ຊາວເມືອງສນາມໄຊ ແຂວງອັດຕະປື ທີ່ໄດ້ຮັບຜົນກະທົບ ຈາກພັຍພິບັດເຂື່ອນແຕກ ຈຳນວນນຶ່ງ ໄດ້ຍ້າຍເຂົ້າຢູ່ເຮືອນພັກຊົ່ວຄາວແລ້ວ ແຕ່ພວກຂະເຈົ້າຍັງຕ້ອງການ ເຄື່ອງໃຊ້ທີ່ຈຳເປັນຫຼາຍຢ່າງ ເຊັ່ນຕູ້ເຢັນ ພັດລົມ ແລະຣົດຈັກຣົດຖີບ ເພື່ອເດີນທາງໄປມາ ແລະສົ່ງລູກ ໄປໂຮງຮຽນ. ນາງນຸຍ ຊຶ່ງຫາກໍຍ້າຍເຂົ້າເຮືອນພັກໃໝ່ເວົ້າວ່າ:
“ປັດຈຸບັນ ພວກເຮົາມີແຕ່ໄດ້ຮັບອາຫານ ແລະເງິນຊ່ວຍເຫລືອຊົ່ວຄາວ ໄປແຕ່ລະມື້ລະວັນ; ພວກເຮົາຕ້ອງການດິນ ແລະເຄື່ອງມືເພື່ອ ທຳການຜລິດ.”
ຜູ້ໄດ້ຮັບຜົນກະທົບອີກຄົນນຶ່ງ ທ້າວ ຄຳໃບ ຈົ່ມວ່າ:
“ເຂົາຮູ້ສຶກເປັນຄົນສິ້ນຫວັງ ບໍ່ມີຫຍັງເລີຍ ສູນເສັຍທຸກຢ່າງ ບໍ່ຮູ້ວ່າຈະເຮັດວຽກຫຍັງ ຈະມີວຽກເຮັດງານທຳ ບໍ່ ແລະຈະມີຣາຍໄດ້ຣາຍຮັບ ແນວໃດໃນອະນາຄົດ.”
ເຖິງຢ່າງໃດກໍດີ ເຈົ້າໜ້າທີ່ທາງການລາວ ກ່າວວ່າມີວິທີແກ້ໄຂບັນຫານີ້ຢູ່ ເຊັ່ນຜແນກກະສິກັມ ແລະປ່າໄມ້ ແຂວງອັດຕະປື ກໍໄດ້ຈັດສັນ ທີ່ດິນ 1,750 ເຮັກຕາ ໃຫ້ປະຊາຊົນ ເມືອງສນາມໄຊ ຢູ່ 4 ຈຸດຄື: ບ້ານ ຕໍາມະຢອດ, ບ້ານດອນບົກ, ບ້ານດົງບາກ ແລະ ບ້ານປິ່ນດົງ ໂດຍມີແຜນຈັດສັນ ໃຫ້ສເລັ່ຍ 1 ເຮັກຕາ ຕໍ່ຄອບຄົວ. ດັ່ງເຈົ້າໜ້າທີ່ກະສິກັມ ແຂວງອັດຕະປື ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 26 ຕຸລາ ນີ້ວ່າ:
"ແນ່ນອນແຫລະ ສະເພາະທີ່ຖືກຜົລກະທົບຈາກເຂື່ອນໄຟຟ້າ ປະຊາຊົນທົ່ວໄປ ຂະເຈົ້າກໍມີພື້ນທີ່ ທໍາການຜລິດຢູ່ແລ້ວ ພື້ນທີ່ກ່ຽວກໍແມ່ນວ່າ ໃຫ້ປະຊາຊົນ ທີ່ຖືກຜົລກະທົບ ໃຫ້ຂະເຈົ້າມີພື້ນທີ່ ການຜລິດ ແກ້ໄຂຊີວິດຄວາມເປັນຢູ່ ຈຸດຕໍາມະຢອດ ແມ່ນ 500 ເຮັກຕາ ດອນບົກຫັ້ນ 100 ເຮັກຕາ, ດົງບາກ 600 ເຮັກຕາ, ປິ່ນດົງ 550 ເຮັກຕາ."
ໃນຂນະນີ້ ຜແນກກະສິກັມແລະປ່າໄມ້ ແຂວງອັດຕະປື ຍັງກໍາລັງສໍາຣວດ ທີ່ດິນໃຫ້ລະອຽດວ່າ ດິນແນວໃດ ຈະເປັນດິນປູກຝັງໄດ້, ການ ສ້າງໜອງ ໃຫ້ເຂດການຜລິດ ໃນລະດູແລ້ງ, ການສນັບສນູນ ທາງດ້ານສັຕວະແພດ, ການປາບປາມ ສັດຕຣູພືດ ແລະການສ້າງຣະບົບ ຊົລປະທານ ໃນເຂດດັ່ງກ່າວ ຮວມທັງການສ້າງຫົນທາງ ເຂົ້າໄປຫາພື້ນທີ່ ນັ້ນນໍາດ້ວຍ.