົນກິນ, ດັ່ງນາງກ່າວ ຕໍ່ວິທຍຸເອເຊັຍເສຣີ ໃນວັນທີ່ 11 ມົກກະຣາ ນີ້ວ່າ:
”ໂອ່ຍກະຫຼາຍຢ່າງແຫຼະລູກເອີ່ຍ ອາຫານການກິນນີ້ແມ່ນບໍ່ພໍແຫຼ້ວ ມີແຕ່ເຂົ້າຫັ້ນພໍກິນພໍຢາກຢູ່ ເຂົ້າຫັ້ນພໍກິນ ອັນຊິໃຫ້ແຊບຄືເຂົ້າໃໝ່ເຮົາ ມັນບໍ່ແຊບແຫຼ້ວ ເຂົ້າຈັກເຫິງປານໃດ ເພິ່ນເອົາມາໃຫ້ເຮົາ ກະໄດ້ກິນໄປຫັ້ນແຫຼ້ວລູກເອີ່ຍ ບາດນີ້ຕໍ່ໜ້າ ຈັກຊິແນວໃດຫຼືບໍ່ ກະບໍ່ຮູ້ລູກ ຫາກດຽວນີ້ຫັ້ນເຢັນຢ້າງແລ້ວ ອາຫານການກິນຫັ້ນ ເພິ່ນບໍ່ແມ່ນຊິຊົດເຊີຍໄດ້.”
ກ່ຽວກັບເຣື້ອງການເບີກຈ່າຍເຂົ້າສານທີ່ວ່ານັ້ນ ທ່ານບຸນໂຮມ ພົມມະສານ ເຈົ້າເມືອງ ເມືອງສະໜາມໄຊ ກ່າວຕໍ່ ວິທຍຸເອເຊັຍເສຣີ ເມື່ອ ບໍ່ດົນມານີ້ວ່າ:
”ເອີ່ພວກເຮົາກະໄດ້ສະໜອງປົກກະຕິຫັ້ນແຫຼ້ວ ດຽວນີ້ພວກເຮົາກະສະໜອງຮອດເດືອນ 12 ປົກກະຕິພວກເຮົາສະໜອງອັນນັ້ນ ເດືອນນຶ່ງ 20 ກິໂລ ຕໍ່ຄົນ ກະສະໜອງໄປເລື້ອຍໆ ຕາມທີ່ພວກເຮົາໄດ້ ວາງໄວ້ຫັ້ນແຫຼະ.”
ນອກຈາກບັນຫາເຂົ້າກິນແລ້ວ ປະຊາຜູ້ດຽວກັນນີ້ຍັງກ່າວເຖິງບັນຫາ ອັດຕຣາກິນ ທີ່ບໍ່ພຽງພໍ ເພາະແຕ່ລະຄົນໄດ້ຮັບພຽງ 5 ພັນກີບຕໍ່ມື້ ແລະເງິນເດືອນ 1 ແສນກີບ ໝາຍຄວາມວ່າ ຜູ້ປະສົບພັຍຄົນນຶ່ງ ໄດ້ຮັບເງິນ ສອງແສນປາຍກີບ ຕໍ່ເດືອນເທົ່ານັ້ນ, ຖືວ່າຍັງບໍ່ພຽງພໍ ໃນການໃຊ້ຈ່າຍສຳຫຼັບ ຊີວິດປະຈຳວັນ.
